ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ຈັບຕົວ 2 ຄູ່ ຜົວເມຍ ພ້ອມຂອງກາງຢາບ້າຈໍານວນ 77,436 ເມັດ

ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ຈັບຕົວ 2 ຄູ່ ຜົວເມຍ ພ້ອມຂອງກາງຢາບ້າຈໍານວນ 77,436 ເມັດໂດຍປະຕິບັດຕາມວະລະແຫ່ງຊາດວ່າດ້ວຍການສະກດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໜົດໄປຈາກສັງຄົມລາວ ສະນັ້ນໃນຄັ້ງວັນທີ 14 ກໍລະກົດ 2023 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ລົງເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຢູ່ທີ່ຂອບເຂດບ້ານນາຊູ ເມືອງກາສີ ສາມາດກັກຕ້ອງເປົ້າໝາຍຄ້າ-ຂາຍຢາບ້າ ໄດ້ຈໍານວນ 4 ຄົນ ຄື: ທ້າວ ຮາຢ່າງ ອາຍຸ 34 ປີ ອາຊີບຊາວນາ ແລະ ນາງ ໄມວ່າງ ອາຍຸ 28 ປີ ອາຊີບຊາວນາ (ເປັນຜົວ-ເມຍກັນ) ຢູ່ບ້ານນາຊູ, ເມືອງກາສີ, ແຂວງວຽງຈັນ ພ້ອມຂອງກາງຢາບ້າຈໍານວນ 68 ຖົງ ເທົ່າກັບ 13,600 ເມັດ, ເງິນກີບທະນາຄານ 178 […]

ກັກຕົວຜູ້ຄ້າຂາຍຢາເສບຕິດ 2 ຄົນ ພ້ອມຂອງກາງຢາບ້າ 90.000 ເມັດ

ວັນທີ 21 ກໍລະກົດ 2023, ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ຈະມີການຂົນສົ່ງຄ້າຂາຍຢາເສບຕິດຢູ່ຂອບເຂດ ທ່າຝຣັ່ງ ບ້ານ ທອກນາຍໍ ເມືອງທ່າແຂກ, ດັ່ງນັ້ນ, ຈຶ່ງໄດ້ນຳກຳລັງລົງກວດກາຕິດຕາມສະຖານທີ່ດັ່ງກ່າວ. ມື້ຕໍ່ມາວັນທີ 22 ກໍລະກົດ 2023 ໄດ້ພົບເຫັນເປົ້າໝາຍຂັບຂີ່ລົດກະບະຍີ່ຫໍ້ ໂຕໂຍຕ້າ ລີໂວ້ ສີສົ້ມ ໜາຍເລກທະບຽນ ກລ 4877 ກຳແພງນະຄອນ ໄດ້ຂັບຂີ່ມາສູ່ຈຸດນັດໝາຍ, ດັ່ງນັ້ນທາງເຈົ້າໜ້າທີ່ວິຊາສະເພາະໄດ້ສະແດງຕົວເຂົ້າກັກຕົວເປົ້າໝາຍໄດ້ຜູ້ຖືກຫາ 2 ຄົນຄື: ທ້າວ ບົວຊົ່ງ ອາຍຸ 28 ປີ ປະຊາຊົນ ບ້ານສົບພວນ ແລະ ທ້າວ ກູ້ກື ອາຍຸ 25 ປີ ປະຊາຊົນ ຢູ່ບ້ານ ໂພນສະອາດ ພວກກ່ຽວທັງສອງ ຢູ່ເມືອງ ຄຳເກີດ ແຂວງບໍລິຄຳໄຊ, ພ້ອມລົດ 1 ຄັນ,  […]

ຫຼາຍພາກສ່ວນ ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດ

ຈາກເຫດການ ໄພນໍ້າຖ້ວມ ທີ່ສົ່ງຜົນກະທົບຢ່າງໜັກໜ່ວງ ໃຫ້ແກ່ຊີວິດ ແລະ ຊັບສິນ ຂອງປະຊາຊົນ ໃນຫຼາຍພື້ນທີ່ ຢູ່ ສປປ ລາວ, ໃນວັນທີ 08 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ຫຼາຍພາກສ່ວນ ໄດ້ມອບເງິນ ແລະ ເຄື່ອງຊ່ວຍເຫຼືອ ເພື່ອແກ້ໄຂໄພພິບັດທໍາມະຊາດ ລວມມູນຄ່າທັງໝົດ 13.800.000.000 ກີບ ຊຶ່ງຕາງໜ້າໃຫ້ລັດຖະບານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ກຽດຮັບໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ບັນດາພາກສ່ວນ ທີ່ໄດ້ມາມອບການຊ່ວຍເຫຼືອ ໃນຄັ້ງນີ້ ປະກອບມີ: ບໍລິສັດ ຊຽງຂວາງ ເທຣດດິງ ຈຳນວນ 2.000.000.000 ກີບ; ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຈຳນວນ 1.500.000.000 ກີບ; ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ແລະ ບໍລິສັດ ເອັດສທີກຣຸບ […]

