“ເຊເວັນອີເລເວັນ” ຮ້ານສະດວກຊື້ຈາກປະເທດໄທ ກຽມເພີ່ມສາຂາອີກ 700 ສາຂາ ໃນນັ້ນກໍກຽມປະກາດທີ່ຈະມາຂະຫຍາຍສາຂາໃນ ສປປ ລາວ 5 ສາຂາໃນປີທຳອິດ ໂດຍຈະຕັ້ງທີ່ເມືອງຫຼວງຕ່າງໆໃນລາວ.
ທ່ານ ກໍ່ສັກ ໄຊຍະລັກມີສັກ ປະທານກຳມະການບໍລິຫານ ບໍລິສັດ ຊີພີ ອໍ ຈຳກັດ ຜູ້ບໍລິຫານຮ້ານເຊເວັນອີເລເວັນ ໄດ້ເປີດເຜີຍວ່າ ບໍລິສັດຈະມີການຂະຫຍາຍສາຂາເພີ່ມປະມານ 700 ສາຂາຕໍ່ປີ ຈາກປັດຈຸບັນມີປະມານ 14,000 ສາຂາ ແລະ ມີແຜນທີ່ຈະເປີດສາຂາທຳອິດໃນປະເທດລາວ ໂດຍຕັ້ງເປົ້າໝາຍວ່າປີທຳອິດ ຈະເປີດ 4-5 ສາຂາ ໃນເມືອງຫຼັກເຊັ່ນ ນະຄອນຫຼວງວຽງຈັນ ຫຼວງພະບາງ ແລະ ບັນດາແຂວງໃຫຍ່ໆໃນລາວ.
ທັ້ງນີ້ການເປີດສາຂາໃນລາວທີ່ຜ່ານມາ ມີຄວາມລ່າຊ້າເນື່ອງຈາກລາວມີບັນຫາທາງດ້ານເສດຖະກິດ ທັງເລື່ອງເງິນເຟີ້ ແລະ ເງິນກີບອ່ອນຄ່າຫຼາຍ ແລະ ປັດຈຸບັນສະຖານະການມີທ່າອ່ຽງດີຂຶ້ນ ເຮັດໃຫ້ກັບມາເລີ່ມຂະບວນການ ວາງແຜນເປີດສາຂາທຳອິດໃນກາງປີນີ້.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,417 | 21,692 |
![]() THB | 659.53 | 669.69 |
![]() EUR | 23,934 | 24,413 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |