ທ່ານ ພັນໂທ ບຸນສິດ ພົມນິຍົມ ຫົວໜ້າດ່ານສາກົນສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລາຍງານກ່ຽວກັບສະພາບເຂົ້າອອກດ່ານສາກົນສາມຫຼ່ຽມຄຳໃນໄລຍະ 3 ເດືອນຕົ້ນປີ 2024 ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນ ມິນາ 2024 ນີ້, ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າ-ອອກເມືອງຜ່ານດ່ານສາກົນສາມຫຼ່ຽມຄຳ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຈໍານວນ 83.549 ຄົນ (ຍິງ 37.568 ຄົນ, ເດັກນ້ອຍ 1.883 ຄົນ), ລວມມີ 95 ສັນຊາດ ຖ້າທຽບໃສ່ ໄລຍະດຽວກັນຂອງ ປີ 2023 ແມ່ນມີນັກທ່ອງທ່ຽວເພີ່ມຂຶ້ນເຖິງ 1,84% ຊຶ່ງສາເຫດທີ່ພາໃຫ້ມີນັກທ່ອງທ່ຽວເພີ່ມຂຶ້ນ ກໍ່ຍ້ອນ ວ່າປະເທດລາວ ໄດ້ເປີດປີທ່ອງທ່ຽວລາວ ປີ 2024 ຢ່າງ ເປັນທາງການ.
ແຫຼ່ງຂ່າວ: ນັກຂ່າວ ເຂດເສດຖະກິດພິເສດສາມຫຼ່ຽມຄຳ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,392 | 21,667 |
![]() THB | 659.01 | 670.87 |
![]() EUR | 24,252 | 24,736 |
![]() CNY | 2,906 | 2,964 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |