ດວງ-Tou-Vientianepost - 2023-08-01T203436.276
ເຍົາວະຊົນລາວທີມ ມັດສະດ້າ ລາວ ຈີບີ ເອັຟຊີ ຄອງແຊ້ມເຕະບານ U-10 ໜອງຫານ ອາຣີນາຄັບ 2023 ທີ່ປະເທດໄທ
ຮຽບຮຽງໂດຍ:Staff
ເຜີຍແຜ່: 1 August, 2023
ໝວດ: ຂ່າວ

ນັກກິລາເຕະບານເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 9 ປີ ຈາກສະໂມສອນ ມັດສະດາ ລາວ ຈີບີ ເອັຟຊີ (Mazda Lao GB FC) ສືບຕໍ່ສ້າງຜົນງານເດັ່ນຕໍ່ເນື່ອງເໝືອນກັບລຸ້ນອ້າຍຊຸດຜ່ານໆມາ ຫລ້າສຸດສາມາດຄອງແຊ້ມການແຂ່ງຂັນເຕະບານ 7 ຄົນ (ເຕະ 6 ຮັບ 1) ຮຸ່ນອາຍຸເກີນ 10 ປີ (U-10) ລາຍການ ໜອງຫານ ອາຣີນາ ຄັບ 2023 ທີ່ແຂວງອຸດອນທານີ ຣາຊະອານາຈັກໄທໃນວັນທີ 30 ກໍລະກົດ 2023 ຊຶ່ງລາຍການດັ່ງກ່າວ ເປັນການທົດສອບຄວາມພ້ອມຂອງຂອງບັນດາຫຼານນ້ອຍ ມັດສະດາ ລາວ ຈີບີ ເອັຟຊີ ກຽມຮ່ວມປ້ອງກັນແຊ້ມ ລາຍການແຊ້ມຊົນແຊ້ມ ທີ່ຈະຈັດຂຶ້ນໃນກາງເດືອນສິງຫານີ້ ຢູ່ປະເທດໄທ.

ສຳລັບ ລາຍການ ໜອງຫານ ອາຣີນາ ຄັບ 2023 ມີຊີງໄຊທັງໝົດ 2 ຮຸ່ນອາຍຸຄື: ຮຸ່ນອາຍຸ 8 ປີ ມີ 6 ສະໂມສອນເຂົ້າຮ່ວມ ແລະ ຮຸ່ນອາຍຸ 10 ປີ ມີ 12 ສະໂມສອນເຂົ້າຮ່ວມ ໂດຍສະໂມສອນ ມັດສະດາ ລາວ ຈີບີ ເອັຟຊີ ສົ່ງເຂົ້າຮ່ວມແຂ່ງຂັນ 1 ທີມ ໃນຮຸ່ນອາຍຸ 10 ປີ ສ່ວນອີກ 11 ສະໂມສອນ ແມ່ນມາຈາກບັນດາແຂວງໃກ້ຄຽງກັບແຂວງອຸດອນທານີ ການແຂ່ງຂັນແບ່ງອອກເປັນ 4 ກຸ່ມ ແຕ່ລະກຸ່ມ 3 ທີມ ແຂ່ງແບບພົບກັນໝົດໃນກຸ່ມ ແລ້ວຄັດເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບ 8 ທີມສຸດທ້າຍ.

U-9 ປີ ມັດສະດາ ລາວ ຈີບີ ເອັຟຊີ ຖືກຈັດຢູ່ກຸ່ມ C ຮ່ວມກັບ ເອັມເອັດ ສະປອດ ອາຣີນ້າ ແລະ ຈີຈີ ພູລ ເຊີວິດ ຊຶ່ງຜົນງານຂອງ ມັດສະດາ ລາວ ຈີບີ ເອັຟຊີ ນັດທຳອິດ ຊະນະຟາວ ຈີຈີ ພູ ເຊີວິດ 3-0 ແລະ ໄປເສຍໃຫ້ ເອັມເອັດ ສະປອດ ອາຣີນ້າ 0-2 ໄດ້ອັນດັບທີ 2 ຂອງກຸ່ມ ຜ່ານເຂົ້າຮອບ 8 ທີມສຸດທ້າຍ ໄປຊະນະ ທີມສັດທາ ແບບຫວຸດຫວິດ 1-0, ເຂົ້າຮອບ 4 ທີມສຸດທ້າຍ ຖະຫຼົ່ມ ທີມຊ້າງເສິກ 6-0 ແລະ ໂຄຈອນໄປລ້າງຕາກັບ ເອັມເອັດ ສະປອດ ອາຣີນ້າ ແລະ ກາຍເປັນ ມັດສະດາ ລາວ ຈີບີ ເອັຟຊີ ເອົາຊະນະໄດ້ຄືນແບບຫວຸດວິດ 2-1 ຄວ້າແຊ້ມລາຍການນີ້ມາຄອງ.

ຂ່າວ:ຂ່າວກິລາ Lao National TV

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 12 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,477
21,686
thailand (1)
THB
643.41
655.63
european-union
EUR
23,729
24,202
china
CNY
2,898
2,954
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (84)
ແຈ້ງການ ເຕືອນໄພມິດສາຊີບ ລະວັງຕົກເປັນເຫຍື່ອການຫຼອກລວງຜ່ານທາງອອນລາຍ
site-cover (83)
ພະຍາດຢ້ານການຂຶ້ນເຄື່ອງບິນ ພາວະທາງຈິດໃຈ ບໍ່ແມ່ນພຽງຄວາມຕື່ນເຕັ້ນ
site-cover (82)
ສະກີໄຟຟ້າ ໃຊ້ແທນການຍ່າງໄດ້ຈາກຝຣັ່ງເສດ ຊາກ 1 ຄັ້ງ ແລ່ນໄກ 50 ກມ. ໄວສຸດ 80 ກມ./ຊມ.
site-cover (81)
ປູຕິນ ສະເໜີຈັດເຈລະຈາຍຸຕິສົງຄາມກັບ "ຢູເຄຣນ" 15 ພຶດສະພານີ້
site-cover (80)
"ຄິມ ຈອງ-ອຶນ" ບົ່ງຊີ້ສົ່ງທະຫານເກົາຫຼີເໜືອໄປຮ່ວມຮົບກັບຣັດເຊຍ ເປັນສິ່ງທີ່ຖືກຕ້ອງ
site-cover (79)
ທຣຳປເພີ່ມເຈົ້າໜ້າທີ່ 20,000 ຄົນ ເລັ່ງການເນລະເທດຜູ້ອົບພະຍົບເຂົ້າເມືອງຜິດກົດໝາຍ
site-cover (77)
"ໂຣດຣິໂກ ດູເຕີເຕ" ອາດໄດ້ຮັບເລືອກເຈົ້າເມືອງ ເຖິງແມ່ນວ່າຍັງຖືກຄຸມຂັງຢູ່
Copy of site cover (55)
ການໂຈມຕີແບບ DDoS ແມ່ນຫຍັງ? ແລະ ເປັນຫຍັງ SMEs ຕ້ອງລະວັງ
site-cover (76)
"ຜູ້ນຳທະຫານມຽນມາ" ຫາລືກັບ "ຜູ້ນຳຈີນ" ເທື່ອທຳອິດຫຼັງຈາກການລັດຖະປະຫານ
Copy of site cover (54)
ການດູແລເຊີບເວີໃຫ້ໃຊ້ງານໄດ້ປະສິດທິພາບ
ຢ່າລື່ມກົດຕິດຕາມ