ສວນກາເຟໄຮແລນຕັ້ງຢູ່ບ້ານປາກຊ່ອງ ເມືອງປາກຊ່ອງ ແຂວງຈຳປາສັກຍັງພົບ ຂໍ້ຫຍຸ້ງຍາກດ້ານຂາດແຄນແຮງງານເກັບກູ້ກາເຟ ໂດຍສະເພາະໃນລະດູເກັບກູ້ທີ່ມີຄວາມຕ້ອງການແຮງງານຈຳນວນຫຼາຍ ຫຼື ຫຼາຍກວ່າ 600 ຄົນ.
ທ່ານຄຳລານ ແກ້ວບຸບຜາ ທີ່ປຶກສາ ບໍລິສັດປາກຊ່ອງໄຮແລນໄດ້ກ່າວປະຫວັດໂດຍຫຍໍ້ຂອງສວນກາເຟໄຮແລນວ່າ: ສວນກາເຟໄຮແລນໃນໄລຍະເລີ່ມຕົ້ນ ມີເນື້ອທີ່ທັງໝົດ 738 ເຮັກຕາ ແລະ ໃນປີ 2007 ໄດ້ຂະຫຍາຍສວນປູກກາເຟໄດ້ທັງໝົດ 2.117 ເຮັກຕາ ລົງທຶນໃນເບື້ອງຕົ້ນຫຼາຍກວ່າ 300 ລ້ານບາດ, ມາຮອດປີ 2023 ຈົນເຖິງປັດຈຸບັນສາມາດເກັບຜົນຜະລິດກາເຟໄດ້ທັງໝົດ 5.185 ໂຕນ (ໝາກແດງ) ໂດຍສົ່ງຂາຍຕະຫຼາດພາຍໃນໂດຍ ສະເພາະໃຫ້ບໍລິສັດດາວເຮືອງ ແລະ ຕ່າງປະເທດເປັນຕົ້ນປະເທດໄທ, ຢີ່ປຸ່ນ, ເກົາຫຼີ, ເຢຍລະມັນ ແລະ ປະເທດອື່ນໆ.
ທ່ານຄຳລານກ່າວໃຫ້ຮູ້ຕື່ມອີກວ່າ: ສະພາບການຂາດແຄນ ແຮງງານນີ້ ຍັງພົບແຕ່ລະປີໂດຍສະເພາະໃນໄລຍະການເກັບກູ້ຜົນຜະລິດໄດ້ເຮັດໃຫ້ການເກັບກູ້ຊັກຊ້າເຮັດໃຫ້ກາເຟສ່ວນໜຶ່ງເສຍຫາຍ.
ທີ່ມາ VientianeTimes
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |