ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ມອບເງິນຊ່ວຍເຫຼືອລັດຖະບານ

ໃນຕອນເຊົ້າ ວັນທີ 24 ກໍລະກົດ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ໄດ້ມອບເງິນຊ່ວຍເຫຼືອລັດຖະບານລາວ ເພື່ອທົບທວນ-ປັບປຸງຍຸດທະສາດການພັດທະນາພະລັງງານ ຢູ່ ສປປ ລາວ ແລະ ແກ້ໄຂໄພພິບັດນໍ້າຖ້ວມ ຢູ່ ສປປ ລາວ ໃນປີ 2025 ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊຶ່ງຕາງໜ້າບໍລິສັດກ່າວມອບໂດຍທ່ານ ເລແທັງ ຕາວ ປະທານໃຫຍ່ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານຫວຽດ-ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານຮອງລັດຖະມົນຕີກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ການມອບເງິນຊ່ວຍເຫຼືອໃນຄັ້ງນີ້ ມີຄື: ຈຳນວນ 1 ລ້ານໂດລາ ແມ່ນເພື່ອນຳໃຊ້ເຂົ້າໃນວຽກງານທົບທວນ ແລະ ປັບປຸງຍຸດທະສາດການພັດທະນາພະລັງງານ […]
ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

ວັນທີ 19 ກໍລະກົດ 2025,ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ພ້ອມຄະນະ, ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາ ເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ໄດ້ຈັດຕັ້ງປະຕິບັດ ຢູ່ 7 ບ້ານ ຄື: ບ້ານກິ່ວຈະລຸ, ບ້ານຈອມອອງ, ບ້ານກີ່ວແຈບ, ບ້ານນາຖົ່ວ, ບ້ານນໍ້າບໍ່ຕາໄກ່, ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ນອນໃນ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາໝໍ້, ເນື້ອທີ່ 2,090 ກວ່າເຮັກຕາ, ມີ 1,009 ຕອນ ໃນນັ້ນ ດິນລວມບ້ານ ມີ 53 […]
ຮອງປະທານປະເທດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ວັນທີ່ 17 ກໍລະກົດນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ໄດ້ເດີນທາງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ, ໃຫ້ກຽດຕ້ອນຮັບຢູ່ສະຖານີລົດໄຟຟ້າ ໂດຍ ທ່ານ ບຸນເລື່ອມ ມະນີວົງ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ.ຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກຮ່ວມກັບ ການນໍາຂອງແຂງຫຼວງພະບາງທີ່ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ. ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການປັບປຸງການຈັດຕັ້ງຂັ້ນພະແນກການ, ຕິດພັນກັບການຈັດຕັ້ງປະຕິບັດ ວຽກງານກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX.ປັດຈຸບັນ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ, ນະຄອນ ຫຼວງພະບາງ, ອົງຄະນະພັກກອງບັນຊາການ ແລະ ຮາກຖານພັກໃນທົ່ວແຂວງ; ຍັງ 1 ຮາກຖານຄື: ໜ່ວຍພັກສະພາປະຊາຊົນແຂວງ, ພ້ອມນັ້ນ ໄດ້ສໍາເລັດກອງປະຊຸມໃຫຍ່ ສະຫະພັນນັກຮົບເກົ່າແຂວງ, ກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນຂັ້ນແຂວງ; ສຳລັບກະກຽມຄວາມພ້ອມ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ […]
ເງິນເຟີ້ສະຫະລັດເພີ່ມຂຶ້ນສູງຮັບພາສີທຣຳ ເພີ່ມໂອກາດໃຫ້ທະນາຄານກາງສະຫະລັດ (ເຟດ) ຍັງຄົງອັດຕາດອກເບ້ຍໃນລະດັບສູງ

