ຈັບຊາຍຂົນສົ່ງຢາເສບຕິດ ພ້ອມມີອາວຸດເສິກ ສ່ວນອີກຄົນໜຶ່ງແມ່ນຫລົບໜີ

ວັນທີ 14 ສິງຫາ ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຈັບເປົ້າໝາຍການຂົນສົ່ງຢາບ້າ ແລະ ມີລະເບີດໄວ້ໃນຄອບຄອງ ແຕ່ມີຄົນໜຶ່ງໜີໄປໄດ້. ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2023, ເວລາ 15:50ໂມງ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງແກ້ໄຂເປົ້າໝາຍການຂົນສົ່ງຢາເສບຕິດ (ຢາບ້າ) ແລະ ການມີອາວຸກເສີກໄວ້ໃນຄອບຄອງ (ລະເບີດ) ຢູ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສາມາດຈັບຕົວເປົ້າໝາຍໄດ້ 1 ຄົນຊື່ ທ້າວ ທະນາໂຊກ ທໍາມະຄູນ ຫຼື ຫຼ້າ ອາຍຸ 27 ປີ ອາຊີບກໍາມະກອນ ຢູ່ບ້ານໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ສ່ວນເປົ້າໝາຍອີກຜູ້ໜຶ່ງແມ່ນໄດ້ເອົາຕົວຫຼົບໜີຈາກການຈັບກຸມຂອງເຈົ້າໜ້າທີ່ ຜ່ານການກວດຄົ້ນພົບເຫັນຢາບ້າ 1 […]
ພະແນກສາທາລະນະສຸກແຂວງວຽງຈັນ ອອກແຈ້ງການ ໃຫ້ເຝົ້າລະວັງ ການແຜ່ລະບາດຂອງພະຍາດຄໍຕີບ ຢູ່ແຂວງວຽງຈັນ

ພະແນກສາທາລະນະສຸກແຂວງວຽງຈັນ ອອກແຈ້ງການໃນວັນທີ 22 ສິງຫາ 2023 ໃຫ້ເຝົ້າລະວັງ ແລະ ໂຕຕອບການແຜ່ລະບາດຂອງພະຍາດຄໍຕີບ ຢູ່ແຂວງວຽງຈັນ. ໃນປັດຈຸບັນໄດ້ມີ ກໍລະນີພະຍາດຄໍຕີບ ເກີດຂື້ນຢູ່ເມືອງໂພນໂຮງ ແຂວງວຽງຈັນ ເຊິ່ງໄດ້ຜ່ານການຢັ້ງຢືນຜົນການກວດວິເຄາະຈາກສູນລະບາດວິທະຍາ ພົບຜູ້ມີຜົນບວກຕໍ່ເຊື້ອພະຍາດຄໍຕີບ ເມືອງໂພນໂຮງ ຈໍານວນ 3 ກໍລະນີ, ໃນນັ້ນ ເສຍຊີວິດແລ້ວ 1 ກໍລະນີ ເປັນເພດຍິງ ອາຍຸ 7 ປີ ປະຫວັດບໍ່ເຄີຍໄດ້ຮັບວັກຊິນມາກ່ອນ. ພ້ອມກັນນີ້ ຍັງເປີດຂະບວນການກວດກາຄືນເດັກນ້ອຍລຸ່ມ 5 ປີທີ່ບໍ່ໄດ້ສັກຢາດົບ ແລະ ເດັກລຸ່ມ 1 ປີ ໃນຮອບປົກະຕິມາສັກ ຢາວັກຊິນໃຫ້ຄົບທຸກຄົນ; ສໍາລັບ ເມືອງໂພນໂຮງແມ່ນໃຫ້ເປີດຂະບວນການສັກວັກຊິນຕະລຸມບອນໃຫ້ເດັກ ໃນເກນອາຍຸ 10 ປິລົງມາ ຢູ່ບັນດາບ້ານທີ່ມີຄວາມສ່ຽງ ແລະ ບ້ານໃກ້ຄຽງຂອງໂຮງໝໍນ້ອຍ ຫຼັກ 52, ໂຮງໝໍນ້ອຍ ໜອງຂອນ.
ເຈົ້າໜ້າທີ່ເມືອງດາກຈຶງ ຢຶດສັດປ່າ ຫລາຍກວ່າ 300 ໂຕ ຈາກການລົງກວດ-ຄົ້ນ ຕາມຕະຫລາດ

