ຫລວງພະບາງແຈ້ງໃຫ້ການຫ້າງຫາກະກຽມເຮືອຊ່ວງເຂົ້າຮ່ວມແຂ່ງຂັນໃນປາງບຸນຫໍ່ເຂົ້າປະດັບດິນ

ວັນທີ 4 ກໍລະກົດ 2023 ນີ້ ເຈົ້ານະຄອນຫຼວງພະບາງ ຂໍຖືເປັນກຽດແຈ້ງມາຍັງທ່ານຄະນະຮັບຜິດຊອບເຮືອຊ່ວງແຕ່ລະພາກສ່ວນຊາບວ່າ: ບຸນຊ່ວງເຮືອທີ່ຍື່ງຄານໃນວັນບຸນຫໍ່ເຂົ້າປະດັບດິນສໍາລັບປີ 2023 ນີ້ ແມ່ນຈະໄດ້ຈັດຂຶ້ນໃນມື້ແຮມ 14 ຄໍ່າ ເດືອນ 9 ລາວ, ກົງກັບວັນທີ 14 ກັນຍາ (9) 2023. ເພື່ອເປັນການຫ້າງຫາກະກຽມໃຫ້ທັນເວລາຈຶ່ງຂໍແຈ້ງແຕ່ລະພາກສ່ວນເພື່ອທຳການສ້ອມແປງເຮືອຊ່ວງ (ປະເພດເຮືອຄູນ) ທີ່ມີຂະໜາດ 40 ສີພາຍຂຶ້ນໄປ ແລະ ນຳສະເໜີທາງນະຄອນຫຼວງພະບາງເພື່ອເຂົ້າສູ່ການແຂ່ງຂັນເຮືອຊ່ວງແຕ່ລະພາກສ່ວນ. ໝາຍເຫດ: ສໍາລັບລາຍລະອຽດທາງດ້ານຮູບຊົງ ແລະ ເຕັກນິກເຮືອຈະມີທາງຄະນະຮັບຜິດຊອບລົງກວດກາແນະນຳອີກຄັ້ງໜຶ່ງເພື່ອໃຫ້ຖືກຕ້ອງຕາມລະບຽບທີ່ໄດ້ກຳນົດໄວ້. ສະນັ້ນ, ຈຶ່ງແຈ້ງມາຍັງທ່ານຄະນະຮັບຜິດຊອບແຕ່ລະພາກສ່ວນຮັບຊາບ.

ແຂວງຄຳມ່ວນກວດພົບການຄ້າຂາຍປະເວນີ ໃນເຂດເສດຖະກິດຂອງແຂວງຈຳນວນຫລາຍ

ທ່ານ ພັນເອກ ຄໍາສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ລາຍງານຕໍ່ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດປະຈຳປີ 2022 ແລະ 6 ເດືອນຕົ້ນປີ 2023, ທິດທາງແຜນການ 6 ເດືອນທ້າຍປີ, ໃນວັນທີ 6 ກໍລະກົດ 2023 ວ່າ: ໃນໄລຍະຜ່ານມາ ຜູ້ຖືກເຄາະຮ້າຍແລະຕົກເປັນເຫຍື່ອຂອງການຄ້າມະນຸດແມ່ນພວກກ່ຽວໄດ້ລັກລອບໄປອອກແຮງງານ ແລ້ວຖືກຕົວະຍົວະຫລອກລວງ ໂດຍການກົດຂີ່ຂູດຮີດແຮງງານຢູ່ບ່ອນອື່ນ ຈິ່ງຖືກສົ່ງກັບມາຊຶ່ງກາຍເປັນ ບັນຫາທີ່ໜ້າເປັນຫວ່ງຫຼາຍ. ໃນປັດຈຸບັນພວກເຮົາໄດ້ປະເຊີນກັບໄຟເງິນເຟີ້, ສະພາບເສດຖະກິດຕະຫລາດຖີບໂຕເພີ່ມຂຶ້ນສູງ ແລະ ບັນຫາອັນສໍາຄັນໃນແຂວງຄຳມ່ວນກໍາລັງໄດ້ຮັບການພັດທະນາທາງດ້ານເສດຖະກິດຢ່າງກວ້າງຂວາງ ເປັນຕົ້ນເຂດສໍາປະທານບໍ່ເກືອກາລີ ບ້ານດົງໃຕ້, ເມືອງ ທ່າແຂກ ແລະ ໄດ້ຮັບສໍາປະທານໃໝ່ ກໍາລັງເລີ່ມຂຸດຄົ້ນ ຢູ່ທີ່ ບ້ານນາຄໍາ, ເມືອງໜອງບົກ, ເຊິ່ງໃນຂົງເຂດດັ່ງກ່າວໄດ້ມີ ແຮງງານຈາກຕ່າງປະເທດເປັນຕົ້ນຄົນສັນຊາດຈີນ, ໄດ້ເດີນທາງເຂົ້າມາອອກແຮງງານຮັບຈ້າງຫຼາຍພັນຄົນ ນອກຈາກນັ້ນ ກໍໄດ້ມີພົນລະເມືອງລາວ ຈາກຫຼາຍທ້ອງຖິ່ນເຂົ້າປະກອບອາຊີບໃນຫຼາຍສາຂາ ເປັນຕົ້ນການ ບໍລິການ ເຮືອນພັກ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານອົບນວດ ແລະ […]

ດວງລາຍວັນປະຈໍາວັນອາທິດ ທີ 09 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານເດິນທາງ​ຕິດ​ຕໍ່​ງານ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນໄດ້​ພົບ​ຜູ້​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກມີ​ໂອ​ກາດ​ໄດ້​ພົບ​ຮັກກັບຄົນໃກ້ຕົວ ອາດມາໃນສະຖານະໝູ່ເພື່ອນ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​8 ຄົນເກີດວັນຈັນ:ການ​ງານການ​ກໍ່ການ​ຄ້າ​ຈະ​ໄດ້​ກຳ​ໄລ​ດີ ແຕ່ຕ້ອງລະວັງເລື່ອງຂອງການລົງລາຍເຊັນ ການ​ເງິ​ິນອາດ​ເສຍ​ເງິນ​ຊ້ອມເຄື່ອງລົດ ຫຼື ອຸປະກອນທີ່ສໍາຄັນໃນການໃຊ້ງານ ​ຄວາມ​ຮັກຕົກ​ຢູ່ໃນ​ສະຖານະການ​ຮັກ​ຊ້ອນ ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​1 ຄົນເກີດວັນອັງຄານ:ການ​ງານເຮັດວຽກ​ໜັກ ​ແລະ ​ເມື່ອຍ​ຫຼາຍ​ເກີນ​ໄປ​ສົ່ງ​ຜົນ​ຕໍ່​ສຸຂະພາບທ່ານ ການ​ເງິນພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນ ເພາະລາຍຈ່າຍບໍ່ຄົງທີ່ ຄວາມ​ຮັກບໍ່​ລົງ​ຕົວ​ເລື່ອງ​ຄວາມ​ສຳພັນເພາະອາດຍັງບໍ່ແມ່ນສໍາລັບທ່ານ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​7 ຄົນເກີດວັນພຸດ:ການ​ງານວາງ​ແຜນ​ການ​ເຮັດ​ວຽກງານ​ໃນ​ຮູບ​ແບບ​ມື​ອາ​ຊີບ​ຈຶ່ງ​ສາມາດ​ແກ້​ອຸປະສັກ​ບັນຫາ​ຕ່າງ​ໆ ໃຫ້​ຜ່ານ​ພົ້ນ​ໄປ​ໄດ້ ການ​ເງິນມີໂຊກໃນໄລຍະນີ້ຜູ້ໃຫຍ່ໄລຍະອຸປະຖໍາທາງດ້ານການເງິນ ຄວາມ​ຮັກສຸກ​ສົມ​ຫວັງ​ໃນ​ເລື່ອງ​ຮັກເປັນໄລຍະທີ່ລົງຕົວຂອງທ່ານທັງສອງ ເຄື່ອງມຸງຄຸນ​​ຄໍາຝຣັ່ງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານວາງ​ແຜນ​ການ​ເຮັດ​ວຽກງານ​ໄດ້​ໃນ​ຮູບ​ແບບ​ມື​ອາ​ຊີບ ການ​ເງິນມີ​ໂຊກ​ຈະ​ໄດ້ຮັບ​ເງິນ​ກ້ອນ​ໃຫຍ່ເຂົ້າມາໃຫ້ເກັບ ຄວາມ​ຮັກມີ​ໂອ​ກາດ​ໄດ້​ພົບ​ຮັກ ພົບ​ຄູ່ ພົບ​ຄົົນທີ່​ຖືກ​ໃຈໃນໄວໆນີ້ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ຂາວ ເລກ​ນຳ​ໂຊກ​8 ຄົນເກີດວັນສຸກ:ການ​ງານຈະ​ໄດ້​ພົບ​ຮຸ້ນ​ສ່ວນ​ທີ່​ດີ​ທີ່​ຈະ​ຮ່ວມ​ກັນ​ເຮັດ​ທຸລະກິດ​ໃຫ້​ເກີດ​ຄວາມ​ສຳ​ເລັດ ການ​ເງິນເປັນ​ມື້​ໂຊ​ກດີ​ມີ​ໂຊກ​ຈະ​ໄດ້​ເງິນເຂົ້າມາໃຫ້ໃຊ້ຈ່າຍ ຄວາມ​ຮັກສຸກ​ສົມ​ຫວັງ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ເຄື່ອງມຸງຄຸນ  ເງິນ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​1 ຄົນເກີດວັນເສົາ:ການ​ງານເກີດ​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ການ​ງານ​ໂດຍ​ບໍ່ທັນຕັ້ງໂຕ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃຍການໃຊ້ຈ່າຍໃນໄລຍະນີ້ ຄວາມ​ຮັກສຸກ​ສົມ​ຫວັງ​ໃນ​ການ​ໃຊ້​ຊີວິດ​ຮັກ ແຕ່ຕ້ອງຫາເວລາພົບປະກັບຄົນຮັກໃຫ້ຫຼາຍໆ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​5

ດວງລາຍວັນປະຈໍາວັນເສົາ ທີ 08 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານ​ເມື່ອ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໄດ້​ແລ້ວ​ຈະ​ເກີດ​ຄວາມ​ສຳ​ເລັດ​ແລະ​ຄວາມ​ໂຊກ​ດີ​ ການ​ເງິນຈະ​ພົບ​ເລື່ອງ​ກັງ​ວົນ​ໃຈ​ທາງ​ດ້ານ​ການ​ເງິນ ແຕ່​ກໍ​ຍັງ​ພໍ​ມີ​ວິທີ​ທີ່​ຈະ​ສາມາດ​ແກ້​ໄຂ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ ຄວາມ​ຮັກຈະ​ພົບ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ສະຫລຽວ​ສະຫລາດ​ ຊ່າງ​ເວົ້າ​ ມີ​ສະເໜ່​ຫລາຍ​ ຈະໄດ້ພົບຄົນທີ່ທ່ານມັກໃນໄວໆນີ້ ເຄື່ອງມຸງຄຸນ​ຫິນນໍາໂຊກສີແດງ ສີມຸງຄຸນ​ສີຄຣີມ ເລກ​ນຳ​ໂຊກ​3 8 ຄົນເກີດວັນຈັນ:ການ​ງານ​ການ​ເຈລະຈາ​ຈະ​ນຳ​ພາ​ມາ​ຊຶ່ງ​ຄວາມ​ສຳ​ເລັດ​ດ້ານ​ການ​ລົງ​ທຶນ​ ແຕ່​ຕ້ອງ​ໃຊ້​ທຶນ​ຫລາຍ​ເປັນ​ພິເສດ​ ການ​ເງິນວາງ​ແຜນ​ການ​ເງິນ​ໄດ້​ເປັນ​ຢ່າງ​ດີ​ ສາມາດ​ຈັດການ​ໃນ​ເລື່ອງ​ການ​ເງິນ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ດີ​ ຄວາມ​ຮັກ​ຍັງ​ບໍ່​ລົງ​ໂຕ​ທາງ​ດ້ານ​ຄວາມ​ສຳພັນ​ ເພາະ​ໃນ​ໄລຍະນີ້​ບໍ່​ຄ່ອຍ​ມີ​ເວລາ​ທຸ່ມເທ​ດ້ານ​ຄວາມ​ຮັກ​ປານໃດ​ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີ​ບົວ ເລກ​ນຳ​ໂຊກ​9 