ດວງ-Tou-Vientianepost - 2023-07-06T001552.527
6 ເດືອນຕົ້ນປີ ອອປສ ອອກ ຄຳສັ່ງຈັບຕົວ 1.610 ສະບັບ
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 ເດືອນກໍລະກົດ, 2023
ໝວດ: ຂ່າວ

ອີງຕາມການລາຍງານ ຂອງທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງ ຊາດ ຊຸດທີ IX ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນ ຕົ້ນປີ 2023 ນີ້, ອອປສ ໄດ້ອອກຄຳສັ່ງຈັບຕົວ 1.610 ສະບັບ, ອອກຄຳ ສັ່ງກັກຂັງພາງ 5.483 ສະບັບ, ກວດຄົ້ນເຄຫະສະຖານ 391 ເລື່ອງ, ຢຶດ ຫລື ອາຍັດຊັບ 12 ເລື່ອງ, ອອກຄຳສັ່ງປ່ອຍຕົວພາງ 404 ສະບັບ ແລະ ອອກຄຳສັ່ງປ່ອຍຕົວກ່ອນກຳນົດ 179 ສະບັບ.

ທ່ານ ໄຊຊະນະ ໂຄດພູທອນ ໃຫ້ຮູ້ອີກວ່າ: ເພືາອເຮັດໃຫ້ການນຳໃຊ້ກົດຫມາຍ ວ່າດ້ວຍການດຳເນີນຄະດີອາຍາ ແລະ ການດຳເນີນຄະດີຕ່າງໆ ມີປະສິດທິພາບ ແລະ ປະສິດທິຜົນ, ອອປສ ຈະໃຊ້ກົນໄກປະສານງານ ລະຫວ່າງ ອົງ ການໄອຍະການປະຊາ ຊົນ ແລະ ອົງການສືບສວນ-ສອບສວນ ເປັນເວທີໃນການປຶກສາຫາລື ແກ້ໄຂບັນຫາຕ່າງໆ ທີ່ເປັນຂໍ້ຄົງຄ້າງ ໂດຍສະ ເພາະການຄົ້ນຄວ້າ ປຶກສາຫາລືກັນລະອຽດ ແລະ ກຽມຮ່າງປຶ້ມຄູ່ມື ກ່ຽວກັບການຕິດຕາມກວດກາ ແລະ ການນໍາໃຊ້ 7 ມາດຕະການສະກັດກັ້ນ ໂດຍສະເພາະ ແມ່ນການຈັບຕົວ, ກັກຕົວ ແລະ ກັກຂັງພາງ ຄາດວ່າຈະໃຫ້ສຳເລັດ ໃນທ້າຍປີ 2023 ນີ້ ແລະ ຈະເລີ່ມເຜີຍແຜ່ໃນຕົ້ນປີ 2024.

ພ້ອມດຽວກັນນີ້, ຍັງຈັດຝຶກອົບຮົມຮ່ວມກັນ ລະຫວ່າງໄອຍະການປະຊາຊົນ ແລະ ອົງການສືບສວນ-ສອບສວນ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເອກະພາບ ໃນການຕິດຕາມກວດກາ ແລະ ການນຳໃຊ້ 7 ມາດຕະການສະກັດກັ້ນ ໂດຍໃຫ້ຕິດພັນກັບການປະເມີນຜົນ ການຈັດຕັ້ງປະຕິ ບັດກົດໝາຍ. ພ້ອມນັ້ນ ຍັງຈະຕ້ອງໄດ້ປັບປຸງເນື້ອໃນບາງມາດຕາ ຂອງກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະຕ້ອງໄດ້ກຳນົດລະອຽດ ກ່ຽວກັບກົນໄກການປະສານສົມທົບ ແລະ ກົນໄກການລາຍງານ ໃນການນໍາໃຊ້ 7 ມາດຕະການສະກັດກັ້ນ.

ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ກໍບໍ່ສາມາດປາສະຈາກໄດ້ດ້ານອ່ອນ-ຂໍ້ຄົງຄ້າງ ເຊິ່ງນັບທັງຢູ່ຂັ້ນຕອນ ຂອງເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ພະນັກງານໄອຍະການ ເປັນຕົ້ນ ອອກຄຳສັ່ງກັກຂັງພາງໄປແລ້ວ ແຕ່ຂາດການຕິດຕາມກວດກາຄືນ ໂດຍທຳມະດາແລ້ວສັ່ງກັກຂັງພາງຕໍ່ໄດ້ເທື່ອລະ 2 ຫລື 3 ເດືອນ ແລະ ບໍ່ໃຫ້ເກີນ 6ເດືອນ ຫລື 1 ປີ ຕາມແຕ່ລະສະຖານການກະທໍາຜິດ ຍ້ອນພວກເຮົາຂາດຄວາມເຂັ້ມງວດ ພາໃຫ້ມີການກັກຂັງເກີນກໍານົດ ເຮັດໃຫ້ສັງຄົມມີຫາງສຽງຈົ່ມວ່າ ຫລື ບາງກໍລະນີ ສັງຄົມມັກຕັ້ງຄຳຖາມ ຫລື ປະເດັນຂຶ້ນຕໍ່ເຈົ້າຫນ້າທີ່.
ຂ່າວ: ທະນູທອງ ພາບ: ອ່າຍຄຳ

ທີ່ມາ ປະເທດລາວ Pathedlao

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (20)
ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ
ek
ດວງລາຍວັນປະຈໍາວັນພະຫັດ ທີ 21 ກັນຍາ 2023
ດວງ-Tou-Vientianepost (17)
ແຈ້ງການ ຈາກກະຊວງສາທາລະນະສຸກ ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນລາວ
ດວງ-Tou-Vientianepost (14)
ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມງານ ວາງສະແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ 20
ek
ດວງລາຍວັນປະຈໍາວັນພຸດ ທີ 20 ກັນຍາ 2023
ek
ດວງລາຍວັນປະຈໍາວັນຈັນ ທີ 18 ກັນຍາ 2023
ດວງ-Tou-Vientianepost (9)
ປະທານປະເທດ ສຳເລັດການ ເຂົ້າຮ່ວມກອງປະຊຸມສຸດຍອດປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
ດວງ-Tou-Vientianepost (7)
ສອງນາຍົກລັດຖະມົນຕີ ລາວ-ຈີນ ພົບປະ ຢ່າງເປັນທາງການຢູ່ທີ່ ນະຄອນໜານໜິງ
ດວງ-Tou-Vientianepost (5)
ແຈ້ງໂຈະຊົ່ວຄາວ ໂຄງການພັດທະນາພະລັງງານລົມ,ແສງຕາເວັນ ແລະ ເຂື່ອນປ້ຳນ້ຳສູບເກັບ
ດວງ-Tou-Vientianepost (4)
ບໍລິສັດຍອດງື່ມ ພາວເວີ້ ເລີ່ມຈຳໜ່າຍນໍ້າມັນແອັດຊັງທຳມະດາ ທີ່ປຸງແຕ່ງເອງ ລາຄາຖືກກວ່ານໍ້າມັນແອັດຊັງທີ່ນຳເຂົ້າເຖິງ 930 ກີບ
ຢ່າລື່ມກົດຕິດຕາມ