ແຂວງບໍ່ແກ້ວທຳລາຍສິນຄ້າປອມແປງ ສິນຄ້າລອກຮຽນແບບ ແລະ ສິນຄ້າເສື່ອມຄຸນ ຫລາຍກວ່າ 100 ລາຍການ

ເຈົ້າໜ້າທີ່ກວດກາການຄ້າ ແຂວງບໍ່ແກ້ວ ຈັດພິທີທໍາລາຍສິນຄ້າປອມແປງ, ສິນຄ້າຫຼອກຮຽນແບບ, ສິນຄ້າເສືອມຄຸນ ແລະ ສິນຄ້າຫ້າມຈໍາໜ່າຍ ຢູ່ພາຍໃນ ສປປ ລາວ.ໃນຕອນບ່າຍ ຂອງວັນທີ 30 ມິຖຸນາ 2023 ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ສົມທົບຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ຈັດພິທີທໍາລາຍສິນຄ້າປອມແປງ, ສິນຄ້າຫຼອກຮຽນແບບ, ສິນຄ້າເສືອມຄຸນ ແລະ ສິນຄ້າຫ້າມຈໍາໜ່າຍ ຢູ່ພາຍໃນ ສປປ ລາວ ຈໍານວນ 102 ລາຍການ ຕົ້ນຕໍແມ່ນສິນຄ້າໝວດສະບຽງອາຫານ, ເຄື່ອງສໍາອາງ ແລະ ຜະລິດຕະພັນຢາສູບນອກລະບົບ ລວມເປັນມູນຄ່າ 41.011.000 ກີບ. ກໍລະນີພົບເຫັນມີການຈໍາໜ່າຍສິນຄ້າປອມແປງ, ສິນຄ້າເສືອມຄຸນ ແລະ ຜະລິດຕະພັນຢາສູບນອກລະບົບ ແຈ້ງເຈົ້າໜ້າທີ່ກວດກາການຄ້າ ໄດ້ທີ່ເບີ 1510 ຫຼຶ 02059127300, 54554210 ພາບ,ຂ່າວ: ຂະແໜງການຄ້າພາຍໃນ ທີ່ມາ ພະແນກອຸດສາຫະກໍາ ແລະ ການຄ້າແຂວງບໍ່ແກ້ວ

ປກສ ແຂວງວຽງຈັນ ມອບລົດຈັກທີ່ເກັບກູ້ມາໄດ້ ຄືນໃຫ້ເຈົ້າຂອງເດີມ

ວັນທີ 23 ມີຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ພະແນກສຶບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ໄດ້ມອບລົດຈັກຄືນເຈົ້າຂອງເດີມ ເຊິ່ງລົດຄັນດັ່ງກ່າວແມ່ນລົດຂອງ ທ່ານ ນາງ ບຸນເປ້ ອາຍຸ 27 ປີ ບ້ານ ນໍ້າຍອນ ເມືອງແມດ ແຂວງວຽງຈັນ ທີ່ຖືກຄົນບໍ່ດີລັກໄປ ລົດທີ່ນຳມາມອບຄັ້ງນີ້ມີລົດເວບ 100 ສີຂຽວດໍາ ຈໍານວນ 1 ຄັນ ເຈົ້າໜ້າທີ່ຕໍາຫຼວດສາມາດຮິບໂຮມ ແລະ ເກັບກູ້ຄືນມາໄດ້ ແລ້ວໄດ້ມອບຄືນໃຫ້ເຈົ້າຂອງເດີມ.

