ປີ 2023 ຂະແໜງການອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ຂະຫຍາຍຕົວ 5-17%

ທ່າມກາງຄວາມຝືດເຄືອງ ແລະ ຄວາມຫຍຸ້ງຍາກດ້ານເສດຖະກິດ ປີ 2023 ທີ່ຜ່ານມາ ຂະແໜງການ ອຸດສາຫະກຳ ແລະ ການຄ້າ ຂອງ ສປປ ລາວ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍມີການຂະຫຍາຍຕົວຕັ້ງແຕ່ 2,1% ໄປຮອດ 17,75%. ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ປີ 2023 ແມ່ນສາມາດປະຕິບັດໄດ້ 14.531 ຕື້ກີບ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າມີອັດຕາເພີ່ມຂຶ້ນ 10%. ໃນປີ 2022 ມີມູນຄ່າ 13.210 ຕື້ກີບ. ອີງຕາມຂໍ້ມູນຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ໃນການຜະລິດອຸດສາຫະກໍາປຸງແຕ່ງ ປີ 2023 ປະເພດສິນຄ້າທີ່ມີມູນຄ່າຫຼາຍທີ່ສຸດແມ່ນໄດ້ແກ່ ປະເພດ ສະບຽງອາຫານ ມູນຄ່າ 3.403 ຕື້ກີບ, ປະເພດ ເຄື່ອງດື່ມ 2.426 ຕື້ກີບ, ເຄື່ອງນຸ່ງຫົ່ມ 1.809 ຕື້ກີບ, ເຈ້ຍ ແລະ ຜະລິດຕະພັນເຈ້ຍ 1.168 […]
ເຈົ້າໜ້າທີ່ແຂວງຫຼວງນໍ້າທາ ກຽມພ້ອມໃນການປ້ອງກັນຄວາມສະຫງົບ ໃນໄລຍະປີໃໝ່ລາວ

ພະແນກຕຳຫຼວດຈະລາຈອນ ປ້ອງກັນຄວາມສະຫງົບ ແຂວງຫຼວງນໍ້າທາ ໄດ້ສ້າງແຜນວຽກ ບັນຈຸກຳລັງປະຈຳປ້ອມບ່ອນທີ່ມີການສັນຈອນແອອັດຢູ່ 6 ຈຸດ ເປັນຕົ້ນ ປະຈຳຢູ່ຫ້ອງການເພື່ອລໍຖ້າແກ້ໄຂວຽກງານຕ່າງໆ, ປ້ອມຕະຫຼາດກະສິກຳແຂວງ, ປ້ອມຂົວວັງເງິນ, ຈຸດບ້ານທົ່ງດີ, ຈຸດຈັບຄວາມໄວຢູ່ບ້ານວຽງເໜືອ ແລະ ຈຸດບ້ານໂພນໄຊສະຫວ່າງ, ເຊິ່ງແຕ່ລະຈຸດມີພະນັກງານຈະລາຈອນ ປະຈໍາຢູ່ 5 ທ່ານ ພ້ອມກັບຊາວໜຸ່ມອາສານັກຮຽນໂຮງຮຽນເທສະບານແຂວງ 2 ຄົນ, ໃນມື້ໜຶ່ງມີພະນັກງານປະຕິບັດງານ ແລະ ປະຈຳການຕົວຈິງ 45 ທ່ານ ໂດຍໄດ້ເລີ່ມປະຕິບັດງານແຕ່ 8:30 ໂມງ ຫາ 22:30 ໂມງ ປັດຈຸບັນແມ່ນກຽມພ້ອມ 100%. ທ່ານ ພັນຕີ ອິນຫົງ ຂຽນທະວົງ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນໍ້າທາໄດ້ສຳພາດ ຕໍ່ສື່ມວນຊົນເມື່ອມໍ່ໆມານີ້ ວ່າ: ເພື່ອເຮັດໃຫ້ການສົ່ງທ້າຍປີເກົ່າ ພສ 2566 ແລະ ຕ້ອນຮັບປີໃໝ່ລາວ ພສ 2567 ໃຫ້ມີຄວາມສະຫງົບ ແລະ ປອດໄພ ໃນການສັນຈອນຕາມເສັ້ນທາງຫຼວງ […]
ປະທານປະເທດ ອວຍພອນມາຍັງພີ່ນ້ອງຮ່ວມຊາດ ໃຫ້ຢູ່ເຢັນເປັນສຸກ ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວ 2024