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດສົ່ງເຄື່ອງ ຊ່ວຍເຫລືອສຸກເສີນໃຫ້ປະຊາຊົນ ຢູ່ 3 ແຂວງ

ວັນທີ 6 ສິງຫາ 2023, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູງກາງ ຕາງໜ້າໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມ ຄະນະ ໄດ້ຈັດສົ່ງເຄື່ອງອຸປະໂພກ-ບໍລິໂພກ ປະ ເພດເຂົ້າສານ,ເຄື່ອງໃຊ້ຄົວເຮືອນ, ເຄື່ອງສຸຂະອານາໄມ,ມຸ້ງ, ສາດຢາງ ມູນຄ່າຫລາຍກວ່າ 573 ລ້ານກີບ. ເພື່ອນໍາສົ່ງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ 3 ແຂວງຄື: ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ, ໂດຍໄດ້ຮັບການສະໜັບສະໜູນທາງດ້ານກໍາລັງ ແລະ ພາຫະນະຂົນສົ່ງຈາກກະຊວງປ້ອງກັນປະເທດ. ສຳລັບເຄື່ອງອຸປະໂພກ-ບໍລິໂພກ ທີ່ນຳໄປຊ່ວຍເຫລືອຄັ້ງນີ້ ມອບໃຫ້ ແຂວງບໍລິຄຳໄຊ: ເຂົ້າກິນ 8 ໂຕນ; ເຄື່ອງໃຊ້ຄົວເຮືອນ 10 ແກັດ, ເຄື່ອງສຸຂະອານາໄມ 9 ແກັດ, ມຸ້ງ 20 ດາງ, ສາດຢາງ 30 ຜືນ ມູນຄ່າ 141ລ້ານກວ່າກີບ; […]

ປກສ ເມືອງພີນ ກັກຕົວພວກກໍ່ເຫດ 4 ຄົນ ຄະດີພະຍາຍາມຄາດຕະກຳ

ກອງບັນຊາການ ປກສ ເມືອງພີນ ແຂວງສະຫວັນນະເຂດ ກັກຕົວພວກກໍ່ເຫດ 4 ຄົນ ທີ່ພະຍາຍາມຄາດຕະກຳ ພວກໄວລຸ້ນ ບ້ານກາຍ່ອງ ແລະ ບ້ານໂນນ ເລກ 9 ເມືອງພີນ ຄື: 1.ຊື່ທ້າວ ສຸກສະຫວັນ (ສຸກ) ອາຍຸ 18 ປີ ອາຊີບເຮັດນາ ບ້ານອາລວຍ 2.ທ້າວ ແຈັກກີ້ ອາຍຸ 15 ປີ ອາຊີບນັກຮຽນ ບ້ານ ອາລວຍ 3.ທ້າວ ແມັກ (ພົງສະຫວັດ) ອາຍຸ 15ປີ ບ້ານ ອາລວຍ 4.ທ້າວ ແມນ ອາຍຸ 17 ປີ ອາຊີບ ເຮັດນາ ບ້ານສີບຸນເຮືອງ ທັງ 4 ຄົນ ແມ່ນຢູ່ເມືອງພີນ ແຂວງສະຫວັນນະເຂດ, ພ້ອມຂອງກາງທີ່ນໍາໃຊ້ເຂົ້າໃນການກໍ່ເຫດ ມີອາວຸດປືນແກັບປະດິດ ຍາວປະມານ27 […]

