ເຫດໂຈນສວຍໂອກາດບຸກຂຶ້ນເຮືອນປະຊາຊົນ ທີ່ເມືອງລະມາມ ແຂວງເຊກອງ

ອີງຕາມການລາຍງານຂອງເຈົ້າຂອງເຟສບຸກຊື່ວ່າ Koy Chanthida ໄດ້ໂພສແຈ້ງເຕືອນໄພ ເນື່ອງຈາກໃນຕອນເຊົ້າເວລາ 8 ໂມງ ຂອງວັນທີ 9 ພຶດສະພາ 2023 ທີ່ເມືອງລະມາມ ແຂວງເຊກອງ ມີໂຈນສວຍໂອກາດບຸກເຂົ້າເຮືອນຂອງຕົນ ໂດຍຕອນນັ້ນມີພຽງລູກຊາຍປະມານ 7-10 ປີ ທີ່ເອົານ້ອງນ້ອຍອາຍຸປະມານ 8 ເດືອນ ຫາ ປີປາຍ ຢູ່ເຮືອນຕາມລຳພັງ ເຊິ່ງພໍ່ແມ່ບໍ່ຢູ່ ເນື່ອງຈາກທຸກຄົນອອກໄປວຽກ ສ່ວນຜູ້ເປັນແມ່ ແລ່ນອອກໄປສົ່ງຫຼານຢູ່ຮງຮຽນກະວ່າບຶດດຽວກັບ. ຂະນະເວລາທີ່ອອກໄປໂຈນໄດ້ບຸກເຂົ້າເຮືອນ ແລະ ບຸກຂຶ້ນໄປຊັ້ນ 2 ເພື່ອງັດຫ້ອງ ແຕ່ໂຊກດີທີ່ໂຈນບໍ່ໄດ້ຊັບສິນຫຍັງ ລະກະບໍ່ມີໃຜເປັນຫຍັງ. ສ່ວນຜູ້ເປັນລູກກໍໄດ້ຕັ້ງສະຕິ ຈຶ່ງອຸ້ມນ້ອງຂື້ນລົດຖີບໄຟຟ້າໄປຫາແມ່ເຖົ້າຢູ່ຕະຫລາດ.ຖ້າ ໃຜໃຫ້ເບາະແສຮູ້ແມ່ນໃຜໃຫ້ເລີຍ 5.000.000ກີບ. ຄລິບ ທີ່ມາ Koy Chanthida
ບໍ່ຄຳ-ທອງ ເຊໂປນ ໄດ້ມອບອາກອນກຳໄລ ໃຫ້ແກ່ລັດຖະບານລາວ

ຕາມການລາຍງານຂອງ ຂປລ ໃນວັນທີ 6 ພຶດສະພາ ໄດ້ລາຍງານວ່າ: ເມື່ອບໍ່ດົນມານີ້ ບໍລິສັດ ຊືເຟິງ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (ລຊມລ) ບໍ່ຄຳ-ທອງ ເຊໂປນ ໄດ້ມອບອາກອນກຳໄລຈຳນວນ 14.682.267,86 ໂດລາສະຫະລັດ ຈາກການຂາຍຜົນຜະລິດຄຳ ແລະ ທອງ ໃນປີ 2022, ຕາງໜ້າມອບໂດຍ ທ່ານ ໂບ ກາວ ປະທານ ລຊມລ ແລະ ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ລຊມລ, ຕາງໜ້າຮັບໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ. ທ່ານ ໂບ ກາວ ປະທານ ລຊມລ ໄດ້ກ່າວວ່າ: ພວກເຮົາມີຄວາມພາກພູມໃຈ ທີ່ໄດ້ປະກອບສ່ວນທາງດ້ານການເງິນຢ່າງເຂັ້ມແຂງ ໃຫ້ແກ່ລັດຖະບານຂອງ ສປປ ລາວ ແລະ ຈະສືບຕໍ່ປະກອບສ່ວນຢ່າງເຂັ້ມແຂງຕັ້ງໜ້າ ໃນຖານະຄູ່ຮ່ວມພັດທະນາ […]
ດວງລາຍວັນປະຈໍາວັນພຸດ ທີ 10 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານມີເຕັກນິກໃນການເຮັດທຸລະກິດການງານ ສ້າງສັນຜົນງານ ຫຼືສະເໜີໂປຣເຈັກງານຕ່າງໆ ໄດ້ຢ່າງດີເລີດໃນໄລຍະນີ້ ການເງິນໂຊກດີທີ່ວ່າຈະມີບໍລິວານ ຫຼື ຜູ້ໃຫຍ່ຄອຍຖ້າໃຫ້ການອຸປະຖຳຊ່ວຍເຫຼືອດ້ານການເງິນສະເໝີ ຄວາມຮັກກັບຄົນທີ່ຄົບຫາຢູ່ເໝືອນຈະດີແຕ່ກໍຍັງບໍ່ແມ່ນ ມີຂໍ້ຂັດແຍ້ງບາງຢ່າງທີ່ບໍ່ອາດຈະແກ້ໄຂໄດ້ ເຄື່ອງມຸງຄຸນເງິນ ສີມຸງຄຸນສີບົວ ເລກນຳໂຊກ8 ຄົນເກີດວັນຈັນ:ການງານດ້ວຍຄວາມສະຫຼຽວສະຫຼາດໃນການເຈລະຈາ ຈະເຮັດໃຫ້ໄດ້ຮັບຜົນປະໂຫຍດບາງຢ່າງໃນຕອນນີ້ ການເງິນລະວັງການຕາມໃຈຕົນເອງໃນເລື່ອງຂອງການໃຊ້ເງິນ ຫຼື ການນຳເງິນໃນອະນາຄົດອອກມາໃຊ້ຈ່າຍ ຄວາມຮັກຍັງບໍ່ຕັດສິນໃຈທີ່ຈະເລືອກໃຜ ກຳລັງຫາລູ່ທາງເຮັດທຸລະກິດ ທໍາມາມາຫາກິນຫຼາຍກວ່າທີ່ຈະເນັ້ນດ້ານຄວາມຮັກໃນໄລຍະນີ້ ເຄື່ອງມຸງຄຸນຫິນນໍາໂຊກສີບົວ ສີມຸງຄຸນສີມ່ວງ ເລກນຳໂຊກ1 ຄົນເກີດວັນອັງຄານ:ການງານລູກນ້ອງ ບໍລິວານຈະຄອຍຖ້າຊ່ວຍເຫຼືອທາງດ້ານການງານໃຫ້ເກີດຄວາມສຳເລັດທີ່ດີໄດ້ສະເໝີ ການເງິນຫາໄດ້ຫຼາຍກໍຕ້ອງໃຊ້ອອກໄປຫຼາຍໃນໄລຍະນີ້ ມີເລື່ອງເລັ່ງດ່ວນທີ່ຕ້ອງໃຊ້ເງິນເປັນຈຳນວນຫຼາຍ ຄວາມຮັກຍັງເບິ່ງໆ ຢູ່ຫຼາຍກວ່າ ຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມຮັກໃນໄລຍະນີ້ນັ້ນເອງ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກນຳໂຊກ0 ຄົນເກີດວັນພຸດ:ການງານເປັນຄົນເກັ່ງ ເຮັດວຽກເກັ່ງ ບໍລິຫານຈັດການໄດ້ຢ່າງດີເດັ່ນ ໃນໄລຍະນີ້ຈະໄດ້ຮັບຄຳຊື່ນຊົມ ການເງິນຄວນປະຢັດໃນການໃຊ້ຈ່າຍໃຫ້ຫຼາຍໆ ເພາະທ່ານຕ້ອງມີລາຍຈ່າຍຫຼາຍໃນທ້າຍເດືອນ ຄວາມຮັກລົງຕົວດີໃນເລື່ອງຄວາມສຳພັນດ້ານຄວາມຮັກໃນໄລຍະນີ້ ມີໂອກາດພົບຮັກເພາະທຸລະກິດການງານຂອງຕົນເອງທີ່ຈະນຳພາມາໃຫ້ພົບກັນ ເຄື່ອງມຸງຄຸນເງິນ ສີມຸງຄຸນສີດໍາ ເລກນຳໂຊກ7 ຄົນເກີດວັນພະຫັດ:ການງານມີອຸປະສັກ ເປັນສິ່ງທີ່ທ້າທາຍໃນເລື່ອງຂອງການແກ້ໄຂບັນຫາສະເພາະໜ້າຕ່າງໆ ໃຫ້ຜ່ານພົ້ນໄປໃຫ້ໄດ້ດ້ວຍຄວາມສາມາດຂອງຕົນເອງ ການເງິນ ຈະພົບລາຍຈ່າຍຢ່າງບໍ່ຄາດຝັນ ແລະ ບໍ່ທັນຕັ້ງຕົວໃນໄລຍະນີ້ ຈາກຄວາມຜິດພາດໃນການບໍລິຫານຈັດການທາງດ້ານການເງິນ ຄວນລະວັງໃຫ້ດີ ຄວາມຮັກຈະພົບຄົນທີ່ມີສະເໜ່ເກັ່ງຫຼາຍໆ […]
ຖົ່ວລຽນໝອນທອງ 1 ຕົ້ນ ສາມາດ ສ້າງລາຍຮັບໄດ້ 15 ລ້ານກີບຕໍ່ປີ

ຂປລ.ທ່ານ ກິມຫງ້ຽນ ພົງສະຫວັດ ເຈົ້າຂອງບໍລິສັດ ກິມຫງ້ຽນ ພັດທະນາກະສິກຳ ຂາເຂົ້າ-ຂາອອກ ເຈົ້າຂອງສວນຖົ່ວລຽນ ບ້ານຫລັກ 24 ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ເປີດເຜີຍວ່າ: ບໍລິ ສັດ ໄດ້ທົດລອງນຳເອົາຕົ້ນຖົ່ວລຽນພັນໝອນທອງ ມາປູກໃນເນື້ອທີ 15 ເຮັກຕາຈຳນວນ 300 ຕົ້ນ ເຊິ່ງຕົ້ນຖົ່ວລຽນສາມາດມີອາຍຸໃຫ້ໝາກໄດ້ 4 ປີຂຶ້ນໄປ ໃຫ້ຜົນຜະລິດໄດ້ສະເລ່ຍ 200-300 ກິໂລ ຕໍ່ຕົ້ນຕໍ່ປີ ຄິດເປັນຈຳນວນເງິນປະມານ 15 ລ້ານກີບຂຶ້ນໄປ; ບາງຕົ້ນໃຫ້ໝາກມີນ້ຳໜັກເຖິງ 8 ກິໂລຕໍ່ໜ່ວຍ. ປີ ຜ່ານມາເກັບຜົົນຜະລິດໄດ້ທັງໝົດສະເລ່ຍ 40 ກວ່າໂຕນ, ປັດຈຸບັນໝາກຖົ່ວລຽນຍັງບໍ່ພຽງຕໍ່ຄວາມຕ້ອງ ການຂອງຕະຫລາດ. ດັ່ງນັ້ນ ບໍລິສັດ ກຳລັງຂະຫຍາຍເນື້ອທີ່ປູກຕື່ມອີກ 200 ກວ່າເຮັກຕາ ແລະ ໄດ້ນຳເອົາແນວພັນ ໝອນທອງ, ກ້ານຍາວ, ມູນຊັງຄິງ ແລະ ໜາມ ດຳ ຈຳນວນ 30.000 […]
ອຸຕຸເຕືອນແຕ່ນີ້ຫາ 14 ພຶດສະພາ ເຝົ້າລະວັງຝົນຕົກຟ້າຮ້ອງຟ້າເຫຼື້ອມ ພ້ອມໝາກເຫັບຕົກ ແລະ ລົມພັດແຮງໃນແຕ່ລະພາກ