ໜ່ວຍງານບັງຄັບໃຊ້ກົດໝາຍ ວ່າດ້ວຍສັດນໍ້າ ແລະ ສັດປ່າ ແຂວງເຊກອງ ພ້ອມດ້ວຍເຈົ້າໜ້າທີ່ຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງດາກຈຶງ ໄດ້ລົງເຄື່ອນໄຫວກວດກາ ການລັກລອບ ຄ້າ-ຂາຍ ສັດປ່າ ໂດຍສະເພາະສັດປ່າທີ່ນອນຢູ່ໃນ ບັນຊີ I (ປະເພດຫວງຫ້າມ) ແລະ ບັນຊີ II (ປະເພດຄຸ້ມຄອງ) ຕາມເສັ້ນທາງ ແລະ ຕະຫລາດ ເຂດເທສະບານ ເມືອງດາກຈຶງ ໃນວັນທີ 16-17 ສິງຫາ ຜ່ານມາ ແລະ ສາມາຢຶກສັດປ່າໄດ້ຫລາຍກວ່າ 300 ໂຕ. ຈາກການລົງກວດກາ ເປັນເວລາ 2 ວັນ ສາມາຢຶດ ສັດປ່າທີ່ຕາຍແລ້ວ 36 ໂຕ ລວມມີ ກະຮອກແດງ, ບ່າງໃຫຍ່, ບ່າງລາຍ, ໄກ່ຂົວ, ນົກເຂົາ ແລະ ອື່ນໆ. ພ້ອມນີ້ຍັງມີສັດປ່າທີ່ຍັງມີຊີວິດ 302 ໂຕ ປະກອບມີ: ນົກປະຫລຽວ/ນົກຂວາກ, […]
ເຈົ້າໜ້າທີ່ຄຸມຕົວຊາຍ 2 ຄົນ ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ

ເຈົ້າໜ້າທີ່ຄຸມຕົວຊາຍໄວໜຸ່ມ 2 ຄົນ ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ (ຊຸດດຳ)ໃນເວລາ 23 ໂມງ 30 ນາທີ ຂອງວັນທີ 17/08/2023 ໄດ້ມີເຈົ້າໜ້າທີ່ຕຳຫຼວດປ້ອງກັນເຄື່ອນທີ່ໄດ້ອອກເຄື່ອນໄຫວລາດຕະເວນທົ່ວເຂດເທດສະບານນະຄອນໄກສອນ ແຂວງສະຫວັນນະເຂດ ແລ້ວໄດ້ພົບເຫັນຊາຍໄວລຸ້ນຈຳນວນ 02 ຄົນໄດ້ແຕ່ງກາຍນຸ່ງຊຸດເຄື່ອງແບບຄ້າຍຄືຕຳຫຼວດ (ຊຸດດຳ). ຈາກນັ້ນ, ຈຶ່ງນຳເອົາຕົວພວກກ່ຽວເຂົ້າມາມອບໃຫ້ເຈົ້າໜ້າທີ່ຕຳຫຼວດພະແນກສອບສວນຄະດີອາຍາ. ຜ່ານການສືບສວນ-ສອບສວນພວກກ່ຽວທັງ 02 ຄົນ ໄດ້ຮັບສາລະພາບວ່າ ຜ່ານມາພວກຕົນແມ່ນເຄີຍແຕ່ງກາຍນຸ່ງຊຸດເຄື່ອງແບບຊຸດດຳໃນຄັ້ງ ວັນທີ 15/08/2023 ໃນເວລາ 21 ໂມງ ແລ້ວໄດ້ພາກັນຂັບຂີ່ລົດໃສ່ໝວກກັນກະທົບ ແລະ ອອກເລາະຕາມເສັ້ນທາງເມື່ອຫາກພົບເຫັນຄົນຊ້ອນລົດຈັກກັນ 03 ຄົນ ຫຼື ວ່າລົດມີການດັດແປງແລ້ວແມ່ນໄດ້ຂີ່ລົດຈັກໄລ່ນຳເຊິ່ງພວກກ່ຽວໄດ້ເຮັດມາແລ້ວຫຼາຍຄັ້ງແລ້ວ ມາໃນຄັ້ງນີ້ແມ່ນພວກກ່ຽວໄດ້ຂີ່ລົດຈັກມາຈອດຢູ່ຈຸດ 03 ແຍກ ຕໍ່ໜ້າກັບທະນາຄານກາງຫຼັກ 04 ແລ້ວ ມີເຈົ້າໜ້າທີ່ຕຳຫຼວດເຂົ້າມາຄຸມຕົວມາສອບສວນຕາມຂັ້ນຕອນຂອງກົດໝາຍ ເຊິ່ງເຫດການດັ່ງກ່າວແມ່ນມັນໄດ້ແຕະຕ້ອງເຖິງຄວາມບໍ່ເປັນລະບຽບຮ້ອຍຢູ່ໃນສັງຄົມສ້າງຄວາມເສຍຫາຍໃຫ້ແກ່ຄົນທົ່ວໄປ ແລະ ເຊື່ອມເສຍພາບພົດຂອງພະນັກງານພັກ-ລັດທີ່ພວກເຂົາປະຕິບັດວຽກງານຕົວຈິງຢູ່ໃນສັງຄົມ. ທີ່ມາ ປກສ ສະຫວັນນະເຂດ
ເຈົ້າໜ້າທີ່ ຢຶດຢາໄອສ໌ 840 ກວ່າກິໂລກຼາມທີ່ແຂວງບໍ່ແກ້ວ

ໃນວັນທີ 8-9 ສິງຫາ 2023 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວ ສົມທົບກັບກອງກໍ່ສ້າງຮາກຖານການເມືອງ 918 ໄດ້ກວດກາລາດຕະເວນຕາມຄວາມຮັບ ຜິດຊອບລະຫວ່າງບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ແລະ ບ້ານສີດອນມີ ພົບເຫັນຢາເສບຕິດ ປະເພດຢາໄອສ໌ 840 ກວ່າກິໂລກຼາມ ແລະ ລົດກະບະ 2 ຄັນ ສ່ວນຜູ້ຖືກຫາແມ່ນເອົາຕົວຫຼົບໜີ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 8 ສິງຫາ 2023, ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງກວດກາລາດຕະເວນຂອບເຂດບ້ານພຽງງາມ ຫາ ບ້ານດອນສະຫວັນ ເມືອງຕົ້ນເຜິ້ງ ພົບເຫັນຖົງສີດຳ ຈຳນວນ 4 ຖົງຢູ່ແຄມຝັ່ງແມ່ນໍ້າຂອງ ຫ່າງຈາກບ້ານດອນສະຫວັນ ປະມານ 300 ແມັດ ຈຶ່ງໄດ້ກວດກາຊັນລະສູດສະຖານທີ່ ແລະ ຖົງດຳຈຳນວນດັ່ງກ່າວ ຈຶ່ງສາມາດລະບຸໄດ້ວ່າຢາເສບຕິດທີ່ຢູ່ໃນຖົງນັ້ນແມ່ນປະເພດຢາໄອສ໌ ຈຳນວນ 120 ຫໍ່ ເທົ່າກັບ […]
ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ແຈ້ງການຈະໄດ້ມີການຢຸດຜະລິດນໍ້າປະປາຊົ່ວຄາວ

ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ຈະໄດ້ມີການ ຢຸດຜະລິດນໍ້າປະປາຊົ່ວຄາວ ເລີ່ມແຕ່ເວລາ 01:00 ໂມງເຊົ້າ ຂອງວັນທີ 07 ສິງຫາ (08) 2023 ເປັນຕົ້ນໄປ ເນື່ອງ ຈາກນໍ້າໄດ້ຖ້ວມ. ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ຂໍຖືເປັນກຽດ ແຈ້ງການມາຍັງບັນດາທ່ານ ຫົວໜ້າຫ້ອງການ, ບໍລິສັດ, ພະນັກງານ, ທະຫານ, ຕຳຫຼວດ, ອົງການປົກຄອງບ້ານ, ຜູ້ປະກອບການ, ນັກຮຽນ-ນັກສຶກສາ, ປະຊາຊົນ ບັນດາເຜົ່າ, ຊາວຕ່າງດ້າວ, ຊາວຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງໆ ພາຍໃນເຂດບ້ານພິກນ້ອຍ, ບ້ານນູນ ສະຫວາດ, ບ້ານກົກງິ້ວ, ສະຖານີລົດໄຟຟ້າ, ນະຄອນຫຼວງພະບາງ ແລະ ບ້ານແອນສະຫວັນ, ບ້ານຫ້ວຍຊຽງ, ເມືອງຊຽງເງິນ, ແຂວງຫຼວງພະບາງ ຊາບທົ່ວເຖິງກັນວ່າ ລັດວິສາຫະກິດນໍ້າປະປາ ແຂວງຫຼວງພະບາງ ຈະໄດ້ມີການ ຢຸດຜະລິດນໍ້າປະປາຊົ່ວຄາວ ເລີ່ມແຕ່ເວລາ 01:00 ໂມງເຊົ້າ ຂອງວັນທີ 07 ສິງຫາ […]
ແຂວງຫຼວງພະບາງອອກແຈ້ງການ ຈັດສັນຄຸ້ມຄອງເດີ່ນຈອດລົດ ເສັ້ນທາງ ແຄມຂອງ-ແຄມຄານ

ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງອອກແຈ້ງການກ່ຽວກັບການຈັດສັນຄຸ້ມຄອງເດີ່ນຈອດລົດ ສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ ນະຄອນຫຼວງ ພະບາງ. ອີງຕາມ ຂໍ້ຕົກລົງຂອງທ່ານ ເຈົ້ານະຄອນຫຼວງພະບາງ ເລກທີ່ 395/ຈນ.ຫຼຸບ ລົງວັນທີ 15 ມິຖຸນາ 2022 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງການ ຍທຂ ນະຄອນຫຼວງພະບາງ; ອີງຕາມ: ຂໍ້ຕົກລົງຂອງທ່ານ ເຈົ້ານະຄອນຫຼວງພະບາງ ເລກທີ່ 495/ຈນ.ຫຼຸບ ລົງວັນທີ່ 5 ມິຖຸນາ 2023 ວ່າດ້ວຍ ການເຫັນດີອານຸມັດ ໃຫ້ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງພະບາງ ລົງນາມເຊັນສັນຍາ ການຄຸ້ມ ຄອງເດີ່ນຈອດລົດ ສາທາລະນະລຽບຕາມເສັ້ນທາງ ແຄມຂອງ-ແຄມຄານ ນະຄອນຫຼວງພະບາງ, ອີງຕາມ:ສັນຍາວ່າດ້ວຍການຄຸ້ມຄອງນໍາໃຊ້ເດີ່ນຈອດລົດສາທາລະນະລຽບຕາມເສັ້ນທາງແຄມຂອງ-ແຄມຄານ ແລະ ຕາມເຂດມໍລະດົກ ເລກທີ່ 209/ຍທຂ.ນຄ ລົງວັນທີ 2 ມິຖຸນາ […]
ເກີດເຫດລົດໃຫຍ່ຕຳລົດພ່ວງ ເຂດຫລັກ 19 ນາລ້ອມ ເມືອງໄຊທານີ

ລົດຕູ້ຕຳທ້າຍລົດພ່ວງ ເສຍຊີວິດ1ລາຍ ແລະ ບາດເຈັບ1ລາຍວັນທີ 13 ກໍລະກົດ 2023 ເວລາ 19:39 ໂມງໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດໃຫຍ່ຕຳກັບລົດພ່ວງ ຈຸດເກີດເຫດ: ເຂດຫລັກ 19 ນາລ້ອມ ເມືອງໄຊທານີ ນະຄອນຫລວງວຽງຈັນ. ຈາກການກວດສອບອຸບັດຕິເຫດຄັ້ງນີ້ມີຜູ້ໄດ້ຮັບບາດເຈັບ 01ຄົນ ເພດຊາຍ ອາການເບື້ອງຕົ້ນ ຄິ້ວແຕກ ແລະ ມີບາດແຜຕາມຕົນໂຕແລະ ເສຍຊີວິດ 01 ຄົນ ເພດ ຊາຍ ອາຍຸ 22ປີ ກວດສອບພົບແມ່ນ: ກະດູກກ້ານຄໍຫັກ ແລະ ກະດູກຊີ້ໂຄງຫັກເບື້ອງຂວາ.ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດຈາກອຸບັດຕິເຫດໃນຄັ້ງນີ້ດ້ວຍ ທີ່ມາ : 1623
ເກີດແຜ່ນດິນໄຫວ ຢູ່ເມືອງໄຊສະຖານ ແຂວງໄຊຍະບູລີ ແຮງສັ່ນສະເທືອນ 2,4 ຣິກເຕີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານວ່າ ໃນວັນທີ 10 ກໍລະກົດ 2023 ເວລາ 06:21 ໂມງ ໄດ້ພົບສັນຍານການເກີດ ແຜ່ນດິນໄຫວພາຍໃນປະເທດລາວ 1 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ ຈຸດສູນກາງເສັ້ນຂະໜານທີ 19.543 ອົງສາເໜືອ ແລະ ເສັ້ນແວງທີ 101.334 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.4 ຣິກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 3 ກິໂລແມັດ ຈຸດສູນ ກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ຫ່າງຈາກເທດສະບານເມືອງ ປະມານ 14 ກິໂລແມັດ. ເຫດການແຜ່ນດິນໄຫວຍັງບໍ່ມີລາຍງານຜົນເສຍຫາຍ.
ເຫດລົດ 10 ລໍ້ເສຍຫລັກປີ້ນລົງໂຄ້ງ ຢູ່ເຂດເມືອງນອງ ເສຍຊີວິດຄາທີ່ 1 ຄົນ

ເກີດເຫດລົດໃຫຍ່ 10 ລໍ້ປິ້ນ ຢູ່ເສັ້ນທາງໂຮ່ຈີ່ມິນ ໂຄ້ງພູຫ້ວຍພໍ່ ບ້ານນາລົງໃໝ່ ເມືອງນອງ ແຂວງສະຫວັນນະເຂດ ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ.ທ່ານ ຮ້ອຍເອກ ລຳພອນ ສຸດລະຄົມ ຮອງພະແນກຕຳຫລວດ ຊີ້ນຳວຽກງານ ຈາລະຈອນແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ວັນທີ 5 ກໍລະກົດ 2023 ເວລາ 6: 30 ໂມງ, ໄດ້ຮັບແຈ້ງການຈາກພົນລະເມືອງດີ ພົບເຫັນມີລົດກາມັດ 10 ລໍ້ , ບັນທຸກເຄື່ອງ ໝາຍເລກທະບຽນ (ບກ 0638 ສະຫວັນນະເຂດ) ເກີດບັດຕິເຫດທີ່ເສັ້ນທາງໂຮຈີມິນ, ໂຄ້ງພູຫ້ວຍພໍ່ ລົງຄ້ອຍ ບ້ານນາລົງໃໝ່ ເມືອງນອງ ແຂວງສະຫວັນະເຂດ. ຜູ້ກ່ຽວບັນທຸກເຄື່ອງຈະເດີນທາງໄປເມືອງນອງ ພໍມາຮອດຈຸດດັ່ງກ່າວ ເປັນທາງໂຄ້ງຍາວ ແລະຄ້ອຍຊັນ ບໍ່ສາມາດຄວບຄຸມລົດໄດ້ ຈຶ່ງພາໃຫ້ລົດແລ່ນອອກຈາກທາງປີ້ນລົງໂຄ້ງຂ້າງທາງ ຢູ່ໃນລົດບັນທຸກມີຜູ້ຂັບ 1 ຄົນ, ເຊິ່ງ ເສຍຊີວິດຄາທີ່. ຈາກການຄົ້ນພົບ […]