ສະພາແຫ່ງຊາດ ສະເໜີລັດຖະບານ ເພີ່ມທະວີ ຕິດຕາມວຽກງານແຮ່ທາດ ເພື່ອບໍ່ໃຫ້ລັດເສຍຜົນປະໂຫຍດ

ສະພາແຫ່ງຊາດ ສະເໜີລັດຖະບານ ເພີ່ມທະວີ ຕິດຕາມວຽກງານແຮ່ທາດ ເພື່ອບໍ່ໃຫ້ລັດເສຍຜົນປະໂຫຍດ ຂປລ. ການຄຸ້ມຄອງແຮ່ທາດໃນໄລຍະຜ່ານມາ ເຖິງວ່າ ລັດ ຖະບານ ໄດ້ມີຄວາມເອົາໃຈໃສ່ໃນຫລາຍດ້ານ ແຕ່ຍ້ອນ ຄວາມຮູ້ ແລະ ຄວາມສາມາດ ທາງດ້ານວິທະຍາສາດ, ວິຊາ ການ ກ່ຽວກັບແຮ່ທາດ ຂອງປະເທດເຮົາ ຍັງມີຂໍ້ຈໍາກັດ, ຍັງຂາດເຂີນເຄື່ອງຈັກ ແລະ ເຕັກໂນໂລຊີ ທີ່ທັນສະໄໝ, ສະນັ້ນ, ສະພາແຫ່ງຊາດ ຈຶ່ງໄດ້ມອບໃຫ້ ລັດຖະບານ ກໍຄື ຂະແໜງການທີ່ກ່ຽວຂ້ອງ ເພີ່ມທະວີຄວາມເອົາໃຈໃສ່ ໃນການຄຸ້ມຄອງ, ຕິດຕາມກວດກາ ວຽກງານແຮ່ທາດ ເພື່ອບໍ່ໃຫ້ລັດ ເສຍຜົນປະໂຫຍດ, ເພີ່ມທະວີ ເອົາໃຈໃສ່ພັດທະນາ ບຸກຄະລາກອນດ້ານແຮ່ທາດ ໃຫ້ຕອບສະໜອງກັບວຽກ ງານໄລຍະໃໝ່, ພ້ອມທັງ ຕິດຕາມການດໍາເນີນໂຄງການບໍ່ແຮ່ຕ່າງໆ ໃຫ້ມີຄວາມໂປ່ງໃສ່, ສອດຄ່ອງກັບກົດໝາຍ, ຮັບປະກັນດ້ານລາຍຮັບຂອງລັດ ໃຫ້ໄດ້ຫລາຍເທົ່າທີ່ຈະຫລາຍໄດ້. ພ້ອມກັນນັ້ນ, ກໍໃຫ້ເລັ່ງປັບປຸງລັດວິສາຫະກິດແຮ່ທາດລາວ ໃຫ້ມີຄວາມເຂັ້ມແຂງ ເພື່ອຮອງຮັບການພັດ ທະນາຂົງເຂດ ດັ່ງກ່າວ. ທ່ານ […]

ດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານທ່ານແກ້​ບັນຫາ​ສະເພາະ​ໜ້າ​ໄດ້​ດີຈະສົ່ງຜົນດີໃນດ້ານການງານ ການ​ເງິນມີ​ໂຊກ​ຈະ​ໄດ້ຮັບ​ຊັບສິນ ຮັບເງິນຈາກຜູ້ໃຫຍ່ ເພາະຜູ້ໃຫຍ່ຊ່ວຍອຸປະຖໍາ ຄວາມ​ຮັກລະ​ວັງ​ເກີດ​ຄວາມ​ຫຶງ​ຫວງ​ໃນ​ຄວາມ​ສຳພັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນ​ສີເຫຼືອງ ເລກ​ນຳ​ໂຊກ​2 ຄົນເກີດວັນຈັນ:ການ​ງານ​ ໄດ້​ສະແດງ​ສີ​ມື​ໂຊ​ຜົນ​ງານ​ໂດດ​ເດັ່ນ​ເກີດ​ຄວາມ​ສຳ​ເລັດ ການ​ເງິນ​ເກີດ​ການ​ປ່ຽນ​ແປງ​ດ້ານ​ຖານະຄວາມ​ຮັ່ງມີ ຄວາມ​ຮັກ​ເກີດ​ຄວາມ​ສຳພັນ​ທີ່​ດີ​ມີ​ຄວາມ​ສຸກລະຫວ່າງທ່ານກັບຄົນຮັກ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​7 ຄົນເກີດວັນອັງຄານ:ການ​ງານການ​ເຈລະ​ຈາ​ທຸລະກິດ​ເກີດ​ຄວາມ​ຊັກຊ້າ ຕ້ອງລະວັງເລື່ອງການງານ ການ​ເງິນ​ໄດ້​ເງິນ​ຈາກ​ການ​ເຮັດ​ວຽກງານ​ພິເສດຫາເງິນຫຼາຍໆຊ່ອງທາງຈະເຮັດໃຫ້ທ່ານມີເງິນເກັບ ຄວາມ​ຮັກເກີດ​ບັນຫາ​ເລື່ອງ​ຫຶງ​ຫວງກັບຄົນຮັກ ເພາະເປັນໄລຍະທ່ານແລະຄົນຮັກມີບັນຫາກັນ ​ເຄື່ອງມຸງຄຸນ​  ​ເງິນ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​  4 ຄົນເກີດວັນພຸດ:ການ​ງານອາດ​ເກີດ​ຄວາມ​ຜິດ​ພາດ​ໃນ​ການ​ລົງ​ທຶນ ການ​ເງິນການ​ໃຊ້​ເງິນໃນການແກ້ໄຂບັນຫາ​ຈະ​ເຮັດໃຫ້​ໄດ້​ເງິນຂອງທ່ານອາດບໍ່ພໍໃຊ້ຈ່າຍ ຄວາມ​ຮັກພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີແຕ່ຈະເປັນຄົນທີ່ຂີ້ອາຍ ເຄື່ອງມຸງຄຸນ​​  ໄຂມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​2 ຄົນເກີດວັນພະຫັດ:ການ​ງານຄວນ​ເຮັດ​ທຸລະ​ກິດຈະການ​ຄ້າ​ແບບ​ສາຍ​ດ່ຽວ​ຈະ​ເຮັດໃຫ້ຮັ່ງມີ ການ​ເງິນ​ຈະ​ມີຜູ້ຊ່ວຍອຸປະຖຳ​ທາງດ້ານການເງິນເມື່ອທ່ານຕ້ອງການ ຄວາມ​ຮັກຈະ​ພົບ​ເລື່ອງ​ຄວາມ​ສຳພັນ​ບໍ່​ຊັດເຈນ ຕ້ອງລະວັງຄົນຮັກໃຫ້ຫຼາຍ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​3 ຄົນເກີດວັນສຸກ:ການ​ງານຈະໄດ້ຮັບ​ຂ່າວ​ດີ​ໄດ້​ເລີ່ມ​ໂປຣ​ເຈັກ​ວຽກງານ​ໃໝ່ ການ​ເງິນພົບ​ເລື່ອງ​ເສຍ​ເງິນ​ແບບ​ຄາດ​ບໍ່​ເຖິງ ອາດເປັນການຊື້ສິ່ງຂອງທີ່ບໍ່ຈຳເປັນ ຄວາມ​ຮັກ​​ຖືວ່າເປັນໄລຍະເວລາທີ່ທ່ານກັບຄົນຮັກມີເວລາໃຫ້ກັນຫຼາຍວ່າປົກກະຕິ ເຄື່ອງມຸງຄຸນ​​ຄໍາຝຣັ່ງ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​1 ຄົນເກີດວັນເສົາ:ການ​ງານ​ອາ​ຊີບ​ນັກ​ຂຽນ ​ຫຼື ການ​ໃຊ້​ຄຳ​ເວົ້າ​ເຈລະ​ຈາ​ເກີດ​ຄວາມ​ສຳ​ເລັດ ການ​ເງິນຖານະ​ການ​ເງິນ​ດີ​ຂຶ້ນ​ເຫັນ​ໄດ້​ແຈ້ງແຕ່ຕ້ອງລະວັງລາຍຈ່າຍ ຄວາມ​ຮັກການເດິນທາງ​ໄກ​ມີ​ໂອ​ກາດ​ໄດ້​ພົບ​ຮັກກັບຄົນຕ່າງຊາດ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​ […]

ຫວຽດນາມ ກຽມລົງທຶນ 2 ພັນກວ່າ​ລ້ານໂດລາ ພັດທະນາໂຄງການໂຮງໄຟຟ້າພະລັງງານລົມ ຢູ່ແຂວງສະຫວັນນະເຂດ

