ສວນກາເຟໄຮແລນຍັງຂາດແຄນດ້ານແຮງງານເກັບກູ້ກາເຟ

ສວນກາເຟໄຮແລນຕັ້ງຢູ່ບ້ານປາກຊ່ອງ ເມືອງປາກຊ່ອງ ແຂວງຈຳປາສັກຍັງພົບ ຂໍ້ຫຍຸ້ງຍາກດ້ານຂາດແຄນແຮງງານເກັບກູ້ກາເຟ ໂດຍສະເພາະໃນລະດູເກັບກູ້ທີ່ມີຄວາມຕ້ອງການແຮງງານຈຳນວນຫຼາຍ ຫຼື ຫຼາຍກວ່າ 600 ຄົນ. ທ່ານຄຳລານ ແກ້ວບຸບຜາ ທີ່ປຶກສາ ບໍລິສັດປາກຊ່ອງໄຮແລນໄດ້ກ່າວປະຫວັດໂດຍຫຍໍ້ຂອງສວນກາເຟໄຮແລນວ່າ: ສວນກາເຟໄຮແລນໃນໄລຍະເລີ່ມຕົ້ນ ມີເນື້ອທີ່ທັງໝົດ 738 ເຮັກຕາ ແລະ ໃນປີ 2007 ໄດ້ຂະຫຍາຍສວນປູກກາເຟໄດ້ທັງໝົດ 2.117 ເຮັກຕາ ລົງທຶນໃນເບື້ອງຕົ້ນຫຼາຍກວ່າ 300 ລ້ານບາດ, ມາຮອດປີ 2023 ຈົນເຖິງປັດຈຸບັນສາມາດເກັບຜົນຜະລິດກາເຟໄດ້ທັງໝົດ 5.185 ໂຕນ (ໝາກແດງ) ໂດຍສົ່ງຂາຍຕະຫຼາດພາຍໃນໂດຍ ສະເພາະໃຫ້ບໍລິສັດດາວເຮືອງ ແລະ ຕ່າງປະເທດເປັນຕົ້ນປະເທດໄທ, ຢີ່ປຸ່ນ, ເກົາຫຼີ, ເຢຍລະມັນ ແລະ ປະເທດອື່ນໆ. ທ່ານຄຳລານກ່າວໃຫ້ຮູ້ຕື່ມອີກວ່າ: ສະພາບການຂາດແຄນ ແຮງງານນີ້ ຍັງພົບແຕ່ລະປີໂດຍສະເພາະໃນໄລຍະການເກັບກູ້ຜົນຜະລິດໄດ້ເຮັດໃຫ້ການເກັບກູ້ຊັກຊ້າເຮັດໃຫ້ກາເຟສ່ວນໜຶ່ງເສຍຫາຍ. ທີ່ມາ VientianeTimes

996 ເຖິງ 26 ມີນາ 2024 ໄດ້ກວດກູ້ລະເບີດ ບໍ່ທັນແຕກ ອອກຈາກເນື້ອທີ່ດິນ 87.323 ເຮັກຕາ

ນັບແຕ່ປີ 1996 ເຖິງ ວັນທີ 26 ມີນາ 2024 ໄດ້ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນໜຶ່ງ ອອກຈາກພື້ນທີ່ດິນ ໃຫ້ມີຄວາມປອດໄພ ທັງໝົດ 87.323 ເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 1.915.780 ໜ່ວຍ ຢູ່ສປປ ລາວ, ຊຶ່ງຕົວເລກດັ່ງກ່າວ ໄດ້ຖຶກລາຍງານໃນ ພິທີສະເຫຼີມສະຫຼອງວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້, ໃນວັນທີ 8 ເມສາ 2024 ນີ້ ທີ່ແຂວງ ຫຼວງພະບາງ ໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ. ພິທີສະເຫຼີມສະຫຼອງ ວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ວັນທີ 4 ເມສາ ຄົບຮອບ 19ປີ ໃນປີນີ້ ແມ່ນພາຍໃຕ້ຄຳຂວັນ “ປົກປ້ອງຊີວິດ ສ້າງສັນຕິພາບ”. ວັນສາກົນນີ້ ແມ່ນ ວັນທີ່ມີຄວາມໝາຍຄວາມສຳຄັນ […]

ສປ ຈີນ ມອບພາຫະນະຮັບໃຊ້ວຽກງານອາຊຽນ ໃຫ້ກະຊວງປ້ອງກັນປະເທດ

ກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ໄດ້ນຳເອົາພາຫະນະ ປະກອບມີ ລົດແມ 12 ບ່ອນນັ່ງ 20 ຄັນ, ລົດແມ 21 ບ່ອນນັ່ງ 2 ຄັນ, ລົດຕູ້ (ລົດກູ້ໄພ) 2 ຄັນ, ລົດຈິບ ເປີດທາງ 15 ຄັນ, ລົດເກັງຫົງສື 20 ຄັນ ແລະ ລົດຈັກເປີດທາງ 20 ຄັນ ມາມອບໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນວັນທີ 9 ເມສາ 2024 ເພື່ອນຳໃຊ້ເຂົ້າໃນວຽກງານອາຊຽນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນປີ 2024, ຕາງໜ້າມອບໂດຍ ທ່ານ ພັນເອກ ລີປີງ ທີ່ປຶກສາທູດ ຝ່າຍປ້ອງກັນຊາດແຫ່ງ ສປ ຈີນ ປະຈໍາ […]

ທິດທາງແຜນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປີ 2024

ປີ 2024 ນີ້, ກະຊວງ ອຄ ໄດ້ກໍານົດທິດທາງ ພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໂດຍວາງບັນດາໂຕເລກຄາດໝາຍສູ້ຊົນຕົ້ນຕໍຄື: ດ້ານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ: ສູ້ຊົນສ້າງມູນຄ່າຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຄາດຄະເນ ໃຫ້ບັນລຸ 17.990,10 ຕື້ກີບ; ດ້ານການຄ້າພາຍໃນ: ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ຄ່າບໍລິການສ້ອມແປງ) ຄາດຄະເນ ໃຫ້ບັນລຸ 91.375,00 ຕື້ກີບ, ດ້ານການຄ້າຕ່າງປະເທດ: ສູ້ຊົນສ້າງມູນຄ່າການນຳເຂົ້າ ແລະ ສົ່ງອອກ ຄາດຄະເນໃຫ້ບັນລຸ 16.010,09 ລ້ານໂດລາ, ໃນນັ້ນ, ມູນຄ່າການສົ່ງອອກ 8.724,33 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າ 7.285,76 ລ້ານໂດລາ. ສໍາລັບ ແຜນງານການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ ກະຊວງ ອຄ ຈະຈັດກອງປະຊຸມປິ່ນອ້ອມ ການເປັນປະທານອາຊຽນ ປີ […]

ພົບຜູ້ເສຍຊີວິດ 2 ຄົນໃນລົດທີ່ເກີດອຸບັດເຫດລົດເສຍຫຼັກຕໍາຂອບທາງແລ້ວໄຟໄໝ້ລົດຢູ່ທາງດ່ວນ

ຈາກກໍລະນີທີ່ມີລົດໃຫຍ່ເກີດອຸບັດເຫດລົດເສຍຫຼັກຕໍາຂອບທາງປີ້ນອອກຂ້າງທາງແລ້ວໄຟໄໝ້ລົດຢູ່ທາງດ່ວນໃນວັນທີ 16 ເມສາ 2024 ນີ້ ເວລາປະມານ 13:15 ນາທີ ຢູ່ທາງດ່ວນ ເຂດບ້ານຫ້ວຍທົນ ເມືອງໂພນໂຮງ ແຂວງວຽງຈັນ, ອີງຕາມການລາຍງານຈາກເຈົ້າໜ້າທີ່ກູ້ໄພ ພົບວ່າໃນລົດ ມີຜູ້ເສຍຊີວິດ 2 ຄົນ ເປັນເພດຊາຍ ສັນຊາດຈີນ ໂດຍຖືກຢ້າງສົດເສຍຊີວິດຄາທີ່.  