ປກສ ແຂວງຈຳປາສັກ ຈັບຕົວກຸ່ມຄ້າຂາຍ ແລະ ເສບຢາເສບຕິດ 6 ຄົນ

ວັນທີ 28 ມິຖຸນາ 2023 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປະຈຳຈຸດກວດກາບ້ານຫຼັກ 16 ເມືອງປະທຸມພອນ ແຂວງຈຳປາສັກ ກັກຕົວຜູ້ຄ້າຂາຍຢາເສບຕິດໄດ້ 1 ຄົນຊື່ ທ້າວປັນຍາ ອາຍຸ 20 ປີ ຢູ່ບ້ານລົມສັກເໜືອ ເມືອງບາຈຽງ ແຂວງຈຳປາສັກ ຈຶ່ງໄດ້ສົ່ງມາທາງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ສອບສວນຂະຫຍາຍຜົນ ໄດ້ຕື່ມອີກ 5 ຄົນ: ທ້າວທອງໃບ ອາຍຸ 26 ປີ ບ້ານລົມສັກໄຕ້ ເມືອງບາຈຽງ, ທ້າວຈ່ອຍ ອາຍຸ 23 ປີ ບ້ານມ່ວງ ເມືອງປະທຸມພອນ, ທ້າວ ດາວ ອາຍຸ 23 ປີ ບ້ານຫ້ວຍລືສີ ເມືອງບາຈຽງ, ທ້າວທອງຄຳ ອາຍຸ 25 ປີ ບ້ານລົມສັກໃຕ້ ເມືອງບາຈຽງ, ທ້າວບຸນລອງ […]

ຫຼົງກິນກາເຟປະສົມສານເສບຕິດ ໝົດສະຕິເກືອບເອົາຊີວິດບໍ່ລອດ

ໃນປັດຈຸບັນ ບັນຫາຢາເສບຕິດເປັນໄພນາບຂູ່ມາກັບສັງຄົມ ນັບມື້ນັບຍິ່ງມີຢາເສບຕິດມາໃນຮູບແບບໃໝ່ເລື່ອຍໆ ຈຶ່ງເຮັດໃຫ້ກຸ່ມຄົນທີ່ເສບສານເສບຕິດກວ້າງຂຶ້ນ ໂດຍຢາເສບຕິດຮູບແບບໃໝ່ທີ່ບໍ່ແມ່ນພຽງແຕ່ປະເພດຢາບ້າ ກໍມີຄື: ກາເຟມ່ວນ, ຄໍລາເຈນ, ນໍ້າສະຫວັນ, ນໍ້າໃບກະທ້ອມ, ສານລະເຫີຍ ເປັນລັກສະນະແບບປູມເປົ້າ ແກັສສໍາລັບສູດດົມ ແລະ ອື່ນໆ. ສານເສບຕິດດັ່ງກ່າວນີ້ ມີບາງກຸ່ມກໍນຳໃຊ້ດ້ວຍຄວາມຕັ້ງໃຈ ແຕ່ບາງກຸ່ມກໍຫຼົງເສບ ແບບບໍ່ຮູ້ໂຕເຊັ່ນກໍລະນີນີ້ ຖືກເຜີຍແຜ່ຜ່ານເຟສບຸກສ່ວນໂຕຂອງ ນາງ ລຳພອນ ວົງໄຊ ວ່າ: ກາເຟປະສົມສານເສບຕິດ ເມື່ອກິນຖ້າຮ່າງກາຍບໍ່ເເຂງເເຮງ ເວລາດື່ມເຂົ້າໄປຈະເຮັດໃຫ້ມີອາການຫາຍໃຈຍາກ ບໍຮູ້ສະຕິ ຂາດເລືອດໄປລໍ່ລ້ຽງຫົວໃຈ ເຮັດໃຫ້ຊອັກໝົດສະຕິ, ໂດຍຕົນແລະ ສາມີ ໄດ້ຊື້ກາເຟ ໂດຍຕອນຊື້ກິນກໍຄິດພຽງວ່າເປັນກາເຟທົ່ວໄປ ແລ້ວເອົາມາແບ່ງກັນຄົນລະເຄິ່ງຊອງ ເມື່ອກິນເຂົ້າໄປພຽງ 2 ກືນບໍ່ຮອດ 5 ນາທີກໍໝົດສະຕິແລ້ວຖືກນຳສົ່ງໂຮງໝໍ. ແລະ ນາງ ລຳພອນ ກໍໄດ້ກ່າວຕື່ມອີກວ່າ: ກາເຟດັ່ງກ່າວໄດ້ຊື້ມາຈາກຄາຊິໂນ ແລະ ຕົນກໍປອດໄພແລ້ວ. ທັ້ງນີ້ ຈຶ່ງຢາກມາເຕືອນທຸກຄົນ ເມື່ອໄປທ່ຽວໃນສະຖານບັນເທີງຄວນລະມັດລະວັງໃນການດື່ມສິ່ງຕ່າງໆ ເພາະທ່ານອາດບໍ່ໂຊກດີແບບນີ້ ແລະ ຍັງມີບາງກໍລະນີທີ່ເສບເກີນຂະໜາດຈົນເຮັດໃຫ້ເສຍຊີວິດ.

ດວງລາຍວັນປະຈໍາວັນຈັນ ທີ 03 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານ​ ຈະ​ມີ​ຄວາມ​ສຳ​ເລັດ​ໃນ​ອາ​ຊີບ​ດ້ານ​ການເຮັດ​ອາຫານ​ຫລື​ທຸລະກິດ​ໃຫ້​ຄຳ​ປຶກ​ສາ ການ​ເງິນໂຊ​ກດີ​ຫລາຍ​ໆ ຈະ​ໄດ້ຮັບ​ຊັບ ຄວາມ​ຮັກຈະ​ພົບ​ຄົນ​ລັກສະນະ​ອວບໆ ແບບບໍ່​ທັນຕັ້ງໂຕ​ເຂົ້າມາຫາໃນໄລຍະນີ້ ເຄື່ອງມຸງຄຸນຄໍາ ສີມຸງຄຸນ​ສີຂຽວ ເລກ​ນຳ​ໂຊກ​   8 ຄົນເກີດວັນຈັນ:ການ​ງານໄດ້​ເຮັດວຽກ​ທີ່​ທ່ານມັກ​ທີ່​ມີ​ຄວາມ​ໃຈ​ຮັກ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ ຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ເຂົ້າ​ມາ​ໃນ​ໄລຍະ​ນີ້​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນເອງ ຄວາມ​ຮັກ​ຈະ​ຢູ່ໃນ​ສະຖານະການ​ຮັກ​ຊ້ອນ​ ເພາະທ່ານຕ້ອງເບິ່ງຮັກຄັ້ງນີ້ໃຫ້ຫຼາຍໆ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​5 ຄົນເກີດວັນອັງຄານ:ການ​ງານມີ​ໂອ​ກາດ​ໄດ້​ເລື່ອນ​ຂັ້ນ ເລື່ອນ​ຕຳແໜ່ງ ໄດ້​ພົບ​ບໍລິວານ​ທີ່​ດີ​ແລະ​ເກັ່ງ​ມາ​ຊ່ວຍ​ເຫລືອ ການ​ເງິນ​ມີດວງໃນ​ການ​ສ່ຽງ​ໂຊກ​ໂຊ​ກດີ​ຫລາຍ​ໆ ຄວາມ​ຮັກ​ຈະ​ພົບ​ຄົນ​ຜິວ​ຂາວ​ເຫຼືອງ​ໂດດ​ເດັ່ນ​ທີ່​ຈະ​ເຂົ້າ​ມາ​ໃນ​ໄລຍະ​ນີ້ ເຄື່ອງມຸງຄຸນ​  ເງິນ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​4 ຄົນເກີດວັນພຸດ:ການ​ງານຖ້າ​ຈະ​ເຮັດ​ທຸລະກິດ​ໄລຍະ​ນີ້​ຄວນ​ປຶກ​ສາ​ຜູ້ໃຫຍ່​ຈະ​ໄດ້ຮັບ​ການ​ຊ່ວຍ​ເຫລືອ​ ແລະ ​ຄຳ​ປຶກ​ສາ​ທີ່​ດີ ການ​ເງິນຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ເຂົ້າ​ມາ​ເພີ່ມ​ຫລາຍ​ຂຶ້ນ ຄວາມ​ຮັກຈະ​ພົບ​ຮັກ ພົບ​ຄົນທີ່​ມີ​ສະເໜ່​ຫລາຍ​ໆ ທ່ານ​ເປັນ​ຄົນທີ່​ມີ​ຊື່​ສຽງ ເຄື່ອງມຸງຄຸນ​​ຫີນນໍາໂຊກສີແດງ ສີມຸງຄຸນສີ​ດໍາ ເລກ​ນຳ​ໂຊກ​7 ຄົນເກີດວັນພະຫັດ:ການ​ງານ​ຕັດ​ສິນ​ໃຈ​ແບບບໍ່ທັນຕັ້ງໂຕ​ໃນ​ການເລີ່ມ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​  ຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ເຂົ້າ​ມາ​ໃນ​ໄລຍະ​ນີ້ ເຮັດໃຫ້​ດີ​ໃຈ​ຫລາຍ​ໆ ຄວາມ​ຮັກຈະ​ພົບ​ຄົນທີ່​ສ້າງສັນ ເກັ່ງ ລາວ​ເປັນ​ຄົນທີ່​ຈະ​ຄອຍ​ຖ້າ​ເບິ່ງ​ແຍງ​ທ່ານ​ໄດ້​ດີ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​ 9 ຄົນເກີດວັນສຸກ:ການ​ງານຖ້າທຸລະກິດ​ດ້ານ​ແຟ​ຊັນ ເຮັດ​ທຸລະກິດ​ດ້ານ​ອຸດສາຫະກຳ​ ເຮັດ​ທຸລະກິດ​ດ້ານ​ວົງ​ການ​ບັນ​ເທີງ ມີ​ໂອ​ກາດ​ກ້າວ​ໜ້າ ການ​ເງິນສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ໂດຍ​ທັນ​ທີແລະ ກໍຈາກໄປແບບທັນທີ ຄວາມ​ຮັກລະ​ວັງ​ເກີດ​ບັນຫາ​ກັບ​ຄົນ​ຮັກບໍ່ເຂົ້າໃຈໃນຕົວທ່ານ ເຄື່ອງມຸງຄຸນ​​ແຫວນຄໍາ […]