ອຸຕຸເຕືອນແຕ່ນີ້ຫາ 14 ພຶດສະພາ ເຝົ້າລະວັງຝົນຕົກຟ້າຮ້ອງຟ້າເຫຼື້ອມ ພ້ອມໝາກເຫັບຕົກ ແລະ ລົມພັດແຮງໃນແຕ່ລະພາກກົມອຸຕຸນິຍົມແລະອຸທົກກະສາດ ຄາດຄະເນສະພາບອາກາດປະຈຳອາທິດ ໂດຍມີຄຳເຕືອນເພື່ອເຝົ້າລະວັງ: ໃນໄລຍະວັນທີ 08 – 14 ພຶດສະພາ 2023 ນີ້ ເນື່ອງຈາກ ຄວາມກົດດັນອາກາດເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ພາກເໜືອຂອງປະເທດລາວອີກເທື່ອໃໝ່, ຊຶ່ງຈະເກີດມີເຂດປະທະຂອງມວນອາກາດເຢັນ ແລະອາກາດຮ້ອນ, ເຮັດໃຫ້ເກີດມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໂດຍສະເພາະໃນໄລຍະຕອນບ່າຍ ຫາ ຄໍ່າ. ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ ໂດຍສະເພາະສະພາບລົມແຮງ, ຟ້າເຫຼື້ອມຟ່າຜ່າ ແລະ ໝາກເຫັບຕົກ ທີ່ຈະສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນທີ່ມີຄ່າ
ພົບເພີ່ມ ອະດີດພຣະຄົມ ຝັງຄຳ ແລະ ເງິນລວມກວ່າ 180 ລ້ານບາດ ຢູ່ເທິງພູ

ພົບເພີ່ມ ອະດີດພຣະຄົມ ຝັງຄຳ ແລະ ເງິນລວມກວ່າ 100 ລ້ານບາດ ຢູ່ເທິງພູ ຕຳຫຼວດເລັ່ງສອບສວນເສັ້ນທາງຂອງເງິນ ເພື່ອຂະຫຍາຍຜົນເພີ່ມຕື່ມ ມື້ນີ້ (8 ພຶດສະພາ 2023) , ພົນໂທ ຈິລະພອນ ພູລິດເດດ ຜູ້ບັນຊາການກອງບັນຊາການສອບສວນກາງ ກ່າວເຖິງການຈັບກຸມ ອະດີດພະສົງທີ່ມີຊື່ສຽງຮ່ວມກັບພວກ ສໍ້ໂກງເງິນຂອງວັດຫຼາຍກວ່າ 180 ລ້ານບາດ ຊຶ່ງຫຼັກຖານຊັດເຈນວ່າ ອະດີດພຣະຄົມນັ້ນ ເຮັດຜິດຈິງ ຄືກວດສອບພົບວ່າມີການນຳເອົາເງິນເຮັດບຸນ ເງິນບໍລິຈາກເຂື່ອງໄວ້ໃນບັນຊີຂອງນ້ອງສາວຈຳນວນ 70 ລ້ານກວ່າບາດ, ແລະເງິນສົດອີກ 51 ລ້ານບາດ ຢູ່ພາຍໃນຫ້ອງພັກ ທີ່ມີການຫຸ້ມຫໍ່ໄວ້ເປັນຢ່າງດີໃນກະເປົ໋າທີ່ກຽມເຄື່ອນຍ້າຍ. ນອກຈາກນັ້ນ, ອະດີດພຣະຄົມ ຮັບສາລະພາບວ່າໄດ້ກະທໍາຜິດແທ້ ເຊິ່ງມື້ວານນີ້ ພະນັກງານໄດ້ຂະຫຍາຍຜົນຕື່ມອີກ ຈົນພົບຄຳແທ່ງມູນຄ່າປະມານ 19 ລ້ານບາດ ພ້ອມດ້ວຍເງິນສົດ 80 ລ້ານບາດ ຊຸກເຊື່ອງໄວ້ໃນດິນເທິງພູ. ເຊິ່ງການຂະຫຍາຍຜົນຄັ້ງນີ້ ມາຈາກການສືບສວນ-ສອບສວນຂອງຜູ້ຖືກຫາ ສ່ວນການຍັກຍອບເອົາເງິນໃນຄັ້ງນີ້ ໄດ້ເຮັດມາແລ້ວປະມານ 3 ປີ ຕັ້ງແຕ່ປີ […]
