ເຈົ້າໜ້າທີ່ ຈັບກຸ່ມແກ້ງຊີງຊັບ-ລັກຊັບ 5 ຄົນ ພ້ອມເກັບກູ້ລົດຈັກໄດ້ 4 ຄັນ

ວັນທີ 2 ມິຖຸນາ 2023, ທ່ານ ພັທ ເຂິງຄຳ ຈັນທະວີໄຊ ຫົວໜ້າພະແນກ ປກສ ເມືອງນາຊາຍທອງ ພ້ອມພາກສ່ວນທີ່ກ່ຽວຂ້ອງມອບລົດຈັກທີ່ເກັບກູ້ຄືນມາໃຫ້ເຈົ້າຂອງເດີມ 4 ຄັນ. ທ່ານ ພັທ ເຂິງຄຳ ຈັນທະວີໄຊ ໃຫ້ຮູ້ວ່າ: ເວລາ 21:00 ໂມງ ຂອງວັນທີ 11 ມີນາ 2023, ໜ່ວຍງານສືບສວນສອບສວນ ກອງບັນຊາການ ປກສ ເມືອງນາຊາຍທອງ ສົມທົບກັບ ປກສ ກຸ່ມໜອງໜ້ຽວເຂົ້າຈັບກຸມບຸກຄົນປຸ້ນຈີ້ຊີງຊັບ-ລັກຊັບ ເບື່ຶອງຕົ້ນສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຊື່ ທ້າວຄຳໝັ້ນ ອາຍຸ 31 ປີ ແລະ ຜູ້ກ່ຽວໄດ້ຊັກທອດຫາກຸ່ມແກ້ງເພີ່ມຈຳນວນ 4 ຄົນຄື: ນາງ ມຸກ ອາຍຸ 26 ປີ, ທ້າວ ບຸນນຳ ອາຍຸ 36 ປີ, […]

ຕຳລົດຈັກ ແລ້ວຫລົບໜີ ສຸດທ້າຍຖືກເຈົ້າໜ້າທີ່ນຳຈັບໄດ້

ວັນທີ 29 ພຶດສະພາ 2023 ຜ່ານມາ, ທາງເຈົ້າໜ້າທີ່ຕຳຫລວດຈະລາຈອນ ເມືອງປາກຊ່ອງ, ແຂວງຈຳປາສັກ ໄດ້ຮັບແຈ້ງວ່າມີ ອຸບັດເຫດ ລົດກະບະຮຸນໄດ ຕຳລົດຈັກ ແລ້ວຫລົບໜີຈາກສະຖານທີ່ເກີດເຫດ ພາຍຫຼັງເກີດເຫດໄດ້ມີປ້າຍທະບຽນ ກນ 5286 ກຳແພງນະຄອນ ເຊິ່ງແມ່ນປ້າຍທະບຽນຂອງລົດກະບະຮຸນໄດຄັນເກີດເຫດ ໄດ້ຕົກຢູ່ຈຸດເກີດເຫດ ຂອບເຂດບ້ານຫຼັກ 48, ເມືອງປາກຊ່ອງ, ແຂວງຈຳປາສັກ. ພາຍຫລັງທີ່ເຈົ້າໜ້າທີ່ຕຳຫລວດຈະລາຈອນ ເມືອງປາກຊ່ອງ ຮູ້ຂໍ້ມູນເບື້ອງຕົ້ນກໍໄດ້ຮີບຮ້ອນ ຄົ້ນຫາຂໍ້ມູນເພີ່ມເຕີມ ພ້ອມທັງອອກຕິດຕາມເປົ້າໝາຍ ຕາມຫຼັກການວິຊາສະເພາະ. ຕົກມາຮອດວັນທີ 1 ມິຖຸນາ 2023 ເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ເມືອງປາກຊ່ອງ ໄດ້ສົມທົບກັບ ປກສ ເມືອງ ສະໜາມໄຊ ແຂວງອັດຕະປື ໄດ້ກັກຕົວ ທ້າວ ຫຳ ພົມມະຈັນ, ອາຍຸ 29 ປີ, ບ້ານໂຄກກ່ອງ ເມືອງສະໜາມໄຊ ແຂວງອັດຕະປື ໃນຂໍ້ຫາ ເກີດອຸບັດເຫດແລ້ວ ເອົາຕົວຫລົບໜີຈາກສະຖານທີ່ເກີດເຫດ ໃນຄັ້ງວັນທີ […]