ທ້າວ ສະຖາພອນ ສິມມາລາວົງ ຫຼື ໂຢ ເຂົ້າຮ່ວມແຂ່ງຂັນເທັນນິດ ສິງ ແຊ໋ມປ້ຽນຊິບ 2023 ທີ່ປະເທດໄທ

ທ້າວ ສະຖາພອນ ສິມມາລາວົງ ຫຼື ໂຢ ນັກກິລາເທັນນິດ ມື 2 ປະເທດລາວ ຊຶ່ງຫາກໍສ້າງຜົນງານພົ້ນເດັ່ນ ຄວ້າແຊ໋ມກິລາເທັນນິດລະດັບຊາດ ຫຼື ລາຍການ ນໍ້າດື່ມຫົວເສືອ ໂອເພັນ 2023 ເປັນຄັ້ງທຳອິດ ມາໃໝ່ໆໝາດໆ ເຂົ້າຮ່ວມການແຂ່ງຂັນເທັນນິດ ລະດັບອາຊີບ ລາຍການ ສິງ ແຊ໋ມປ້ຽນຊິບ 2023 ຫຼື “Singha Championship 2023” ທີ່ເມືອງພັດທະຍາ ແຂວງຊົນບູຣີ ປະເທດໄທ ລະຫວ່າງວັນທີ 25 ມິຖຸນາ ຫາ 2 ກໍລະກົດ 2023. ທ້າວ ສະຖາພອນ ສິມມາລາວົງ ແຈ້ງໃຫ້ທີມງານນັກຂ່າວໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ ຮູ້ວ່າ: ໃນປັດຈຸບັນ ນ້ອງໄດ້ເຂົ້າຮ່ວມການແຂ່ງຂັນກິລາເທັນນິດ ລະດັບອາຊີບ ລາຍການ ສິງ ແຊ໋ມປ້ຽນຊິບ 2023 ຫຼື […]

