ດວງລາຍວັນປະຈໍາວັນອັງຄານ ທີ 22 ສິງຫາ 2023

ຄົນເກີດວັນອາທິດ:ການງານ ເຮັດທຸລະກິດທີ່ກ່ຽວຂ້ອງກັບແຟຊັ່ນ ອາຫານ ທຸລະກິດງານບັນຊີ ຫຼື ຊັບສິນ ຊ່ວງນີ້ຈະປະສົບຄວາມສຳເລັດ ການເງິນ ມັກຈະພົບເລື່ອງລາຍຈ່າຍທີ່ບໍ່ຄາດຝັນສະເໝີ ແຕ່ກໍຍັງສາມາດບໍລິຫານຈັດການໃຫ້ຜ່ານພົ້ນໄປໄດ້ ຄວາມຮັກ ມີໂອກາດທີ່ຄົນຮັກເກົ່າຈະຕິດຕໍ່ກັບມາ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີບົວ ເລກນຳໂຊກ 0 ຄົນເກີດວັນຈັນ:ການງານ ສາມາດສ້າງອາຊີບ ສ້າງຄວາມສຳເລັດ ແລະ ຊື່ສຽງທີ່ດີໃຫ້ກັບຕົນເອງໄດ້ ການເງິນ ເກີດຄວາມຮູ້ສຶກກັງວົນແຕ່ກໍສາມາດທີ່ຈະຜັກດັນຕົນເອງໄປຫາເງິນເຂົ້າມາໄດ້ເພີ່ມເຕີມ ຄວາມຮັກ ມີໂຊກທາງດ້ານຄວາມຮັກ ມີໂອກາດພົບຄົົນທີ່ມີສະເໜ່ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີແດງ ເລກນຳໂຊກ 9 ຄົນເກີດວັນອັງຄານ:ການງານ ຈະພົບອຸປະສັກ ແຕ່ກໍສາມາດທີ່ຈະພິຈາລະນາຕັດສິນໃຈແກ້ໄຂບັນຫາສະເພາະໜ້າໄດ້ດີ ການເງິນ ມີທັງຮັບທັງຈ່າຍສະລັບກັນໄປໃນຊ່ວງນີ້ ຄວາມຮັກ ລະວັງການຂັດແຍ້ງໃນເລື່ອງນ້ອຍໆ ເພາະຄວາມຫຶງຫວງ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ ສີເຫຼືອງ ເລກນຳໂຊກ 4 ຄົນເກີດວັນພຸດ:ການງານ ຈະພົບໂອກາດໃໝ່ ທາງທຸລະກິດທີ່ສົ່ງຜົນຕໍ່ຜົນປະໂຫຍດທີ່ດີຕໍ່ຕົນເອງ ການເງິນ ໂຊກດີຈະໄດ້ເງິນກ້ອນໃຫຍ່ຈາກຊັບສິນ ຄວາມຮັກ […]
ແຈ້ງການ ນ້ຳປະປານະຄອນຫຼວງວຽງຈັນ ຈະປິດນ້ຳໄວ້ໃນວັນທີ 22 ສິງຫາ 2023

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການຕິດຕັ້ງລະບົບປໍ້າດູດນໍ້າດິບ ເບີ 1 ຂະຫນາດ 115 KW ແລະ ຕັດທໍ່ຂະໜາດ 200 HDPE ເພື່ອຕິດຕັ້ງໝໍ້ເເທກນໍ້າ (Master meter) ຂະໜາດ 150 mm ໃນວັນທີ 22 ສິງຫາ 2023 ເລີ່ມແຕ່ 9:00ໂມງ ຫາ 16:00ໂມງ ຢູ່ເມືອງໄຊທານີ, ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ ໃນເຂດບ້ານດັ່ງກ່າວ. ໃນໄລຍະການສ້ອມແປງນີ້, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຊຶ່ງປະກອບມີ 24 ບ້ານ ຄື: 17 ບ້ານເຂດເມືອງໄຊທານີ ມີບ້ານ ໂພນຄໍາ, ນາລ້ອມ, ໜອງບົວ, ນາສາລາ, ນາມົນ, ດົງບັງ, ໂຄກສີວິໄລ, […]