1 ຄົນເກີດວັນອັງຄານ:ການ​ງານ​ມີ​ການ​ປັບ​ແກ້​ແຜນ​ງານ​ ແລະ ​ວາງ​ແຜນ​ເພື່ອ​ຈັດການ​ຄວາມ​ຜິດ​ພາດ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ດີ​ ການ​ເງິນມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ ແຕ່​ກໍ​ໂຊ​ກດີ​ທີ່​ວ່າ​ຈະ​ສາມາດ​ຫາ​ເງິນ​ເຂົ້າ​ມາ​ເພີ່ມເຕີມ​ໄດ້​ຫລາຍ​ຂຶ້ນ​ ຄວາມ​ຮັກຈະ​ພົບ​ຄົົນທີ່​ມີ​ລັກສະນະ​ຜິວ​ຂາວ​ກໍ​ເປັນ​ໄປ​ໄດ້​ໃນ​ໄລຍະ​ນີ້​ ຈະ​ເປັນ​ການ​ພົບ​ຮັກ​ແບບ​ບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ​​ເພັດສີຂຽວ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​4 2 ຄົນເກີດວັນພຸດ:ການ​ງານ​ຕັ້ງ​ໃຈ​ເຮັດວຽກ​ໃຫ້​ເກີດ​ຄວາມ​ສຳ​ເລັດ​ທີ່​ໜ້າ​ປະທັບໃຈ ແລະ ​ສາມາດ​ເຮັດ​ໄດ້ເປັນຢ່າງດີ ​ ການ​ເງິນມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ຫຼັບ​ກັນ​ໄປ​ໃນ​ໄລຍະ​ນີ້​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ ຄວາມ​ຮັກ​​  ຈະ​ພົບ​ຄົົນທີ່​ນິ​ໄສ​ດີ​ ມີ​ລັກສະນະ​ຄວາມ​ເປັນ​ຜູ້​ນຳ​ກໍ​ເປັນ​ໄປ​ໄດ້​ ແລະ​ ທ່ານ​ມີເກນຈະ​ໄດ້ເດີນທາງ​ໄກ​ ເຄື່ອງມຸງຄຸນ​​ຄໍາ ສີມຸງຄຸນສີ​ຂາວ ເລກ​ນຳ​ໂຊກ​2 8 ຄົນເກີດວັນພະຫັດ:ການ​ງານ​ເລັ່ງ​​ໃນ​ການສ້າງ​ຜົນ​ງານ​ ແລະ ​ສາມາດ​ສ້າງ​ຄວາມ​ສຳ​ເລັດ​ທີ່​ໜ້າພໍ​ໃຈ​ໄດ້​ເປັນ​ຢ່າງ​ຫລາຍ​ ການ​ເງິນໂຊກ​ດີ​ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ​ ໄລຍະນີ້​ໂຊ​ກດີ​ຫລາຍກວ່າ​ແຕ່​ກ່ອນ​​ເຫັນ​ໄດ້​ຊັດເຈນ​ […]

ເກີດແຜ່ນດິນໄຫວ ຢູ່ບໍລິເວນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແຮງສັ່ນສະເທືອນ 1.9 ຣິກເຕີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ລາຍງານວ່າ: ວັນທີ 7 ກໍລະກົດ 2023 ເວລາ 04:25 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ 1 ຄັ້ງ ໃນບໍລິເວນ ແຂວງບໍ່ແກ້ວ ຈຸດສູນກາງເສັ້ນຂະໜານທີ 20.284 ອົງສາເໜືອ ແລະ ເສັ້ນແວງທີ 100.146 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 1,9 ຣິກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 3 ກິໂລແມັດ, ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານສີມົງຄຸນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫ່າງຈາກເທດສະບານເມືອງຕົ້ນເຜິ້ງ ປະມານ 5 ກິໂລແມັດ. ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ດວງລາຍວັນປະຈໍາວັນສຸກ ທີ 07 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານການ​ເຈລະ​ຈາທາງ​ດ້ານ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນໂຊກດີ​ເພາະ​ຄົນ​ສະໜິດ​ຈະ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ແທ້​ກັບ​ຄົນ​ໃກ້ຕົວ ອາດເປັນຄົນທີ່ທ່ານຮູ້ສຶກຮັກ ເຄື່ອງມຸງຄຸນເງິນ ສີມຸງຄຸນ​ສີຟ້າ ເລກ​ນຳ​ໂຊກ​8 ຄົນເກີດວັນຈັນ:ການ​ງານຖ້າປ່ຽນວຽກ​ງານ​ໃໝ່​ຈະ​ໄດ້​ພົບ​ຄວາມ​ກ້າວ​ໜ້າໃນໜ້າທີ່ການງານ ການ​ເງິນ​ມື້​ນີ້​ໂຊ​ກດີ​ຈະ​ໄດ້ຮັບ​ຊັບ ແລະ ເງິນເຂົ້າມາຫາທ່ານ ຄວາມ​ຮັກສຸກ​ສົມ​ຫວັງ​ດ້ານ​ຄວາມ​ຮັກ ແຕ່ໃຫ້ລະວັງການຫ່າງໃກ້ຈາກຄົນຮັກ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​6 ຄົນເກີດວັນອັງຄານ:ການ​ງານ​ສາມາດ​ໃຊ້​ຈິນ​ຕ​ະນາ​ການ​ສ້າງສັນ​ສ້າງ​ຜົນ​ງານ​ໄດ້​ດີ ການ​ເງິນສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ ຄວາມ​ຮັກມີ​ການ​ພັດທະນາ​ຄວາມ​ສຳພັນ​ຄວາມ​ຮັກ​ລະຫວ່າງ​ກັນ​ດີ​ຂຶ້ນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​8 ຄົນເກີດວັນພຸດ:ການ​ງານໃຊ້​ສັນ​ຊາດ​ຕະຍານ​ການ​ຕັດ​ສິນ​ໃຈ​ເຮັດ​ທຸລະກິດຈະ​ປະ​ສົບ​ຜົນ​ສຳ​ເລັດ ການ​ເງິນໄລຍະ​ນີ້​ຈະ​ພົບ​ເລື່ອງ​ເສຍ​ເງິນ ອາດຈະໝົດໄປກັບການສໍາລະໜີ້ສິນ ຄວາມ​ຮັກມີ​ໂອ​ກາດ​ໄດ້​ຮູ້​ຈັກ​ຄົນ​ຜິວ​ຂາວ​ແຕ່ອາດບໍ່ແມ່ເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນ​​ຫິນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​6 ຄົນເກີດວັນພະຫັດ:ການ​ງານ​ເຮັດ​ທຸລະກິດທາງດ້ານກະສິກອນ ປູກຝັກ ລ້ຽງສັດ ​ຈະ​ເຮັດໃຫ້​ໄດ້​ກຳ​ໄລດີ ການ​ເງິນໂຊ​ກດີ​ຈະ​ໄດ້​ເຄື່ອງ​ປະ​ດັບ​ໃໝ່ອາດໄດ້ຈາກຄົນພິເສດ ຄວາມ​ຮັກຖ້າເດີນທາງ​ໄກ​ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ຂາວ ເພາະທ່ານອາດເປັນເນື້ອຄູ່ ເຄື່ອງມຸງຄຸນ  ຫິນນໍາໂຊກສີສົ້ມ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​0 ຄົນເກີດວັນສຸກ:ການ​ງານ​ອາ​ຊີບ​ນັກ​ຂາຍ ນັກ​ສ້າງ​ຜົນ​ງານ​ສິນ​ປະ ຈະ​ເຮັດໃຫ້​ມີ​ຊື່​ສຽງ ການ​ເງິນໂຊ​ກດີ​ຫຼາຍ​ເພາະ​ຈະ​ໄດ້ຮັບ​ການ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກພົບ​ຄົນທີ່​ມີ​​ດີ ສະຫຼຽວ​ສະຫຼາດ ເວົ້າ​ໄດ້​ຫຼາຍກວ່າ 1 ພາສາ ເຄື່ອງມຸງຄຸນ​​ສາຍຄໍຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​6 ຄົນເກີດວັນເສົາ:ການ​ງານຈະ​ມີ​ບໍລິວານ​ດີ​ຄອຍ​ຖ້າ​ຊ່ວຍ​ເຫຼືອ​ຮ່ວມ​ກັນ​ສ້າງ​ຜົນ​ງານ​ໄດ້​ໂດດ​ເດັ່ນ ການ​ເງິນມີ​ໂຊກ​ເຂົ້າ​ມາ​ເຮັດໃຫ້​ຮູ້ສຶກ​ມີ​ຄວາມ​ສຸກ ຄວາມ​ຮັກໄລຍະ​ນີ້​ຈະ​ໃຊ້​ຊີວິດ​ແບບ​ສັນ​ໂດດ​ເກີດ​ຄວາມ​ສຸກ​ໃຈ […]

ບໍ່ລອດ ລົດເມບັນທຸກຢາບ້າ 7 ລ້ານກວ່າເມັດ ແຕ່ຖືກເຈົ້າໜ້າທີ່ຢຶດໄດ້

ຕາມການລາຍງານຂ່າວຂອງ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເວລາ 13 :00 ໂມງຂອງວັນທີ 4 ກໍລະກົດ 2023 ເຈົ້າໜ້າທີ່ຕໍາຫຼວດປະຈໍາຢູ່ຈຸດກວດການໍ້າທຸງ ໄດ້ກວດຄົ້ນລົດເມໂດຍສານ ຮຸນໃດສີຂາວເຫຼືອງ ໝາຍເລກທະບຽນ ກກ 0417 ບໍ່ແກ້ວ ເພື່ອຈະໄປນະຄອນຫຼວງວຽງຈັນ ພົບຢາບ້າ ຈຳນວນ 7 ລ້ານກວ່າເມັດ ພ້ອມຈັບຕົວຜູ້ຖືກຫາ 4 ຄົນ. ລົດເມຄັນດັ່ງກ່າວ ແລ່ນມາແຕ່ທາງເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ ເພື່ອຈະໄປນະຄອນຫຼວງວຽງຈັນ ເມື່ອມາຮອດຈຸດກວດການໍ້າທຸງ ເຈົ້າໜ້າທີ່ໄດ້ສົ່ງສັນຍານໃຫ້ລົດຄັນດັ່ງກ່າວໃຫ້ຈອດເພື່ອກວດກາ. ຈາກນັ້ນ ເຈົ້າໜ້າທີ່ໄດ້ກວດຄົ້ນ ພົບເຫັນຢາບ້າຈຳນວນ 3.565 ມັດ, ເທົ່າກັບ 7.130.000 ເມັດ ແລະ ຢາເຄຕາມິນຈໍານວນ 193 ຫໍ່ ທີ່ຊຸກເຊື່ອງຢູ່ພື້ນລົດກ້ອງບ່ອນນອນຊັ້ນລຸ່ມຂອງຜູ້ໂດຍສານ ພ້ອມທັງກັກຕົວຜູ້ ຖືກຫາໄດ້ 4 ຄົນຄື: ທ້າວ ໄລ ຢາງ, ທ້າວ ຮາ […]