ປກສ ເມືອງຕົ້ນເຜິ້ງ ຢຶດຢາເສບຕິດ ປະເພດຢາບ້າ 2.800.000 ເມັດ

ອີງຕາມວາລະສານ ປ້ອງກັນຄວາມສະຫງົບ ລາຍງານໃນວັນທີ 29 ມິຖຸນາ 2023 ເວລາປະມານ 23 ໂມງຜ່ານມາ, ກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮ່ວມກັບກອງກໍ່ສ້າງຮາກຖານ 918 ໄດ້ຢຶດຢາເສບຕິດ ປະເພດຢາບ້າ 2.800.000 ເມັດ ໃນຄະນະທີ່ກຳລັງຂົນຂື້ນຝັງນໍ້າຂອງ ພ້ອມກັກຕົວຜູ້ຖືກຫາໄດ້ 2 ຄົນ. ຄະດີດັ່ງກ່າວ, ເບື້ອງຕົ້ນ ເຈົ້າໜ້າທີ່ຕໍາຫຼວດ ວິຊາສະເພາະ ກອງບັນຊາການ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ສົມທົບກັບກອງກໍ່ສ້າງຮາກຖານ 198 ໄດ້ອອກກວດກາລາດຕະເວນຕາມລໍາແມ່ນໍ້າຂອງເຂດບ້ານສີບຸນ ເຮືອງ-ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ພໍເຄື່ອນໄຫວໄປຮອດເຂດບ້ານມ່ວງຄຳ ໄດ້ພົບເຫັນເຮືອກາບ ນ້ອຍຂີ່ຂ້າມນໍ້າຂອງຈາກແຕ່ປະເທດມຽນມາ ເຂົ້າມາຟັງລາວ ຈອດຢູ່ທ່າເຮືອບ້ານມ່ວງຄໍາ, ຈາກນັ້ນ, ເຈົ້າໜ້າທີ່ຈິ່ງໄດ້ຕິດຕາມ ໄດ້ພົບເຫັນກຸ່ມຄົນດັ່ງກ່າວ ກໍາລັງຂົນຢາເສບຕິດຂຶ້ນທ່າເຮືອດັ່ງກ່າວ ເຈົ້າໜ້າທີ່ຈິ່ງໄດ້ເຂົ້າຈັບກຸ່ມຄົນດັ່ງກ່າວ ແຕ່ກຸ່ມຄົນດັ່ງກ່າວແມ່ນໄດ້ເອົາຕົວຫຼົບໜີບາງຈຳນວນກໍໄດ້ຂີ່ເຮືອທີ່ຍັງມີຢາເສບຕິດຫຼົບໜີ. ອີກຈຳນວນໜື່ງແມ່ນໄດ້ໜີເຂົ້າມາໃນເຮືອນຂອງປະຊາຊົນເຂດດັ່ງກ່າວ, ເຈົ້າໜ້າທີ່ໄດ້ນໍາເຂົ້າກວດ ຄົ້ນໃນຂອບເຂດເຮືອນ ທີ່ພວກກ່ຽວເຂົ້າລີ້ຊ້ອນ ຈິ່ງໄດ້ພົບເຫັນຜູ້ຊາຍ 2 ຄົນ […]

ແຂວງບໍ່ແກ້ວ ກຳນົດລາຄາໃໝ່ ຊີ້ນງົວ-ຄວາຍ ແລະ ຊີ້ນໝູ

ວັນທີ 30 ມິຖຸນາ 2023 ນີ້, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ ແຈ້ງການ ເລື່ອງ: ການກໍານົດລາຄາຊີ້ນງົວ, ຄວາຍ ແລະ ໝູ ຂອດຂາຍຍົກໜ້າໂຮງງານ ແລະ ຂອດຂາຍຍ່ອຍ ຫຼື ຂອດຫນ້າຂຽງ ຢູ່ພາຍໃນຕະຫຼາດເທສະບານ ແຂວງ ຄືນໃໝ່ໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ ໃນລາຄາທີ່ສົມເຫດສົມຜົນ ສາມາດຮັບໄດ້ທັງຜູ້ຂາຍແລະຜູ້ຊົມໃຊ້ຄື: – ລາຄາຊີ້ນຂອດຂາຍໜ້າໂຮງງານ (ຂອດນາຍຮ້ອຍ) ຊີ້ນງົວ, ຄວາຍ ລາຄາລວມ 66.000 ກີບ/ກິໂລ, ຊີ້ນໝູ ລາຄາລວມ 65.500 ກີບ/ກິໂລ, – ລາຄາຊີ້ນຂອດຂາຍຍ່ອຍ (ຂອດໜ້າຂຽງ) ກ. ປະເພດຊີ້ນຄວາຍ ແລະ ງົວ:ຊີ້ນສົດປະເພດ 1 ລາຄາ 100.000 ກີບ/ກິໂລ, ຊີ້ນປະສົມປະເພດ 2 ລາຄາ 85.000 ກີບ/ກິໂລ, ເຄື່ອງໃນ ລາຄາ […]