ອົດສະຕຣາລີ ມອບເຄື່ອງຊ່ວຍເຫຼືອເພື່ອຕອບໂຕ້ໄພພິບັດສຸກເສີນໃນລາວ

ໃນວັນຈັນ ທີ 21 ສິງຫານີ້, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ມອບເຄື່ອງບັນເທົາທຸກຊ່ວຍເຫຼືອວຽກງານດ້ານມະນຸດສະທໍາ ຈໍານວນ 13 ໂຕນ ເພື່ອຮັບມື ກັບໄພພິບັດສຸກເສີນ ເຊິ່ງຕາງຫນ້າຈາກລັດຖະບານລາວໃນການຮັບເອົາເຄື່ອງບັນເທົາທຸກເຫຼົ່ານີ້ ໂດຍ ພະນະທ່ານ ລີປາວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະ ຫນາມບິນສາກົນວັດໄຕ. ເຄື່ອງບັນເທົາທຸກດ້ານວຽກງານມະນຸດສະທໍາໄດ້ຖືກຈັດສົ່ງໂດຍເຮືອບິນຂອງກອງທັບອາກາດອົດສະ ຕຮາລີ ເຊິ່ງການສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາເຫຼົ່ານີ້ ແມ່ນສ່ວນຫນຶ່ງຂອງກິດຈະກໍາຮ່ວມມື ດ້ານວຽກງານການປ້ອງກັນຊາດໃນ ສປປ ລາວ ແລະ ບັນດາປະເທດໃນພາກພື້ນ. ຍິນດີທີ່ໄດ້ສະຫນັບສະຫນູນລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງໃນການກຽມ ຄວາມພ້ອມເພື່ອຮັບມືກັບໄພພິບັດສຸກເສີນ, ການສົ່ງເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດໃນຄັ້ງນີ້ແມ່ນ ທ່ວງທັນກັບຄວາມຕ້ອງການຂອງລັດຖະບານລາວ ໃນຂະນະທີ່ລັດຖະບານລາວກໍາລັງຕອບໂຕ້ກັບໄພ ນ້ໍາຖ້ວມທີ່ກໍາລັງເກີດຂຶ້ນຢູ່ໃນຫຼາຍພາກຂອງປະເທດ.” ທ່ານເອກອັກຄະລັດຖະທູດ ແຄລີ ກ່າວ.ເຄື່ອງຊ່ວຍເຫຼືອສະຫນັບສະຫນູນດ້ານມະນຸດສະທໍາ ມີມູນຄ່າ 120.000 ໂດລາອົດສະຕຣາລີ (1,5 ຕື້ກີບ) ປະກອບມີ ຊຸດອະນາໄມ 180 ຊຸດ, […]
ເຈົ້າໜ້າທີ່ເມືອງດາກຈຶງ ຢຶດສັດປ່າ ຫລາຍກວ່າ 300 ໂຕ ຈາກການລົງກວດ-ຄົ້ນ ຕາມຕະຫລາດ

ໜ່ວຍງານບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແຂວງເຊກອງ ພ້ອມດ້ວຍເຈົ້າໜ້າທີ່ຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງດາກຈຶງ ໄດ້ລົງເຄື່ອນໄຫວກວດກາ ການລັກລອບ ຄ້າ-ຂາຍ ສັດປ່າ ໂດຍສະເພາະສັດປ່າທີ່ນອນຢູ່ໃນ ບັນຊີ I (ປະເພດຫວງຫ້າມ) ແລະ ບັນຊີ II (ປະເພດຄຸ້ມຄອງ) ຕາມເສັ້ນທາງ ແລະ ຕະຫລາດ ເຂດເທສະບານ ເມືອງດາກຈຶງ ໃນວັນທີ 16-17 ສິງຫາ ຜ່ານມາ ແລະ ສາມາຢຶກສັດປ່າໄດ້ຫລາຍກວ່າ 300 ໂຕ. ຈາກການລົງກວດກາ ເປັນເວລາ 2 ວັນ ສາມາຢຶດ ສັດປ່າທີ່ຕາຍແລ້ວ 36 ໂຕ ລວມມີ ກະຮອກແດງ, ບ່າງໃຫຍ່, ບ່າງລາຍ, ໄກ່ຂົວ, ນົກເຂົາ ແລະ ອື່ນໆ. ພ້ອມນີ້ຍັງມີສັດປ່າທີ່ຍັງມີຊີວິດ 302 ໂຕ ປະກອບມີ: ນົກປະຫລຽວ/ນົກຂວາກ, […]
ດວງລາຍວັນປະຈໍາວັນຈັນ ທີ 21 ສິງຫາ 2023

ຄົນເກີດວັນອາທິດ:ການງານ ມີເຕັກນິກໃນການເຮັດທຸລະກິດການງານ ສ້າງສັນຜົນງານ ຫຼືສະເໜີໂປຣເຈັກງານຕ່າງໆ ໄດ້ຢ່າງດີເລີດໃນໄລຍະນີ້ ການເງິນ ໂຊກດີທີ່ວ່າຈະມີບໍລິວານ ຫຼື ຜູ້ໃຫຍ່ຄອຍຖ້າໃຫ້ການອຸປະຖຳຊ່ວຍເຫຼືອດ້ານການເງິນສະເໝີ ຄວາມຮັກ ກັບຄົນທີ່ຄົບຫາຢູ່ເໝືອນຈະດີແຕ່ກໍຍັງບໍ່ແມ່ນ ມີຂໍ້ຂັດແຍ້ງບາງຢ່າງທີ່ບໍ່ອາດຈະແກ້ໄຂໄດ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີບົວ ເລກນຳໂຊກ 8 ຄົນເກີດວັນຈັນ:ການງານ ດ້ວຍຄວາມສະຫຼຽວສະຫຼາດໃນການເຈລະຈາ ຈະເຮັດໃຫ້ໄດ້ຮັບຜົນປະໂຫຍດບາງຢ່າງໃນຕອນນີ້ ການເງິນ ລະວັງການຕາມໃຈຕົນເອງໃນເລື່ອງຂອງການໃຊ້ເງິນ ຫຼື ການນຳເງິນໃນອະນາຄົດອອກມາໃຊ້ຈ່າຍ ຄວາມຮັກ ຍັງບໍ່ຕັດສິນໃຈທີ່ຈະເລືອກໃຜ ກຳລັງຫາລູ່ທາງເຮັດທຸລະກິດ ທໍາມາມາຫາກິນຫຼາຍກວ່າທີ່ຈະເນັ້ນດ້ານຄວາມຮັກໃນໄລຍະນີ້ ເຄື່ອງມຸງຄຸນ ຫິນນໍາໂຊກສີບົວ ສີມຸງຄຸນ ສີມ່ວງ ເລກນຳໂຊກ 1 ຄົນເກີດວັນອັງຄານ:ການງານ ລູກນ້ອງ ບໍລິວານຈະຄອຍຖ້າຊ່ວຍເຫຼືອທາງດ້ານການງານໃຫ້ເກີດຄວາມສຳເລັດທີ່ດີໄດ້ສະເໝີ ການເງິນ ຫາໄດ້ຫຼາຍກໍຕ້ອງໃຊ້ອອກໄປຫຼາຍໃນໄລຍະນີ້ ມີເລື່ອງເລັ່ງດ່ວນທີ່ຕ້ອງໃຊ້ເງິນເປັນຈຳນວນຫຼາຍ ຄວາມຮັກ ຍັງເບິ່ງໆ ຢູ່ຫຼາຍກວ່າ ຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມຮັກໃນໄລຍະນີ້ນັ້ນເອງ ເຄື່ອງມຸງຄຸນ ຄໍາຝຣັ່ງສີມຸງຄຸນ ສີຂຽວ ເລກນຳໂຊກ 0 ຄົນເກີດວັນພຸດ:ການງານ ເປັນຄົນເກັ່ງ ເຮັດວຽກເກັ່ງ ບໍລິຫານຈັດການໄດ້ຢ່າງດີເດັ່ນ ໃນໄລຍະນີ້ຈະໄດ້ຮັບຄຳຊື່ນຊົມ […]