3 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວເຂົ້າມາຜ່ານດ່ານສາກົນສາມຫຼ່ຽມຄຳ ຫຼາຍກວ່າ 80 ພັນຄົນ

ທ່ານ ພັນໂທ ບຸນສິດ ພົມນິຍົມ ຫົວໜ້າດ່ານສາກົນສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລາຍງານກ່ຽວກັບສະພາບເຂົ້າອອກດ່ານສາກົນສາມຫຼ່ຽມຄຳໃນໄລຍະ 3 ເດືອນຕົ້ນປີ 2024 ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນ ມິນາ 2024 ນີ້, ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າ-ອອກເມືອງຜ່ານດ່ານສາກົນສາມຫຼ່ຽມຄຳ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຈໍານວນ 83.549 ຄົນ (ຍິງ 37.568 ຄົນ, ເດັກນ້ອຍ 1.883 ຄົນ), ລວມມີ 95 ສັນຊາດ ຖ້າທຽບໃສ່ ໄລຍະດຽວກັນຂອງ ປີ 2023 ແມ່ນມີນັກທ່ອງທ່ຽວເພີ່ມຂຶ້ນເຖິງ 1,84% ຊຶ່ງສາເຫດທີ່ພາໃຫ້ມີນັກທ່ອງທ່ຽວເພີ່ມຂຶ້ນ ກໍ່ຍ້ອນ ວ່າປະເທດລາວ ໄດ້ເປີດປີທ່ອງທ່ຽວລາວ ປີ 2024 ຢ່າງ ເປັນທາງການ. ແຫຼ່ງຂ່າວ: ນັກຂ່າວ ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ADB ຄາດຄະເນວ່າ ເສດຖະກິດ ລາວ ຈະມີການຂະຫຍາຍຕົວລະດັບປານກາງ ຈາກແຮງສະໜັບສະໜູນ ຈາກພາຍນອກ

ທະນາຄານພັດທະນາ ອາຊີ Asian Development Bank (ADB) ຄາດຄະເນວ່າ ເສດຖະກິດ ສປປ ລາວ ຈະມີການເຕີບໂຕໃນລະດັບ ປານກາງ ໃນປີ 2024 ນີ້ ແລະ ປີ ໜ້າ ຈາກແຮງສະໜັບສະໜູນຈາກພາຍນອກ ເຊັ່ນ: ການທ່ອງທ່ຽວ, ການລົງທຶນ ແລະ ການຄ້າ. ທ່າມກາງຄວາມກົດດັນຈາກພາວະເງິນເຟີ້ ແລະ ພັນທະທີ່ຕ້ອງຊຳລະໜີ້ ໃຫ້ກັບຕ່າງປະເທດ. ບົດລາຍງານເສດຖະກິດປະຈຳເດືອນ ເມສາ ຂອງ ADB ລະບຸວ່າ GDP ຂອງ ສປປ ລາວ ໃນປີ 2024 ແລະ 2025 ຈະມີການຂະຫຍາຍຕົວປະມານ 4%. ໂດຍໄດ້ຮັບແຮງສະໜັບສະໜູນຈາກຄວາມຕ້ອງການພາຍນອກ ໃນຂະແໜງການບໍລິການ ເຊັ່ນ: ການທ່ອງທ່ຽວ ທີ່ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາເຖິງ 4,2ລ້ານຄົນໃນປີ 2024 ແລະ ຍັງຈະໄດ້ຜົນປະໂຫຍດຈາກການພັດທະນາພື້ນຖ່ານໂຄ່ງລາງໃນການເດີນທາງທີ່ງ່າຍຂຶ້ນ. ADB ລະບຸຕື່ມອີກວ່າ ນອກນີ້ […]

ເດືອນມີນາ ມີຜູ້ເສຍຊີວິດເຖິງ 85 ຄົນ ຈາກອຸບັດເຫດໃນທົ່ວປະເທດ

ໃນໄລຍະເດືອນມີນາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 85 ຄົນ, ມີຜູ້ບາດເຈັບ 918 ຄົນ ແລະ ມີພາຫະນະເປ່ເພ 959 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 549 ຄັ້ງ, ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນກຸມພາ ທີ່ຜ່ານມາ ຫຼຸດລົງ 16 ຄົນ ຊຶ່ງມີຜູ້ເສຍຊີວິດ 101 ຄົນ. ກົມ​ຕຳ­ຫຼວດ​ຈາລະຈອນ ໄດ້ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນມີນາ 2024 ທີ່ຜ່ານມາ ຊາບ​ວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດ ຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ຊຶ່ງສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ, ໃນນັ້ນ ອຸບັດຕິເຫດສ່ວນໃຫຍ່ແມ່ນເກີດຂຶ້ນ ນັບແຕ່ເວລາ 17:00-24:00 ໃນກຸ່ມອາຊີບກໍາມະກອນ ແລະ ນັກຮຽນ ນັກສຶກສາ. ຈາກ​ອຸ­ບັດ­ເຫດທີ່ເກີດຂຶ້ນດັ່ງກ່າວ, ທາງ​ເຈົ້າ​ໜ້າ­ທີ່ກົມ​ຕຳ­ຫຼວດ​ຈາລະຈອນ ​ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະ­ໜົນ​ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ເຊັ່ນ: ເມົາ​ແລ້ວ​ຫ້າມ​ຂັບ, ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ […]

ນາຍົກລັດຖະມົນຕີ ສົງພະທີ່ວັດອົງຕື້ ມະຫາວິຫານ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ-ລັດ ຕະຫຼອດຮອດມວນຊົນ ຊາວນະຄອນຫຼວງວຽງຈັນ ໄດ້ຈັດພິທີຫົດສົງພະພຸດທະຮູບ ທີ່ວັດອົງຕື້ ມະຫາວິຫານ ໃນວັນທີ 13 ເມສາ ນີ້ ຊຶ່ງເປັນວັນສັງຂານລ່ວງ, ເປັນມື້ທໍາອິດຂອງການເຮັດພິທີກໍາທາງສາສະໜາ ຕາມຮີດຄອງປະເພນີອັນດີງາມຂອງລາວເຮົາທີ່ໄດ້ປະຕິບັດກັນມາ. ວັດອົງຕື້ເປັນວັດໜຶ່ງ ໃນຈຳນວນຫຼາຍໆວັດທີ່ເກົ່າແກ່ ແລະ ມີຄວາມໝາຍຄວາມສຳຄັນທາງບູຮານສະຖານ ແລະ ປະຫວັດສາດຢູ່ໃນນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັງເປັນວັດທີ່ປະຊາຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມເຄົາລົບ. ວັດອົງຕື້ ເດີມຊື່ວ່າ ວັດສີພູມ ຫຼື ໄຊຍະພູມໄດ້ປະຕິສັງຂອນເອົາວັດສີພູມ ຊຶ່ງເປັນວັດເກົ່າແກ່ມາແຕ່ສະໄໝພະຍາຈັນທະບູລີປະສິດທິສັກ ໄດ້ສ້າງຂຶ້ນ ໃນລະຫວ່າງ 300 ປີກ່ອນ ຄ.ສ; ຕໍ່ມາເຖິງປີ ຄ.ສ 1566, ພະເຈົ້າໄຊຍະເສດຖາທິລາດ ໄດ້ປະຕິສັງຂອນ ແລະ ມາສ້າງພະເຈົ້າອົງຕື້ຂຶ້ນ ແລ້ວມາປະດິດສະຖານໄວ້ໃນວັດສີພູມນີ້ ຈຶ່ງໄດ້ຕັ້ງຊື້ວັດໃໝ່ວ່າ “ວັດອົງຕື້” ຕາມຊື່ຂອງພະພຸດທະຮູບໃຫຍ່ນັ້ນ. ຂ່າວ-ພາບ: ປະຊາຊົນ