2
996 ເຖິງ 26 ມີນາ 2024 ໄດ້ກວດກູ້ລະເບີດ ບໍ່ທັນແຕກ ອອກຈາກເນື້ອທີ່ດິນ 87.323 ເຮັກຕາ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 18 ເດືອນເມສາ, 2024

ນັບແຕ່ປີ 1996 ເຖິງ ວັນທີ 26 ມີນາ 2024 ໄດ້ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຈໍານວນໜຶ່ງ ອອກຈາກພື້ນທີ່ດິນ ໃຫ້ມີຄວາມປອດໄພ ທັງໝົດ 87.323 ເຮັກຕາ ແລະ ໄດ້ທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງ ຈໍານວນ 1.915.780 ໜ່ວຍ ຢູ່ສປປ ລາວ, ຊຶ່ງຕົວເລກດັ່ງກ່າວ ໄດ້ຖຶກລາຍງານໃນ ພິທີສະເຫຼີມສະຫຼອງວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້, ໃນວັນທີ 8 ເມສາ 2024 ນີ້ ທີ່ແຂວງ ຫຼວງພະບາງ ໂດຍການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ.

ພິທີສະເຫຼີມສະຫຼອງ ວັນສາກົນວ່າດ້ວຍການສົ່ງເສີມຄວາມຮັບຮູ້ ແລະ ການຊ່ວຍເຫຼືອວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ວັນທີ 4 ເມສາ ຄົບຮອບ 19ປີ ໃນປີນີ້ ແມ່ນພາຍໃຕ້ຄຳຂວັນ “ປົກປ້ອງຊີວິດ ສ້າງສັນຕິພາບ”. ວັນສາກົນນີ້ ແມ່ນ ວັນທີ່ມີຄວາມໝາຍຄວາມສຳຄັນ ສຳລັບວົງຄະນາຍາດສາກົນ ລວມທັງ ສປປ ລາວ ເຊິ່ງຈຸດປະສົງຕົ້ນຕໍຂອງງານໃນຄັ້ງນີ້ ນອກຈາກຈະເພື່ອລະນຶກເຖິງຜົນກະທົບອັນໂຫດຮ້າຍ ແລະ ຍາວນານຂອງລະເບີດບໍ່ທັນແຕກແລ້ວ, ຍັງເປັນການສະແດງໃຫ້ເຫັນເຖິງຄວາມເຫັນອົກເຫັນໃຈຕໍ່ຜູ້ຖືກເຄາະຮ້າຍ ແລະ ປະຊາຊົນທີ່ຍັງດຳລົງຊີວິດແບບສ່ຽງໄພກັບລະເບີດບໍ່ທັນແຕກໃນແຕ່ລະວັນ ເພື່ອຮຽກຮ້ອງໃຫ້ມີການເພີ່ມຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວ ເພື່ອປົກປ້ອງຊີວິດ ແລະ ປົກປ້ອງການດຳລົງຊີວິດທີ່ຜາສຸກຂອງປະຊາຊົນລາວ, ທັງເປັນການປູກຈິດສຳນຶກໃຫ້ທົ່ວສັງຄົມ ໃຫ້ຮັບຮູ້ເຖິງຄວາມສ່ຽງ ແລະ ໄພອັນຕະລາຍ ຂອງລະເບີດທີ່ບໍ່ທັນແຕກທີ່ຍັງຕົກຄ້າງຢູ່ ສປປ ລາວ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວໃນພິທີສະເຫຼີມສະຫຼອງ ວັນດັ່ງກ່າວ ວ່າ: ການແກ້ໄຂບັນຫາລະເບີດບໍ່ທັນແຕກ ແມ່ນວາລະໜຶ່ງທີ່ສໍາຄັນຂອງວົງຄະນະຍາດສາກົນ ໂດຍສະເພາະກໍ່ແມ່ນ ສປປ ລາວ ທີ່ເວລາໃດ ກໍ່ຖືເອົາການແກ້ໄຂບັນຫາ ລບຕ ເປັນບູລິມະສິດຂອງຊາດ ກໍ່ຄືການປົກປັກຮັກສາຊີວິດຂອງປະຊາຊົນ ຈາກໄພຂົ່ມຂູ່ ຄືດັ່ງທີ່ພວກເຮົາໄດ້ກໍານົດໄວ້ຢ່າງຈະແຈ້ງໃນຍຸດທະສາດແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ.

ສປປ ລາວ, ສະເພາະໃນຊຸມປີຜ່ານມາ 50 % ຂອງຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ແມ່ນເດັກນ້ອຍ ແລະ ໃນປີ 2024 ນີ້ ໄລຍະ 3 ເດືອນທໍາອິດ ໄດ້ເກີດມີອຸບັດເຫດ ຈາກລະເບີດບໍ່ທັນແຕກຈໍານວນ 10 ຄັ້ງ, ມີຜູ້ຖືກເຄາະຮ້າຍຈໍານວນ 21 ຄົນ ໃນນັ້ນເປັນເດັກນ້ອຍ ຈໍານວນ 12 ຄົນຊຶ່ງມີອາຍຸລະຫວ່າງ 5 ປີ –16 ປີ.

ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ປະສານສົມທົບ ກັບບັນດາຂະແໜງ ການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນ ຈາກອົງການຈັດຕັ້ງສາກົນ ສ້າງແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ເປັນອັນສະເພາະ ເຊິ່ງເອີ້ນວ່າ: ຍຸດທະສາດແຫ່ງຊາດ ວ່າດ້ວຍ “ເສັ້ນທາງກ້າວສູ່ຄວາມປອດໄພ III” ໄລຍະປີ 2021-2030 ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແຕ່ປີ 2021-2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ໂດຍສະເພາະແມ່ນເປົ້າໝາຍທີ 18 ເຊິ່ງເປັນເປົ້າໝາຍທີ່ຕິດພັນກັບບັນດາ 17 ເປົ້າໝາຍ.

ສໍາລັບ ວຽກງານການໂຄສະນາສຶກສາຄວາມສ່ຽງໄພຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງ ແມ່ນສາມາດເຄື່ອນໄຫວໂຄ ສະນາໄດ້ຈໍານວນ 4.231 ບ້ານ; ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກ ລະເບີດບໍ່ທັນແຕກທີ່ຕົກຄ້າງ ແຕ່ປີ 2015- 2024 ຈໍານວນ 2.846 ຄົນ; ການສຳຫຼວດບໍ່ແມ່ນວິຊາການ ແຕ່ປີ 2011-2024 ຈໍານວນ 2.872  ບ້ານ; ການສຳຫຼວດທາງດ້ານວິຊາການ ແຕ່ປີ 2010-2024 ຈໍານວນ 1.877 ບ້ານ ແລະ ເນື້ອທີ່ຢືນຢັນວ່າມີຜົນກະທົບຈາກລະເບີດລູກຫວ່ານ ແຕ່ປີ 2010-2024 ຈໍານວນ 200.589 ເຮັກຕາ.

ບັນດາຜົນສໍາເລັດ ທີ່ກ່າວມານີ້ ເປັນຄວາມພະຍາຍາມຂອງ ລັດຖະບານ ທີ່ໃຫ້ການຊີ້ນໍາ-ນໍາພາ ແລະ ການປະກອບສ່ວນດ້ານທຶນຮອນ, ເຕັກນິກ ແລະ ວິຊາການ ຈາກພາຍໃນ ແລະ ສາກົນ ເປັນຕົ້ນແມ່ນ ການາດາ, ອຽກລັງ, ຍີ່ປຸ່ນ, ລຸກຊໍາບວກ, ນູແວນເຊລັງ, ນອກແວ, ສ. ເກົາຫຼີ, ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ສະຫະລັດອາເມລິກາ, ອົງການ ສປຊ ເພື່ອການພັດທະນາ. ແຕ່ເຖິງຢ່າງໃດກໍຕາມ, ພາລະການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນ ສປປ ລາວ ຍັງຕ້ອງການການສະໜັບສະໜູນຈາກສາກົນ ເພື່ອເລັ່ງລັດການແກ້ໄຂບັນຫາດັ່ງກ່າວ.

ແຫຼ່ງຂ່າວ: ຂປລ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນຈັນ, 24 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,504
21,714
thailand (1)
THB
633.72
645.76
european-union
EUR
22,934
23,391
china
CNY
2,900
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
27,680
22,130
18,440
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,170,000
31,700,000
30,900,000
31,809,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (51)
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution
Copy of Copy of VP-Square (1200 x 628 px) (1)
ວິທີກຳຈັດຍຸງແບບເປັນມິດກັບສິ່ງແວດລ້ອມ: ປະສິດທິຜົນສູງ, ບໍ່ເປັນອັນຕະລາຍ
Copy of Copy of VP-Square (1200 x 628 px)
ວິທີການນຳໃຊ້ເຄື່ອງປຸງລົດຊາດອາຫານທຳມະຊາດເພື່ອສຸຂະພາບທີ່ດີ
site cover (50)
ສະຫະລັດຯ ຮຽກຄືນລົດ ເທສລາ "Cybertruck" ເພາະອາດຈະບໍ່ປອດໄພ
site cover (49)
"ທຣຳ" ລົງນາມຄຳສັ່ງຍຸບກະຊວງສຶກສາທິການ ຢືນຢັນເປັນໜ່ວຍງານບໍ່ມີປະໂຫຍດ
site cover (48)
ສະຫຼຸບຜົນບານໂລກ 2026 ຮອບຄັດເລືອກ ປະຈຳວັນທີ 21 ມີນາ 2025
site cover (47)
ເຮັດພິທີຈູດທູບກາງແຈ້ງ 21 ມີນາ 2025 ຂໍຂະມາກຳ ເປີດທາງ ເປີດດວງ
site cover (46)
ຍີ່ປຸ່ນກຽມສ້າງສະຖານີລົດໄຟຈາກເຄື່ອງພິມ 3 ມິຕິແຫ່ງທຳອິດຂອງໂລກ
site cover (45)
ມື້ນຳໂຊກ ຂອງທັງ 12 ລາສີ ມີມື້ໃດແດ່? ທີ່ພະລັງແຫ່ງດວງດາວມອບໃຫ້
site cover (44)
ເຟດຄົງດອກເບ້ຍທີ່ 4.25-4.50% ຄາດວ່າປີນີ້ປັບຫຼຸດອັດຕາດອກເບ້ຍ 2 ຄັ້ງ
ຢ່າລື່ມກົດຕິດຕາມ