xr:d:DAFfzfZ3jXU:232,j:2577609573312436819,t:24041300
ປະທານປະເທດ ອວຍພອນມາຍັງພີ່ນ້ອງຮ່ວມຊາດ ໃຫ້ຢູ່ເຢັນເປັນສຸກ ເນື່ອງໃນໂອກາດຕ້ອນຮັບປີໃໝ່ລາວ 2024
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 April, 2024

ເນື່ອງໃນໂອກາດອັນເປັນສີຣິມຸງຄຸນ ສົ່ງທ້າຍປີເກົ່າ ພ.ສ 2566 ຕ້ອນຮັບປີໃໝ່ລາວ ພ.ສ 2567, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫຼອດເຖິງພີ່ນ້ອງຄົນເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍ່ຄື ຊາວຕ່າງປະເທດທີ່ກຳລັງດຳລົງຊີວິດ ແລະ ປະຕິບັດໜ້າທີ່ ຢູ່ ສປປ ລາວ ຈົ່ງມີຄວາມຢູ່ເຢັນເປັນສຸກ, ປາສະຈາກໂລກໄພໄຂ້ເຈັບ ແລະ ຈົ່ງພ້ອມກັນສະຫຼອງປີໃໝ່ດ້ວຍຄວາມເບີກບານມ່ວນຊື່ນ, ມີໂຊກມີໄຊ ແລະ ສະຫງົບ ປອດໄພທຸກປະການເທີ້ນ.

ທ່ານ ປະທານປະເທດ ໄດ້ກ່າວວ່າ: ປີເຖາະ ພ.ສ 2566 ທີ່ກຳລັງຜ່ານພົ້ນໄປນີ້ ກໍ່ເປັນອີກປີໜຶ່ງ ທີ່ປວງຊົນລາວທັງຊາດ ໄດ້ປະສົບກັບຄວາມຫຍຸ້ງຍາກດ້ວຍຜົນກະທົບຈາກສະພາບການທັງນອກຕົວ ແລະ ໃນຕົວ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານຕ່າງໆຂອງປະຊາຊົນເຮົາພົບຄວາມຫຍຸ້ງຍາກຝືດເຄືອງຕະຫຼອດປີຜ່ານມາ. ແຕ່ເຖິງຢ່າງໃດກໍ່ຕາມ ດ້ວຍຄວາມເປັນເຈົ້າປະເທດ, ຄວາມບາກບັ່ນພະຍາຍາມ ແລະ ຄວາມສາມັກຄີ ເປັນປຶກແຜ່ນ ຂອງປວງຊົນລາວທຸກຄົນ ທີ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນການປະຕິບັດແນວທາງນະໂຍບາຍ ແລະ ບັນດາມາດຕະການ ທີ່ພັກ ແລະ ລັດຖະບານວາງອອກນັ້ນ ດ້ວຍຄວາມບຸກບືນສູງ, ດັ່ງນັ້ນ ປີຜ່ານມາ ພວກເຮົາສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີຜົນສຳເລັດທີ່ເປັນພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນທ່ວງທ່າດີຂຶ້ນ, ການລົງທຶນ ແລະ ການທ່ອງທ່ຽວໄດ້ກັບມາມີການຟື້ນຕົວ, ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນຕາມລໍາດັບ, ເຊິ່ງສ້າງໄດ້ພື້ນຖານ ແລະ ທ່ວງທ່າອັນດີ ໃຫ້ແກ່ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃນທ້າຍສະໄໝ ມີຜົນສໍາເລັດ ບົນຈິດໃຈຍົກສູງຄວາມເປັນເຈົ້າ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກ້າວໄປສູ່ໄລຍະໃໝ່ຂອງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ດ້ວຍຄວາມເປັນເຈົ້າ.

ທ່ານ ປະທານປະເທດ ຍັງຂໍຖືໂອກາດນີ້ ຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນ ຕໍ່ພະນັກງານ, ທະຫານ, ຕຳຫຼວດ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນລາວ ທຸກທົ່ວໜ້າ ທີ່ໄດ້ປະກອບສ່ວນຂອງຕົນ ເຂົ້າໃນການແກ້ໄຂບັນຫາຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ໃນຕະຫຼອດປີທີ່ຜ່ານມາ, ພ້ອມກັນນັ້ນ ຂໍສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າ ຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ມີຕໍ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມານະໂອກາດນີ້ດ້ວຍ.

ທ່ານ ປະທານປະເທດ ຍັງໄດ້ກ່າວອີກວ່າ: ພວກເຮົາກຳລັງກ້າວເຂົ້າສູ່ປີມະໂລງ ພ.ສ 2567 ເຊິ່ງເປັນອີກປີໜຶ່ງທີ່ ຍັງຕ້ອງປະເຊີນກັບສິ່ງທ້າທາຍທົດສອບຫຼາຍດ້ານຕໍ່ໄປອີກ, ແຕ່ພວກເຮົາກໍ່ສາມາດມອງເຫັນກາລະໂອກາດ ແລະ ຄວາມຫວັງ ຂອງອະນາຄົດດ້ວຍການມອງໂລກໃນແງ່ດີໄດ້. ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດ ຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ຍົກສູງສະຕິຊາດ, ເຊີດຊູຄວາມເປັນເຈົ້າ, ປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ປະຕິບັດ ພັນທະ-ໜ້າທີ່ ຂອງຕົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ສືບຕໍ່ໝັ້ນຄົງ ເຂັ້ມແຂງ. ປີນີ້ ສປປ ລາວ ພວກເຮົາໄດ້ຮັບກຽດເຮັດໜ້າທີ່ເປັນປະທານໝູນວຽນອາຊຽນ ແລະ ທັງເປັນປີທ່ອງທ່ຽວລາວ, ຂໍໃຫ້ທຸກພາກສ່ວນໃນສັງຄົມຈົ່ງພ້ອມກັນເປັນເຈົ້າພາບທີ່ດີ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຮັກສາຄວາມສະອາດຈົບງາມ, ອຳນວຍຄວາມສະດວກ ແລະ ສ້າງຄວາມປະທັບໃຈໃນການຕ້ອນຮັບແຂກບ້ານ-ແຂກເມືອງທີ່ຈະມາເຂົ້າຮ່ວມກອງປະຊຸມ, ມາທ່ອງທ່ຽວ, ມາລົງທຶນ ແລະ ມາຢ້ຽມຢາມ ຢູ່ປະເທດຂອງພວກເຮົາ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