ຄະນະຄຸ້ມຄອງດ່ານສາກົນນໍ້າເຫືອງມອບເຄື່ອງໃຫ້ທະຫານທີ່ປະຈໍາປ່ອມແນວໜ້າ

ໃນຕອນເຊົ້າຂອງວັນທີ 17 ກັນຍານີ້, ຄະນະຄຸ້ມຄອງດ່ານສາກົນນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ນໍາເອົາອາຫານສຳເຫຼັດຮູບ ແລະ ນໍ້າດຶ່ມຈຳນວນໜຶ່ງ ມາມມອບໃຫ້ທະຫານທີ່ເຮັດໜ້າທີ່ປະຈຳປ່ອມແນວໜ້າ ນຳໂດຍທ່ານ ອຸ່ມ ພານຸເດດ ຫົວໜ້າດ່່ານສາກົນນໍ້າເຫືອງ ພ້ອມດ້ວຍຄະນະທິມງານ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ບຸນພະລັງ ວິໄລສັກ ເລຂາພັກເມືອງ ປະທານປ້ອງກັນຊາດ,ປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍຄະນະ.   ເຄື່ອງທີ່ນຳມາມອບໃນຄັ້ງນີ້, ແມ່ນໄດ້ຈາກການປຸກລະດົມການປະກອບສ່ວນຂອງຄະນະຄຸ້ມຄອງດ່ານສາກົນນໍ້າເຫືອງ ລວມມູນຄ່າທັງໝົດ 9 ລ້ານກີບ. ໃນໂອກາດນີ້, ທ່ານ ບຸນພະລັງ ວິໄລສັກ ໄດ້ກ່າວຄອບໃຈຕໍ່ບັນດາທ່ານທີ່ໄດ້ນຳເອົາເຄື່ອງມາມອບໃຫ້ອ້າຍນ້ອງທະຫານທີ່ເຮັດໜ້າທີ່ປະຈຳຢູ່ປ່ອມແນວໜ້າໃນຄັ້ງນີ້.   (ຂ່າວ-ພາບ: ສາຍຄໍາ ບຸນຍາວົງ)

ອະນຸຍາດໃຫ້ພາຫະນະເຂົ້າໄປສັນຈອນ ໃນເສັ້ນທາງລົດເມດ່ວນ ໃນຊົ່ວໂມງເລັ່ງດ່ວນ

ຂປລ. ພະແນກໂນທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ (ຍທຂ ນວ) ໄດ້ອອກແຈ້ງການ ນຳໃຊ້ເສັ້ນທາງແລ່ນລົດເມດ່ວນ (BRT) ຊົ່ວຄາວ ໃນໄລຍະບໍ່ທັນເປີດບໍລິການ ເພື່ອລະບາຍການສັນຈອນໃນຊົ່ວໂມງເລັ່ງດ່ວນ, ພ້ອມອອກຂໍ້ຫ້າມ ແລະ ມາດຕະການຈັດຕັ້ງປະຕິບັດຖ້າມີຜູ້ລະ ເມີດ.   ເພື່ອເປັນການລະບາຍການສັນຈອນແອອັດ, ອໍານວຍຄວາມສະດວກໃຫ້ສັງຄົມ ແລະ ແກ້ໄຂບັນຫາລົດຕິດ ໃນຊົ່ວໂມງທີ່ເລັ່ງດ່ວນ ໃນແລວທາງຂອງເສັ້ນທາງແລ່ນລົດເມດ່ວນ (BRT) ຈໍາເປັນຕ້ອງໄດ້ເປີດຊ່ອງທາງຈະລາຈອນ ຂອງເສັ້ນທາງແລ່ນລົດເມດ່ວນ (BRT) ຊົ່ວຄາວ ໄລຍະບໍ່ທັນເປີດບໍລິການ ດັ່ງນີ້: ອະນຸຍາດໃຫ້ພາຫະນະເຂົ້າໄປສັນຈອນ ໃນເສັ້ນທາງລົດເມດ່ວນ (BRT) ຄື: ຕອນ ເຊົ້າ ເລີ່ມແຕ່ເວລາ 06:30 ໂມງ ຫາ 09:00 ໂມງ (ແຕ່ ວິວມໍ ຫາ ວົງວຽນ 450 ປີ ກໍານົດໃຫ້ເປັນ ຂາເຂົ້າ ໃນຕົວເມືອງ); ຕອນແລງ ເລີ່ມແຕ່ເວລາ 16:00 […]

ເລີ່ມຈັດສັນຄວາມເປັນລະບຽບ ພາຍໃນເທສະບານ ນະຄອນ ຫລວງພະບາງ

ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ຫ້ອງການທີ່ກ່ຽວຂ້ອງ ຂອງນະຄອນ ຫລວງພະບາງ ລົງກວດກາຈັດສັນຄວາມເປັນລະບຽບ ພາຍໃນເທສະບານ ນະຄອນ ຫລວງພະບາງ ໃນວັນທີ 16 ສິງຫາ 2025 ເພື່ອສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ແຂວງຫລວງພະບາງ ຄັ້ງທີ IX ທັງເຮັດໃຫເທສະບານນະຄອນ ຫລວງພະບາງ ເປັນເມືອງທີ່ໜ້າຢູ່ໜ້າທ່ຽວຊົມ ເພື່ອດຶງດູດນັກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ເຂົ້າມາທ່ຽວຊົມໃຫ້ຫລາຍຂຶ້ນ.     ການກວດກາ ແລະ ຈັດສັນຄວາມເປັນລະບຽບ-ຮຽບຮ້ອຍໃນຄັ້ງນີ້ ໄດ້ກວດກາບັນດາຮ້ານຂາຍເຄື່ອງ, ຮ້ານອາຫານ, ການຕິດປ້າຍໂຄສະນາ ໃຫ້ເຂົ້າສູ່ລະບຽບການ, ຜ່ານການລົງກວດກາຕົວຈິງ ສາມາດພົບເຫັນ ບັນດາພໍ່ຄ້າ-ແມ່ຄ້າ ຂາຍເຄື່ອງບໍ່ຖືກຕ້ອງ ເປັນຕົ້ນ ຂາຍເຄື່ອງຕາມທາງຍ່າງ, ຕໍ່ເຕີມຮ້ານ, ເຕີມເທີບກວມເອົາບ່າທາງເປັນຈຳນວນຫລວງຫລາຍ, ຈຳນວນໜຶ່ງຕິດຕັ້ງປ້າຍໂຄສະນາບໍ່ຖືກຕ້ອງ ຕາມລະບຽບ ເຊັ່ນ: ປ້າຍໂຄສະນາບໍ່ມີພາສາລາວ, ຊື່ຂອງຮ້ານອາຫານ-ຮ້ານກິນດື່ມ ບໍ່ເໝາະສົມ, ການຈອດລົດ ບໍ່ຖືກລະບຽບຂອງການສັນຈອນ, ການຈັດວາງກະຕ່າຂີ້ເຫຍື້ອບໍ່ຖືກຈຸດ ແລະ ບໍ່ຖືກຕາມກຳນົດວັນ-ເວລາ, […]

ປກສ ແຂວງຊຽງຂວາງ ກວດຢຶດ ແລະ ກັກຕົວຜູ້ ລັກລອບຂຸດຄົ້ນແຮ່ຄຳ ຢູ່ເຂດພູແຮ່ ເມືອງແປກ

  ປກສ ແຂວງຊຽງຂວາງ ລາຍງານວ່າ: 11 ກັນຍາ 2025 ກໍາລັງປ້ອງກັນຄວາມສະຫງົບ ສົມທົບກັບກໍາລັງປ້ອງກັນຊາດແຂວງຊຽງຂວາງ ນໍາໂດຍທ່ານ ພັອມ ຈູຊົ່ງ ຈື່ໄຊ ຮອງຫົວໜ້າປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ລົງກວດກາແກ້ໄຂບັນຫາລັກລອບຂຸດຄົ້ນແຮ່ຄໍາ ຢູ່ພູແຮ່ ເມືອງແປກ ແຂວງຊຽງຂວາງ. ໃນນີ້ໄດ້ພົບເຫັນແຮ່ທີ່ຖືກຂຸດຄົ້ນອອກມາຈໍານວນຫລວງຫລາຍ ແລະ ສາມາດກັກຕົວຜູ້ລັກລອບໄດ້ຈໍານວນໜຶ່ງ ພ້ອມຢຶດອຸປະກອນທີ່ໃຊ້ໃນການຂຸດຄົ້ນ ເປັນຕົ້ນ ຈັກປັ່ນໄຟຟ້າ, ຈົກ, ຊວ້ານ ແລະ ອຸປະກອນອື່ນໆ ອີກຈໍານວນໜຶ່ງ ເພື່ອທໍາລາຍຖິ້ມ.     ສ່ວນແຮ່ທາດທີ່ຖືກຈຸດຄົ້ນອອກມາ ເຈົ້າໜ້າທີ່ຈະໄດ້ຢຶດໄວ້ເປັນຫລັກຖານ ເພື່ອດໍາເນີນຄະດີຕໍ່ຜູ້ລັກລອບຕາມລະບຽບກົດໝາຍ. ທັງນີ້ກໍເພື່ອແນ່ໃສ່ແກ້ໄຂບັນຫາ ລັກລອບ ຂຸດຄົ້ນຊັບພະຍາກອນທໍາມະຊາດ ເປັນຕົ້ນແມ່ນແຮ່ຄໍາ ຢູ່ຈຸດພູແຮ່ ເມືອງແປກ ແຂວງຊຽງຂວາງ ໃຫ້ຫລຸດລົງ ແລະ ກ້າວໄປສູ່ການຢຸດຕິໃນອະນາຄົດ.   ໃນໄລຍະຜ່ານມາບັນຫາລັກລອບຂຸດຄົ້ນແຮ່ທໍາມະຊາດດັ່ງກ່າວ, ໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ເປັນຕົ້ນແມ່ນ ດິນຖະຫລົ່ມທັບຖົມຄົນເສຍຊີວິດ, ທັບຖົມພື້ນທີ່ທໍາການຜະລິດ […]

ເປີດງານ ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນເຂດປ່າໄມ້

ໃນຕອນບ່າຍວັນທີ 12 ກັນຍາ 2025 ທີ່ໂຮງແຮມເມືອງແທ່ງ, ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ວຽງສະໄໝ ສິດທິລາດ ຮັກສາການຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາລາວ ມີຫົວໜ້າກົມ-ຮອງກົມ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.     ໃນໂອກາດນີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ມີຄໍາເຫັນວ່າ: ການເປີດງານ ຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວໃນເຂດປ່າໄມ້ ຖືເປັນຂີດໝາຍສໍາຄັນ ແລະ ສັນຍາລັກແຫ່ງການເສີມຂະຫຍາຍໃນຖານະທີ່ລາວແມ່ນຈຸດໝາຍປາຍທາງຂອງພາກພື້ນ ແລະ ສາກົນ ທີ່ກໍາລັງໄດ້ຮັບຄວາມນິຍົມໃນການທ່ອງທ່ຽວ ທາງນິເວດວິທະຍາການທ່ອງທ່ຽວພະຈົນໄພ ແລະ ການທ່ອງທ່ຽວວັດທະນະທໍາ ທີ່ມີທ່າແຮງເປັນແຫຼ່ງລາຍຮັບ ທາງດ້ານເສດຖະກິດ ໂດຍສະເພາະການທ່ອງທ່ຽວໃນເຂດປ່າໄມ້ ຊຶ່ງເປັນການຊຸກຍູ້ ການເຕີບໂຕຂອງເສດຖະກິດແບບຍືນຍົງ ການສ້າງວຽກເຮັດງານທໍາ ໃນທ້ອງຖິ່ນ ແລະ […]

ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ກຳນົດເອົາ 18 ປະເພດກິລາ ເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ທີ່ນະຄອນຫຼວງວຽງຈັນ ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ທ່ານ ພັທ ພອນທິບ ພັນທະວົງ ຫົວໜ້າກອງກິລາ-ກາຍະກຳ ໄດ້ກ່າວໃນກອງປະຊຸມປຶກສາຫາລື ເລືອກເຟັ້ນປະເພດກິລາຂອງກະຊວງ ປກສ ເພື່ອເຂົ້າຮ່ວມງານກິລາ ຄັ້ງນີ້ ເມື່ອບໍ່ດົນມານີ້ວ່າ, 18 ປະເພດກິລາ ປະກອບມີ: ກິລາບານເຕະ, ຟຸດຊໍ, ມວຍສາກົນ, ມວຍລາວ, ມວຍປໍ້າ, ປັນຈະສີລັດ, ວູຊູ, ຍິງປືນ, ບານສົ່ງ, ລອຍນໍ້າ, ກະຕໍ້, ແລ່ນ-ລານ, ເທຄວັນໂດ, ເປຕັງ, ກັອບ, ຄາຣາເຕໂດ, ທະນູ ແລະ ໝາກຂ່າງ. ສໍາລັບ ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອຄົ້ນຄວ້າປຶກສາຫາລື ເລືອກເຟັ້ນນັກກິລາ, […]

ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ

ກະຊວງການເງິນໄດ້ເພີ່ມຄວາມເຂັ້ມງວດໃນການກວດກາ ປະເມີນຜົນງານ ຂອງບັນດາວິສາຫະກິດທີ່ລັດລົງທຶນ, ໂດຍໄດ້ອອກຂໍ້ຕົກລົງສະບັບໃໝ່ທີ່ເຊື່ອມໂຍງຄວາມໝັ້ນຄົງໃນໜ້າທີ່ການງານ, ເງິນໂບນັດ ແລະ ການປົດຕຳແໜ່ງຂອງຜູ້ບໍລິຫານລະດັບສູງຝ່າຍລັດ ໂດຍອີງໃສ່ຜົນງານ ເປັນຫຼັກເພື່ອເພີ່ມປະສິດທິພາບໃນການບໍລິຫານງານຂອງພວກເຂົາ. ການດຳເນີນງານຄັ້ງນີ້ມີຂຶ້ນພາຍຫຼັງຄວາມເປັນຫ່ວງທີ່ຖືກຍົກຂຶ້ນມາໂດຍປະຊາຊົນ ແລະ ສະມາຊິກສະພາແຫ່ງຊາດກ່ຽວກັບປະສິດທິພາບຂອງຜູ້ບໍລິຫານລະດັບສູງໃນລັດວິສາຫະກິດທີ່ສຳຄັນ, ເຊິ່ງຫຼາຍແຫ່ງມັກຈະດຳເນີນທຸລະກິດແບບຂາດທຶນ. ພາຍໃຕ້ຂໍ້ຕົກລົງດັ່ງກ່າວທີ່ອອກມາເມື່ອບໍ່ດົນມານີ້, ຜູ້ບໍລິຫານທີ່ບໍ່ສາມາດເຮັດວຽກໄດ້ຕາມເປົ້າໝາຍ ຫຼື ປະຕິເສດທີ່ຈະເຂົ້າຮ່ວມຂະບວນການປະເມີນຜົນຈະຖືກຕັດເງິນໂບນັດ, ສ່ຽງຕໍ່ການໂຍກຍ້າຍ, ແລະ ຖ້າຫາກບັນຫາຍັງຄົງຢູ່, ຈະຖືກປົດອອກຈາກຕຳແໜ່ງ ແລະ ຖືກຫ້າມບໍ່ໃຫ້ດຳລົງຕຳແໜ່ງບໍລິຫານລະດັບສູງເປັນເວລາ 3 ປີ. ການປະຕິຮູບເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານໃນການເພີ່ມປະສິດທິພາບ, ຄວາມໂປ່ງໃສ, ແລະ ຄວາມຮັບຜິດຊອບຂອງລັດວິສາຫະກິດ. ການປະຕິຮູບດັ່ງກ່າວຖືກເບິ່ງວ່າເປັນສິ່ງສຳຄັນຕໍ່ການເພີ່ມຄວາມເຂັ້ມແຂງໃນການດຳເນີນງານຂອງວິສາຫະກິດ ເຊັ່ນ: ໄຟຟ້າລາວ, ການບິນລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ, ແລະ ທະນາຄານນະໂຍບາຍ, ເຊິ່ງເປັນກໍາລັງສໍາຄັນໃນເສດຖະກິດຂອງປະເທດ. ເປັນຄັ້ງທໍາອິດ, ການປະເມີນຜົນປະຈໍາປີແບບມີໂຄງສ້າງຈະຖືກນໍາໃຊ້ກັບຜູ້ບໍລິຫານທຸກຄົນທີ່ຖືກແຕ່ງຕັ້ງໂດຍກະຊວງການເງິນ, ລວມທັງຄະນະກໍາມະການບໍລິຫານ ແລະ ຄະນະກໍາມະການຄຸ້ມຄອງ. ການປະເມີນຜົນຈະພິຈາລະນາໃນຂົງເຂດສໍາຄັນ ເຊັ່ນ: ຄວາມຮັບຜິດຊອບສ່ວນຕົວ, ຄວາມຮັບຜິດຊອບດ້ານການເມືອງ ແລະ ຄວາມສາມາດ, ທັກສະການນໍາພາ ແລະ ການຄຸ້ມຄອງ ແລະ ຜົນງານທາງທຸລະກິດ. ຜູ້ບໍລິຫານຕ້ອງປະຕິບັດການປະເມີນຕົນເອງຜ່ານລະບົບການຄຸ້ມຄອງລັດວິສາຫະກິດຂອງກົມລັດວິສາຫະກິດ ແລະ […]

ຄົ້ນຄວ້າການສະເໜີຂໍອະໄພຍະໂທດ ປະຈຳປີ 2025

  ຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າພິຈາລະນາການສະເໜີຂໍອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ການໃຫ້ອະໄພຍະໂທດ ປ່ອຍຕົວນັກໂທດປະຈຳປີ 2025 ຈັດຂຶ້ນໃນວັນທີ 10 ກັນຍານີ້ ທີ່ອົງການໄອຍະການປະຊາຊົນສູງສຸດ ພາຍໃຕ້ການເປັນປະທານຂອງທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການອະໄພຍະໂທດລະດັບຊາດ, ມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊ   ທ່ານ ໄຊຊະນະ ໂຄດພູທອນ ໄດ້ລາຍງານຜົນການກວດກາ ແລະ ຄົ້ນຄວ້າພິຈາລະນາການສະເໜີຂໍ ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ອະໄພຍະໂທດປ່ອຍຕົວນັກໂທດປະຈຳປີ 2025 ວ່າ: ນັກໂທດທີ່ສະເໜີຂໍ ອະໄພຍະໂທດມີຈໍານວນທັງໝົດ 2,867 ຄົນ ຍິງ 364 ຄົນ; ຕ່າງປະເທດ 59 ຄົນ ຍິງ 7 ຄົນ; ໃນນີ້, ມີນັກໂທດສະເໜີຂໍອະໄພຍະໂທດ ຫຼຸດຜ່ອນໂທດຈໍານວນ […]