ດວງລາຍວັນປະຈໍາວັນເສົາ ທີ 02 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານການ​ລົງ​ທຶນ​ເຮັດທຸລະກິດ​ອາດ​ເກີດ​ຄວາມ​ຜິດ​ພາດ ຕ້ອງໃຫ້ລະວັງເລື່ອງຂອງສັນຍາ ການ​ເງິນມີ​ໂອ​ກາດ​ຫາ​ເງິນ​ໄດ້​ເຂົ້າ​ມາ​ໄດ້ຫຼາຍ ໄດ້ແບບທ່ານເອງກໍບໍ່ຮູ້ຕົວ ຄວາມ​ຮັກມີ​ໂອ​ກາດ​ພົບ​ຄົນ​ອາ​ຍຸ​ນ້ອຍ​ກວ່າ ທ່ານ​ເປັນ​ຄົນ​ຈິດ​ໃຈ​ດີ ໜ້າ​ຄົບ​ຫາແລະ ມີບຸກຄະລຶກທີ່ເຂົ້າກັບທ່ານ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ສິນໍ້າຕານ ເລກ​ນຳ​ໂຊກ​1 ຄົນເກີດວັນຈັນ:ການ​ງານ​ການ​ຕັດ​ສິນ​ໃຈ​ທີ່​ຈະ​ລົງ​ເຮັດທຸລະກິດ​ໃໝ່​ເກີດ​ຄວາມ​​ຊ້າ ເພາະອາດຍັງລົມກັນແບບບໍ່ລົງຕົວ ການ​ເງິນສາມາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ອີກ ແຕ່ຕ້ອງລະວັງລະວັງເລື່ອງຂອງລາຍຈ່າຍ ຄວາມ​ຮັກ​ພົບ​ຄົນ​ຜິວ​ຂາວ​ ຫຼື ​ຜິວ​ສອງ​ສີ​ໃນ​ສະຖານະການ​ຄວາມ​ສຳພັນ​ບໍ່​ຊັດເຈນ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີແດງ ເລກ​ນຳ​ໂຊກ​9 ຄົນເກີດວັນອັງຄານ:ການ​ງານການ​ເຈລະ​ຈາ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ ເພາະຄວາມສາມາດຂອງທ່ານເອງ​ ການ​ເງິນ​ມື້​ນີ້​ມີ​ໂຊກ​ຈະ​ໄດ້​ເງິນເຂົ້າມາໃຫ້ໄດ້ໃຊ້ຈ່າຍແບບບໍ່ຕ້ອງກັງວົນ ຄວາມ​ຮັກບໍ່​ມີ​ເວລາ​ໃຫ້​ກັບ​ຄົນ​ຮັກ​ ອາດເຮັດໃຫ້ທ່ານທັງສອງມີບັນຫາກັນຕາມມາ ເຄື່ອງມຸງຄຸນ​  ​ເງິນ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​2 