ແລ່ນ-ລານ ຄົນພິການລາວ ຄວ້າເພີ່ມອີກ 2 ຫຼຽນທອງ ໃນອາຊຽນພາຣາເກມ

ສຳລັບ 2 ຫຼຽນທອງ ຂອງທັບນັກກິລາແລ່ນ-ລານຄົນພິການລາວໄດ້ຈາກສອງນັກກິລາລູກຫຼານຊາວແຂວງຊຽງຂວາງ ຈາກ ທ້າວ ບຸນເພັດ ເທບທິດາ ແລ່ນ 100 ແມັດ T13 ແລະ ນາງ ມັນນີ ແກ້ວມະນີ ປະເພດ ຊັດຫຼາວຍິງ ຊ່ວຍທັບນັກກິລາຄົນພິການລາວ ສ້າງຜົນງານໃນປັດຈຸບັນຍາດຫຼຽນລາງວັນໄດ້ທັງໝົດ 5 ຫຼຽນ ກໍຄື 1 ຫຼຽນເງິນ ແລະ 4 ຫຼຽນທອງ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ຄັ້ງທີ 12 ທີ່ນະຄອນຫຼວງ ພະນົມເປັນ ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023. ສະເພາະຜົນງານຂອງທັບນັກກິລາແລ່ນ-ລານຄົນພິການທີມຊາດລາວ ລົງແຂ່ງຂັນ 5 ລາຍການ ສາມາດຍາດໄດ້ 2 ຫຼຽນທອງ ຈາກທ້າວ ບຸນເພັດ ເທບທິດາ ຈາກລາຍການແລ່ນ 100 […]

ມື້ນີ້ ທົ່ວທຸກພາກ ຂອງລາວ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມລະດັບກາງ-ຕົກໜັກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານການຄາດຄະເນສະພາບອາກາດໃນໄລຍະ ວັນທີ 5 ມິຖຸນາ 2023 ວ່າ: ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນ ໄດ້ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ແລະ ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເຂດ ພາກເໜືອ ແລະ ພາກໃຕ້ພັດປົກຄຸມດ້ວຍກະແສລົມຕາເວັນຕົກສ່ຽງໃຕ້ ຊຶ່ງຈະເຮັດໃຫ້ອາກາດຮ້ອນຕື່ມອີກ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກປານກາງ ຫາໜັກ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ: ອາກາດຈະຮ້ອນ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ ອຸນພະພູມ ໃນລະຫວ່າງ 18-30 ອົງສາ. ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ […]

ລັດຖະບານອົດສະຕຣາລີ ສະໜັບສະໜູນເຄື່ອງຟອກໝາກໄຂ່ຫລັງ 5 ໜ່ວຍ ມູນຄ່າ 1,2 ຕື້ກວ່າກີບ ໃຫ້ລາວ

ລັດຖະບານອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນເຄື່ອງຟອກໝາກໄຂ່ຫລັງ ຈຳນວນ 5 ໜ່ວຍ ລວມມູນຄ່າ 1,2 ຕື້ກວ່າກີບ ໃຫ້ສຳລັບໂຮງໝໍແຂວງບໍ່ແກ້ວ, ໄຊຍະບູລີ, ບໍລິຄຳໄຊ ແລະ ເຊກອງ ໃນວັນທີ 31 ພຶດສະພາ 2023, ເພື່ອຊ່ວຍເຫລືອຊີວິດຄົນເຈັບຫລາຍພັນຄົນ ແລະ ຮັບປະກັນຄຸນນະພາບຊີວິດທີ່ດີຂຶ້ນ. ການຊ່ວຍເຫລືອດັ່ງກ່າວໂດຍມີທ່ານ ນາງ ວາແນັດຊ້າ ເຮກາຕີ້ ເລຂາເອກ ສະຖານທູດອົດສະຕຣາລີ ແລະ ທ່ານ ດຣ ນາງ ຍິງ-ຣູ ແຈັກກະລິນ ໂລ ຜູ້ຕາງໜ້າອົງການອະນາໄມໂລກ ມອບເຄື່ອງຟອກໝາກໄຂ່ຫລັງ ໃຫ້ແກ່ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ເຄື່ອງຟອກໝາກໄຂ່ຫລັງ ຈັດຊື້ໂດຍອົງການອະນາໄມໂລກ ຈະຊ່ວຍໃຫ້ຜູ້ທີ່ເປັນພະຍາດໝາກໄຂ່ຫລັງສາມາດເຂົ້າເຖິງການປິ່ນປົວໄດ້ດີຂຶ້ນ ໂດຍຄາດວ່າຈະສາມາດຊ່ວຍເຫລືອຄົນເຈັບໄດ້ຕື່ມອີກຫລາຍກວ່າ 5.000 ຄົນ ຕໍ່ປີ. ນອກນີ້, ຍັງຈະເຮັດໃຫ້ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ສາມາດໄດ້ຮັບການປິ່ນປົວແຍກຕ່າງຫາກ ເພື່ອຫລຸດຜ່ອນຄວາມສ່ຽງໃນການແຜ່ລາມຂອງເຊື້ອໄວຣັສດັ່ງກ່າວໄປສູ່ຄົນເຈັບຜູ້ອື່ນໆ. ນອກຈາກເຄື່ອງຟອກໝາກໄຂ່ຫລັງ, ລັດຖະບານອົດສະຕຣາລີ ຍັງໄດ້ຊ່ວຍເຫລືອເຄື່ອງກວດພະຍາດໂຄວິດ-19 […]

ຊົມເຊີຍ ລັດສະໝີ ສີປະເສີດ ໄດ້ຫຼຽນເງິນ ຫຼຽນທຳອິດ ໃຫ້ທັບນັກກິລາຄົນພິການລາວ

ນາງ ລັດສະໝີ ສີປະເສີດ ຄວ້າ 1 ຫຼຽນເງິນ ຫຼຽນທຳອິດ ແລະ 1 ຫຼຽນທອງ ຫຼຽນທີ 2 ໃນກິລາຍົກນໍ້າໜັກຮຸ່ນ 41 ກິໂລກຼາມຍິງ ໃຫ້ທັບນັກກິລາຄົນພິການລາວ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ຈັດຂຶ້ນ ໃນຕອນເຊົ້າມື້ນີ້ 4 ມິຖຸນາ ທີ່ນະຄອນຫຼວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ. ສຳລັບ 1 ຫຼຽນເງິນ ລັດສະໝີ ສີປະເສີດ ໄດ້ຈາກປະເພດຍົກຄະແນນລວມ ສ່ວນຫຼຽນຄຳ ເປັນຂອງ ນາງ Maridol ນັກກິລາຈາກ ຟິລິບປິນ ແລະ ຫຼຽນທອງ ເປັນຂອງ ນາງ Eneng Paridah ນັກກິລາຈາກອິນໂດເນເຊຍ. ສ່ວນ ຫຼຽນທອງ ຂອງນາງ ລັດສະໝີ ສີປະເສີດ ໄດ້ຈາກການຍົກເອົາຄະແນນຄັ້ງທຳອິດ ສ່ວນຫຼຽນຄຳ ເປັນຂອງນາງ […]

ດວງລາຍວັນປະຈໍາວັນຈັນ ທີ 05 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານຕັດ​ສິນ​ໃຈ​ປັບ​ປ່ຽນ​ກົນລະຍຸດ​ທາງ​ທຸລະກິດ​ແລ້ວ​ຈະ​ເກີດ​ຄວາມ​ສຳ​ເລັດທີ່​ດີ ການ​ເງິນການ​ລົງ​ນາມ​ເອກະສານ​ທາງ​ການ​ເງິນ​ອາດ​ເປັນ​ໂມ​ຄະ ຄວາມ​ຮັກມີ​ໂອ​ກາດ​ພົບ​ຮັກ​ກັບຄົນທີ່​ມີ​ຊື່​ສຽງ​ດີ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນ​ສີນໍ້າຕານ ເລກ​ນຳ​ໂຊກ​  6 ຄົນເກີດວັນຈັນ:ການ​ງານເຮັດວຽກ​ດ້ວຍ​ຄວາມ​​ລະອຽດ​ຮອບ​ຄອບ ຈະ​ເກີດ​ຊື່​ສຽງ​ດີ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້ຮັບ​ຊັບ ຄວາມ​ຮັກ​ເດີນທາງ​ໄປ​ພົບ​ຄົນທີ່​ມີ​ສະເໜ່ເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​1 ຄົນເກີດວັນອັງຄານ:ການ​ງານພົບ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ກ້າວ​ໜ້າ​ໄດ້​ເລື່ອນ​ຕຳແໜ່ງ ການ​ເງິນເສຍ​ເງິນ​ສ້ອມແປງຂອງ​ໃຊ້​ທີ່​ແຕກ​ຫັກ​ເສຍ​ຫາຍ ຄວາມ​ຮັກ​ພົບ​ເລື່ອງ​ແຕກ​ແຍກ ເລີກ​ລາ ຢ່າຮ້າງ ເຄື່ອງມຸງຄຸນ​  ໄຂ່ມຸກ ສີມຸງຄຸນສີບົວ ເລກ​ນຳ​ໂຊກ​1 ຄົນເກີດວັນພຸດ:ການ​ງານໃຊ້​ສິລະປະໃນ​ເລື່ອງ​ຂອງ​ການ​ເຈລະ​ຈາ​ຕິດ​ຕໍ່​ທຸລະກິດ​ເກີດ​ຄວາມ​ສຳ​ເລັດ ການ​ເງິນຈະ​ໄດ້​ເຄື່ອງ​ປະ​ດັບ​ຂອງ​ມີ​ຄ່າ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກ​ພົບ​ຄົນ​ເກັ່ງ ນິ​ໄສດີເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ​​ແຫວນຄໍາ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​2 ຄົນເກີດວັນພະຫັດ:ການ​ງານ​ເຮັດ​ທຸລະ​ກິດການ​ຄ້າ​ໄດ້​ຜົນ​ກຳ​ໄລຫຼາຍ ການ​ເງິນເອກະສານ​ດ້ານ​ການ​ເງິນ​ເກີດ​ຄວາມ​ຊັກຊ້າ ຄວາມ​ຮັກໄດ້​ພົບ​ຮັກ​ແທ້​ຄູ່​ຄອງ​ທີ່​ດີ ເຄື່ອງມຸງຄຸນ​ເງິນ ສີມຸງຄຸນສີ​ແດງ ເລກ​ນຳ​ໂຊກ​  4 ຄົນເກີດວັນສຸກ:ການ​ງານແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ດ້ວຍ​ຄວາມ​ເລັ່ງ​ໃນດ້ານການງານ ການ​ເງິນຈະ​ພົບ​ເລື່ອງ​ທັງ​ຮັບ ​ແລະ ​ຈ່າຍ​ໃນໄລຍະ​ເວລາ​ດຽວກັນ ຄວາມ​ຮັກ​ຄວາມ​ສຳພັນ​ກັບ​ຄົນ​ຮັກ​ເກົ່າອາດກໍໃຫ້ເກີດມີການຄືນດີ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີ​ມ່ວງອ່ອນ ເລກ​ນຳ​ໂຊກ​9 ຄົນເກີດວັນເສົາ:ການ​ງານໃຊ້​ເຕັກ​ນິກ​ພິເສດ​ໃນ​ການ​ສ້າງສັນ​ຜົນ​ງານ​ໄດ້​ດີ​ ການ​ເງິນພົບ​ເລື່ອງ​ເສຍ​ເງິນ​ອອກ​ໄປ​ແບບ​ວ່ອງໄວ ຄວາມ​ຮັກຄວາມ​ສຳພັນ​ເກີດ​ຄວາມ​ຫ່າງ​ເຫີນ ເຄື່ອງມຸງຄຸນ​ເພັດສີແດງ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​0

ປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟ

ວັນທີ 2 ມິຖຸນາ 2023 ນີ້ ກອງບັນຊາການ ປກສ ແຂວງວຽງຈັນ ອອກແຈ້ງການປະກາດຫາຍາດຜູ້ເສຍຊີວິດ ໃນເຫດການລົດໄຟຕໍາຄົນຍ່າງແຄມລາງລົດໄຟເສຍຊີວິດ ປັດຈຸບັນ ສົບຜູ້ເສຍຊີວິດແມ່ນເກັບຮັກສາໄວ້ ມູນລະນິທິຈີນນະຄອນຫຼວງວຽງຈັນ ເຫດການລົດໄຟຕຳຄົນເສຍຊີວິດ ເກີດຂຶ້ນໃນ ວັນທີ 25 ພຶດສະພາ 2023 ເວລາ 10 ໂມງ 06 ນາທີ ຢູ່ຂອບ ເຂດບ້ານປ່ອງຊອງ ເມືອງຫີນເຫີບ ແຂວງວຽງຈັນ ເສົາໄຟຟ້າທີ 144, ກໂລແມັດ ທີ່ 88+550, ເຮັດໃຫ້ມີຜູ້ເສຍຊີວິດ 01 ຄົນ(ເພດຊາຍ). ຜ່ານການກວດກາ, ຊັນນະສູດຂອງພະແນກວິຊາສະເພາະໃຫ້ຮູ້ວ່າ: ຜູ້ເສຍຊີວິດ (ເປັນເພດຊາຍ), ລວງສູງ 150 ຊັງຕີແມັດ, ຜົມດໍາຍາວ 05 ຊັງຕີແມັດ, ໃບໜ້າສ້ວຍ, ຫູ 03 ລ່ຽມ, ດັງໂຄ້ງ, ຄິ້ວບາງ, ແຂ້ວ ປົກກະຕິ, ນຸ່ງເສື້ອຢືດຄໍມົນ, […]

ເຈົ້າໜ້າທີ່ ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ

ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ. ທ່ານ ພັທ ເຂິງຄຳ ຈັນທະວີໄຊ ໃຫ້ຮູ້ວ່າ: ເວລາ 21:00 ໂມງ ຂອງວັນທີ 11 ມີນາ 2023, ໜ່ວຍງານສືບສວນສອບສວນ ກອງບັນຊາການ ປກສ ເມືອງນາຊາຍທອງ ສົມທົບກັບ ປກສ ກຸ່ມໜອງໜ້ຽວເຂົ້າຈັບກຸມບຸກຄົນປຸ້ນຈີ້ຊີງຊັບ-ລັກຊັບ ເບື່ຶອງຕົ້ນສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວຄຳໝັ້ນ ອາຍຸ 31 ປີ ແລະ ຜູ້ກ່ຽວໄດ້ຊັກທອດຫາກຸ່ມແກ້ງເພີ່ມຈຳນວນ 4 ຄົນຄື: ນາງ ມຸກ ອາຍຸ 26 ປີ, ທ້າວ ບຸນນຳ ອາຍຸ 36 ປີ, […]

ສາວບານບ້ວງລໍ້ເລື່ອນທີມຊາດລາວ ໄດ້ຫລຽນທອງທຳອິດ ໃຫ້ທັບນັກກິລາ ຄົນພິການລາວ ໃນອາຊຽນພາຣາເກມ

ສາວທັບນັກກິລາບານບ້ວງລໍ້ເລື່ອນຄົນພິການທີມຊາດລາວ ປະເດີມຫຼຽນທອງ ທຳອິດໃຫ້ທັບນັກກິລາຄົນພິການລາວແລ້ວ ຫຼັງຈາກໄລ່ເອົາຊະນະ ນັກກິລາບານບ້ວງລໍ້ເລື່ອນຄົນພິການຍິງທີມຊາດ ຟິລິບປິນ 8-5 ຄະແນນ ໃນການແຂ່ງຂັນບານບ້ວງລໍ້ເລື່ອນຄົນພິການຍິງ ປະເພດ 3X3 ງານກິລາອາຊຽນ ພາຣາເກມ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນານີ້. ການແຂ່ງຂັນບານບ້ວງລໍ້ເລື່ອນຄົນພິການ ປະເພດ 3X3 ງານກິລາອາຊຽນ ພາຣາເກມ ຮອບຊີງຫຼຽນທອງ ແລະ ຫຼຽນຄຳ ໄດ້ມີຂຶ້ນ ໃນຕອນເຊົ້າມື້ນີ້ 3 ມິຖຸນາ 2023 ທັງທີມຍິງ ແລະ ທີມຊາຍ ໂດຍສະເພາະທີມຍິງ ຄູ່ຊີງຫຼຽນທອງ ເປັນການພົບກັນລະຫວ່າງ ລາວ ພົບກັບ ຟິລິບປິນ ແລະ ຄູ່ຊີງຫຼຽນຄຳ ໄທ ພົບກັບ ເຈົ້າພາບ ກຳປູເຈຍ ໃຫ້ກຽດເຂົ້າຮ່ວມຊົມ-ເຊຍ ໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ […]

ອຸຕຸເຕືອນ ພາກກາງ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມ ພ້ອມມີລົມພັດແຮງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານການຄາດຄະເນສະພາບອາກາດໃນໄລຍະ ວັນທີ 3 ມິຖຸນາ 2023 ວ່າ:ຄວາມກົດດັນຕໍ່າຂອງອາກາດ ຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າ ຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ເກືອບທົ່ວໄປຢູ່ໃນແຕ່ລະພາກ ແລະ ຕົກໃນ ລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ: ອາກາດຈະຮ້ອນ ແລະ ຍັງຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%ຂອງພາກ ອຸນພະພູມ ໃນລະຫວ່າງ 20-34 ອົງສາ. ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ […]

ດວງລາຍວັນປະຈໍາວັນອາທິດ ທີ 04 ມິຖຸນາ 2023

ຄົນເກີດວັນອາທິດ:ການ​ງານຈະ​ເຮັດ​ວຽກງານ​ຫຍັງ​ໃນ​ໄລຍະນີ້​ກໍ​ຈະ​ເປັນ​ເງິນ​ເປັນຄຳໄປ​ທຸກ​ຢ່າງ​ ເພາະ​ມີ​ຄວາມ​ສາມາດ​ ໃຊ້​ຄວາມ​ສາມາດ​ເພື່ອ​ໃຫ້​ເກີດ​ປະໂຫຍດ​ແກ່​ຕົນເອງ​ຫຼາຍ​ທີ່ສຸດ​ ການ​ເງິນໄດ້​ເຂົ້າ​ມາ​​ກໍ​ຈ່າຍ​ອອກ​ໄປ​ຫຼາຍ​ໃນ​ໄລຍະນີ້​ ເປັນ​ການ​ຊື້​ເຄື່ອງ​ທີ່​ທ່ານ​ຢາກ​ໄດ້​ມາ​ດົນ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກຍັງ​ບໍ່​ໂດດ​ເດັ່ນ​ໃນ​ເລື່ອງ​ຄວາມ​ຮັກ​ ເພາະ​ມຸ່ງ​ໝັ້ນ​ໃນ​ເລື່ອງວຽກ​ງານ​ຫຼາຍກວ່າ​ ເຄື່ອງມຸງຄຸນເງິນ ສີມຸງຄຸນ​   ສິຂາວ ເລກ​ນຳ​ໂຊກ​ 0 ຄົນເກີດວັນຈັນ:ການ​ງານເຮັດ​ສິ່ງ​ໃດ​​ເຮັດ​ດ້ວຍ​ຄວາມໝັ້ນ​ໃຈ​ ແລະ ​ຢ່າ​ລັງ​ເລ​ ຖ້າ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດ​ແນວໃດ​ ຄວນ​ມີ​ທີ່ປຶກ​ສາ​ທີ່​ດີ​ ທີ່​ມີ​ປະສົບການ​ຊ່ວຍ​ຕັດ​ສິນ​ໃຈ​ກໍ​ຈະ​ກໍ່​ໃຫ້​ເກີດ​ໂຊກ​ ການ​ເງິນມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ໃນ​ໄລຍະນີ້​ ເປັນ​ມື້​ໂຊກດີ​ຂອງ​ທ່ານ​ທີ່​ຈະ​ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ຖານະ​ດີ​ ຄວາມ​ຮັກ​ຍັງ​ບໍ່​ມີ​ເວລາ​ປານໃດ​ ເພາະ​ຍັງມີ​ວຽກ​ ຫຼື​ ຕ້ອງ​ເດີນທາງ​ຕະຫຼອດ​ເລີຍ​ບໍ່​ມີ​ເວລາ​ໃຫ້​ເລື່ອງ​ຄວາມ​ຮັກ​ນັ້ນ​ເອງ​ ເຄື່ອງມຸງຄຸນ​ເພັດສີສົ້ມ ສີມຸງຄຸນສີ​ບົວ ເລກ​ນຳ​ໂຊກ​6 ຄົນເກີດວັນອັງຄານ:ການ​ງານໄລຍະນີ້​ຈະ​ມີ​ຄວາມ​ສຳ​ເລັດ​ຢ່າງ​ທີ່​ຄາດ​ຫວັງ​ ແຕ່​ກໍ​ຕ້ອງ​ສຶກ​ສາ​ຄວາມ​ຮູ້​ໃໝ່​ໆ​ ຫຼື​ທຸລະກິດ​ຕ່າງ​ໆ​ ທີ່​ຈະ​ ສາມາດ​ອົດທົນ​ໄປ​ໄດ້​ ການ​ເງິນໄລຍະນີ້​ລະ​ວັງ​ຄົົນທີ່​ຈະ​ເຂົ້າ​ມາ​ເພື່ອ​ຢິບ​ຢືມ​ເງິນ​ທ່ານ​ ເພາະ​ຈະ​ໄດ້​ຄືນ​ຊ້າ​ ໄດ້​ບໍ່​ເຕັມ​ຈຳນວນ​ ຫຼື​ບໍ່​ໄດ້​ຄືນ​ເລີຍ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກຖ້າ​​ຄົບ​ຫາ​ໃຜ​ບາງ​ຄົນ​ຢູ່​ ໃນ​ເລື່ອງ​ຄຳ​ເວົ້າ​ຕ້ອງ​ເບິ່ງ​ນ້ຳ​ໃຈ​ກັນ​ ໃຊ້​ເຫດຜົນ​ ແລະ​ຄວາມ​ເຂົ້າໃຈ​ກັນ​ ຈະ​ສົ່ງ​ຜົນ​ດີຕໍ່​ຄວາມ​ສຳພັນ​ ເຄື່ອງມຸງຄຸນ​​ ຄໍາ ສີມຸງຄຸນສີ​ສົ້ມ ເລກ​ນຳ​ໂຊກ​3 ຄົນເກີດວັນພຸດ:ການ​ງານຄວາມ​ມຸ່ງໝັ້ນ​ໃນ​ການ​ໃຊ້​ເທັກ​ນິກ​ເພື່ອ​ແກ້​ບັນຫາ​ການ​ງານ​ຕ່າງ​ໆ​ ຈະ​ສາມາດ​ສ້າງ​ຜົນ​ງານ​ໄດ້​ຢ່າງ​ຕໍ່​ເນື່ອງ​ ການ​ເງິນມີ​ຄວາມ​ກັງ​ວົນ​ໃຈ​ໃນ​ການ​ໃຊ້​ຈ່າຍ​ເງິນ​ ຄວນ​ທີ່​ຈະ​ເຮັດ​ບັນ​ຊີ​ລາຍ​ຮັບ​ ລາຍ​ຈ່າຍ​ເພື່ອ​ໃຫ້​ເຫັນ​ຕົວ​ເລກ​ທີ່​ແທ້ຈິງ​ ຄວາມ​ຮັກ​​ຕ້ອງ​ລະ​ວັງ​ຄວາມ​ໃຈ​ຮ້ອນ​ ການ​ບໍ່​ໃຊ້​ອາລົມ​ ແລະ​ການ​ໃຊ້​ເຫດ​ຕໍ່​ກັນ​ໃຫ້​ຫຼາຍ​ ເວົ້າ​​ກັນ​ຢ່າງ​ເປັນ​ເຫດ​ເປັນ​ຜົນ​ ແລະ​ […]