ເຈົ້າໜ້າທີ່ຄຸມຕົວຊາຍ 2 ຄົນ ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ

ເຈົ້າໜ້າທີ່ຄຸມຕົວຊາຍໄວໜຸ່ມ 2 ຄົນ ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ (ຊຸດດຳ)ໃນເວລາ 23 ໂມງ 30 ນາທີ ຂອງວັນທີ 17/08/2023 ໄດ້ມີເຈົ້າໜ້າທີ່ຕຳຫຼວດປ້ອງກັນເຄື່ອນທີ່ໄດ້ອອກເຄື່ອນໄຫວລາດຕະເວນທົ່ວເຂດເທດສະບານນະຄອນໄກສອນ ແຂວງສະຫວັນນະເຂດ ແລ້ວໄດ້ພົບເຫັນຊາຍໄວລຸ້ນຈຳນວນ 02 ຄົນໄດ້ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ (ຊຸດດຳ). ຈາກນັ້ນ, ຈຶ່ງນຳເອົາຕົວພວກກ່ຽວເຂົ້າມາມອບໃຫ້ເຈົ້າໜ້າທີ່ຕຳຫຼວດພະແນກສອບສວນຄະດີອາຍາ. ຜ່ານການສືບສວນ-ສອບສວນພວກກ່ຽວທັງ 02 ຄົນ ໄດ້ຮັບສາລະພາບວ່າ ຜ່ານມາພວກຕົນແມ່ນເຄີຍແຕ່ງກາຍນຸ່ງຊຸດເຄື່ອງແບບຊຸດດຳໃນຄັ້ງ ວັນທີ 15/08/2023 ໃນເວລາ 21 ໂມງ ແລ້ວໄດ້ພາກັນຂັບຂີ່ລົດໃສ່ໝວກກັນກະທົບ ແລະ ອອກເລາະຕາມເສັ້ນທາງເມື່ອຫາກພົບເຫັນຄົນຊ້ອນລົດຈັກກັນ 03 ຄົນ ຫຼື ວ່າລົດມີການດັດແປງແລ້ວແມ່ນໄດ້ຂີ່ລົດຈັກໄລ່ນຳເຊິ່ງພວກກ່ຽວໄດ້ເຮັດມາແລ້ວຫຼາຍຄັ້ງແລ້ວ ມາໃນຄັ້ງນີ້ແມ່ນພວກກ່ຽວໄດ້ຂີ່ລົດຈັກມາຈອດຢູ່ຈຸດ 03 ແຍກ ຕໍ່ໜ້າກັບທະນາຄານກາງຫຼັກ 04 ແລ້ວ ມີເຈົ້າໜ້າທີ່ຕຳຫຼວດເຂົ້າມາຄຸມຕົວມາສອບສວນຕາມຂັ້ນຕອນຂອງກົດໝາຍ ເຊິ່ງເຫດການດັ່ງກ່າວແມ່ນມັນໄດ້ແຕະຕ້ອງເຖິງຄວາມບໍ່ເປັນລະບຽບຮ້ອຍຢູ່ໃນສັງຄົມສ້າງຄວາມເສຍຫາຍໃຫ້ແກ່ຄົນທົ່ວໄປ ແລະ ເຊື່ອມເສຍພາບພົດຂອງພະນັກງານພັກ-ລັດທີ່ພວກເຂົາປະຕິບັດວຽກງານຕົວຈິງຢູ່ໃນສັງຄົມ. ທີ່ມາ ປກສ ສະຫວັນນະເຂດ
ເຈົ້າໜ້າທີ່ ຢຶດຢາໄອສ໌ 840 ກວ່າກິໂລກຼາມທີ່ແຂວງບໍ່ແກ້ວ