ຍິງລາວຜູ້ເຄາະຮ້າຍ ຖືກຕົວະໄປເຮັດວຽກຢູ່ໄທ 17 ປີບໍ່ໄດ້ຮອດຄ່າຈ້າງ ແຖມບໍ່ໃຫ້ອອກໄປໃສ

ຜູ້ເຄາະຮ້າຍ ອາຍຸ 32 ປີ ປະຊາຊົນເມືອງເລົ່າງາມ ແຂວງສາລະວັນ ໄດ້ພົບກັບຄອບຄົວເປັນຄັ້ງທຳອິດ ໃນຮອບ 17 ປີ ພາຍຫຼັງທີ່ຕົກເປັນເຫຍື່ອຂອງນາຍໜ້າຄ້າແຮງງານລາວ-ໄທ ຕົວະໄປເຮັດວຽກຢູ່ບາງກອກ ປະເທດໄທ ຕັ້ງແຕ່ອາຍຸຍັງບໍ່ທັນຮອດ 15 ປີ ຢູ່ໃນເຮືອນຫຼັງໜຶ່ງ ໃນຖານະເປັນຄົນໃຊ້ ຢູ່ປະເທດໄທ ໂດຍທີ່ນາຍຈ້າງບໍ່ໄດ້ໃຫ້ຄ່າຈ້າງເລີຍ. ໃນວັນທີ 23 ພຶດສະພາ 2023 ທີ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ: ທາງການໄທໄດ້ສົ່ງມອບຕົວເຫຍື່ອຂອງນາຍໜ້າຄ້າແຮງງານ ໃຫ້ກັບເຈົ້າໜ້າທີ່ຂອງແຂວງຈຳປາສັກ ແລະ ແຂວງສາລະວັນ, ພ້ອມນີ້ ທາງການໄທກໍໄດ້ມອບເງິນຊ່ວຍເຫຼືອໃນການດຳເນີນຄະດີ ແລະ ຈາກການປັບໄໝນາຍຈ້າງ ຈຳນວນ 180.000 ບາດ ໃຫ້ຜູ້ກ່ຽວນຳໄປໃຊ້ສ້າງຊີວິດໃໝ່ ຢູ່ບ້ານເກີດ. ຕາງໜ້າກົມສະຫວັດດີການ ແລະ ຄຸ້ມຄອງແຮງງານ ບາງກອກ ປະເທດໄທ ໄດ້ໃຫ້ສຳພາດວ່າ: ທາງການໄທກໍໄດ້ປະສານງານກັບສຳນັກງານສະວັດດີການແຂວງອຸບົນ ເພື່ອໃຫ້ເປັນໂຕແທນ ມອບເງິນທີ່ໄດ້ຮຽກຮ້ອງຈາກນາຍຈ້າງ ຈຳນວນ 180.000 ບາດ ເຊິ່ງນາຍຈ້າງກໍເອົາເງິນມາຈ່າຍ ເພື່ອສົ່ງມອບໃຫ້ກັບລູກຈ້າງ. ການຊ່ວຍເຫຼືອໄດ້ເກີດຂຶ້ນໃນວັນທີ […]

