xr:d:DAFfzfZ3jXU:238,j:4285599991177242615,t:24041512
ເດືອນມີນາ ມີຜູ້ເສຍຊີວິດເຖິງ 85 ຄົນ ຈາກອຸບັດເຫດໃນທົ່ວປະເທດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 15 April, 2024

ໃນໄລຍະເດືອນມີນາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 85 ຄົນ, ມີຜູ້ບາດເຈັບ 918 ຄົນ ແລະ ມີພາຫະນະເປ່ເພ 959 ຄັນ ຈາກອຸບັດເຫດເກີດຂຶ້ນທັງໝົດ 549 ຄັ້ງ, ແຕ່ເມື່ອທຽບໃສ່ກັບຜູ້ເສຍຊີວິດໃນເດືອນກຸມພາ ທີ່ຜ່ານມາ ຫຼຸດລົງ 16 ຄົນ ຊຶ່ງມີຜູ້ເສຍຊີວິດ 101 ຄົນ.

ກົມ​ຕຳ­ຫຼວດ​ຈາລະຈອນ ໄດ້ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປະ­ຈຳ​ເດືອນມີນາ 2024 ທີ່ຜ່ານມາ ຊາບ​ວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດ ຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ຊຶ່ງສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບ​ຂີ່​ໄວ​ເກີນ​ກຳ­ນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ, ໃນນັ້ນ ອຸບັດຕິເຫດສ່ວນໃຫຍ່ແມ່ນເກີດຂຶ້ນ ນັບແຕ່ເວລາ 17:00-24:00 ໃນກຸ່ມອາຊີບກໍາມະກອນ ແລະ ນັກຮຽນ ນັກສຶກສາ.

ຈາກ​ອຸ­ບັດ­ເຫດທີ່ເກີດຂຶ້ນດັ່ງກ່າວ, ທາງ​ເຈົ້າ​ໜ້າ­ທີ່ກົມ​ຕຳ­ຫຼວດ​ຈາລະຈອນ ​ຈຶ່ງ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ທີ່​ໃຊ້​ລົດ​ໃຊ້​ຖະ­ໜົນ​ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ເຊັ່ນ: ເມົາ​ແລ້ວ​ຫ້າມ​ຂັບ, ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ ແລະ ກວດ­ກາ​ສະ­ພາບ​ລົດ​ໃຫ້​ມີ​ຄວາມ​ພ້ອມ ແລ້ວ​ຈຶ່ງ​ອອກ​ເດີນ­ທາງ ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ມັນ​ຈຶ່ງ​ຈະ​ຫຼຸດ​ລົງ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