ລັດຖະບານລາວ ແລະ ບໍລິສັດ AMI Renewables Quảng Bình Investment ຈາກຫວຽດນາມ ເຊັນສັນຍາຮ່ວມກັນພັດທະນາໂຄງການໂຮງງານໄຟຟ້າພະລັງງານລົມ ທີ່ແຂວງສະຫວັນນະເຂດໃນພື້ນທີ່ ກວ່າ 2 ພັນເຮັກຕາ ແລະ ມູນຄ່າການລົງທຶນກວ່າ 2 ພັນລ້ານໂດລາ. ໂດຍພິທີເຊັນສັນຍາດັ່ງກ່າວຈັດຂື້ນເມື່ອບໍ່ດົນມານີ້,  ຕາງໜ້າລັດຖະບານລາວລົງນາມໂດຍ ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ Nguyễn Nam Thắng ປະທານບໍສັດAMI Renewables Quảng Bình Investment . ໂຄງການພະລັງງານລົມໃນແຂວງສະຫວັນນະເຂດນີ້ ຈະສາມາດບັນຈຸໄຟຟ້າໄດ້ເຖິງ 1,220MW ເຊິ່ງເປັນອີກສ່ວນໜຶ່ງໃນໂຄງການຂອງລັດຖະບານລາວ ທີ່ຈະສົ່ງອອກພະລັງງານໄຟຟ້າໃຫ້ກັບຫວຽດນາມໃນປີ 2025. ເຊິ່ງໂຄງການດັ່ງກ່າວຍັງຖືເປັນໂຄງການທີ່ໃຫຍ່ທີ່ສຸດຂອງ ຫວຽດນາມທີ່ມາລົງທຶນຢູ່ລາວ. ໃນພິທີເຊັນສັນຍາ ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່  ໄດ້ເນັ້ນຢໍ້າໃຫ້ ບໍລິສັດ ທີ່ມາລົງທຶນ […]

ແຂວງເຊກອງ ເລີກຮື້-ມ້າງຄະດີຢາເສບຕິດໄດ້ 100 ກວ່າເລື່ອງ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ໃນໄລຍະກາງສະໄໝຜ່ານມາ ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງເຊກອງ ແລະ ເມືອງ ໄດ້ສຸມໃສ່ປະຕິບັດວາລະແຫ່ງຊາດ, ແກ້ໄຂບັນຫາຢາເສບຕິດຕາມ 3 ບາດກ້າວ ແລະ ຢຶດໝັ້ນ 3 ຫລັກການຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ຊຶ່ງເຮັດໃຫ້ສາມາດເລີກຮື້ ແລະ ມ້າງລາຍຄະດີຢາເສບຕິດໄດ້ 115 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 117 ຄົນ, ຢຶດຂອງກາງຢາເສບຕິດໄດ້ 90.228 ເມັດ, ລົດໃຫຍ່ 1 ຄັນ, ລົດຈັກ 31 ຄັນ, ໂທລະສັບ 106 ໜ່ວຍ, ປືນແກັບ-ປືນດັດແປງ 4 ກະບອກ ແລະ ເງິນສົດຈໍານວນໜຶ່ງ. ທ່ານ ພັນເອກ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ລາຍງານໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ປກສ ແຂວງ […]

ອຸຕຸເຕືອນ ກຽມຮັບມືຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມໃນທົ່ວທຸກພາກ 10-16 ກໍລະກົດ 2023

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານວ່າ: ຄາດຄະເນສະພາບອາກາດ ໃນໄລຍະວັນທີ 10-16 ກໍລະກົດ 2023 ກົດດັນຕໍ່າຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ, ເຊິ່ງຈະເຮັດໃຫ້ອາກາດຮ້ອນ ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ ບາງທ້ອງຖິ່ນ. ຈາກນັ້ນ ວັນທີ 14-16 ກໍລະກົດ 2023 ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອຂອງປະ ເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມດ້ວຍກໍາລັງປານກາງ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ ຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 22–24 ອົງສາ ແລະ ສູງສຸດ 30 – 32 ອົງສາ. ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ແລະ […]

ເກີດແຜ່ນດິນໄຫວ ຢູ່ເມືອງໄຊສະຖານ ແຂວງໄຊຍະບູລີ ແຮງສັ່ນສະເທືອນ 2,4 ຣິກເຕີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານວ່າ ໃນວັນທີ 10 ກໍລະກົດ 2023 ເວລາ 06:21 ໂມງ ໄດ້ພົບສັນຍານການເກີດ ແຜ່ນດິນໄຫວພາຍໃນປະເທດລາວ 1 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ ຈຸດສູນກາງເສັ້ນຂະໜານທີ 19.543 ອົງສາເໜືອ ແລະ ເສັ້ນແວງທີ 101.334 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຣິກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 3 ກິໂລແມັດ ຈຸດສູນ ກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ຫ່າງຈາກເທດສະບານເມືອງ ປະມານ 14 ກິໂລແມັດ. ເຫດການແຜ່ນດິນໄຫວຍັງບໍ່ມີລາຍງານຜົນເສຍຫາຍ.

ເຫດລົດ 10 ລໍ້ເສຍຫລັກປີ້ນລົງໂຄ້ງ ຢູ່ເຂດເມືອງນອງ ເສຍຊີວິດຄາທີ່ 1 ຄົນ

ເກີດເຫດລົດໃຫຍ່ 10 ລໍ້ປິ້ນ ຢູ່ເສັ້ນທາງໂຮ່ຈີ່ມິນ ໂຄ້ງພູຫ້ວຍພໍ່ ບ້ານນາລົງໃໝ່ ເມືອງນອງ ແຂວງສະຫວັນນະເຂດ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ.ທ່ານ ຮ້ອຍເອກ ລຳພອນ ສຸດລະຄົມ ຮອງພະແນກຕຳຫລວດ ຊີ້ນຳວຽກງານ ຈາລະຈອນແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 5 ກໍລະກົດ 2023 ເວລາ 6: 30 ໂມງ, ໄດ້ຮັບແຈ້ງການຈາກພົນລະເມືອງດີ ພົບເຫັນມີລົດກາມັດ 10 ລໍ້ , ບັນທຸກເຄື່ອງ ໝາຍເລກທະບຽນ (ບກ 0638 ສະຫວັນນະເຂດ) ເກີດບັດຕິເຫດທີ່ເສັ້ນທາງໂຮຈີມິນ, ໂຄ້ງພູຫ້ວຍພໍ່ ລົງຄ້ອຍ ບ້ານນາລົງໃໝ່ ເມືອງນອງ ແຂວງສະຫວັນະເຂດ. ຜູ້ກ່ຽວບັນທຸກເຄື່ອງຈະເດີນທາງໄປເມືອງນອງ ພໍມາຮອດຈຸດດັ່ງກ່າວ ເປັນທາງໂຄ້ງຍາວ ແລະຄ້ອຍຊັນ ບໍ່ສາມາດຄວບຄຸມລົດໄດ້ ຈຶ່ງພາໃຫ້ລົດແລ່ນອອກຈາກທາງປີ້ນລົງໂຄ້ງຂ້າງທາງ ຢູ່ໃນລົດບັນທຸກມີຜູ້ຂັບ 1 ຄົນ, ເຊິ່ງ ເສຍຊີວິດຄາທີ່. ຈາກການຄົ້ນພົບ […]

ດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານລະ​ວັງ​ຄວາມ​ຜິດ​ພາດ​ ເພາະ​ຄວາມ​ໃຈ​ຮ້ອນ​ ໃນ​ເລື່ອງ​ຂອງ​ການ​ວຽກງານ​ຢ່າ​​ດ່ວນ​ສະຫຼຸບ​ ຫຼື​ເລັ່ງ​ຕັດ​ສິນ​ໃຈ​ຢ່າງ​ວ່ອງໄວ​ເກີນ​ໄປ​ ຄວນ​ເຮັດໃຫ້​ຮອບ​ຄອບ​ເອົາ​ໄວ້​ຈະ​ດີ​ທີ່ສຸດ​ ການ​ເງິນມີ​ລາຍ​ຈ່າຍ​ທີ່​ບໍ່​ຄ່ອຍ​ສົມ​ດຸນ​ກັບ​ລາຍ​ຮັບ​ປານໃດ​ ຄວນ​ວາງ​ແຜນ​ການ​ໃຊ້​ເງິນ​ ຫຼື​ເຮັດ​ບັນ​ຊີ​ລາຍ​ຮັບ​ລາຍ​ຈ່າຍ​ເພື່ອ​ໃຫ້​ເຫັນ​ຄ່າ​ໃຊ້​ຈ່າຍ​ທີ່​ຈຳ​ເປັນ​ແທ້ໆ​ ຄວາມ​ຮັກຕ້ອງ​ໃຊ້​ຄວາມ​ໃຈ​ເຢັນ​ ຢ່າ​ໃຊ້​ຄວາມ​ໃຈ​ຮ້ອນ​ ເພື່ອ​ເປັນ​ການ​ຖືຮັກສາ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ໃຫ້​ດຳ​ເນີນ​ຕໍ່ໄປ​ໄດ້ໄລຍະ​ນີ້​ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ​ ສີແດງ ເລກ​ນຳ​ໂຊກ​3 ຄົນເກີດວັນຈັນ:ການ​ງານການ​ຕິດ​ຕໍ່​ເກີດ​ຄວາມ​ສຳ​ເລັດ​ ມີ​ຄວາມ​ກ້າວ​ໜ້າ​ ຈະ​ໄດ້ຮັບ​ຄວາມ​ຊັດເຈນ​ຈາກ​ຂ່າວ​ສານ​ຂໍ້​ມູນ​ທຸລະກິດ​ການ​ງານ​ທີ່​ຈະ​ໄດ້ຮັບ​ການ​ຕອບ​ຮັບ​ທີ່​ດີ​ ການ​ເງິນຫາ​ເຂົ້າ​ມາ​ໄດ້​ຫຼາຍ​ກໍ​ຕ້ອງ​ໃຊ້​ອອກ​ໄປ​ຫຼາຍ​ ມີ​ພາລະ​ການ​ໃຊ້​ຈ່າຍ​ຄ່ອນ​ຂ້າງ​ຫຼາຍ​ ແຕ່​ກໍ​ຍັງ​ຫາ​ເຂົ້າ​ມາ​ໄດ້​ໝຸນ​ວຽນ​ສ​ະຫຼັບ​ກັນ​ໄປ​ໃນໄລຍະ​ນີ້​ ຄວາມ​ຮັກ​ຍັງ​ຄົງ​ບໍ່​ມີ​ເວລາ​ທຸ້ມເທ​ໃຫ້​ເລື່ອງ​ເຫຼົ່າ​ນີ້​ ຍັງມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ສຳຄັນ​ກວ່າ​ຕ້ອງ​ຈັດການ​ ແລະ​ບໍ່​ໄດ້ຮັບ​ຂ່າວ​ສານ​ທີ່​ຊັດເຈນ​ຈາກ​ອີກ​ຝ່າຍ​ນັ້ນ​ເອງ​ ເຄື່ອງມຸງຄຸນ​  ເງິນ ສີມຸງຄຸນສີມ້ວງ ເລກ​ນຳ​ໂຊກ​4 ຄົນເກີດວັນອັງຄານ:ການ​ງານຜູ້​ທີ່ມີ​ຕຳແໜ່ງ​ຢູ່​ມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ​ ເລື່ອນ​ຕຳແໜ່ງ​ກໍ​ເປັນ​ໄປ​ໄດ້​ ການ​ງານ​ມີ​ຄວາມ​ກ້າວ​ໜ້າ​ໄດ້​ເຮັດວຽກ​ທີ່ຖະໜັດ ຫຼື​ໄດ້​ເຮັດວຽກ​ທີ່ມັກ ການ​ເງິນຫາ​ເຂົ້າ​ມາ​ໄດ້​ຢ່າງ​ຕໍ່​ເນື່ອງ​ຢ່າງ​ເປັນ​ໂຊກ​ ການ​ເງິນ​ດີ​ຂຶ້ນ​ຫຼາຍກວ່າ​ແຕ່​ກ່ອນ​ ມີ​ຄວາມຫມັ້ນຄົງ​ ມີ​ເງິນ​ເຂົ້າ​ມາ​ເລື້ອຍ​ໆ​ ຄວາມ​ຮັກທ່ານເປັນ​ຜູ້​ທີ່​ມີ​ສະເໜ່ ແຕ່​ກໍ​ຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ ເພາະ​ໃນ​ເລື່ອງ​ຂອງ​ໄລຍະ​ທາງ​ ແລະ​ການ​ແບ່ງ​ເວລາ​ໃຫ້​ກັນ​ ທັງຫມົດ​ທັງ​ການ​ບໍ່​ໄດ້ຮັບ​ຄວາມ​ຊັດເຈນ​ຈາກ​ອີກ​ຝ່າຍ​ນັ້ນ​ເອງ​ ເຄື່ອງມຸງຄຸນ​  ​ຄໍາຝຣັ່ງ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​  1 ຄົນເກີດວັນພຸດ:ການ​ງານຕ້ອງ​ມີ​ການ​ວາງ​ແຜນ​ໃນ​ການ​ເຮັດ​ວຽກງານ​ ໂດຍ​ສະເພາະ​ການ​ຕິດ​ຕໍ່​ເຈລະ​ຈາ​ ການ​ປັບ​ປ່ຽນ​ແຜນ​ງານ​ບາງຢ່າງ​ ຊຶ່ງ​ຈະ​ກໍ່​ໃຫ້​ເກີດ​ຜົນ​ແຫ່ງ​ຄວາມ​ໂຊກ​ດີ​ ການ​ເງິນມີ​ທັງ​ຮັບ​ທັງ​ຈ່າຍ​ສ​ະຫຼັບ​ປັບ​ປ່ຽນ​ກັນ​ໄປ​ໃນໄລຍະ​ນີ້​ ໃນ​ເລື່ອງ​ຂອງ​ການ​ເງິນ​ຫາ​ເຂົ້າ​ມາ​ໄດ້​ຫຼາຍ​ກໍ​ຕ້ອງ​ໃຊ້​ອອກ​ໄປ​ຫຼາຍ​ ແຕ່​ກໍ​ຈະ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ​ ເພີ່ມ​ຂຶ້ນ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກຍັງ​ບໍ່​ລົງ​ຕົວ​ທາງ​ດ້ານ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ​ […]

ຫົວໜ້າ​ພະແນກ ​ອຸດສາຫະກໍາ​ ແລະ​ ການຄ້າ​ ​ແຂວງ​ຈໍາປາສັກ​ ລົງຕິດຕາມກວດກາ​ ​ການ​ຊື້-ຂາຍ​ ຢູ່ຕະຫຼາດໃໝ່ປາກເຊ

ໃນວັນທີ 6 ກໍລະກົດ​ 2023 ທີ່ຜ່ານມາ, ທ່ານ​ ບຸນຍະເດດ​ ທອງ​ສະຫວັນ​ ຫົວໜ້າ​ພະແນກ​ອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ​ຈໍາປາສັກ​ ສົມທົບກັບບໍລິສັດ​ ບໍລິການ​ ການຄ້າ​ປາກເຊ​ ແລະ​ ໜ່ວຍງານຈັດສັນຕະຫລາດ​ໃໝ່​ປາກເຊ ລົງເຄື່ອນໄຫວຕິດຕາມກວດກາ​ ແລະ​ ຊຸກຍູ້​ການ​ບໍ​ລິ​ການ​ຊື້-​ຂາຍ​ ຕາມຈຸດຊື້-ຂາຍຕ່າງໆ ພາຍໃນຕະຫລາດໃໝ່ປາກເຊ ເພື່ອເຮັດໃຫ້ການຄຸ້ມຄອງ​ການຊື້​-​ຂາຍ​ ໃຫ້ຖືກຕ້ອງຕາມລະບຽບການ ແນ່ໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ທັງເຮັດໃຫ້​ສັງ ຄົມມີຄວາມຍຸຕິທຳ.​ ເຊິ່ງການຊື້​-ການຂາຍໃນລະດູຝົນ ເຫັນວ່າຫລຸດລົງ​ ໂດຍສະເພາະແມ່ນການຂາຍສະບຽງອາຫານ,​ ຜູ້ຄ້າ-ຂາຍ​ຈໍານວນ​ໜຶ່ງ​ ອອກໄປຂາຍຢູ່ຕາມແຄມທາງ ແລະ​ ພື້ນທີ່ຂອງຕົນເອງ.​ ພ້ອມນີ້​ ຍັງຍົກໃຫ້ເຫັນການຄຸ້ມຄອງການນໍາໃຊ້ຊິງຊັ່ງ​ ຂອງພໍ່ຄ້າ​-ແມ່ຄ້າຈໍານວນໜຶ່ງ ເປັນຕົ້ນ ການຂາຍປາ ທີ່ນໍາໃຊ້ຊິງຊັ່ງບໍ່ໄດ້ຕາມມາດຕະຖານເຕັກນິກ ການ​ນຳ​ໃຊ້ ໃນ​ການ​ບໍ​ລິ​ການ​ຊື້-ຂາຍ​ ພາຍໃນຕະຫລາດໃໝ່ປາກເຊ ເຊິ່ງໜ່ວຍງານທີ່ກ່ຽວຂ້ອງຂອງຕະຫລາດ ໄດ້ແນະນໍາຕັກເຕືອນ​ ແລະ​ ສຶກສາອົບຮົມ​ ຕໍ່ຜູ້ລະເມີດ ຖ້າເຮັດອີກ ກໍຈະໄດ້ດໍາເນີນ​ ຕາມລະບຽບການ.​ Cr.ໜັງສືພິມຈຳປາໃໝ່

