ດວງ-Tou-Vientianepost - 2023-08-19T102237.258
ເຈົ້າໜ້າທີ່ ຢຶດຢາໄອສ໌ 840 ກວ່າກິໂລກຼາມທີ່ແຂວງບໍ່ແກ້ວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 19 ເດືອນສິງຫາ, 2023
ໝວດ: ຂ່າວ

ໃນວັນທີ 8-9 ສິງຫາ 2023 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວ ສົມທົບກັບກອງກໍ່ສ້າງຮາກຖານການເມືອງ 918 ໄດ້ກວດກາລາດຕະເວນຕາມຄວາມຮັບ ຜິດຊອບລະຫວ່າງບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ແລະ ບ້ານສີດອນມີ ພົບເຫັນຢາເສບຕິດ ປະເພດຢາໄອສ໌ 840 ກວ່າກິໂລກຼາມ ແລະ ລົດກະບະ 2 ຄັນ ສ່ວນຜູ້ຖືກຫາແມ່ນເອົາຕົວຫຼົບໜີ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 8 ສິງຫາ 2023, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງກວດກາລາດຕະເວນຂອບເຂດບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ພົບເຫັນຖົງສີດຳ ຈຳນວນ 4 ຖົງຢູ່ແຄມຝັ່ງແມ່ນໍ້າຂອງ ຫ່າງຈາກບ້ານດອນສະຫວັນ ປະມານ 300 ແມັດ ຈຶ່ງໄດ້ກວດກາຊັນລະສູດສະຖານທີ່ ແລະ ຖົງດຳຈຳນວນດັ່ງກ່າວ ຈຶ່ງສາມາດລະບຸໄດ້ວ່າຢາເສບຕິດທີ່ຢູ່ໃນຖົງນັ້ນແມ່ນປະເພດຢາໄອສ໌ ຈຳນວນ 120 ຫໍ່ ເທົ່າກັບ 120 ກິໂລກຼາມ.

ສ່ວນວັນທີ 9 ສິງຫາ 2023, ເວລາ 1:45 ໂມງ ພະນັກງານກໍ່ສ້າງຮາກຖານການເມືອງ ປະຈຳຢູ່ບ້ານສີດອນມີ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ຈະມີກຸ່ມຄົນບໍ່ດີຂົນສົ່ງຢາເສບຕິດ ຈຶ່ງໄດ້ອອກກວດກາລາດຕະເວນພົບເຫັນກຸ່ມຄົນຈໍານວນໜຶ່ງກຳລັງຂົນຢາເສບຕິດຂຶ້ນລົດຢູ່ທ່ານໍ້າຫົວ ບ້ານສີດອນມີ ເມື່ອພວກເຂົາເຫັນເຈົ້າ ໜ້າທີ່ແລ້ວ ກໍໄດ້ເອົາຕົວຫຼົບໜີ ລົງໄປທາງແຄມນໍ້າຂອງ. ຫຼັງຈາກນັ້ນ, ກໍໄດ້ຍິນສຽງປືນດັງຂຶ້ນປະມານ 5 ຫາ10 ນັດ ແຕ່ບໍ່ຮູ້ວ່າແມ່ນພາກສ່ວນໃດເປັນຜູ້ຍິງ ແລະ ເຈົ້າ ໜ້າທີ່ໄດ້ເຂົ້າໄປກວດກາພົບເຫັນລົດ 2 ຄັນ ຄື: ລົດວີໂກ້ 1 ຄັນ ມີຢາໄອສ໌ບັນຈຸຢູ່ 18 ເປົາ ແລະ ເປົາບັນ ຈຸຖົງຢາງ 1 ເປົາ; ສ່ວນລົດຣີໂວ້ 1 ຄັນ ໝາຍເລກທະບຽນ ກກ 4844 ບໍ່ແກ້ວ ມີຈຳນວນ 7 ເປົາ.

ຫຼັງຈາກນັ້ນ, ໄດ້ປະສານຫາກອງກໍ່ສ້າງຮາກຖານ 918 ແລະ ກອງຮ້ອຍທະຫານຊາຍ ແດນ ຄ 122 ເພື່ອມາເຄື່ອນຍ້າຍຢາເສບຕິດຈຳນວນດັ່ງກ່າວ. ສໍາລັບລົດທັງ 2 ຄັນແມ່ນເຈົ້າໜ້າທີ່ຮາກຖານ ແລະ ທະຫານຊາຍແດນ ໄດ້ຍາມໄວ້ຢູ່ຈຸດເກີດເຫດ ເພາະວ່າບໍ່ມີກະແຈລົດ; ໃນນັ້ນ, ຜ່ານກວດກາລົດທັງ 2 ຄັນ ເຫັນວ່າ ມີຢາເສບຕິດ ປະເພດຢາໄອສ໌ ຈໍານວນ ທັງໝົດມີ 25 ເປົາ ແລະ ເປົາຖົງຢາງບັນຈຸຢາເສບຕິດ ຈໍານວນ 1 ເປົາ, ມີຢາເສບຕິດປະເພດຢາໄອສ໌ ຈຳນວນ 720 ຫໍ່ ນໍ້າ ໜັກ 720 ກິໂລກຼາມ ແລະ ປຶ້ມທະບຽນລົດ, ໃບທະບຽນລົດ ແລະ ໃບຂັບຂີ່ອອກ ຊື່ ທ້າວ ອາກອງ ຢູ່ເມືອງຕົ້ນເຜິ້ງ ແລະ ເອກະສານເຊົ່າສິນເຊື່ອຂອງ ນາງ ຈັນຟອງ ຢູ່ບ້ານນໍ້າເກີງໃໝ່ ເມືອງຕົ້ນເຜິ້ງ.

ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ ຂອງ ປກສ ແຂວງບໍ່ແກ້ວ ພວມດຳເນີນການສືບສວນ-ສອບສວນຫາເຈົ້າຂອງຢາມາດຳເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: ຄວາມສະຫງົບ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (20)
ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ
ek
ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023
ດວງ-Tou-Vientianepost (17)
ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ
ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ek
ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023
ek
ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023
ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ດວງ-Tou-Vientianepost (5)
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຢ່າລື່ມກົດຕິດຕາມ