ດວງ-Tou-Vientianepost (28)
ເດັກນ້ອຍອາຍຸ 13 ປີ ກໍ່ເຫດເຄື່ອນໄຫວລັກຊັບ
ຮຽບຮຽງໂດຍ:Staff
ເຜີຍແຜ່: 24 ເດືອນພຶດສະພາ, 2023
ໝວດ: ຂ່າວ

ເຈົ້າໜ້າທີ່ ປກສ ເມືອງໂພນທອງ ໄດ້ນຳເອົາເຄື່ອງຂອງກາງ ປະເພດສາຍແຂນ ສາຍຄໍຄຳ ແລະ ໂທລະສັບ ໄດ້ມອບໃຫ້ແກ່ເຈົ້າຂອງເດີມ.ຕາມການລາຍງານ ຂອງເຈົ້າຫນ້າທີ່ ປກສ ເມືອງ ໂພນທອງ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 13 ພຶດສະພາ 2023 ຜ່ານມາໄດ້ ມີພົນລະເມືອງເຂົ້າມາແຈ້ງຄວາມກັບເຈົ້າໜ້າທີ່ວ່າ ໄດ້ມີຄົນບໍ່ດີ 1 ຄົນ ເຂົ້າມາລັກຊັບຢູ່ພາຍໃນເຮືອນ ຂອງຕົນເອງ ເຊິ່ງໃນນັ້ນ ມີເງິນກີບຈໍານວນ 30 ລ້ານກີບ, ຄໍາ 3 ບາດ, ໂທລະສັບ 2 ໜ່ວຍ ລວມມູນຄ່າເສຍຫາຍ ທັງໝົດ 88 ລ້ານກີບ, ພາຍຫຼັງໄດ້ຮັບແຈ້ງຄວາມແລ້ວ ເຈົ້າໜ້າທີ່ວິຊາສະເພາະເມືອງ ຈຶ່ງໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງລົງເກັບກໍາຂໍ້ມູນຫຼັກຖານຕົວຈິງ ເຫັນວ່າ ພົບຂໍ້ມູນ ແລະ ຊອກຫາເປົ້າໝາຍທີ່ກໍ່ເຫດ.

ມາໃນວັນທີ 15 ພຶດສະພາ 2023 ຈຶ່ງສາມາດກັນຕົວຜູ້ກໍ່ເຫດຊື່ທ້າວ ອາຄົມ ອາຍຸ 13 ປີ ປະຊາຊົນ ບ້ານ ນາຫວ້າ ເມືອງໂພນທອງ ແຂວງຈໍາປາສັກ ມາສືບສວນສອບສວນດໍາເນີນຄະດີ ພ້ອມເກັບກູ້ຂອງກາງມີ ສາຍແຂນ ສາຍຄໍຄໍາ ນໍ້າໜັກ 3 ບາດ, ເງິນກີບ 10 ລ້ານກວ່າກີບ, ໂທລະສັບ 2 ໜ່ວຍ ສ່ວນທີ່ເຫຼືອຜູ້ກ່ຽວໄດ້ເອົາ ໄປໃຊ້ຈ່າຍກິນຟຸມເຟືອຍຈົນໝົດ.

ຜ່ານການສືບສວນ-ສວບສວນ ຜູ້ກ່ຽວຍອມຮັບສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບແທ້ ແລະ ເຄື່ອນໄຫວລັກມາແລ້ວຫຼາຍຄັ້ງ ນອກນັ້ນຍັງໄດ້ເຄື່ອນໄຫວ ເສບຢາເສບຕິດ ຕໍ່ການກະທໍາຜິດດັ່ງກ່າວ ເປັນການກະທໍາຜິດຂອງເດັກ ທີ່ມີອາຍຸຕໍ່າກວ່າ 15 ປີ.

ແຫຼ່ງຂ່າວ ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost (65)
ແມ່ຕົກໃຈ ປ່ອຍລູກສາວໄປຫຼິ້ນຢູ່ທາງນອກ ລູກກັບມາພ້ອມຂອງຫຼິ້ນອັນໃໝ່ ແມ່ເຫັນເກືອບເປັນລົມ
ດວງ-Tou-Vientianepost (63)
ອັນຕະລາຍ ໝໍແລັບເຕືອນອາກາດຮ້ອນ ຢ່າວາງນ້ຳອັດລົມໄວ້ໃນລົດ ເຮັດໃຫ້ລະເບີດແຮງກະຈົກແຕກ
ດວງ-Tou-Vientianepost (61)
ເຫດຍິງໄວກາງຄົນເສຍຊີວິດ ປິດສະໜາຄາຂຸມທີ່ຂຸດເອົາມັນປ່າ
ດວງ-Tou-Vientianepost (59)
ລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ
ດວງ-Tou-Vientianepost (57)
ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ຈໍເຈຍ Gorgia
ດວງ-Tou-Vientianepost
ດວງລາຍວັນປະຈໍາວັນສຸກ ທີ 26 ພຶດສະພາ 2023 ຕາມແຕ່ລະວັນເກີດ
ດວງ-Tou-Vientianepost (54)
ເຈົ້າສາວແປກໃຈວ່າເຈົ້າບ່າວໜີງານແຕ່ງ ສຸດທ້າຍນຳຈົນເຈິ ລາກເຈົ້າບ່າວກັບຄືນສູ່ພິທີ ພ້ອມນັ່ງຄໍຕົກ ແລະ ເລົ່າຄຳສາບານ
ດວງ-Tou-Vientianepost (52)
ສາວຈັບໄດ້ແຟນນອກໃຈ ບໍ່ໂວຍວາຍ ແຖມໄປເຄຍກັບກິກໃຫ້ ເຜີຍເຫດພ້ອມຮັບໄດ້ຮັກກັນ 3 ຄົນ
ດວງ-Tou-Vientianepost (50)
ເມຍຕົກໃຈ! ເປີດປະຕູມາເຈິຂອງຂວັນວັນເກີດອັນໃຫຍ່ຈາກຜົວແລະລູກ ມີເງິນເປັນພັນລ້ານກໍ່ບໍ່ສາມາດຊື້ມັນໄດ້
ດວງ-Tou-Vientianepost (48)
ເຈົ້າແຂວງຄຳມ່ວນມອບພາຫະນະຮັບໃຊ້ໃຫ້ ປກສ ແຂວງ
ຢ່າລື່ມກົດຕິດຕາມ