ໃຜມັກກິນດິບໃຫ້ລະວັງ ບໍ່ດັ່ງນັ້ນຈະເປັນແບບນີ້

ໃນວັນທີ 29 ພຶດສະາ 2023 ຜ່ານມາ, ທີມງານຜ່າຕັດໂຮງໝໍຊຸມຊົນເຊໂປນ, ແຂວງສະຫວັນນະເຂດ ໄດ້ຜ່າຕັດຈາກຄົນໄຂ້ຜູ້ໝຶ່ງ, ອາຍຸ36ປີ ທີ່ມີພະຍາດແມ່ທ້ອງໂຕແປງົວ (Taenia Saginata), ຄວາມຍາວປະມານ5-10ແມັດ ຈຳນວນຫລາຍໂຕ, ເບື້ອງຕົ້ນມີອາການການເຈັບທ້ອງເບື້ອງຂວາຮຸນແຮງ, ເຈັບຫຸ່ມທົ່ວທ້ອງ, ໄຂ້, ອິດເມື່ອຍ, ຮາກ, ສິຜິວຈືດມ່ານ, ບໍ່ຢາກອາຫານ, ຖ່າຍບໍ່ອອກຫຼາຍວັນ, ທ້ອງເບັງເລັກໜ້ອຍ ສອບຖາມເພິ່ມເຕີມແມ່ນຜູ້ກ່ຽວມັກກິນອາຫານດິບແລະບໍ່ໄດ້ຂ້າແມ່ທ້ອງດົນກວ່າ5ປີ. ທາງທີມງານຜ່າຕັດໂຮງໝໍເຊໂປນລະບຸຜົນກວດ Echo abdominal: ມີນ້ຳໃນຜົ້ງທ້ອງ, X ray: ພົບລຳໄສ້ອຸດຕັນ ແລະ ບົ່ງມັດຕິເບື້ອງຕົ້ນ Bowel obstruction, ຫຼັງຈາກຜ່າຕັດເຂົ້າຜົ້ງທ້ອງພົບລຳໄສ້ມີລັກສະນະອຸດຕັນຈາກພະຍາດແມ່ທ້ອງໂຕແປຈຳນວນຫລາຍທີມແພດໝໍເຮົາຈຶ່ງຜ່າຕັດລຳໄສ້ເພື່ອດຶງເອົາພະຍາດໂຕແປອອກຈາກລຳໄສ້,ຄົນໄຂ້ປອດໄພດີແລະກຳລັງສືບຕໍ່ປິ່ນປົວ. ສຳລັບພະຍາດໂຕແປງົວ (Taenia Saginata) ແມ່ນພົບເຫັນໄດ້ຫຼາຍໂດຍສະເພາະຄົນທີ່ມັກກິນອາຫານດິບ,ຫຼືປົນເປື້ອນກັບໄຂ່ຂອງພະຍາດມາ,ໂດຍສະເລ່ຍອາຍຸຂອງພະຍາດໂຕແປແມ່ນອາໃສແລະມີຊີວິດຢູ່ໃນຮ່າງກາຍຄົນເຮົາໄດ້ເຖິງ35ປີແລະຍາວໄດ້ເຖິງ5-15ແມັດ,ແລະມັກມີຢູ່ຫຼາຍໂຕ,ສ່ວນໃຫຍ່ຈະບໍ່ສະແດງອາການໃຫ້ຮູ້ໂດຍທັນທີ,ສະນັ້ນໃຫ້ທຸກຄົນໝັ່ນກວດສຸຂະພາບແລະຂ້າແມ່ທ້ອງປະຈຳປີໝ່ຳສະເໝີ. ທີ່ມາ Souligno Inthavong

ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ມ້າງກຸ່ມແກ້ງລັກລົດຈັກກັກຕົວໄດ້ 7 ຄົນ

ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ນວ ໃຫ້ສຳພາດວ່າ: ຕໍ່ກັບສະພາບປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ ເປັນຕົ້ນແມ່ນບັນຫາລົດຈັກຂອງປະຊາຊົນ ຢູ່ເມືອງ ຫາດຊາຍຟອງ ເສຍຫາຍເປັນຈຳນວນຫຼາຍຄັນ ໃນໄລຍະຜ່ານມາ ເຊິ່ງຮູບແບບການເສຍກໍມີຫຼາຍກໍລະນີ ຫຼາຍສະຖານທີ່ ແລະ ເວລາທີ່ແຕກຕ່າງກັນ. ດັ່ງນັ້ນ ປກສ ເມືອງຫາດຊາຍຟອງ ຈຶ່ງໄດ້ສຸມໃສ່ລົງແກ້ໄຂຢ່າງຕໍ່ເນື່ອງ ເພື່ອນຳຊອກຫາຈັບຕົວຜູ້ກໍ່ເຫດ ມາດຳເນີນຄະດີຕາມກົດໝາຍ ເຊິ່ງໃນລະຫວ່າງວັນທີ 19 ທັນວາ 2022 ຫາ ວັນທີ 1 ພຶດສະພາ 2023 ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ສາມາດຈັບ ຕົວເປົ້າໝາຍລັກຊັບໄດ້ 7 ຄົນມີ: ທ້າວ ດາວເດັດ ອາຍຸ 35 ປີ ກຳມະກອນ ຢູ່ບ້ານດອນຂາຊ້າຍ ເມືອງຫາດຊາຍຟອງ ນວ; ວັນທີ 13 ເມສາ 2023 ຈັບຕົວ ທ້າວ […]

ເຫດຍິງໄວກາງຄົນເສຍຊີວິດ ປິດສະໜາຄາຂຸມທີ່ຂຸດເອົາມັນປ່າ

ເກີດເຫດປະຊາຊົນຊື່ ນາງພັນ ອາຊີບຫາເຄື່ອງປ່າຂອງດົງຂາຍ ເສຍຊີວິດຄາຂຸມທີ່ຂຸດເອົາມັນປ່າຢູ່ໃນສວນຂອງເພຶ່ອນບ້ານ ເມື່ອວັນທີ 25 ພຶດສະພາ 2023 ທີ່ຜ່ານມານີ້ ເວລາປະມານ 16:00 ໂມງ ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ. ນາງພັນໄດ້ຂຸດຂຸມ ຫຼື ຮູ ເພື່ອເອົາມັນປ່າ, ຜູ້ກ່ຽວໄດ້ໝົ້ນເຂົ້່າໄປໃນຂຸມ ເຫັນແຕ່ຕີນພົ້ນອອກຈາກປາກຂູມ ແລະ ໄດ້ມີເດັກນ້ອຍເຫັນແລ້ວໄປເອີ້ນຜູ້ໃຫຍ່ມາຊ່ວຍກັນເອົາອອກຈາກຂູມ ແຕ່ນາງພັນໄດ້ເສຍຊີວິດໄປແລ້ວໄປ.ເຈົ້່າໜ້າທີ່ສັນນິຖານເບື້ອງຕົ້ນວ່ານາງພັນອາດອອກມາຈາກຂຸມບໍ່ໄດ້ແລ້ວຂາດອາກາດຫາຍໃຈ ຈຶ່ງເຮັດໃຫ້ເສຍຊີວິດ. ແຫຼ່ງຂໍ້ມູນ-ພາບ:MM News

ປກສ ກຸ່ມບ້ານຈຽງໄຈ ເຂົ້າຈັບຕົວໄວໜຸ່ມມົ້ວສຸມຢາເສບຕິດ 5 ຄົນ ພ້ອມຢາບ້າ

ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ  ສົມທົບກັບ ປກສ ກຸ່ມບ້ານຈຽງໄຈ ເຂົ້າຈັບຕົວໄວໜຸ່ມມົ້ວສຸມຢາເສບຕິດ 5 ຄົນ ພ້ອມຢາບ້າ 13 ເມັດ ໃນວັນທີ 5 ເມສາ 2023 ຜ່ານມາ. ໃນນີ້ ຊື່ ນາງ ມຸກດາ ອາຍຸ 18 ປີ ບ້ານປ່າງາ ເມືອງງອຍ ພ້ອມຂອງກາງຢາບ້າ 10 ເມັດ; ນາງ ມຸກ ອາຍຸ 23 ປີ ຢູ່ບ້ານຫາດປາງ ເມືອງປາກອູ ທັງ 2 ຢູ່ແຂວງຫຼວງພະບາງ, ທ້າວ ດົມ ອາຍຸ 29 ປີ ຢູ່ບ້ານຈຽງໄຈ ພ້ອມຂອງກາງ 3 ເມັດ, ທ້າວ ຄຳທິດ ອາຍຸ 30 […]