ສະເທືອນໃຈ ຈົດໝາຍຂອງເດັກອາຍຸ 11 ປີ ຂຽນຈົດໝາຍຂໍຢາທາບາດແຜ ຍ້ອນຖືກພໍ່ແທ້ໆຂັງ ແລະ ທຳຮ້າຍຮ່າງກາຍ

ເດັກຍິງອາຍຸ 11 ປີຂຽນຈົດໝາຍຂໍຄວາມຊ່ວຍເຫຼືອ. ຫຼັງຈາກຖືກພໍ່ແທ້ໆທຳຮ້າຍຮ່າງກາຍ ເພື່ອນບ້ານສຸດອົດທົນ ແຈ້ງໃຫ້ອົງການຊ່ວຍເຫຼືອ ນັກຂ່າວລາຍງານວ່າ ນາງ ຊະລິດາ ປາລາມາດ ປະທານຄະນະທີ່ປຶກສາຂອງມູນນິທິວິນວິນ ໄດ້ລົງຢ້ຽມຢາມເມືອງບາງປາອິນ ແຂວງພະນະຄອນສີອະຍຸທະຍາ. ຫຼັງຈາກໄດ້ຮັບຄໍາຮ້ອງຮຽນຈາກເພື່ອນບ້ານ, ວ່າເດັກຍິງອາຍຸ 11 ປີໄດ້ຂຽນຈົດຫມາຍຮ້ອງຂໍການຊ່ວຍເຫຼືອ. ໂດຍຂໍຄວາມຊ່ວຍເຫຼືອເອົາຢາມາໃຫ້ ຈະເອົາມາໃຊ້ເພື່ອນໍາມາທາບາດແຜທີ່ຖືກພໍ່ທຳຮ້າຍ ຈາກການຢ້ຽມຢາມເຂດພື້ນທີ່ເພື່ອຊອກຫາຂໍ້ມູນລະອຽດ ຮ່ວມກັບເຈົ້າໜ້າທີ່ ພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ແຂວງພະນະຄອນສີອະຍຸທະຍາ, ເຂດ ແຂວງຫຼວງພະບາງ ເຂດ 2 ແລະ ຄະນະຄູສອນຂອງໂຮງຮຽນ ໄດ້ສອບຖາມເດັກຍິງ ອາຍຸ 11 ປີ ໃຫ້ຮູ້ວ່າ ແມ່ນພໍ່ແທ້ໆຂອງນ້ອງ. ທີ່ທຳຮ້າຍຫ່າງກາຍ ແລະພໍ່ໜ້າຈະມີປະຫວັດຕິດຢາເສບຕິດ ເຊິ່ງມື້ນີ້ກໍ່ມີຈົດໝາຍອີກສະບັບໜຶ່ງຈາກເດັກນ້ອຍທີ່ສົ່ງມາບອກໃຫ້ຊ່ວຍ ເພາະລາວບໍ່ຢາກຢູ່ກັບພໍ່ອີກແລ້ວ. ໂດຍທາງພັດທະນາສັງຄົມແລະຄວາມປອດໄພຂອງມະນຸດ, ແຂວງພະນະຄອນສີອະຍຸທະຍາ ໄດ້ເຄີຍຮັບການຮ້ອງຮຽນຈາກເພື່ອນບ້ານ ແລະໄດ້ມີການມາລົມກັບພໍ່ຂອງເດັກນ້ອຍ,ແລະຄອບຄົວມາແລ້ວ ແຕ່ໃນເວລາທີ່ອົງການທັງຫມົດກັບໄປ ເພື່ອນບ້ານກ່າວວ່າ ເດັກນ້ອຍຍັງຖືກທາລຸນຢູ່. ເບື້ອງຕົ້ນຈາກການໂອ້ລົມ ເດັກຕ້ອງການຢູ່ກັບເຈົ້າຫນ້າທີ່ທີ່ກ່ຽວຂ້ອງ. ບໍ່ຕ້ອງການຢູ່ກັບພໍ່ຂອງຕົນເອງ ເຊິ່ງທາງໜ່ວຍງານທີ່ກ່ຽວຂ້ອງຈະຕ້ອງໄດ້ໂອ້ລົມກັບພໍ່-ແມ່ ອີກຄັ້ງ, ພ້ອມຕ້ອງເຮັດເລື່ອງໃຫ້ພໍ່ແມ່ເຊັນສັນຍາຮັບຊາບອີກຄັ້ງເພື່ອຈະຮັບເອົາເດັກມາເບິ່ງແຍງ.
ທະນາຄານແຫ່ງ ສປປ ລາວ ຈະຈຳໜ່າຍພັນທະບັດງວດໃໝ່ 2.000 ຕື້ກີບ

ວັນທີ 8 ພຶດສະພາ 2023 ນີ້ ຫ້ອງການ ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເລື່ອງ ຈະອອກຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ (ທຫລ) ສະກຸນເງິນກີບ ງວດທີ 2 ຄັ້ງທີ 3 ໃຫ້ແກ່ມວນຊົນ ໃນວົງເງິນຈໍາໜ່າຍທັງໝົດ 2.000.000.000.000 ກີບ (ສອງພັນຕື້ກີບ), ອັດຕາດອກເບ້ຍ 15% ຕໍ່ປີ, ມີອາຍຸຄົບກໍານົດ 6 ເດືອນ. ສໍາລັບມື້ເລີ່ມຈໍາໜ່າຍພັນທະບັດ ທຫລ ຕົວຈິງ ແລະ ວິທີການຈໍາໜ່າຍແມ່ນຈະແຈ້ງໃຫ້ຊາບໃນພາຍຫຼັງຕື່ມ. ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ກະກຽມຄວາມພ້ອມເພື່ອປະກອບສ່ວນໃນການຖືຄອງ ພັນທະບັດ ທຫລ ທີ່ຈະອອກຈໍາໜ່າຍໃນໄວໆນີ້ດ້ວຍ.
ດວງລາຍວັນປະຈໍາວັນອັງຄານ ທີ 09 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານດຸໝັ່ນໃນການເຮັດວຽກງານ ທ່ານໃສ່ໃຈໃນວຽກງານທີ່ທ່ານໄດ້ເຮັດຢູ່ສະເໝີ ການເງິນມີລາຍຈ່າຍຕະຫຼອດໃນໄລຍະນີ້ ລະວັງເຂົ້າສູ່ພາວະຕິດລົບທາງດ້ານການເງິນ ຄວາມຮັກຖ້າຈະພົບໃຜໃນໄລຍະນີ້ ອາດຈະມີເຂົ້າມາຫຼາຍກວ່າ 1 ຄົນໃຫ້ທ່ານໄດ້ເລືອກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີມ່ວງ ເລກນຳໂຊກ2 ຄົນເກີດວັນຈັນ:ການງານຂະຫຍັນ ແລະ ເຮັດວຽກຢ່າງລະອຽດຮອບຄອບຫຼາຍໆ ໃນໄລຍະນີ້ ມີໂອກາດທີ່ຈະຫາງານພິເສດ ເພື່ອທີ່ຈະເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ ການເງິນ ມີໂຊກດີ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ກໍເປັນໄປໄດ້ ຄວາມຮັກຍັງພິຈາລະນາເລືອກຫົນທາງທີ່ຈະນຳພາຕົນເອງໄປສູ່ຄວາມກ້າວໜ້າ ຫຼາຍກວ່າທີ່ຈະມຸ່ງເນັ້ນດ້ານຄວາມຮັກໂດຍກົງໃນໄລຍະນີ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂຽວ ເລກນຳໂຊກ6 ຄົນເກີດວັນອັງຄານ:ການງານ ຈະເຮັດທຸລະກິດການງານໃດໆ ຈະເລີນຮຸ່ງເຮືອງດີຂຶ້ນໄປທຸກຢ່າງ ການເງິນມີໂຊກທີ່ຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ເປັນໂຊກນ້ອຍໆ ທີ່ເຮັດໃຫ້ທ່ານຮູ້ສຶກດີໃຈ ຄວາມຮັກມີໂອກາດລອງເວົ້າ ສຶກສາເບິ່ງໃຈກັບຄົນຜິວຂາວທີ່ໄດ້ພົບໃນໄລຍະນີ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີບົວ ເລກນຳໂຊກ2 ຄົນເກີດວັນພຸດ:ການງານຕ້ອງແກ້ໄຂບັນຫາຕ່າງໆ ຄ່ອນຂ້າງເມື່ອຍໃນໄລຍະນີ້ ອາດຕ້ອງໃຊ້ຄວາມສະຫຼາດໃນເລື່ອງການຕໍ່ລອງເຈລະຈາເພື່ອແກ້ບັນຫາທີ່ເກີດຂຶ້ນ ການເງິນມີໂຊກຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ບໍລິວານຫຼືໃຜບາງຄົນທີ່ຄອຍຖ້າອຸປະຖຳ ຊ່ວຍເຫຼືອທ່ານຢູ່ ຄວາມຮັກມີໂອກາດພົບຮັກແບບບໍ່ທັນຕັ້ງຕົວ ທ່ານເປັນຄົນເກັ່ງ ມີຄວາມສາມາດຫຼາຍໆ ມີຊື່ສຽງ ແລະ ເປັນຄົນຖືຮັກສາຄຳໝັ້ນສັນຍາ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ8 ຄົນເກີດວັນພະຫັດ:ການງານຈະເຮັດທຸລະກິດການງານໃດໆ ຈະໂຊກດີ […]
ກົມພາສີ ແຈ້ງມາຍັງ ບຸກຄົນ ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ຜູ້ທີ່ມີຄວາມສົນໃຈການ ປະມູນ ພາຫະນະ ຈໍານວນ 08 ຄັນ

ກົມພາສີ ຂໍຖືເປັນກຽດແຈ້ງມາຍັງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ຜູ້ທີ່ມີຄວາມສົນໃຈການ ປະມູນ ຊາບວ່າ ກົມພາສີ, ກະຊວງການເງິນ ມີ ປະເພດພາຫະນະ ຈໍານວນ 08 ຄັນ ມີລາຍລະອຽດດັ່ງລຸ່ມນີ້ : 1. ລົດຈິບ, ຍີ່ຫໍ້ RANGE ROVER, ສີຂາວ, ຄວາມແຮງ 5.000 ຊີຊີ.2. ລົດກະບະ, ຍີ່ຫໍ້ FORD, ລຸ້ນ RANGER, ສີເທົາ, ຄວາມແຮງ 2.200 ຊີຊີ. 3. ລົດຈິບ, ຍີ່ຫໍ້ AUDI, ລຸ້ນ Q7, ສີດໍາ, ຄວາມແຮງ 4.200 ຊີຊີ. 4. ລົດເກັງ, ຍີ່ຫໍ້ TOYOTA, ລຸ້ນ CAMRY, ສີຂາວ, ຄວາມແຮງ 2.500 […]