ສັນຍານການເພີ່ມຂຶ້ນສູງຂອງເງິນເຟີ້ໃນສະຫະລັດທີ່ມາຈາກພາສີຂອງ “ໂດນັລ ທຣຳ” ຈາກຂໍ້ມູນຫຼ້າສຸດ ບົ່ງຊີ້ວ່າເງິນເຟີ້ໃນສະຫະລັດ ປັບຕົວສູງຂຶ້ນຈາກເດືອນກ່ອນໜ້າທຸກລາຍການ ແລະ ກາຍເປັນປັດໄຈທີ່ຕະຫຼາດກັງວົນວ່າຈະເຮັດໃຫ້ທະນາຄານກາງສະຫະລັດ ຍັງຄົງດອກເບ້ຍໃນລະດັບສູງຕໍ່ໄປ ກະຊວງແຮງງານສະຫະລັດເປີດເຜີຍດັດຊະນີລາຄາຜູ້ບໍລິໂພກ (CPI) ເຊິ່ງເປັນມາດຕະວັດເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກ ປະຈຳເດືອນມິຖຸນາ ພົບວ່າດັດຊະນີ CPI ທົ່ວໄປ (Headline CPI) ເຊິ່ງລວມໝວດອາຫານແລະພະລັງງານ ປັບຕົວຂຶ້ນຮ້ອຍລະ 2.7 ໃນເດືອນມິຖຸນາເມື່ອທຽບລາຍປີ ສູງກວ່າຕົວເລກຄາດການຂອງນັກວິເຄາະທີ່ຮ້ອຍລະ 2.6 ແລະ ເລັ່ງຕົວຂຶ້ນຈາກຮ້ອຍລະ 2.4 ໃນເດືອນພຶດສະພາ ເມື່ອທຽບລາຍເດືອນ ດັດຊະນີ CPI ທົ່ວໄປ ປັບຕົວຂຶ້ນຮ້ອຍລະ 0.3 ສອດຄ່ອງກັບຕົວເລກຄາດການຂອງນັກວິເຄາະ ແລະ ເລັ່ງຕົວຂຶ້ນຈາກຮ້ອຍລະ 0.1 ໃນເດືອນພຶດສະພາ ສ່ວນດັດຊະນີ CPI ພື້ນຖານ (Core CPI) ເຊິ່ງບໍ່ນັບລວມໝວດອາຫານແລະພະລັງງານ ປັບຕົວຂຶ້ນຮ້ອຍລະ 2.9 ເມື່ອທຽບລາຍປີ ຕ່ຳກວ່າຕົວເລກຄາດການຂອງນັກວິເຄາະທີ່ຮ້ອຍລະ 3.0 […]
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 13 ໃນວັນທີ 11 ກໍລະກົດ 2025 ທີ່ ກົວລາລຳເປີ, ມາເລເຊຍ.

ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ສ.ເກົາຫລີ ຄັ້ງທີ 13 ທີ່ ກົວລາລຳເປີ, ປະເທດມາເລເຊຍ, ໂດຍການເປັນປະທານຮ່ວມຂອງ ທ່ານ Bui Thanh Son, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ສສ ຫວຽດນາມ ແລະ ທ່ານ Park Yoonjoo, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ, ຊຶ່ງມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກບັນດາປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ.ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆ ພາຍໃຕ້ແຜນປະຕິບັດງານຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ 2021-2025 […]
ນະຄອນຫຼວງວຽງຈັນ ສ້າງຂີ້ເຫຍື້ອປະມານ 711 ໂຕນຕໍ່ວັນ

ປັດຈຸບັນ, ນະຄອນຫຼວງວຽງຈັນ (ນວ) ມີພາກສ່ວນທີ່ໃຫ້ການບໍລິການເກັບ-ມ້ຽນ, ຂົນສົ່ງຂີ້ເຫຍື້ອ 11 ພາກສ່ວນ ໃນນີ້ ພາກສ່ວນລັດມີ 1 ພາກສ່ວນ, ພາກສ່ວນບໍລິສັດເອກະຊົນ 10 ພາກສ່ວນ, ຄາດວ່າທົ່ວນະຄອນຫຼວງວຽງຈັນ (ນວ) ສ້າງຂີ້ເຫຍື້ອປະມານ 711 ໂຕນຕໍ່ວັນ ແຕ່ຄວາມສາມາດນໍາສົ່ງຂີ້ເຫຍື້ອ ເຖິງພາກສະໜາມ ພຽງແຕ່ 450-500 ໂຕນຕໍ່ວັນ, ຕໍ່ກັບສະພາບການດັ່ງກ່າວຄະນະຮັບຜິດຊອບຈຶ່ງໄດ້ຄົ້ນຄວ້າເພື່ອສ້າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນນະຄອນຫຼວງວຽງຈັນໃຫ້ແທດເໝາະກັບສະພາບຄວາມເປັນຈິງ. ທ່ານ ປັນຍາ ມະນີວົງ ຮອງຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ສະເໜີ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນ ນວ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 10 ກໍລະກົດນີ້ ວ່າ: ເພື່ອໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ […]
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ

ໃນວັນທີ 1-3 ກໍລະກົດ ນີ້ ທີ່ ເມືອງ ເຊີວີລ ປະເທດ ເເອັດສະປາຍ ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ກອງປະຊຸມລະດັບສູງວ່າດ້ວຍປະເທດດ້ອຍພັດທະນາ” ໂດຍການເປັນປະທານຮ່ວມຂອງ ທ່ານນາຍົກລັດຖະມົນຕີ ເນປານ ເເລະ ທ່ານ ຮອງເລຂາທິການໃຫຍ່ ສປຊ. ໃນນັ້ນ, ກອງປະຊຸມໄດ້ປຶກສາຫາລື ກ່ຽວກັບ ວິທີການຈັດຕັ້ງປະຕິບັດ ເອກະສານຄວາມໝາຍໝັ້ນ ເຊວິລໃຫ້ມີປະສິດທິພາບ ເເລະ ປະສິດທິຜົນ ຕາມຄວາມຕ້ອງການຂອງບັນດາປະເທດ ດ້ອຍພັດທະນາ.ທ່ານ ຮອງລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເນື້ອໃນກໍຄືຜົນຂອງກອງປະຊຸມ ແລະ ໄດ້ຍົກໃຫ້ເຫັນບຸລິມະສິດຂອງ ບັນດາປະເທດດ້ອຍພັດທະນາ ເປັນຕົ້ນການເພີ່ມທະວີການຮ່ວມມືທາງດ້ານອາກອນ; ການລະດົມງົບປະມານພາຍໃນ; ການພັດທະນາອຸດສາຫະກໍາ ເເລະ ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ. ນອກນັ້ນ, ທ່ານຍັງໄດ້ນໍາສະເໜີຕໍ່ທີ່ປະຊຸມ ກ່ຽວກັບ ການກະກຽມໃຫ້ເເກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ ເເລະ […]
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ

ຕາມການລາຍງານຂອງ ທ່ານ ສຸວັນ ໄຊຍະມັງດາລາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃນຄັ້ງວັນທີ 1 ກໍລະກົດນີ້ວ່າ: ສໍາລັບແຜນການຜະລິດເຂົ້ານາປີນີ້ ມີເນື້ອທີ່ 14,351.35 ເຮັກຕາ ຄາດຂະເນສະມັດຕະພາບ 5 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 71,756.75 ໂຕນ, ແຜ່ນການຈັດຕັ້ງປະຕິບັດ 1,590.4 ເຮັກຕາ, ໃນລະບົບຊົນລະປະທານ 200 ເຮັກຕາ. ການປູກເຂົ້າລະດູຝົນແຜນ 14,351.35 ເຮັກຕາ, ແນວປູກ 861.06 ໂຕນ, ປະຕິບັດໄດ້ແລ້ວ 819.54 ໂຕນ ເທົ່າກັບ 94.82%, ໄຖຮຸດສໍາເລັດ 94.82% ເທົ່າກັບ 13,607.95 ເຮັກຕາ, ຕົກກ້າແລ້ວ 450 ໂຕນ ເທົ່າກັບ 52.26% ຂອງແນວປູກທັງໝົດ, ນາວ່ານໄດ້ 5,760 ເຮັກຕາ, ແນວປູກ 345.6 ໂຕນ […]
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ

ນັບແຕ່ທາງລົດໄຟລາວ-ຈີນ ເປີດດຳເນີນງານເປັນຕົ້ນມາ, ການຂົນສົ່ງສິນຄ້າໄດ້ເຕີບໂຕຢ່າງແຂງແຮງ, ສະເພາະປີ 2025 ມາຮອດວັນທີ 28 ມິຖຸນາ ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ບັນລຸເຖິງ 3,000,000 ໂຕນ, ເພີ່ມຂຶ້ນ 8.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກາຍເປັນຊ່ອງທາງຂົນສົ່ງຫຼັກທີ່ມີປະສິດທິພາບໃນການສົ່ງອອກສິນຄ້າຂອງລາວ ແລະ ປະເທດອ້ອມຂ້າງ. ເພື່ອເປັນການກະຕຸ້ນການສົ່ງອອກ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດຂອງລາວ, ພ້ອມຍົກລະດັບການຂົນສົ່ງສິນຄ້າທາງລົດໄຟໃຫ້ມີປະສິດທິພາບສູງກວ່າເກົ່າ, ໃນໄລຍະຜ່ານມາ ທາງລົດໄຟລາວ-ຈີນ ໄດ້ໃຫ້ບຸລິມະສິດພິເສດໃນການຂົນສົ່ງສິນຄ້າຂອງລາວ ເປັນຕົ້ນແມ່ນສິນຄ້າກະສິກຳ ໂດຍຖືຫຼັກການ “ ໃຫ້ບຸລິມະສິດໃນການອະນຸມັດ ແລະ ໃຫ້ບຸລິມະສິດໃນການຂົນສົ່ງກ່ອນ ”. ບໍ່ວ່າປະລິມານຈະໜ້ອຍ ຫຼື ຫຼາຍ, ທາງລົດໄຟລາວ-ຈີນ ແມ່ນສະໜັບສະໜູນເຕັມທີ່ ພ້ອມກັນນີ້, ຍັງໄດ້ປັບປຸງການຈັດຕັ້ງ, ເພີ່ມຈຳນວນຖ້ຽວລົດໄຟ, ເພີ່ມຈຳນວນຕູ້ຄອນເທັນເນີ, ປັບນ້ຳໜັກບັນຈຸຈາກ 2500 ໂຕນຕໍ່ຂະບວນມາເປັນ 2800 ໂຕນຕໍ່ຂະບວນ, ລົງພື້ນທີ່ຕົວຈິງສຳຫຼວດຄວາມຕ້ອງການຂອງຜູ້ປະກອບການ ແລະ ຈັດກອງປະຊຸມສຳມະນາປຶກສາຫາລືກັບຜູ້ປະກອບການ, ພ້ອມສົມທົບເຈົ້າຫນ້າທີ່ດ່ານລາວ-ຈີນ ສ້າງກົນໄກປະສານງານ ເພື່ອຫຼຸດຂັ້ນຕອນ ແລະ ໄລຍະເວລາໃນການແຈ້ງພາສີ, ຮັບປະກັນໃຫ້ສິນຄ້າຂອງລາວໂດຍສະເພາະສິນຄ້າກະສິກຳທີ່ເກັບຮັກສາໄວ້ໄດ້ບໍ່ດົນ […]
ໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນທຸກຮູບແບບ ໃນຂອບເຂດທົ່ວເມືອງແອດ

ອໍານາດການປົກຄອງ ເມືອງແອດ ແຂວງຫົວພັນ ອອກຄຳສັ່ງໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນທຸກຮູບແບບໃນຂອບເຂດທົ່ວເມືອງແອດ ໃຫ້ບັນດາຫ້ອງການອ້ອມຂ້າງເມືອງ, ກອງບັນຊາການ ປກຊ-ປກສ, ນາຍບ້ານ 77 ບ້ານທົ່ວເມືອງ, ບຸກຄົນ, ນິຕິບຸກຄົນ, ບັນດານັກທຸລະກິດ, ປະຊາຊົນບັນດາເຜົ່າ ແລະ ຄົນຕ່າງປະເທດທີ່ດໍາລົງຊີວິດຢູ່ພາຍໃນເມືອງແອດ ຈັດຕັ້ງປະຕິບັດ: ຫ້າມບັນດາຫ້ອງການກ່ຽວຂ້ອງ ສ້າງເງື່ອນໄຂທີ່ເປັນຊ່ອງວ່າງ ໃນທຸກຮູບແບບ ໃຫ້ແກ່ການຂຸດຄົ້ນແຮ່ຄໍາ ຕົກຂ້ອນ ຢູ່ໃນຂອບເຂດ ສາຍນໍ້າ, ຮ່ອງຫ້ວຍ, ແຄມທົ່ງນາ, ແຄມຫ້ວຍ, ເຂດອ່າງນໍ້າທີ່ເປັນໂຄງການພັດທະນາ ທີ່ນໍ້າຈະຖ້ວມ, ສ້າງໂຄງການພິເສດ, ລວມທັງການດູດ ແຮ່ຫີນ ແລະ ຊາຍ ທີ່ນໍາໃຊ້ຕະແກງ, ກົນຈັກ, ໂຕະຮ່ອນ, ເຄື່ອງມື ແລະ ອຸປະກອນຕ່າງໆ ເພື່ອສະກັດເອົາ ແຮ່ຄໍາຕົກຂ້ອນຢ່າງເດັດຂາດ ໃຫ້ກວດກາ ແລະ ປະຕິບັດມາດຕະການຕໍ່ການລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນ, ການດູດແຮ່ ແລະ ຊາຍ ໃນທຸກກໍລະນີ (ທີ່ເປັນການສວຍໂອກາດສະກັດດູດເອົາແຮ່ຄໍາຕົກຂ້ອນ) ໃນຂອບເຂດເມືອງແອດ. […]