ເນື່ອງໃນໂອກາດອັນເປັນສີຣິມຸງຄຸນ ສົ່ງທ້າຍປີເກົ່າ ພ.ສ 2566 ຕ້ອນຮັບປີໃໝ່ລາວ ພ.ສ 2567, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງພີ່ນ້ອງຄົນເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍ່ຄື ຊາວຕ່າງປະເທດທີ່ກຳລັງດຳລົງຊີວິດ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ຈົ່ງມີຄວາມຢູ່ເຢັນເປັນສຸກ, ປາສະຈາກໂລກໄພໄຂ້ເຈັບ ແລະ ຈົ່ງພ້ອມກັນສະຫຼອງປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ມີໂຊກມີໄຊ ແລະ ສະຫງົບ ປອດໄພທຸກປະການເທີ້ນ. ທ່ານ ປະທານປະເທດ ໄດ້ກ່າວວ່າ: ປີເຖາະ ພ.ສ 2566 ທີ່ກຳລັງຜ່ານພົ້ນໄປນີ້ ກໍ່ເປັນອີກປີໜຶ່ງ ທີ່ປວງຊົນລາວທັງຊາດ ໄດ້ປະສົບກັບຄວາມຫຍຸ້ງຍາກດ້ວຍຜົນກະທົບຈາກສະພາບການທັງນອກຕົວ ແລະ ໃນຕົວ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານຕ່າງໆຂອງປະຊາຊົນເຮົາພົບຄວາມຫຍຸ້ງຍາກຝືດເຄືອງຕະຫຼອດປີຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ ດ້ວຍຄວາມເປັນເຈົ້າປະເທດ, ຄວາມບາກບັ່ນພະຍາຍາມ ແລະ ຄວາມສາມັກຄີ ເປັນປຶກແຜ່ນ ຂອງປວງຊົນລາວທຸກຄົນ ທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິບັດແນວທາງນະໂຍບາຍ […]
ຂ່າວດີ ເປີດຂາຍປີ້ລົດໄຟລາວ-ຈີນ ລ່ວງໜ້າ 7 ວັນເນື່ອງໃນເທດສະການປີໃໝ່ລາວ

ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ນັກທ່ອງທ່ຽວໃນການເດີນທາງໄລຍະເທດສະການປີໃໝ່ລາວທີ່ຈະມາເຖິງ, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ເປີດຂາຍປີ້ລົດໄຟລ່ວງໜ້າເຖິງ 7 ວັນ ສຳລັບປີ້ວັນທີ 14-22 ເມສາ 2024. ນອກຈາກນີ້, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຍັງເປີດນຳໃຊ້ລົດໄຟ EMU ສອງຂະບວນຕໍ່ໃສ່ກັນ ໃນລະຫວ່າງວັນທີ 12-19 ເມສາ 2024 ສໍາລັບຖ້ຽວ C92/1 ແລະ C84/3 ໄປ-ກັບ ນະຄອນຫຼວງວຽງຈັນ-ຫຼວງພະບາງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ໂດຍສານຈຳນວນຫຼວງຫຼາຍ ໃນການເດີນທາງລະຫວ່າງສອງສະຖານີນີ້. ພ້ອມດຽວກັນນັ້ນ, ບໍລິສັດທາງລົດໄຟລາວ-ຈີນ ໄດ້ປັບຕາຕະລາງເດີນລົດບາງສະຖານີ ເພື່ອອຳນວຍຄວາມສະດວກໃນການເດີນທາງຂອງຜູ້ໂດຍສານຫຼາຍຂຶ້ນ. ລາຍລະອຽດຕາຕະລາງເດີນລົດ ເບິ່ງຕາມຕາຕະລາງ. ທີ່ມາ: ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ
ນາຍົກ ແນະນຳໃຫ້ຈຳປາສັກ ເພີ່ມບໍລິການ ສາຍການບິນ ດຶງດູດການລົງທຶນ ແລະ ການທ່ອງທ່ຽວ

