ຂ່າວ-Tou-Vientianepost (69)
ພົບເພີ່ມ ອະດີດພຣະຄົມ ຝັງຄຳ ແລະ ເງິນລວມກວ່າ 180 ລ້ານບາດ ຢູ່ເທິງພູ
ຮຽບຮຽງໂດຍ:Staff
ເຜີຍແຜ່: 9 ເດືອນພຶດສະພາ, 2023

ພົບເພີ່ມ ອະດີດພຣະຄົມ ຝັງຄຳ ແລະ ເງິນລວມກວ່າ 100 ລ້ານບາດ ຢູ່ເທິງພູ ຕຳຫຼວດເລັ່ງສອບສວນເສັ້ນທາງຂອງເງິນ ເພື່ອຂະຫຍາຍຜົນເພີ່ມຕື່ມ

ມື້ນີ້ (8 ພຶດສະພາ 2023) , ພົນໂທ ຈິລະພອນ ພູລິດເດດ ຜູ້ບັນຊາການກອງບັນຊາການສອບສວນກາງ ກ່າວ​ເຖິງ​ການ​ຈັບ​ກຸມ ອະດີດພະສົງທີ່ມີຊື່ສຽງຮ່ວມກັບພວກ ສໍ້ໂກງເງິນຂອງວັດຫຼາຍກວ່າ 180 ລ້ານບາດ ຊຶ່ງຫຼັກຖານຊັດເຈນວ່າ ອະດີດພຣະຄົມນັ້ນ ເຮັດຜິດຈິງ ຄືກວດສອບພົບວ່າມີການນຳເອົາເງິນເຮັດບຸນ ເງິນບໍລິຈາກເຂື່ອງໄວ້ໃນບັນຊີຂອງນ້ອງສາວຈຳນວນ 70 ລ້ານ​ກວ່າ​ບາດ, ແລະເງິນສົດ​ອີກ 51 ລ້ານ​ບາດ ​ຢູ່​ພາຍໃນ​ຫ້ອງ​ພັກ ທີ່​ມີການຫຸ້ມ​ຫໍ່​ໄວ້​ເປັນຢ່າງ​ດີ​ໃນ​ກະ​ເປົ໋າ​ທີ່​ກຽມ​ເຄື່ອນ​ຍ້າຍ. ນອກຈາກນັ້ນ, ອະດີດພຣະຄົມ ຮັບສາລະພາບວ່າໄດ້ກະທໍາຜິດແທ້

ເຊິ່ງມື້ວານນີ້ ພະນັກງານໄດ້ຂະຫຍາຍຜົນຕື່ມອີກ ຈົນ​ພົບ​ຄຳ​ແທ່ງ​ມູນ​ຄ່າ​ປະມານ 19 ລ້ານ​ບາດ ພ້ອມ​ດ້ວຍ​ເງິນສົດ 80 ລ້ານ​ບາດ ຊຸກ​ເຊື່ອງ​ໄວ້​ໃນ​ດິນ​ເທິງ​ພູ. ເຊິ່ງການຂະຫຍາຍຜົນຄັ້ງນີ້ ມາຈາກການສືບສວນ-ສອບສວນຂອງຜູ້ຖືກຫາ

ສ່ວນການຍັກຍອບເອົາເງິນໃນຄັ້ງນີ້ ໄດ້ເຮັດມາແລ້ວປະມານ 3 ປີ ຕັ້ງແຕ່ປີ 2020-2023 ເຊິ່ງປັດຈຸບັນ ຢຶດຊັບສິນລວມມູນຄ່າ 200 ລ້ານກວ່າບາດ ແຕ່ຄາດວ່າອາດມີອີກ. ໃນມື້ນີ້, ຈະເຮັດການກວດຄົ້ນພາຍໃນວັດອີກເທື່ອຄັ້ງຫນຶ່ງ

ໃນເບື້ອງຕົ້ນ, ໄດ້ມີການແຈ້ງຂໍ້ຍັກຍອກຊັບ ການສໍ້ໂກງປະຊາຊົນນັ້ນຍັງບໍ່ໄດ້ແຈ້ງ ສຳລັບແຮງຈູງໃຈ ແນ່ນອນກໍ່ຄືເລື້ອງຂອງເງິນ ໃນຂະນະນີ້ຕຳຫຼວດຢູ່ລະຫວ່າງສອບສວນເສັ້ນທາງການເງິນ ເພື່ອຂະຫຍາຍຜົນເພີ່ມເຕີມຕໍ່ໄປ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
Tou-Vientianepost (8)
ດວງລາຍວັນປະຈໍາວັນອາທິດ ທີ 11 ມິຖຸນາ 2023
Tou-Vientianepost (8)
ດວງລາຍວັນປະຈໍາວັນເສົາ ທີ 10 ມິຖຸນາ 2023
ດວງ-Tou-Vientianepost (47)
ສຸດທ້າຍຖືກຈັບໄດ້ ສອງສ່ຽວ ລົງມືລັກລົດຈັກມາແລ້ວ 5 ຄັ້ງ
ດວງ-Tou-Vientianepost (45)
ອົງການ USAID ໃຫ້ການຊ່ວຍເຫຼືອລາວ ຮັບມືກັບໂຄວິດ-19 ເເລະ ບັນຫາສາທາລະນະສຸກອື່ນໆ
ດວງ-Tou-Vientianepost (43)
ຄ້າຍຄຸມຂັງບັງລຽງພາກໃຕ້ ສຶກສາອົບຮົມນັກໂທດ ປະຈຳໄຕມາດ II
ດວງ-Tou-Vientianepost (41)
ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດ ພ້ອມຂອງກາງ 4.866 ເມັດ ແລະ ເຮໂລອິນ ຈຳນວນໜຶ່ງ
Tou-Vientianepost (8)
ດວງລາຍວັນປະຈໍາວັນສຸກ ທີ 09 ມິຖຸນາ 2023
ດວງ-Tou-Vientianepost (38)
ຢຶດຊິ້ນສ່ວນສັດທີ່ຫ້າມນຳເຂົ້າ  15 ກິໂລກຣາມ ພ້ອມເຮັດບົດບັນທຶກກ່າວເຕືອນ
ດວງ-Tou-Vientianepost (36)
ແຈ້ງການ ໃຫ້ຢຸດຕິການບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານຄາລາໂອເກະ, ຮ້ານເກມ ແລະ ໂຕະສະນຸກເກີ ທົ່ວເມືອງປາກຊັນ
ດວງ-Tou-Vientianepost (34)
ເກີດເຫດຟ້າຜ່າຄົນເສຍຊີວິດ ຢູ່ບ້ານ ບ້ານກອນແກ່ນ ເມືອງໄຊ ແຂວງອຸດົມໄຊ
ຢ່າລື່ມກົດຕິດຕາມ