ໃນວັນທີ 8-9 ສິງຫາ 2023 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວ ສົມທົບກັບກອງກໍ່ສ້າງຮາກຖານການເມືອງ 918 ໄດ້ກວດກາລາດຕະເວນຕາມຄວາມຮັບ ຜິດຊອບລະຫວ່າງບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ແລະ ບ້ານສີດອນມີ ພົບເຫັນຢາເສບຕິດ ປະເພດຢາໄອສ໌ 840 ກວ່າກິໂລກຼາມ ແລະ ລົດກະບະ 2 ຄັນ ສ່ວນຜູ້ຖືກຫາແມ່ນເອົາຕົວຫຼົບໜີ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 8 ສິງຫາ 2023, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງກວດກາລາດຕະເວນຂອບເຂດບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ພົບເຫັນຖົງສີດຳ ຈຳນວນ 4 ຖົງຢູ່ແຄມຝັ່ງແມ່ນໍ້າຂອງ ຫ່າງຈາກບ້ານດອນສະຫວັນ ປະມານ 300 ແມັດ ຈຶ່ງໄດ້ກວດກາຊັນລະສູດສະຖານທີ່ ແລະ ຖົງດຳຈຳນວນດັ່ງກ່າວ ຈຶ່ງສາມາດລະບຸໄດ້ວ່າຢາເສບຕິດທີ່ຢູ່ໃນຖົງນັ້ນແມ່ນປະເພດຢາໄອສ໌ ຈຳນວນ 120 ຫໍ່ ເທົ່າກັບ […]
ດວງລາຍວັນປະຈໍາວັນອາທິດ ທີ 20 ສິງຫາ 2023

ຄົນເກີດວັນອາທິດ:ການງານຄວາມສະຫຼຽວສະຫຼາດຂອງຕົນເອງສາມາດສ້າງຜົນງານ ແລະ ສ້າງຄວາມສຳເລັດ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຢ່າງຫຼາຍໃນໄລຍະນີ້ ຄວາມຮັກຈະຄົບຫາກັບຄົນທີ່ເຂົ້າມາແບບເບິ່ງໃຈກັນໄປກ່ອນຫຼາຍກວ່າ ແລະ ຍັງບໍ່ຕັດສິນໃຈດ້ານຄວາມຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ9 ຄົນເກີດວັນຈັນ:ການງານລະວັງການລົງທຶນ ທີ່ຈະຕ້ອງໃຊ້ເງິນອອກໄປເປັນຈຳນວນຫຼາຍ ການເງິນໃນໄລຍະນີ້ ບໍ່ສາມາດທີ່ຈະຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກຈະພົບຄົນທີ່ມີອາຍຸຕ່າງກັນ ທ່ານເປັນຄົນທີ່ສຸຂຸມຮອບຄອບ ແຕ່ເວລາທີ່ມີໃຫ້ກັນກໍບໍ່ຄ່ອຍປານໃດ ເຄື່ອງມຸງຄຸນສາຍຄໍ ສີມຸງຄຸນສີສົ້ມ ເລກນຳໂຊກ0 ຄົນເກີດວັນອັງຄານ:ການງານມີເປົ້າໝາຍທີ່ຊັດເຈນໃນການສ້າງຄວາມສຳເລັດໃຫ້ກັບຕົນເອງ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫຼອດ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ ຄວາມຮັກສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ມີໂອກາດພົບຮັກ ພົບຄົນທີ່ຖືກໃຈ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ5 ຄົນເກີດວັນພຸດ:ການງານໄລຍະນີ້ການງານນັ້ນພົບອຸປະສັກ ແລະ ພົບການປ່ຽນແປງຕ່າງໆ ການເງິນ ຫາເງິນມາໄດ້ຫຼາຍກໍໃຊ້ອອກໄປຫຼາຍດ້ວຍເຊັ່ນກັນ ຄວາມຮັກບໍ່ຄ່ອຍມີເວລາໃຫ້ກັບຄົນຮັກປານໃດໃນໄລຍະນີ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີເທົາ ເລກນຳໂຊກ4 ຄົນເກີດວັນພະຫັດ:ການງານຈະໃຊ້ເງິນລົງທຶນອອກໄປຈຳນວນໜຶ່ງ ເພື່ອທີ່ຈະເຮັດໃຫ້ໄດ້ກຳໄລເພີ່ມຂຶ້ນ ການເງິນໄລຍະນີ້ຢູ່ໃນເກນທີ່ຈະຕ້ອງຈ່າຍເງິນເພື່ອຊ່ວຍເຫຼືອໝູ່ເພື່ອນ ຫຼືບໍລິວານ ຄວາມຮັກຈະພົບຮັກກໍເປັນໄປໄດ້ໃນໄລຍະນີ້ ການງານນຳພາມາໃຫ້ພົບກັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີຂາວ ເລກນຳໂຊກ6 ຄົນເກີດວັນສຸກ:ການງານ ຕ້ອງໃຊ້ຄວາມຮອບຄອບຫຼາຍໆ ໃນເລື່ອງຂອງການຈັດການບັນຫາຕ່າງໆ ການເງິນ ເຈລະຈາຕໍ່ລອງທາງດ້ານການເງິນປະສົບຄວາມສຳເລັດ ຄວາມຮັກສົມປາດຖະຫນາໃນແບບທີ່ຕົນເອງນັ້ນຄາດຫວັງເອົາໄວ້ […]
ດວງລາຍວັນປະຈໍາວັນເສົາ ທີ 19 ສິງຫາ 2023

ຄົນເກີດວັນອາທິດ:ການງານຕັດສິນໃຈເລີ່ມເຮັດທຸລະກິດໃໝ່ໂດຍບໍ່ທັນຕັ້ງໂຕ ການເງິນຈະພົບຜູ້ອຸປະຖຳທາງດ້ານການເງິນ ຄວາມຮັກຄວາມສຳພັນລົງຕົວມີຄວາມສຸກໃນທຸກໆຢ່າງ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ4 ຄົນເກີດວັນຈັນ:ການງານ ເຮັດທຸລະກິດຈະການຄ້າເຄື່ອງມືສື່ສານ ຫລື ເຮັດທຸລະກິດດ້ານການຄ້າອາຫານຈະໄດ້ຮັບຜົນກຳໄລດີ ການເງິນຈະພົບເລື່ອງຄຽດກ່ອນແລ້ວຈະໄດ້ເງິນເຂົ້າມາ ຄວາມຮັກຈະພົບຮັກຈາກການຕິດຕໍ່ງານ ອາດເປັນຄົນທີ່ຮ່ວມໜ້າວຽກດຽວກັນ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີດໍາ ເລກນຳໂຊກ2 ຄົນເກີດວັນອັງຄານ:ການງານເກີດຄວາມຜິດພາດແຕ່ສາມາດແກ້ໄຂບັນຫາສະເພາະໜ້າໄດ້ ການເງິນຜູ້ໃຫຍ່ຈະຄອຍຖ້າອຸປະຖຳດ້ານການເງິນ ໃຫ້ທ່ານໄດ້ດີ ຄວາມຮັກຈະຕົກຢູ່ໃນສະຖານນະການຮັກຊ້ອນ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ 6 ຄົນເກີດວັນພຸດ:ການງານຈະເຮັດທຸລະກິດງານໃດປະສົບຄວາມກ້າວໜ້າ ແລະ ສຳເລັດ ການເງິນຊ່ວງນີ້ຈະມີເງິນເຫຼືອເກັບເພາະຜູ້ໃຫຍ່ອຸປະຖຳໃນທຸກໆດ້ານ ຄວາມຮັກຈະພົບຄູ່ແທ້ຫລືຄູ່ຄອງທີ່ດີເຂົ້າມາໃຫ້ຮູ້ຈັກກັນ ເຄື່ອງມຸງຄຸນ ຄໍາ ສີມຸງຄຸນສີເຫຼືອງ ເລກນຳໂຊກ2 ຄົນເກີດວັນພະຫັດ:ການງານມີໂອກາດໄດ້ເລີ່ມເຮັດໂປຣເຈັກ໌ໃໝ່ຈະປະສົບຜົນສຳເລັດ ການເງິນຄອບຄົວຈະຄອຍຖ້າອຸປະຖຳດ້ານການເງິນໃຫ້ແກ່ທ່ານ ຄວາມຮັກ ຕົນເອງມີສະເໜ່ຫລາຍຈຶ່ງມີຄົນເຂົ້າມາທັກທາຍຫລາຍຂຶ້ນ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີຟ້າ ເລກນຳໂຊກ2 ຄົນເກີດວັນສຸກ:ການງານສາມາດເຈລະຈາທາງທຸລະກິດຈະປະສົບຄວາມສຳເລັດ ການເງິນມີໂຊກ ມີໂອກາດໄດ້ຮັບເງິນເຂົ້າມາໃນການແກ້ໄຂບັນຫາ ຄວາມຮັກມີໂອກາດຕົກຢູ່ໃນສະຖານນະການຮັກຊ້ອນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີຂຽວ ເລກນຳໂຊກ 0 ຄົນເກີດວັນເສົາ :ການເງິນຈະມີໂຊກໃນດ້ານການສ່ຽງໂຊກ ເພາະເປັນມື້ທີ່ດວງດີຫຼາຍ ຄວາມຮັກ ມີໂອກາດພົບຄົົນທີ່ໝັ່ນໃຈຕົນເອງ ເກັ່ງ […]
ຂ່າວດີ ຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ວັນທີ 7 ສິງຫາ ຫາ 15 ກັນຍາ 2023

ຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ວັນທີ 7 ສິງຫາ ຫາ 15 ກັນຍາ 2023.ອີງຕາມຂໍ້ມູນຈາກສູນຂ່າວສານການແພດ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ທີມແພດຊ່ຽວຊານຈີນ ຮ່ວມກັບໂຮງໝໍສູນກາງ 103 ກອງທັບ, ສືບຕໍ່ໂຄງການຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ, ຢູ່ທີ່ ໂຮງໝໍສູນກາງ 103 ກອງທັບ, ນະຄອນຫຼວງວຽງຈັນ ເຊິ່ງຈະເລີ່ມຕັ້ງແຕ່ 7 ສິງຫາ ຫາ 15 ກັນຍາ 2023 ເວລາ 8:30 ໂມງ ຈາກຂໍ້ມູນຫົວຫນ້າສູນປິ່ນປົວ ແລະ ສຸຂະພາບຕາທົ່ງປົ່ງໃຫ້ຮູ້ວ່າ: ພະຍາດແກ່ນຕາຂຸ້ນເປັນສາເຫດພາໃຫ້ຕາບອດ ກິດຈະກຳຄັ້ງນີ້ ເພື່ອຊ່ວຍ ສປປ ລາວ ລົບລ້າງພະຍາດແກ່ນຕາຂຸ້ນໃຫ້ຫມົດໄປ. ຂັ້ນຕອນການຜ່າຕັດໃຊ້ເວລາ 20 ນາທີ, ໄວ ແລະ ປອດໄພ, ເພື່ອຟື້ນຟູສາຍຕາ ແລະ ປັບປຸງຄຸນນະພາບຊີວິດໃຫ້ແກ່ປະຊາຊົນລາວ. ສອບຖາມຂໍ້ມູນ ໂທ: ພະນັກງານໂຄງການ 020 22113328 ທ່ານ ດຣ […]