twotwo-1 - 2023-04-21T234320.753
ແຈ້ງການ ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະຫນາມບິນເກົ່າ
ຮຽບຮຽງໂດຍ:Staff
ເຜີຍແຜ່: 21 April, 2023

ຫ້ອງວ່າການ ເມືອງວັງວຽງ ອອກແຈ້ງການກ່ຽວກັບການໃຫ້ຍົກຍ້າຍກິດຈະການອອກ ແລະ ຮື້ຖອນສິ່ງກໍ່ສ້າງອອກຈາກຂອບເຂດສະຫນາມບິນເກົ່າ.
ອີງຕາມ ສັນຍາສໍາປະທານລົງທຶນໂຄງການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນເດີ່ນບິນເກົ່າ ເມືອງວັງວຽງ ສະບັບລົງວັນທີ 13 ກຸມພາ 2018 ລະຫວ່າງ ອົງການປົກຄອງແຂວງວຽງຈັນ ກັບ ບໍລິສັດ ອີຈິນ ວິສະວະກໍາກໍ່ສ້າງລາວ ຈໍາກັດ.

ອີງຕາມ ແຈ້ງການຂອງ ພະແນກແຜນການ ແລະ ການລົງທຶນ ສະບັບເລກທີ 30 /ພຜທ.ວຈ, ລົງວັນທີ 3 ເມສາ 2023. ອີງຕາມ ການຊີ້ນໍາຂອງເຈົ້າເມືອງໆວັງວຽງ ຄັ້ງວັນທີ 19 ເມສາ 2023.

ຫ້ອງວ່າການເມືອງວັງວຽງ ຂໍແຈ້ງມາຍັງ ນາຍບ້ານໆວັງວຽງ, ບ້ານສະຫວ່າງ, ບ້ານວຽງແກ້ວ, ບ້ານເມືອງຊອງ ແລະ ບ້ານໂພນເພັງ, ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ, ທຸລະກິດບໍລິການຕ່າງໆ ຢູ່ໃນຂອບເຂດສະຫນາມບິນເກົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງຊາບວ່າ ບໍລິສັດ ອີຈິນ ວິສະວະກໍາກໍ່ສ້າງລາວ ຈໍາກັດ ເຊິ່ງ

ໄດ້ສໍາປະທານພື້ນທີ່ສະຫນາມບິນເກົ່າ ຈະໄດ້ເລີ່ມລົງມືກໍ່ສ້າງແຫຼ່ງທ່ອງທ່ຽວຕາມແຜນການຂອງບໍລິສັດທີ່ໄດ້ວາງໄວ້ໃຫ້ສໍາເລັດໂດຍໄວ. ສະນັ້ນ ຈຶ່ງໃຫ້ ຜູ້ປະກອບການຮ້ານຄ້າ, ຮ້ານອາຫານ ແລະ ບໍລິການຕ່າງໆ ໄດ້ຍົກຍ້າຍກິດຈະການອອກ ພ້ອມທັງຮື້ຖອນສິ່ງກໍ່ສ້າງ ຕ່າງໆ ອອກຈາກພື້ນທີ່ຂອງບໍລິສັດໄດ້ສໍາປະ

ທານນໍາລັດ (ສະຫນາມບິນເກົ່າ) ເລີ່ມແຕ່ວັນທີ 19 ເມສາ 2023 ເປັນຕົ້ນໄປ ແລະ ໃຫ້ສໍາເລັດຊ້າສຸດບໍ່ໃຫ້ກາຍວັນທີ 30 ເມສາ 2023; ຈາກນັ້ນ ບໍລິສັດ ຈະໄດ້ອ້ອມຮົ້ວພື້ນທີ່ດັ່ງກ່າວເພື່ອທໍາການ ກໍ່ສ້າງ; ຫາກວ່າຜູ້ປະກອບການທ່ານໃດບໍ່ຍົກຍ້າຍອອກຕາມກໍານົດເວລາ ເມື່ອໄດ້ຮັບຜົນກະທົບຈາການກໍ່ສ້າງທາງບໍລິສັດຈະບໍ່ຮັບຜິດຊອບຕໍ່ມູນຄ່າເສຍຫາຍໃດໆ.ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