ແຈ້ງການປິດການສັນຈອນທາງຫຼວງແຫ່ງຊາດເລກ 8 ເຂດພູຜາມ່ານຫາເຂດພູໄຮ

ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄໍາໄຊ ແຈ້ງການເຖິງ: ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ, ຕະຫຼອດຮອດພໍ່ຄ້າຊາວຂາຍ, ຜູ້ປະກອບ ການຂົນສົ່ງສີນຄ້າ, ຂົນສົ່ງໂດຍສານ ທີ່ນໍາໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກ 8 ທີ່ນັບຖື. ເຊິ່ງຈະມີການປິດການສັນຈອນຊົ່ວຄາວ, ທາງຫຼວງແຫ່ງຊາດເລກ 8, ແຕ່ຊ່ວງກມ29+000 ຫາ ກມ 37+000 (ເຂດພູຜາມ່ານ), ຊ່ວງກມ 43+000 ຫາ ກມ 53+000 (ເຂດພູໄຮ) ເລີ່ມແຕ່ວັນທີ: 4 ສິງຫາ 2023 ເປັນຕົ້ນໄປ ຈົນກ່ວາຈະມີການແຈ້ງເພີ່ມເຕີມ. ໃນປັດຈຸບັນ ສະພາບດິນຟ້າອາກາດມີຝົນຕົກໜັກຕໍ່ເນື່ອງເຮັດໃຫ້ມີດິນເຈື່ອນຕັນທາງ ແລະ ນໍ້າຖ້ວມໃນບາງຈຸດເຮັດໃຫ້ການສັນຈອນຖືກຕັດຂາດ. ໃນປັດຈຸບັນນີ້ທາງໂຄງການກໍາລັງຂຸ້ນຂ້ຽວໃນການແກ້ໄຂ. ສະນັ້ນ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄໍາໄຊ ກໍຄືໂຄງການສ້ອມແປງທາງຫຼວງແຫ່ງຊາດຈະໄດ້ປີດການສັນຈອນເພື່ອທໍາການແກ້ໄຂ ເລີ່ມແຕ່ທີ 4 ສິງຫາ 2023 ເປັນຕົ້ນໄປຈົນກ່ວາຈະແກ້ໄຂໄດ້ສໍາເລັດ.

ເຈົ້າໜ້າທີ່ ປກສ ເມືອງຂວາ ກັກຕົວຜູ້ຖືກຫາ 1 ຄົນ ຂໍ້ຫາລັກຊັບ

ໃນເວລາ 21:00 ໂມງຂອງວັນທີ 31 ກໍລະກົດ 2023, ໄດ້ມີພົນລະເມືອງຊື່ ນາງ ປ໋ອກ ອາຍຸ 24 ປີ, ອາຊີບປະຊາຊົນ, ຢູ່ບ້ານໂພນໄຊເໜືອ ເມືອງຂວາ ແຂວງຜົ້ງສາລີ ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ໃນເບື້ອງຕົ້ນວ່າ: ໃນເວລາປະມານ 15:00 ໂມງຂອງວັນດຽວກັນ ໄດ້ມີຄົນຮ້າຍມາລັກເອົາເງິນຢູ່ທີ່ຫ້ອງນອນຂອງຕົນເອງໃນຈຳນວນ 100 ກ່ວາລ້ານກີບ. ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຂວາ ຈຶ່ງໄດ້ລົງກວດກາສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈິງແທ້. ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງຕິດຕາມ ແລະ ຄັດຈ້ອນເປົ້າໝາຍລົງກວດກາ, ສືບຄົ້ນຫາພະຍານຫຼັກຖານ ແລະ ຂໍ້ມູນຢ່າງລະອຽດ ແລະ ຮອດເວລາປະ ມານ 10:00 ໂມງ ຂອງວັນທີ 1 ສິງຫາ 2023 ຈຶ່ງໄດ້ເຂົ້າຄຸມຕົວ ນາງ ດາວຄຳ ອາຍຸ 35 ປີ, ອາຊີບປະຊາຊົນ. ປັດຈຸບັນ, ຢູ່ບ້ານສະຫຼອງໄຊ ເມືອງຂວາ ແຂວງຜົ້ງສາລີ […]

ລັດຖະມົນຕີ​ກະຊວງການ​ເງິນ​ ອອກຂ້ໍຕົກລົງຍົກຍ້າຍ​ ແລະ​ ແຕ່ງຕັ້ງ​ພະນັກງານ​ ຫຼາຍຕຳແໜ່ງຢູ່ຄັ້ງເງິນແຫ່ງຊາດ

ວັນທີ 31 ກໍລະກົດ 2023 ກະຊວງການເງິນ, ໄດ້ຈັດກອງປະຊຸມປະກາດການຈັດຕັ້ງຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ ຢູ່ຄັງເງິນແຫ່ງຊາດ ກະຊວງການເງິນ; ໂດຍການເປັນປະທານຂອງທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ມີຮອງຫົວໜ້າຄັງເງິນແຫ່ງຊາດ, ມີຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງຄັງເງິນແຫ່ງຊາດເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ຍອດ ແພງສົມບັດ ຮອງຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ, ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 2102/ກງ, ລົງວັນທີ 13 ກໍລະກົດ 2023 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ຄັງເງິນແຫ່ງຊາດ; ໂດຍອີງຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015, ອີງຕາມດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021; ອີງຕາມການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະປະຈໍາພັກກະຊວງການເງິນ. ລັດຖະມົນຕີກະຊວງການເງິນໄດ້ຕົກລົງ: […]