ເຈົ້າເມືອງ ເມືອງວຽງໄຊ ຊີ້ແຈງ ຈາກສາເຫດປາຕາຍຢູ່ນ້ຳຊຳ

ຈາກບັນຫາປາຕາຍຈໍານວນຫລາຍທີ່ເກີດຂຶ້ນຢູ່ສາຍນໍ້າຊໍາໃນວັນທີ 18 ພຶດສະພາ 2023 ຜ່ານມານີ້, ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ຢາກຮູ້ເຖີງສາ ເຫດທີ່ເກີດຂຶ້ນ. ກ່ຽວກັບບັນຫານີ້, ທ່ານ ຄໍາ ໂຮມມີໄຊ, ເຈົ້າເມືອງ ເມືອງວຽງໄຊ, ແຂວງຫົວພັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 23 ພຶດສະພານີ້ວ່າ: ໃນວັນທີ 18 ພຶດສະພານີ້, ມີປະຊາຊົນຢູ່ ບ້ານດ່ານເພົ້າ ແຈ້ງວ່າມີປາຕາຍຈໍານວນຫລາຍຢູ່ກ້ອງເຂື່ອນນໍ້າສິງພາວເວີ ຫລື ເຂື່ອນແກ້ງລິດ. ຈາກນັ້ນທາງການນຳເມືອງ ໄດ້ແຕ່ງຕັ້ງຫ້ອງວ່າການ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະນັກງານບໍ່ແຮ່ ເພື່ອກວດກາຕົວຈິງ ເຫັນວ່າເປັນຄວາມຈິງແທ້ ແລະ ສາເຫດການຕາຍຂອງປານັ້ນ ແມ່ນທາງບໍລິສັດໄດ້ອະນາໄມອຸໂມງເຂື່ອນ ເຮັດໃຫ້ມີສານປົ່ນເປຶ້ອນແຕ່ບໍ່ໄດ້ເອົານໍ້າເຂົ້າຫລາຍ ຫລັງຈາກນັ້ນໄດ້ປ່ອຍນໍ້າລົງໄປຈຶ່ງເຮັດໃຫ້ນັບແຕ່ກ້ອງເຂື່ອນລົງໄປຫາເຂດ ບ້ານດ່ານເພົ້າ ມີປາຕາຍເກີດຂຶ້ນ, ຈາກນັ້ນ ທາງເມືອງໄດ້ແຈ້ງເຕືອນບໍ່ໃຫ້ປະຊາຊົນ ນໍາເອົາປາທີ່ຕາຍໄປບໍລິໂພກ ຫລື ນໍາໄປຂາຍ, ແຕ່ບັນຫາປາຕາຍແມ່ນເກີດຂຶ້ນສະເພາະໃນວັນທີ 18 ພຶດສະພາເທົ່ານັ້ນ ເພາະໄດ້ຮັບການແກ້ໄຂເຂົ້າສູ່ສະພາບປົກກະຕິ. ຢ່າງໃດກໍຕາມ ມາຮອດວັນທີ […]