ຄົນເກີດວັນພຸດ:ການ​ງານ​ພົບ​ອຸປະສັກ​ທາງ​ດ້ານ​ການ​ງານ​ແຕ່​ກໍ​ສາມາດ​ແກ້​ໄຂ​​ໃຫ້​ກາຍ​ເປັນ​ໂອ​ກາດ​ໄດ້ ການ​ເງິນມື້​ນີ້​ມີ​ໂຊກ​ຈະ​ໄດ້​ເງິນເຂົ້າມາໃນໄວໆນີ້​ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຄົນທີ່​ມີ​ສະເໜ່​ໃນ​ສະຖານ​ທີ່​ທ່ອງທ່ຽວສວຍ​ງາມ ເຄື່ອງມຸງຄຸນ​​ຄໍາຝຣັ່ງ ສີມຸງຄຸນສີບົວອ່ອນ ເລກ​ນຳ​ໂຊກ​5 ຄົນເກີດວັນພະຫັດ:ການ​ງານມີ​ໂອ​ກາດ​ພົບ​​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ຕຳແໜ່ງ​ໜ້າທີ່​ການ​ງານ​ແບບບໍ່ທັນຕັ້ງໂຕ ການ​ເງິນ​​​ ຈະ​ໃຊ້​ເງິນ​ເປັນ​ຈຳນວນ​ຫຼາຍ​ເພື່ອ​ເປັນ​ການ​ລົງ​ທຶນ​ແລ້ວ​ຈະ​ໄດ້​ຜົນ​ກຳ​ໄລທີ່​ຫຼາຍ​ຂຶ້ນ ຄວາມ​ຮັກເກີດ​ຄວາມ​ຫ່າງ​ເຫິນ​ແລະ​ບໍ່​ເຂົ້າໃຈ​ກັນ​ກັບ​ຄົນ​ຮັກຈະເຮັດໃຫ້ທ່ານມີບັນຫາ ເຄື່ອງມຸງຄຸນ​​ຫິນນໍາໂຊກສີບົວ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​8 ຄົນເກີດວັນສຸກ:ການ​ງານ​ຕັດ​ສິນ​ໃຈ​ເຮັດ​ທຸລະກິດແຕ່ຕ້ອງລະວັງອາດຖືກສໍ້ໂກງ ຈາກຄົນທີ່ທ່ານສະໜິດ ການ​ເງິນ​​ ຜູ້ໃຫຍ່​ຈະ​ຄອຍ​ຖ້າ​ອຸປະຖຳ​ດ້ານ​ການ​ເງິນໃຫ້ທ່ານໃນທຸກໆເລື່ອງ ຄວາມ​ຮັກເກີດ​ເຫດ​ຄວາມ​ສຳພັນ​ແຕກ​ແຍກ ເລີກ​ລາ ຢ່າຮ້າງສາເຫດມາຈາກຄວາມໃຈຮ້ອນຂອງທ່ານທັງສອງ ເຄື່ອງມຸງຄຸນ​​  ໄຂ່ມຸູກ ສີມຸງຄຸນສີຂຽວ ເລກ​ນຳ​ໂຊກ​3 ຄົນເກີດວັນເສົາ:ການ​ງານເຮັດວຽກ​ດ້ວຍ​ຄວາມ​ລະອຽດ​ຮອບ​ຄອບ​ສ້າງ​ຜົນ​ງານ​ໄດ້​ຢ່າງ​ດີ […]