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແນະນຳໃຫ້ ອຳນາດການປົກຄອງແຂວງ ຈຳປາສັກ ເປີດບໍລິການສາຍການບິນເພີ່ມ ເພື່ອອໍານວຍຄວາມສະດວກ, ດຶງດູດການລົງທຶນ, ດຶງດູດການທ່ອງທ່ຽວ ແລະ ອື່ນໆ. ຄຳເຫັນດັ່ງກ່າວມີຂຶ້ນເມື່ອບໍ່ດົນມານີ້ ໃນໂອກາດ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມຊຸກຍູ້ ແລະ ຊີ້ນຳວຽກງານການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໂດຍມີທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍການນຳຫຼັກແຫຼ່ງຂອງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ. ອີງຕາມຂໍ້ມູນຈາກ ເວັບໄຊ ການບິນລາວ, ປັດຈຸບັນ ຖ້ຽວບິນວຽງຈັນ-ປາກເຊ ມີ 2 ຖ້ຽວຕໍ່ມື້ ແລະ ມີ 3ຖ້ຽວຕໍ່ມື້ ສຳລັບວັນ ວັນອັງຄານ, ວັນພະຫັດ ແລະ ວັນເສົາ, ຖ້ຽວບິນຈາກ ຫຼວງພະບາງ-ປາກເຊ ອີກ […]
ສະຫຼົດໃຈ ຜິດຖຽງກັນໃຊ້ປືນຍິງກັນ ເສຍຊີວິດ 1 ຄົນ

ເກີດເຫດໃຊ້ປືນຍິງກັນ ໃນເວລາ 21:00 ນາທີ ຂອງວັນທີ 6 ເມສາ 2024 ທີ່ຜ່ານມາ ຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຜູ້ບາດເຈັບສາຫັດ 2 ຄົນ ແລະ ເສຍຊິວິດ 1 ຄົນ ສາເຫດຍ້ອນຜິດຖຽງກັນ. ຜູ້ໄດ້ຮັບບາດເຈັບ 2 ຄົນ ເປັນເພດຊາຍ 1 ຄົນ ຖືກຍິງບາດແຜເປີດໃຫຍ່ຂາຊ້າຍ ແລະ ເພດຍິງ 1 ຄົນ ຖືກຍິງເຂົ້າໜ້າທ້ອງ 2 ນັດ, ສ່ວນຜູ້ເສຍຊີວິດເປັນເພດຊາຍ ເສຍຊີວິດຄາທີ່ ຖືກຍິງເຂົ້າທີ່ທ້ອງ ແລະ ລຳຕົວ. ລາຍລະອຽດຕ່າງໆຍັງຢູ່ໃນຂັ້ນຕອນການສືບສວນສອບສວນຂອງເຈົ້າໜ້າທີ່ ແລະ ຈະລາຍງານຕາມພາຍຫຼັງ. ທີ່ມາ: ໜ່ວຍກູ້ຊີບກູ້ໄພນະຄອນຫຼວງ
ຈະໄດ້ມີການສ້ອມແປງຕັດທໍ່ນໍ້າປະປາ ກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ໃຊ້ ເຂດເມືອງຫາດຊາຍຟອງ

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງຕັດທໍ່ນໍ້າປະປາ ເກົ່າ ຂະໜາດ 300 DIP, ໃສ່ທໍ່ນໍ້າປະປາ ໃໝ່ ຂະໜາດ 160 uPVC ເພື່ອເພີ່ມແຮງດັນນໍ້າ ຢູ່ເຂດບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃນວັນທີ 9 ເມສາ 2024 ນີ້ ເລີ່ມແຕ່ 9:00ໂມງ ຫາ 16:00ໂມງ, ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ຳອອກຄ່ອຍ ຫາ ບໍ່ມີນ້ຳ ຢູ່ເຂດເມືອງດັ່ງກ່າວ. ໃນໄລຍະການສ້ອມແປງນີ້, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ບັນດາຜູ້ຊົມໃຊ້ນ້ຳປະປາ ຈົ່ງກະກຽມໂຕ່ງນ້ຳ ແລະ ກັກເກັບນ້ຳໄວ້ຊົມໃຊ້ໃຫ້ພຽງພໍ ຢູ່ເຂດບ້ານດົງໂພນແຮ່, ບ້ານນາຄວາຍ, ບ້ານດົງໂພສີ, ບ້ານທ່ານາແລ້ງ, ບ້ານທ່າມ່ວງ, ບ້ານນາໄຫ ແລະ ບ້ານດູງ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ. ນອກຈາກນັ້ນ, ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ຍັງຮຽກຮ້ອງໃຫ້ບັນດາຜູ້ຊົມໃຊ້ນ້ຳປະປາ […]
ແຈ້ງປະຊາຊົນຢູ່ລຽບຕາມສາຍນ້ຳຄານ ຫ້າມລົງນ້ຳ ແລະ ຫ້າມເກັບເອົາປາຕາຍເດັດຂາດ