ເດັກນ້ອຍອາຍຸ 13 ປີ ກໍ່ເຫດເຄື່ອນໄຫວລັກຊັບ

ເຈົ້າໜ້າທີ່ ປກສ ເມືອງໂພນທອງ ໄດ້ນຳເອົາເຄື່ອງຂອງກາງ ປະເພດສາຍແຂນ ສາຍຄໍຄຳ ແລະ ໂທລະສັບ ໄດ້ມອບໃຫ້ແກ່ເຈົ້າຂອງເດີມ.ຕາມການລາຍງານ ຂອງເຈົ້າຫນ້າທີ່ ປກສ ເມືອງ ໂພນທອງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 13 ພຶດສະພາ 2023 ຜ່ານມາໄດ້ ມີພົນລະເມືອງເຂົ້າມາແຈ້ງຄວາມກັບເຈົ້າໜ້າທີ່ວ່າ ໄດ້ມີຄົນບໍ່ດີ 1 ຄົນ ເຂົ້າມາລັກຊັບຢູ່ພາຍໃນເຮືອນ ຂອງຕົນເອງ ເຊິ່ງໃນນັ້ນ ມີເງິນກີບຈໍານວນ 30 ລ້ານກີບ, ຄໍາ 3 ບາດ, ໂທລະສັບ 2 ໜ່ວຍ ລວມມູນຄ່າເສຍຫາຍ ທັງໝົດ 88 ລ້ານກີບ, ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວ ເຈົ້າໜ້າທີ່ວິຊາສະເພາະເມືອງ ຈຶ່ງໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກໍາຂໍ້ມູນຫຼັກຖານຕົວຈິງ ເຫັນວ່າ ພົບຂໍ້ມູນ ແລະ ຊອກຫາເປົ້າໝາຍທີ່ກໍ່ເຫດ. ມາໃນວັນທີ 15 ພຶດສະພາ 2023 ຈຶ່ງສາມາດກັນຕົວຜູ້ກໍ່ເຫດຊື່ທ້າວ ອາຄົມ ອາຍຸ […]

ແຈ້ງການຫ້າມກິນປາ ທີ່ຕາຍບໍ່ຮູ້ສາເຫດຕາມສາຍນໍ້າຊໍາ ຈຸດກໍ່ສ້າງເຂື່ອນໄຟຟ້ານໍ້າຊຳ3

ວັນທີ 22 ພຶດສະພາ 2023 ຜ່ານມານີ້ ຫ້ອງການຊັບພະຍາກອນ ແລະ ສິ່ງແວດລ້ອມເມືອງຊຳໃຕ້ ແຂວງຫົວພັນ ອອກແຈ້ງການ ໃຫ້ຊາບວ່າ: ມີປະຊາຊົນພົບເຫັນປາຕາຍຈໍານວນຫຼວງຫຼາຍ ເຊິ່ງມີເຫດການຈາກຈຸດກໍ່ສ້າງເຂື່ອນໄຟຟ້ານ້ໍາຊຳ3  ປາຈໍານວນດັ່ງກ່າວແມ່ນໄຫຼລົງຕາມສາຍນໍ້າຊໍາ ເຊິ່ງບໍ່ຮູ້ສາຍເຫດປາກົດການແບບນີ້ແມ່ນບໍ່ເຄີຍເກີດຂື້ນມາ ໃນປັດຈຸບັນເຈົ້າໜ້າທີ, ພາກສ່ວນກ່ຽວຂ້ອງກໍາລັງເລັ່ງຊອກຫາສາຍເຫດ ແລະ ນໍາປາດັ່ງກ່າວໄປວິໄຈຫາ ສານພິດທີ່ກໍ່ໃຫ້ເກີດການຕາຍຂອງປາ. ສະນັ້ນຫາມທຸກພາກສ່ວນ, ພໍ່ແມ່ປະຊາຊົນນໍາເອົາປາທີ່ໃນຂອບເຂດ ດັ່ງກ່າວມາບໍລິໂພກ ແລະ ຫ້າມ ຊື້-ຂາຍ ດັ່ງນັ້ນ, ຈິງປະກາດແຈ້ງການມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງ ປະຕິບັດຢ່າງເຂັ້ມງວດດ້ວຍ.