7-11 ຮ້ານສະດວກຊື້ຈາກປະເທດໄທ ຈະມາເປີດສາຂາທີ່ ສປປ ລາວ ໄວໆນີ້

“ເຊເວັນອີເລເວັນ” ຮ້ານສະດວກຊື້ຈາກປະເທດໄທ ກຽມເພີ່ມສາຂາອີກ 700 ສາຂາ ໃນນັ້ນກໍກຽມປະກາດທີ່ຈະມາຂະຫຍາຍສາຂາໃນ ສປປ ລາວ 5 ສາຂາໃນປີທຳອິດ ໂດຍຈະຕັ້ງທີ່ເມືອງຫຼວງຕ່າງໆໃນລາວ. ທ່ານ ກໍ່ສັກ ໄຊຍະລັກມີສັກ ປະທານກຳມະການບໍລິຫານ ບໍລິສັດ ຊີພີ ອໍ ຈຳກັດ ຜູ້ບໍລິຫານຮ້ານເຊເວັນອີເລເວັນ ໄດ້ເປີດເຜີຍວ່າ ບໍລິສັດຈະມີການຂະຫຍາຍສາຂາເພີ່ມປະມານ 700 ສາຂາຕໍ່ປີ ຈາກປັດຈຸບັນມີປະມານ 14,000 ສາຂາ ແລະ ມີແຜນທີ່ຈະເປີດສາຂາທຳອິດໃນປະເທດລາວ ໂດຍຕັ້ງເປົ້າໝາຍວ່າປີທຳອິດ ຈະເປີດ 4-5 ສາຂາ ໃນເມືອງຫຼັກເຊັ່ນ ນະຄອນຫຼວງວຽງຈັນ ຫຼວງພະບາງ ແລະ ບັນດາແຂວງໃຫຍ່ໆໃນລາວ. ທັ້ງນີ້ການເປີດສາຂາໃນລາວທີ່ຜ່ານມາ ມີຄວາມລ່າຊ້າເນື່ອງຈາກລາວມີບັນຫາທາງດ້ານເສດຖະກິດ ທັງເລື່ອງເງິນເຟີ້ ແລະ ເງິນກີບອ່ອນຄ່າຫຼາຍ ແລະ ປັດຈຸບັນສະຖານະການມີທ່າອ່ຽງດີຂຶ້ນ ເຮັດໃຫ້ກັບມາເລີ່ມຂະບວນການ ວາງແຜນເປີດສາຂາທຳອິດໃນກາງປີນີ້.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ ຈະເລີ່ມການກໍ່ສ້າງໃນລະຫວ່າງປາຍປີ 2023-ຕົ້ນປີ 2024

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດປີໂຕລ້ຽມເທດດິ້ງລາວມະຫາຊົນ ບໍລິສັດຜູ້ ສໍາຫລວດ ອອກແບບ ແລະ ພັດທະນາໂຄງການ ກໍ່ສ້າງທາງ ລົດໄຟລາວ-ຫວຽດນາມ ໄດ້ກ່າວກັບ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ວັນທີ 10 ເມສາ 2023 ຜ່ານມານີ້ວ່າ: “ຖ້າທຸກຢ່າງເປັນໄປຕາມຄາດໝາຍ ໂຄງການດັ່ງກ່າວຈະເລີ່ມກໍ່ສ້າງໃນປາຍປີນີ້ ຫຼື ໄຕມາດທໍາອິດໃນປີໜ້າ”. ໂດຍຄາດການໄລຍະທໍາອິດໃນການກໍ່ສ້າງແມ່ນຈະເລີ່ມກໍ່ສ້າງໃນສ່ວນຂອງ ຊາຍແດນຫວຽດນາມ ຫາເມືອງທ່າແຂກແຂວງຄໍາມ່ວນ ດ້ວຍໄລຍະທາງ 139.18 ກິໂລແມັດ ເຊິ່ງຄາດວ່າຈະມີການນໍາທຶ ຈາກສະຖາບັນການເງິນສາກົນມາກໍ່ສ້າງໃນພາກສ່ວນນີ້. ໂຄງການດັ່ງກ່າວຈະມີມູນຄ່າການລົງທຶນທັງໝົດປະມານ 5 ຕື້ໂດລາສະຫະລັດ, ໄລຍະທາງລວມທັງໝົດແຕ່ນະຄອນຫຼວງວຽງຈັນ ສປປ ລາວ ໄປຫາທ່າເຮືອຫວຸງອາງ ແຂວງຮາຕິງ ສສ ຫວຽດນາມ ປະມານ 544 ກິໂລແມັດ. ເສັ້ນທາງລົດໄຟລາວ-ຫວຽດນາມ ດັ່ງກ່າວເປັນສ່ວນໜຶ່ງຂອງໂຄງການ Lao Logistics Link (LLL)  ຄູ່ຮ່ວມມືກັບລັດຖະບານລາວ ແລະ ຫວຽດນາມ […]