ດວງລາຍວັນປະຈໍາວັນພະຫັດ ທີ 06 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານເຮັດ​ທຸລະກິດການ​ຄ້າ​ອາຫານ ທຸລະກິດການ​ຄ້າ​ເສື້ອ​ຜ້າຈະ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນໄລຍະນີ້​ອາດ​ຈຳ​ເປັນ​ຕ້ອງ​ເອົາ​ເງິນ​ເກັບ​ອອກ​ມາ​ໃຊ້​ຈ່າຍ ຄວາມ​ຮັກ​ ເກີດ​ບັນຫາ​ດ້ານ​ຄວາມ​ສຳພັນກັບຄົນຮັກ ໃຫ້ລະວັງຄໍາເວົ້າໃຫ້ຫຼາຍ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​  8 ຄົນເກີດວັນຈັນ:ການ​ງານການ​ເຮັດ​ວຽກງານ​ໜັກ​ຫຼາຍ​ເກີນ​ໄປ​ສົ່ງ​ຜົນ​ຕໍ່​ສຸຂະພາບ ການ​ເງິນ​ລະ​ວັງ​ໝຸນ​ເງິນ​ບໍ່​ທັນ​ໃຊ້​ຈ່າຍ ເພາະເປັນໄລຍະເກັບເງິນບໍ່ຢູ່ ຄວາມ​ຮັກ​ເກີດ​ຄວາມ​ສຳພັນ​ທີ່​ບໍ່ມີ​ຄວາມ​ສຸກ ເພາະມີບັນຫາກັບຄົນຮັກ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​7 ຄົນເກີດວັນອັງຄານ:ການ​ງານການ​ຂາຍ​ສິນ​ຄ້າ​ຜ່ານ​ທາງ​ອອນລາຍຈະ​ໄດ້ຮັບ​ຜົນ​ກຳ​ໄລ​ທີ່​ເພີ່ມ​ຂຶ້ນ ການ​ເງິນ​ ​  ພົບ​ຜູ້​ອຸປະຖຳ​ທາງ​ດ້ານ​ການ​ເງິນ ເຂົ້າມາຊ່ວຍໃນເລື່ອງລາຍຈ່າຍ ຄວາມ​ຮັກບໍ່​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນອາດເປັນປັດໃຈຂອງການຫ່າງກັນ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີ​ເຫຼືອງ ເລກ​ນຳ​ໂຊກ​1 ຄົນເກີດວັນພຸດ:ການ​ງານຈະ​ໄດ້​ເລີ່ມ​ເຮັດໂປຣ​ເຈັກ​​ວຽກ​ງານ​ໃໝ່ເຂົ້າມາຊ່ວຍໃນເລື່ອງຂອງການໃຊ້ຈ່າຍ ການ​ເງິນຈະ​ສູນ​ເສຍ​ເງິນ​ກັບ​ລາຍ​ຈ່າຍ​ທີ່​ບໍ່​ຄາດ​ຝັນ ຄວາມ​ຮັກ​ ຈະ​ພົບ​ຄົນ​ມີ​ຊື່​ສຽງ​ເຂົ້າມາໃຫ້ຮູ້ຈັກກັນ ​ເຄື່ອງມຸງຄຸນ​​ ເງິນ ສີມຸງຄຸນ ສີຂາວ ເລກ​ນຳ​ໂຊກ​1 ຄົນເກີດວັນພະຫັດ:ການ​ງານອາດ​ຕັດ​ສິນ​ໃຈ​ປ່ຽນ​ແປງ​ຍົກ​ຍ້າຍ​ສະຖານ​ທີ່​ເຮັດວຽກ ການ​ເງິນຄອບຄົວ​ຈະ​ຊ່ວຍ​ອຸປະຖຳ​ການ​ເງິນໃຫ້ທ່ານເປັນຢ່າງດີ ຄວາມ​ຮັກ​ ຈະ​ພົບ​ຄົນ​ລັກສະນະ​ອວບໆ ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີມ່ວງອ່ອນ ເລກ​ນຳ​ໂຊກ​8 ຄົນເກີດວັນສຸກ:ການ​ງານ​ໄລຍະນີ້​ເຮັດ​ທຸລະກິດ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນຈະ​ໄດ້​ໂຊກ​ຈາກ​ຜູ້ໃຫຍ່ ອາດເປັນເລື່ອງຂອງການເຈລະຈາລາຍຮັບລາຍຈ່າຍ ຄວາມ​ຮັກລະ​ວັງ​ຈະ​ພົບ​ເລື່ອງ​ເລີກ​ລາກັບຄົນຮັກໃຫ້ລະວັງຄໍາເວົ້າ ຖະໜອມນໍ້າໃຈກັນ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​  9 ຄົນເກີດວັນເສົາ:ການ​ງານທຸລະກິດ​ຂະຫຍາຍ​ຕົວຊ້າ​ຕ້ອງ​ຢຸດ​ເພື່ອຖ້າ​ເບິ່ງ​ເຫດການຂອງການລົງທຶນ ການ​ເງິນຈະ​ເກີດ​ໂຊ​ກດີ​ໃນ​ມື້​ນີ້ ອາດເປັນການຮັບຊັບເຂົ້າມາໃຊ້ຈ່າຍ ຄວາມ​ຮັກປະຕິເສດ​ຄວາມ​ສຳພັນ​ທີ່​ບໍ່​ຊັດເຈນກັບຄົນຮັກ […]

ມອບ-ຮັບນໍ້າມັນເຊື້ອໄຟຈາກ ສປ ຈີນ ມາຈໍາໜ່າຍຢູ່ ສປປ ລາວ ໃນຮູບແບບຂາຍຍົກ ແລະ ຂາຍຍ່ອຍ

ມອບ-ຮັບນໍ້າມັນເຊື້ອໄຟຈາກ ສປ ຈີນ ມາຈໍາໜ່າຍຢູ່ ສປປ ລາວ ໃນຮູບແບບຂາຍຍົກ ແລະ ຂາຍຍ່ອຍພາຍຫຼັງທີ່ທາງ ບໍລິສັດ ລັດວິສາຫະກິດນໍ້າມັນເຊື້ອໄຟວຽງຈັນ ກົມໃຫຍ່ພະລາທິການກອງທັບ, ໄດ້ຕົກລົງເຫັນດີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ, ກ່ຽວກັບການຮ່ວມມືທຸລະກິດນໍາເຂົ້ານໍ້າມັນເຊື້ອໄຟມາຈໍາໜ່າຍຕາມຮູບແບບຂາຍຍົກ ແລະ ຂາຍຍ່ອຍ ຢູ່ ສປປ ລາວ. ເມື່ອບໍ່ດົນມານີ້, ບໍລິສັດ ຊິໂນລາວ ລົງທຶນ ຈໍາກັດ ໄດ້ປະຕິບັດຕາມຂໍ້ຕົກລົງດັ່ງກ່າວ ແລະ ໄດ້ປະສານງານກັບ ບໍລິສັດ ຊິນໂນເພັກຮົງກົງ ສປ ຈີນ, ຈັດສົ່ງນໍາເຂົ້ານໍ້າມັນເຊື້ອໄຟປະເພດຊະນິດຕ່າງໆ, ຕາມຈໍານວນ ແລະ ມູນຄ່າ ໂດຍພາຍໃຕ້ບັນດາຂໍ້ກໍານົດ ແລະ ເງື່ອນໄຂຕ່າງໆ ຂອງສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ ແລະ ຖືກຕ້ອງ, ດັ່ງນັ້ນໃນອາທິດທີ່ຜ່ານມາ, ບໍລິສັດ ຊິນໂນເພັກຮົງກົງ ສປ ຈີນ ຈຶ່ງໄດ້ຈັດສົ່ງ, ມອບ-ຮັບ ນໍ້າມັນໃຫ້ແກ່ […]

6 ເດືອນຕົ້ນປີ ອອປສ ອອກ ຄຳສັ່ງຈັບຕົວ 1.610 ສະບັບ

ອີງຕາມການລາຍງານ ຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງ ຊາດ ຊຸດທີ IX ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນ ຕົ້ນປີ 2023 ນີ້, ອອປສ ໄດ້ອອກຄຳສັ່ງຈັບຕົວ 1.610 ສະບັບ, ອອກຄຳ ສັ່ງກັກຂັງພາງ 5.483 ສະບັບ, ກວດຄົ້ນເຄຫະສະຖານ 391 ເລື່ອງ, ຢຶດ ຫລື ອາຍັດຊັບ 12 ເລື່ອງ, ອອກຄຳສັ່ງປ່ອຍຕົວພາງ 404 ສະບັບ ແລະ ອອກຄຳສັ່ງປ່ອຍຕົວກ່ອນກຳນົດ 179 ສະບັບ. ທ່ານ ໄຊຊະນະ ໂຄດພູທອນ ໃຫ້ຮູ້ອີກວ່າ: ເພືາອເຮັດໃຫ້ການນຳໃຊ້ກົດຫມາຍ ວ່າດ້ວຍການດຳເນີນຄະດີອາຍາ ແລະ ການດຳເນີນຄະດີຕ່າງໆ ມີປະສິດທິພາບ ແລະ ປະສິດທິຜົນ, ອອປສ ຈະໃຊ້ກົນໄກປະສານງານ […]