ດວງລາຍວັນປະຈໍາວັນເສົາ ທີ 01 ກໍລະກົດ 2023

ຄົນເກີດວັນອາທິດ:ການ​ງານຕິດ​ຕໍ່​ລູກ​ຄ້າ ຫລື​ ເດິນທາງ​ຕິດ​ຕໍ່​ວຽກງານ​ໃໝ່ ກໍ​ມີ​ໂອ​ກາດ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນລະ​ວັງ​ເຂົ້າ​ສູ່​ສະພາ​ວະ​ທີ່​ຕ້ອງ​ໃຊ້​ເງິນ​ໃນ​ອະນາຄົດ ເບີກ​ເງິນ​ໃນ​ອະນາຄົດ​ອອກ​ມາ​ໃຊ້ ຫລື​ຢືມເງິນຈາກທະນາ​ຄານ ກົດ​ບັດ​​ເຄຣ​ດິດ​ມາ​ໃຊ້​ຈ່າຍ ຄວາມ​ຮັກສະຖານນະການ​ດ້ານ​ຄວາມ​ຮັກ​ຍັງ​ຢູ່ໃນ​ເກນ​ຊົງ​ຕົວ​ບໍ່​ມີ​ເຫດການ​ໃດ​ໆ ປ່ຽນ​ແປງ​ປານໃດ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ​ສີດໍາ ເລກ​ນຳ​ໂຊກ​6 ຄົນເກີດວັນຈັນ:ການ​ງານຊ່ວງ​ນີ້​ຈະ​ພົບ​​ຄອນ​ເນັກ​ຊັ່ນ​ເພີ່ມເຕິມ​ໃນ​ເລື່ອງ​ຂອງ​ທຸລະກິດຈະການ​ງານ​ທີ່​ຈະ​ໄດ້​ຮູ້​ຈັກ​ລູກ​ຄ້າ​ຫລາຍ​ຂຶ້ນ ການ​ເງິນລາຍ​ຈ່າຍ​ມີ​ຫລາຍ ລະ​ວັງ​ຢູ່ໃນ​ສະພາ​ວະ​ເກືອບ​ໜ້າ​ບໍ່​ເຖິງ​ຫຼັງ ໝຸນ​ເງິນ​ບໍ່​ທັນ​ໃຊ້ ຄວາມ​ຮັກເບິ່ງ​ຄື​ວ່າ​ຢາກ​ໃຊ້​ຊີວິດ​ແບບ​ເປັນ​ອິດສະຫລະ​ຫລາຍກວ່າ ເພາະ​ຕອນ​ນີ້​ກຳ​ລັງ​ມີ​ຄວາມ​ສຸກ​ດີ​ຂຶ້ນ ເຄື່ອງມຸງຄຸນ​ຫີນນໍາໂຊກສີແດງ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​6 ຄົນເກີດວັນອັງຄານ:ການ​ງານມີ​ໂອ​ກາດ​ປ່ຽນ​ແປງ​ຍົກ​ຍ້າຍວຽກ​ງານ ເດີນທາງ​ຕິດ​ຕໍ່​ງານ​ເກີດ​ຄວາມ​ສຳ​ເລັດ​ກໍ​ເປັນ​ໄປ​ໄດ້ ການ​ເງິນມີ​ລາຍ​ຈ່າຍ​ອອກ​ໄປ​ຕະຫລອດ​ໃນ​ຊ່ວງ​ນີ້ ບໍ່​ສາມາດ​ຫຼີກ​ລ້ຽງ​ລາຍ​ຈ່າຍ​ໃດ​ໆ ໄດ້​ເລີຍ ຄວາມ​ຮັກຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ລະ​ວັງ​ການ​ຂັດ​ແຍ້ງ ແຕກ​ແກກ ເລີກ​ລາ​ກັບ​ຄົນ​ຮັກ ເຄື່ອງມຸງຄຸນ​  ​ເພັດສີດໍາ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​2 ຄົນເກີດວັນພຸດ:ການ​ງານໃຊ້​ຄວາມ​ສະຫລາດ​ໃນ​ການ​ແກ້​ບັນຫາ​ການ​ງານ​ທີ່​​ຊ້າ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້ ການ​ເງິນຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ ປະ​ສົບ​ຄວາມ​ສຳ​ເລັດ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ​​ ຈະ​ພົບ​ຮັກ​ກັບ​ຄົົນທີ່​ເກັ່ງ​ຫລາຍ​ໆ ແບບ​ບໍ່ທັນຕັ້ງໂຕ ທ່ານ​ເປັນ​ຄົົນທີ່​ມີ​ນິ​ໄສທີ່​ບໍ່​ຄື​ໃຜ ເຄື່ອງມຸງຄຸນ​​ຫີນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກ​ນຳ​ໂຊກ​1 ຄົນເກີດວັນພະຫັດ:ການ​ງານຈະ​ເຮັດ​ທຸ​ກິດຈະການ​ງານ​ສິ່ງ​ໃດ​ຕ້ອງ​ເກັບ​ຂໍ້​ມູນ​ໃຫ້​ຊັດເຈນ​ເສຍ​ກ່ອນ​ແລ້ວ​ຄ່ອຍ​ລົງ​ທຸ​ນເຮັດ​ທຸລະກິດ ຈຶ່ງ​ຈະ​ເກີດ​ຄວາມ​ສຳ​ເລັດ​ໄດ້​ ການ​ເງິນມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ລັບ​ກັນ​ໄປ​ໃນ​ຊ່ວງ​ນີ້ ບໍ່​ສາມາດ​ຫຼີກ​ລ້ຽງ​ລາຍ​ຈ່າຍ​ໃດ​ໆ ໄດ້​ເລີຍ ຄວາມ​ຮັກຍັງ​ບໍ່​ໂດດ​ເດັ່ນ​ກັບ​ສະຖານນະການ​ດ້ານ​ຄວາມ​ຮັກ​ໃນ​ຊ່ວງ​ນີ້ ຍັງ​ເປັນ​ການ​ເບິ່ງ​ໆ ກັນ​ໄປ​ກ່ອນ ເຄື່ອງມຸງຄຸນ​ຫີນນໍາໂຊກສີສົ້ມ […]