ຫ້ອງວ່າການນະຄອນຫຼວງພະບາງ ອອກແຈ້ງການໃນວັນທີ 4 ເມສາ 2024 ເຖິງພໍ່ແມ່ປະຊາຊົນຊາວເມືອງຫຼວງພະບາງ ຊາບວ່າ: ຫ້າມບໍ່ໃຫ້ລົງອາບນໍ້າຄານ ເຂດບ້ານ ພູຊ້າງຄໍາ ລົງມາ ຫາ ປາກຄານ, ນໍ້າຂອງແຕ່ປາກຄານ ລົງມາ ແລະ ຫ້າມນໍາເອົາປາທີ່ຕາຍຢູ່ນໍ້າຄານ, ນໍ້າຂອງ ນໍາມາປະກອບເປັນອາຫານ, ນໍາໄປຂາຍ ຢ່າງເດັດຂາດ, ເນື່ອງຈາກວ່າ ປະຈຸບັນ ໄດ້ເກີດອຸບັດເຫດລົດຂົນສົ່ງສານເຄມີ ປິ້ນ ຢູ່ເຂດບ້ານ ພູຊ້າງຄໍາ ນະຄອນຫຼວງພະບາງ ເຮັດໃຫ້ເກີດມີສານເຄມີຈໍານວນໜຶ່ງ ໄຫຼລົງຫ້ວຍ ແລ້ວໄຫຼລົງມາຍັງນໍ້າຄານ, ນໍ້າຂອງ ເຮັດໃຫ້ເປັນອັນຕະລາຍຕໍ່ຄົນ, ສັດ, ປາ ແລະ ອື່ນໆ ພ້ອມນັ້ນ ມອບໃຫ້ນາຍບ້ານ ປະກາດຜ່ານໂທລະໂຄ່ງ ໃຫ້ພໍ່ແມ່ປະຊາຊົນຮັບຊາບ ເປັນແຕ່ລະໄລຍະ. ທີ່ມາ VientianeTimes
ອາກາດ ຍັງສືບຕໍ່ຮ້ອນ ພ້ອມຈະມີຝົນຕົກ ຢູ່ບາງທ້ອງຖິ່ນ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນພະຍາກອນອາກາດປະຈໍາວັນທີ 4 ເມສາ 2024 ວ່າ: ສະພາບອາກາດ ຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ຢູ່ທົ່ວໄປ ແລະ ຮ້ອນເອົ້າຫຼາຍ ຢູ່ບາງທ້ອງຖິ່ນ ພ້ອມຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງພາກໃຕ້ຕື່ມອີກ, ເນື່ອງຈາກ ມວນອາກາດຮ້ອນເອົ້າ ຍັງຈະປົກຄຸມ ຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລະບຸອີກວ່າ: ພະຍາກອນອາກາດ ເວລາ 7:00 ໂມງ ຂອງວັນທີ 4 ເມສາ 2024 ເຖິງເວລາ 7:00 ໂມງ ຂອງວັນທີ 5 ເມສາ 2024 ທົ່ວທູກພາກຂອງປະເທດລາວ ມີດັ່ງນີ້: ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ) […]
ເຮືອນເສຍຫາຍຫຼາຍກວ່າ 50 ຫຼັງ ຈາກພາຍຸພັດ ຢູ່ເມືອງສາລະວັນ

ເກີດເຫດລົມພາຍຸພັດຜ່ານ ແລະ ໝາກເຫັບຕົກ ເຮັດໃຫ້ເຮືອນ, ໂຄງຫຼັງຄາປໍ້ານໍ້າມັນ ແລະ ສິ່ງປຸກສ້າງອື່ນໆຂອງປະຊາຊົນເສຍຫາຍໜັກສົມຄວນ ຢູ່ເຂດບ້ານນາຂ້ອຍສາວ, ໝາກນາວ, ບ້ານພ້າວ, ບ້ານສູງ, ນາໄຊໃຫຍ່, ນາໄຊນ້ອຍ ແລະ ບ້ານອື່ນໆ ຂອງເມືອງສາລະວັນ ແຂວງສາລະວັນ. ຈາກຂໍ້ມູນເບື້ອງຕົ້ນມີເຮືອນປະຊາຊົນເສຍຫາຍຫຼາຍກ່ວາ 50 ຫຼັງ ແຕ່ບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດ. ຂໍ້ມູນ: ໂສພາ ສໍພະໄຊ
 
								