ແຈ້ງການ ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະຫນາມບິນເກົ່າ

ຫ້ອງວ່າການ ເມືອງວັງວຽງ ອອກແຈ້ງການກ່ຽວກັບການໃຫ້ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະຫນາມບິນເກົ່າ.ອີງຕາມ ສັນຍາສໍາປະທານລົງທຶນໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນເດີ່ນບິນເກົ່າ ເມືອງວັງວຽງ ສະບັບລົງວັນທີ 13 ກຸມພາ 2018 ລະຫວ່າງ ອົງການປົກຄອງແຂວງວຽງຈັນ ກັບ ບໍລິສັດ ອີຈິນ ວິສະວະກໍາກໍ່ສ້າງລາວ ຈໍາກັດ. ອີງຕາມ ແຈ້ງການຂອງ ພະແນກແຜນການ ແລະ ການລົງທຶນ ສະບັບເລກທີ 30 /ພຜທ.ວຈ, ລົງວັນທີ 3 ເມສາ 2023. ອີງຕາມ ການຊີ້ນໍາຂອງເຈົ້າເມືອງໆວັງວຽງ ຄັ້ງວັນທີ 19 ເມສາ 2023. ຫ້ອງວ່າການເມືອງວັງວຽງ ຂໍແຈ້ງມາຍັງ ນາຍບ້ານໆວັງວຽງ, ບ້ານສະຫວ່າງ, ບ້ານວຽງແກ້ວ, ບ້ານເມືອງຊອງ ແລະ ບ້ານໂພນເພັງ, ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ, ທຸລະກິດບໍລິການຕ່າງໆ ຢູ່ໃນຂອບເຂດສະຫນາມບິນເກົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງຊາບວ່າ ບໍລິສັດ ອີຈິນ ວິສະວະກໍາກໍ່ສ້າງລາວ ຈໍາກັດ ເຊິ່ງ […]