ເຈົ້າໜ້າທີ່ໄທ ຄົ້ນຫາລົດທີ່ລັກລອບນຳສົ່ງມາລາວ ແຕ່ຖືກເຈົ້າໜ້າທີ່ກວດພົບເຮັດໃຫ້ມີລົດຕົກລົງໄປນ້ຳຂອງ

ເຈົ້າໜ້າທີ່ເຂດໜອງຄາຍ ປະເທດໄທ ຄົ້ນຫາລົດທີ່ຂະບວນລັກລອບນຳລົດສົ່ງມາລາວ ແຕ່ຖືກເຈົ້າໜ້າທີ່ກວດພົບເຮັດໃຫ້ມີລົດຕົກລົງໄປນ້ຳຂອງພົບແລ້ວ ເປັນລົດກະບະ, ເຊິ່ງກ່ອນໜ້ານີ້ທາງໄທກໍໄດ້ກວດຍຶດລົດທີ່ກຽມສົ່ງມາລາວໄດ້ 1 ຄັນ ຂະນະທີ່ຈອດຖ້າສົ່ງຂາຍມາລາວຢູ່ແຄມນ້ຳຂອງ. ໃນວັນທີ 6 ກໍລະກົດ 2023 ເຈົ້າໜ້າທີ່ໄທ ຮ່ວມກັບໜ່ວຍກູ້ໄພ ໄດ້ນຳເອົາ ລົດກະບະ 4 ປະຕູ ຍີ່ຫໍ່ໂຕໂຍຕ້າລີໂວ່ ຈຳນວນ 1 ຄັນ ທີ່ເຈົ້າໜ້າທີ່ດຳນ້ຳລົງຄົ້ນຫາໃນວັນທີ 3 ກໍລະກົດ ຈົນມາຮອດວັນທີ 5 ກໍລະກົດ ເຈົ້າໜ້າທີ່ກໍສາມາດເຫັນລົດຄັນດັ່ງກ່າວຈົມຢູ່ນ້ຳຂອງ ເຊິ່ງຂະບວນການນຳລົດສົ່ງຂາຍມາລາວ ກຽມນຳລົງແພ ແຕ່ຖືກເຈົ້າໜ້າທີ່ກວດເຫັນ ເຮັດໃຫ້ລົດຕົກລົງນ້ຳຂອງ ຢູ່ເຂດບ້ານຕາດເສີມ ຕຳບົນບ້ານມ່ວງ ອຳເພີສັງຄົມ ຈັງຫວັດໜອງຄາຍ. ທາງເຈົ້າໜ້າທີ່ໄດ້ລາຍງານຕື່ມວ່າ: ໃນຂະນະທີ່ກວດພົບເຫັນກຸ່ມຂະບວນລັກລອບສົ່ງລົດ ເມື່ອພວກກ່ຽວກໍເຫັນວ່າແມ່ນຕຳຫຼວດມາຈຶ່ງໄດ້ພາກັນໂດດລົງນ້ຳແລ້ວໜີ ສ່ວນຄົນທີ່ຢູ່ທາງບົກກໍພາກັນແລ່ນໜີຢ່າງຊຳນານ ແຕ່ເຈົ້າໜ້າທີ່ສາມາດຈັບຜູ້ຖືກສົງໄສ 1 ຄົນເປັນອະດີດຕຳຫຼວດ ແລະ ສາມາດຍຶດລົດທີ່ກຳລັງເອົາລົງແພໄດ້ 1 ຄັນ ອີກ 1 ຄັນແມ່ນຈົມນ້ຳ. ແຫຼ່ງຂ່າວໜອງຄາຍ