Microsoft ທົດສອບຄຸນສົມບັດການສືບຕໍ່ໃຊ້ແອັບ Android ຢູ່ Windows 11

Microsoft ກຳລັງທົດສອບຄຸນສົມບັດໃໝ່ຢູ່ Windows 11 ທີ່ຈະໃຫ້ຜູ້ໃຊ້ສາມາດສືບຕໍ່ໃຊ້ງານແອັບ Android ຈາກອຸປະກອນອື່ນຢູ່ເທິງ PC ໄດ້ໂດຍກົງ ໂດຍປ່ອຍໃຫ້ໃຊ້ງານສຳຫລັບ Windows Insider ທັງໃນ Dev Channel ແລະ Beta Channel ແລ້ວ ແຕ່ຍັງຮອງຮັບພຽງແຕ່ Spotify ເທົ່ານັ້ນ ໂດຍຫາກເປັນຜູ້ທີ່ມີສິດໃຊ້ງານ ຫຼືເປັນສະມາຊິກ Windows Insider ສາມາດໄປລອງໃຊ້ຄຸນສົມບັດນີ້ໄດ້ໂດຍການເຊື່ອມຕໍ່ອຸປະກອນ Android ເຂົ້າກັບ PC ຫຼັງຈາກນັ້ນເປີດເພງໃນ Spotify ໃນອຸປະກອນ Android ເມື່ອນັ້ນຢູ່ Windows 11 ຈະມີຂໍ້ຄວາມ “Resume from your phone” (ເລີ່ມຕໍ່ຈາກໂທລະສັບ) ປາກົດຢູ່ Taskbar ແລະດ້ານລຸ່ມຈະມີຂໍ້ຄວາມ “Continue on this PC” (ສືບຕໍ່ຢູ່ PC ນີ້) ໃຫ້ເລືອກ ເພື່ອເລີ່ມເພງຕໍ່ຢູ່ […]
ພາສີ 50% ຂອງ Trump ຕໍ່ອິນເດຍເລີ່ມມີຜົນບັງຄັບໃຊ້ ຂະນະທີ່ Modi ຮຽກຮ້ອງໃຫ້ພຶ່ງຕົນເອງ

ພາສີສູງ 50% ຂອງ Donald Trump ຕໍ່ອິນເດຍໄດ້ເລີ່ມມີຜົນບັງຄັບໃຊ້ແລ້ວ, ຫຼາຍອາທິດຫຼັງຈາກປະທານາທິບໍດີສະຫະລັດໄດ້ອອກຄຳສັ່ງບໍລິຫານກຳນົດໃຫ້ມີການລົງໂທດເພີ່ມອີກ 25% ຕໍ່ອິນເດຍເນື່ອງຈາກການຊື້ນ້ຳມັນແລະອາວຸດຈາກຣັດເຊຍ. ນີ້ເຮັດໃຫ້ອິນເດຍ – ຫນຶ່ງໃນຄູ່ຮ່ວມງານທີ່ແຂງແກ່ນທີ່ສຸດຂອງສະຫະລັດໃນອິນໂດ-ປາຊິຟິກ – ຢູ່ໃນບັນດາປະເທດທີ່ຈ່າຍພາສີສູງທີ່ສຸດໃນໂລກ. ນີ້ອາດສ້າງຄວາມເສຍຫາຍຕໍ່ການສົ່ງອອກແລະການຂະຫຍາຍຕົວໃນເສດຖະກິດໃຫຍ່ອັນດັບ 5 ຂອງໂລກ, ເນື່ອງຈາກສະຫະລັດເປັນຄູ່ການຄ້າໃຫຍ່ທີ່ສຸດຂອງອິນເດຍຈົນເຖິງເມື່ອບໍ່ດົນມານີ້. ການຖອຍຫຼັງດ້ານພາສີໄດ້ເຮັດໃຫ້ລັດຖະບານອິນເດຍເຂົ້າສູ່ໂໝດແກ້ໄຂເຫດການເສື່ອມ. ຕົ້ນເດືອນນີ້, ນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຕັດພາສີເພື່ອຫຼຸດຜົນກະທົບທາງເສດຖະກິດ. ທ່ານຍັງໄດ້ຮຽກຮ້ອງໃຫ້ພຶ່ງຕົນເອງພາຍໃນປະເທດ. ທ່ານກ່າວວ່າ ຂອງຂວັນວັນ Diwali ໃນຮູບແບບຂອງ “ຜົນປະໂຫຍດພາສີມະຫາສານ” ກຳລັງມາເຖິງສຳລັບຄົນທຳມະດາແລະລົດທຸລະກິດຂະໜາດນ້ອຍນັບລ້ານແຫ່ງທີ່ຂັບເຄື່ອນເສດຖະກິດໃຫຍ່ອັນດັບ 3 ຂອງເອເຊຍ. ດ້ວຍການນຸ່ງໂຜກສີສົ້ມສົດໃສແລະກ່າວຄຳປາໄສຕໍ່ຝູງຊົນຈາກກຳແພງ Red Fort ຂອງເດລີໃນລະຫວ່າງການສະເຫຼີມສະຫຼອງວັນເອກະລາດ, Modi ຍັງໄດ້ຮຽກຮ້ອງເຈົ້າຂອງຮ້ານຂະໜາດນ້ອຍແລະທຸລະກິດໃຫ້ຕິດປ້າຍ “Swadeshi” ຫຼື “ຜະລິດໃນອິນເດຍ” ຢູ່ໜ້າຮ້ານຂອງພວກເຂົາ. “ພວກເຮົາຄວນພຶ່ງຕົນເອງ – ບໍ່ແມ່ນຈາກຄວາມສິ້ນຫວັງ, ແຕ່ຈາກຄວາມພາກພູມໃຈ,” ທ່ານກ່າວ. “ຄວາມເຫັນແກ່ຕົວທາງເສດຖະກິດກຳລັງເພີ່ມຂຶ້ນໃນທົ່ວໂລກແລະພວກເຮົາຈະບໍ່ນັ່ງຮ້ອງໄຫ້ກ່ຽວກັບຄວາມຫຍຸ້ງຍາກຂອງພວກເຮົາ, ພວກເຮົາຕ້ອງລຸກຂຶ້ນແລະບໍ່ໃຫ້ຄົນອື່ນຄວບຄຸມພວກເຮົາ.” ທ່ານໄດ້ເວົ້າຊ້ຳຄຳເຫຼົ່ານີ້ຢ່າງໜ້ອຍສອງຄັ້ງໃນການກ່າວຄຳປາໄສສາທາລະນະອື່ນໆໃນອາທິດນີ້. ສຳລັບຫຼາຍຄົນທີ່ເບິ່ງ, ນີ້ແນ່ໃສວ່າແນໃສ່ຕ້ານກັບອັດຕາພາສີ 50% ທີ່ໂຫດຮ້າຍຂອງ […]
ການຜະລິດກະສິກຳແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບຕໍ່ປີ

ຄວາມດຸໝັ່ນຂະຫຍັນອົດທົນພາໃຫ້ທຸກຄົນພົ້ນທຸກ ເປັນສ່ວນໜຶ່ງທີ່ເຮັດໃຫ້ຄົນເຮົາປະສົບຜົນສຳເລັດຂໍພຽງ ແຕ່ເຮົາມັກ-ຮັກໃນອາຊີບນັ້ນໆ ກໍຈະມີຜົນສຳເລັດໄດ້ຄືກັບທ່ານນາງ ມາລາທິບ ໄຊສົງຄາມ ອາຍຸ 41 ປີ, ປັດຈຸ ບັນຢູ່ບ້ານໜອງໂພ ເມືອງວາປີ ແຂວງສາລະວັນ ໄດ້ຍຶດອາຊີບຜະລິດກະສິກຳແບບປະສົມປະສານ ສາມາດຂາຍເປັນສິນຄ້າ ສ້າງລາຍຮັບໃຫ້ກັບຄອບຄົວສະເລ່ຍ 100 ລ້ານກວ່າກີບຕໍ່ປີ. ທ່ານນາງ ມາລາທິບ ໄຊສົງຄາມ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ເມື່ອບໍ່ດົນມານີ້ກ່ຽວກັບການຜະລິດກະສິກຳແບບປະສົມປະສານ ສາມາດຂາຍເປັນສິນຄ້າ ສ້າງລາຍຮັບໃຫ້ຄອບຄົວວ່າ: ພາຍໃນຄອບຄົວມີແຮງງານທັງໜົດ 5 ຄົນ ຍິງ 3 ຄົນ. ແຮງງານສົມບູນ 2 ຄົນ ຍິງ 1 ຄົນ ແຮງງານສຳຮອງ 3 ຄົນ, ແຕ່ກ່ອນຄອບຄົວແມ່ນຍືດຖືອາຊີບຄ້າຂາຍຍ່ອຍເປັນຫຼັກ ສະພາບຄອບຄົວໃນໄລຍະນັ້ນແມ່ນຂາດໆ ເຂີນໆ ເສດຖະກິດຄອບຄົວມີຄວາມຫຍຸ້ງຍາກຂັດສົນ ລາຍຮັບບໍ່ພຽງພໍກັບລາຍຈ່າຍ. ຈາກສະ ພາບການດັ່ງກ່າວຈຶ່ງຊອກຫາທາງອອກເພື່ອຄວາມຢູ່ລອດໃຫ້ຄຽງຄູ່ກັບສະພາບເສດຖະກິດໃນປັດຈຸບັນ ຈຶ່ງຕັດສິນໃຈຫັນດິນເປັນທຶນຈໍານວນ 2 ເຮັກຕາ ດ້ວຍການປູກ-ການລ້ຽງໄປຄຽງຄູ່ກັນ. […]
ມາກ ມາເກັຊ ຟອມເດັ່ນຕໍ່ເນື່ອງ! ຄວ້າແຊ້ມ ໂມໂຕຈີພີ 7 ສະໜາມຕິດຕໍ່ກັນ

ການແຂ່ງຂັນລົດຈັກທາງລຽບຊິງແຊ້ມໂລກ ໂມໂຕຈີພີ ປະຈຳປີ 2025 ສະໜາມທີ 14 ລາຍການ ຮັງກາຣ້ຽນ ກຣັງປຣີ ທີ່ສະໜາມ Balaton Park Circuit, ປະເທດຮັງກາຣີ (ຮົງກາຣີ) ໃນທ້າຍອາທິດຜ່ານມາ ມີຄວາມຍາວຕໍ່ຮອບ 4.075 ແມັດ ແຂ່ງ 26 ຮອບ. ປະກົດວ່າ: ມາກ ມາເກັຊ ແຊ້ມໂລກ 6 ສະໄໝ ຊາວສະເປນ (ແອັສປາຍ) ຈາກທີມດູຄາຕິ ຜົນງານດີຕໍ່ເນື່ອງ ອອກໂຕເປັນຄົນທຳອິດ ແລະ ພາລົດຄູ່ໃຈເຂົ້າເສັ້ນໄຊເປັນຄົນທຳອິດ ດ້ວຍເວລາ 42 ນາທີ 37.681 ວິນາທີ ເອົາຊະນະ ເປໂດຣ ອາຄັອສຕ້າ ເພື່ອນຮ່ວມຊາດ ຈາກທີມ ເຄທີເອັມ 4.314 ວິນາທີ, ໄດ້ແຊ້ມ 7 ສະໜາມຕິດຕໍ່ກັນ ເຮັດໄດ້ເປັນຄັ້ງທີສອງ ຕໍ່ຈາກປີ 2014 ແລະ […]
ຄະນະຮັບຜິດຊອບ ນະໂຍບາຍສິນເຊື່ອແຂວງຄໍາມ່ວນ ລົງຕິດຕາມ ຫົວໜ່ວຍທຸລະກິດທີ່ໄດ້ຮັບແຫຼ່ງທຶນ

ໃນວັນທີ 26 ສິງຫາຜ່ານມາ, ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄໍາມ່ວນ, ທ່ານ ສົມປະດິດ ວໍລະຈິດ ວ່າການແທນຫົວໜ້າ ທະນາຄານແຫ່ງ ສປປ ລາວ ພາກກາງແຂວງສະຫວັນນະເຂດ (ທຫລ.ສຂ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ ບັນດາຫົວໜ່ວຍທຸລະກິດ ທີ່ໄດ້ຮັບແຫຼ່ງທຶນ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ຂອງແຂວງຄໍາມ່ວນ. ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ແມ່ນນະໂຍບາຍປ່ອຍແຫຼ່ງທຶນທີ່ມີດອກເບ້ຍຕໍ່າ ໃຫ້ແກ່ທະນາຄານທຸລະກິດ ເພື່ອປ່ອຍຕໍ່ໃຫ້ແກ່ຫົວໜ່ວຍທຸລະກິດ, ແຫຼ່ງທຶນດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ທ້າຍປີ 2023, ຊຶ່ງໃນປີ 2024 ໄດ້ອະນຸມັດແຫຼ່ງທຶນທັງໝົດ 17 ຫົວໜ່ວຍທຸລະກິດ ມູນຄ່າ 19.54 ຕື້ກີບ ກວມເອົາ 24.43% ຂອງແຫຼ່ງທຶນທີ່ໄດ້ຮັບທັງໝົດ (80 ຕື້ກີບ), ມາຮອດປັດຈຸບັນ ສະເພາະແຂວງຄຳມ່ວນ ສາມາດອະນຸມັດແຫຼ່ງທຶນໃຫ້ແກ່ 37 ຫົວໜ່ວຍທຸລະກິດ ລວມມູນຄ່າ 40.35 ຕື້ກີບ, ກວມເອົາ 50.44%. […]
ບໍ່ແມ່ນພຽງແຕ່ SSD ເສຍ, ການອັບເດດໃໝ່ຂອງ Windows 11 ສົ່ງຜົນກະທົບຕໍ່ AutoCAD, NDI (OBS)

ຫລັງຈາກຂ່າວເດີມທີ່ການອັບເດດທີ່ມີບັນຫາໃນວັນອັງຄານຂອງອາທິດທີ່ຜ່ານມາສົ່ງຜົນໃຫ້ SSD ເສຍຫາຍ, ຈິງແລ້ວການອັບເດດຄັ້ງນັ້ນຍັງບໍ່ໄດ້ຈົບພຽງແຕ່ເລື່ອງດຽວ, ຍັງມີບັນຫາອື່ນໆອີກດ້ວຍ, ຊຶ່ງ Microsoft ໄດ້ຮັບຮູ້ທັງໝົດແລ້ວ. ບັນຫາກັບໂປຣແກຣມ AutoCAD ການອັບເດດ Windows 11 KB5063878 ມີລາຍງານວ່າເຮັດໃຫ້ພົບບັນຫາບໍ່ສາມາດເປີດໃຊ້ງານ AutoCAD ໄດ້, ນອກຈາກຈະເອີ້ນໃຊ້ງານໃນຖານະຜູ້ເບິ່ງແຍງລະບົບ (Run as administrator) ຊຶ່ງບລັອກ User Account ທີ່ບໍ່ໄດ້ຮັບສິດດັ່ງກ່າວ, ກະທົບຫລາຍໂຮງຮຽນແລະຫ້ອງແລັບບໍ່ສາມາດໃຊ້ງານ AutoCAD ໄດ້. ບັນຫານີ້ເຄີຍເກີດຂຶ້ນຄ້າຍຄືກັນໃນທີ່ຜ່ານມາທັງໃນ Windows 11 ແລະ Windows 10: Windows 11: KB5063875 ແລະ KB5064010 Windows 10: KB5063877 ແລະ KB5063709 Microsoft ໄດ້ຮັບທຮາບຫາບັນຫາຂ້າງເທິງແລ້ວ, ໂດຍມີຜົນຕັ້ງແຕ່ AutoCAD 2022 ຈົນເຖິງ 2026. ວິທີແກ້ໄຂຊົ່ວຄາວ: ຕ້ອງຖອນການຕິດຕັ້ງ Windows update […]
ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້: ເສດຖະກິດມີການເຕີບໂຕຢ່າງຕໍ່ເນືອງ, ໝັ້ນທ່ຽງ ແລະ ສົມດຸນເທື່ອລະກ້າວ. ເສດຖະກິດຂະຫຍາຍຕົວສະເລ່ຍ 5.1%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 15,249 ຕື້ກີບ; ລາຍໄດ້ຕໍ່ຫົວຄົນບັນລຸ 44 ລ້ານກວ່າກີບ ຫຼື ເທົ່າກັບ 1,923 ໂດລາ, ກະສິກໍາ: ຂະຫຍາຍຕົວສະເລ່ຍ 5.2% ກວມເອົາ […]
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ. ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການ ທຫລ ປະທານຄະນະກຳມະການນະໂຍບາຍເງິນຕາ ໄດ້ກ່າວ ຕໍ່ກອງປະຊຸມວ່າ: ນັບແຕ່ກອງປະຊຸມ ຄັ້ງວັນທີ 12.6.2025 ຈົນຮອດປັດຈຸບັນ, ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄະນະກຳມະການນະໂຍບາຍເງິນຕາຂອງສະພາບໍລິຫານ ທຫລ ມີຜົນໄດ້ຮັບຄື: ອັດຕາເງິນເຟີ້ ສະເລ່ຍ […]
OpenAI ຢືນຢັນວ່າ GPT5 ສະຫຼາດຂຶ້ນຫຼາຍ ແຕ່ຍັງບໍ່ສາມາດເຮັດວຽກແທນ “ຄົນ” ໄດ້ໃນຫຼາຍໆດ້ານ

ການເຂົ້າມາຂອງປັນຍາປະດິດ ຫຼື AI ໄດ້ສ້າງຄວາມກັງວົນໃຫ້ກັບທຸກວົງການກ່ຽວກັບການທີ່ເທັກໂນໂລຍີນີ້ຈະເຂົ້າມາແທນທີ່ຄົນໃນການເຮັດວຽກ ເຊັ່ນ: ການນຳເອົາເຄື່ອງມືທີ່ນິຍົມຢ່າງ ChatGPT ມາຊ່ວຍໃນວຽກງານຫຼາກຫຼາຍແບບ ຈົນໃຫ້ຫຼາຍຄົນຄິດວ່າເຄື່ອງມືນີ້ສາມາດເຮັດວຽກແທນຄົນໄດ້ທັງໝົດ. ແຕ່ວ່າ ຝ່າຍພັດທະນາກັບຄິດໃນແບບອື່ນ ທີ່ອາດຈະເຮັດໃຫ້ຜູ້ອ່ານຫຼາຍຄົນເບົາໃຈໄປສັກໜ້ອຍ. ຈາກບົດລາຍງານຂອງສຳນັກຂ່າວ The Guardian ໄດ້ເປີດເຜີຍເຖິງຄວາມຄິດເຫັນຂອງ Sam Altman ຜູ້ບໍລິຫານ ແລະ ຜູ້ກໍ່ຕັ້ງບໍລິສັດ OpenAI ຊຶ່ງເປັນບໍລິສັດພັດທະນາຕົວແບບ AI ທີ່ມີຊື່ສຽງຢ່າງ GPT ແລະ ເຄື່ອງມືສຳລັບການສ້າງສື່ (Generative AI) ChatGPT ກ່ຽວກັບການພັດທະນາຫຼ້າສຸດຂອງຜະລິດຕະພັນ AI ເຫຼົ່ານີ້ວ່າ ເປັນການພັດທະນາແບບກ້າວກະໂດດ ທີ່ AI ສາມາດເຮັດວຽກໄດ້ຫຼາກຫຼາຍ ແລະ ເປັນກ້າວສຳຄັນທີ່ຈະນຳພາ GPT ໄປສູ່ການເປັນ AI ສຳລັບການໃຊ້ງານທົ່ວໄປ ຫຼື Artificial General Intelligence (AGI) ທີ່ສາມາດເຮັດວຽກຫຼາຍຢ່າງແທນຄົນໄດ້ດ້ວຍຕົນເອງ ພ້ອມກັບຄວາມໄວ ແລະ ປະສິດທິພາບສູງໃນການເຮັດວຽກ ຈົນເຖິງລະດັບທີ່ສາມາດເຮັດວຽກແທນມະນຸດໄດ້. ແຕ່ໃນຂະນະດຽວກັນ […]
ແຈ້ງເຕືອນ ໃຫ້ເຝົ້າລະວັງຕິດຕາມຢ່າງໃກ້ຊິດ ອາດຈະເກີດນໍ້າຖ້ວມກະທັນຫັນ ອີກ 12–24 ຊົ່ວໂມງຂ້າງໜ້າ

ແຈ້ງເຕືອນເຝົ້າລະວັງນໍ້າຖ້ວມກະທັນຫັນ 12- 24 ຊົ່ວໂມງຂ້າງໜ້າ ລະຫວ່າງ 26-27 ກໍລະກົດ 2025 ຄະນະກຳມະການແມ່ນໍ້າຂອງ ອອກແຈ້ງເຕືອນພື້ນທີ່ມີຄວາມສ່ຽງສູງຈາກຝົນຕົກຫນັກໃນບໍລິເວນລຸ່ມແມ່ນໍ້າຂອງ ອາດຈະເກີດນ້ຳຖ້ວມກະທັນຫັນໃນໄລຍະ 24 ຊົ່ວໂມງ. ແຂວງ ແລະ ເມືອງທີ່ສ່ຽງ: ບໍລິຄຳໄຊ: ທ່າພະບາດ ຈຳປາສັກ: ປາກຊ່ອງ ຄຳມ່ວນ: ບົວລະພາ, ຫີນບູນ, ມະຫາໄຊ, ນາກາຍ, ໂນນມະລາດ, ທ່າແຂກ, ໄຊຍະບູລີ ຫຼວງພະບາງ: ງອຍ, ວຽງຄຳ ຜົ້ງສາລີ: ສົມພັນ ສາລະວັນ: ຕາໂອ້ຍ ສະຫວັນນະເຂດ: ນອງ, ເຊໂປນ, ວິລະບູລີ ໄຊສົມບູນ: ທ່າໂທມ ແນະນຳຢ່າງເຂັ້ມງວດ ປະຊາຊົນໃນເຂດທີ່ໄດ້ຮັບການແຈ້ງເຕືອນ ຄວນລະມັດລະວັງ ແລະຕິດຕາມຂ່າວສານຢ່າງໃກ້ຊິດ. ຖ້າມີຄຳແນະນຳໃຫ້ຍົກຍ້າຍ ຂໍໃຫ້ປະຊາຊົນປະຕິບັດໂດຍໄວ້ເພື່ອຄວາມປອດໄພ ຂໍໃຫ້ທຸກຄົນປອດໄພ! 𝗙𝗟𝗔𝗦𝗛 […]