ເຍົາວະຊົນລາວທີມ ມັດສະດ້າ ລາວ ຈີບີ ເອັຟຊີ ຄອງແຊ້ມເຕະບານ U-10 ໜອງຫານ ອາຣີນາຄັບ 2023 ທີ່ປະເທດໄທ

ນັກກິລາເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 9 ປີ ຈາກສະໂມສອນ ມັດສະດາ ລາວ ຈີບີ ເອັຟຊີ (Mazda Lao GB FC) ສືບຕໍ່ສ້າງຜົນງານເດັ່ນຕໍ່ເນື່ອງເໝືອນກັບລຸ້ນອ້າຍຊຸດຜ່ານໆມາ ຫລ້າສຸດສາມາດຄອງແຊ້ມການແຂ່ງຂັນເຕະບານ 7 ຄົນ (ເຕະ 6 ຮັບ 1) ຮຸ່ນອາຍຸເກີນ 10 ປີ (U-10) ລາຍການ ໜອງຫານ ອາຣີນາ ຄັບ 2023 ທີ່ແຂວງອຸດອນທານີ ຣາຊະອານາຈັກໄທໃນວັນທີ 30 ກໍລະກົດ 2023 ຊຶ່ງລາຍການດັ່ງກ່າວ ເປັນການທົດສອບຄວາມພ້ອມຂອງຂອງບັນດາຫຼານນ້ອຍ ມັດສະດາ ລາວ ຈີບີ ເອັຟຊີ ກຽມຮ່ວມປ້ອງກັນແຊ້ມ ລາຍການແຊ້ມຊົນແຊ້ມ ທີ່ຈະຈັດຂຶ້ນໃນກາງເດືອນສິງຫານີ້ ຢູ່ປະເທດໄທ. ສຳລັບ ລາຍການ ໜອງຫານ ອາຣີນາ ຄັບ 2023 ມີຊີງໄຊທັງໝົດ 2 ຮຸ່ນອາຍຸຄື: ຮຸ່ນອາຍຸ […]

ຊົມເຊີຍ ໂຮງໝໍ 103 ສຳເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງ 2 ກໍລະນີ

ໃນລະຫວ່າງວັນທີ 26-27 ກໍລະກົດ 2023 ຜ່ານມາ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ຮ່ວມມືກັບ ໂຮງໝໍ 103 ກອງທັບປະຊາຊົນຫວຽດນາມ ສຳເລັດການຜ່າຕັດປ່ຽນຖ່າຍໄຂ່ຫຼັງ 2 ກໍລະນີ (ກໍລະນີທີ 5 ແລະ ທີ 6). ທັງ 2 ກໍລະນີຄົນເຈັບນີ້ ມີເພດຊາຍ 1, ເພດຍິງ 1 ເປັນພະຍາດໃຂ່ຫຼັງຊຸດໂຊມມາຫຼາຍປີ ແລະ ຟອກເລືອດມາເປັນປະຈໍາ. ພິເສດຄົນເຈັບເພດຍິງ ເຄີຍໄດ້ປ່ຽນຖ່າຍໄຂ່ຫຼັງມາກ່ອນແຕ່ປີ 2014, ແຕ່ຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງໃນທົ່ວໂລກ ຈຶ່ງບໍ່ສະມາດເຂົ້າຮັບການປິ່ນປົວໄດ້ຕໍ່ເນື່ອງ ເຮັດໃຫ້ໄຂ່ຫຼັງທີ່ໄດ້ປ່ຽນຖ່າຍເສຍໜ້າທີ່ການ. ການຜ່າຕັດທັງ 2 ກໍລະນີ ໃຊ້ເວລາຜ່າຕັດຄົນລະປະມານ 3 ຊົ່ວໂມງຈິ່ງສໍາເລັດ. ພາຍຫຼັງການຜ່າຕັດໄດ້ຕິດຕາມຢ່າງໃກ້ຊິດໄລຍະນຶ່ງ, ປະຈຸບັນສະພາບຮ່າງກາຍຄົນເຈັບທັງ 2 ກໍລະນີດີຂຶ້ນຮູ້ສຶກມີເຫື່ອແຮງຫຼາຍຂື້ນ, ອາການອິດເມື່ອຍຫຼຸດລົງຈະແຈ້ງ, ກິນອາຫານແຊບ ແລະ ໄດ້ຫຼາຍຂຶ້ນ, ຖ່າຍເບົາໄດ້ນໍ້າປັດສະວະຈໍານວນຫຼາຍ, ບັນດາຜົນກວດຕີລາຄາສະພາບຮ່າງກາຍລວມ ແລະ ສະພາບໜ້າທີ່ການໄຂ່ຫຼັງ […]