ກັກຕົວເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ ພ້ອມຂອງກາງຢາບ້າ

ຕາມການລາຍງານຂອງເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ວັນທີ 23 ເມສາ 2023 ເວລາ 23:30 ນາທີ ເຈົ້າໜ້າທີ່ວິຊາສະເພາະໄດ້ຮັບການລາຍງານຈາກພົນລະເມືອງດີ ຈຶ່ງຕັ້ງຈຸດກວດກາ ເຂດບ້ານ ພູດິນແດງ ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ໄດ້ກັກຕົວ ຜູ້ຖືກຫາ 1 ຄົນຊື່ ທ້າວໄຊຍັນ ໄຊຊະນະ (ໂຖຍ) ອາຍຸ 33 ປີກຳມະກອນ ບ້ານວັດທອງ ເມືອງລະມາມ ແຂວງເຊກອງ ພ້ອມເຄື່ອງຂອງ ກາງຢາບ້າ 12.020 ເມັດ, ລົດໃຫ່ຍ 1 ຄັນຍີ່ຫໍ້ ລົດຕູ້ສະຕາເເລັກ ທະບຽນ ກກ 7471 ຈຳປາສັກ, ໂທລະສັບ 2 ໜ່ວຍ ມາດຳເນີນຄະດີ. ປັດຈຸບັນຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ຂົນລຸກໜຸ່ມອ່ານລີວິວໂຮງແຮມ ບອກວ່າເຫັນຜີຢູ່ໃນຫ້ອງນີ້ ພໍໄປຮອດແລະໄດ້ຫ້ອງມາ ຮູ້ສຶກວ່າຫ້ອງມັນຄຸ້ນໆ

ຊາຍຫນຸ່ມຄົນຫນຶ່ງອ່ານລີວິວຂອງໂຮງແຮມທີ່ຕົນຈະມາຈະພັກໃນຄືນນີ້. ແຕ່ລູກຄ້າທີ່ເຄີຍພັກບອກວ່າເຫັນຜີຢູ່ໃນຫ້ອງນີ້. ພໍໄດ້ຮັບກະແຈຫ້ອງທີ່ໄດ້ກໍ່ຮູ້ສຶກວ່າເລກມັນຄຸ້ນໆ. ຂໍປ່ຽໜຫ້ອງກໍ່ບໍ່ສາມາດປ່ຽນໄດ້ ລ່າສຸດກາຍເປັນໄວຣັສໃນໂລກອອນໄລນ໌ ຫຼັງຈາກທີ່ຜູ້ໃຊ້ TikTok ຊື່ວ່າ @nuie_jinyu_tires ລະບຸວ່າ ເມື່ອເຂົ້າພັກຢູ່ໂຮງແຮມແຫ່ງໜຶ່ງ. ຈະປ່ຽນຫ້ອງແຕ່ບໍ່​ສາ​ມາດ​ປ່ຽນ​ໄດ້, ຫ້ອງ​ແມ່ນ​ເຕັມ, ດຽວຄືນ​ນີ້ຮູ້ເລື້ອງເລີຍ ພ້ອມໂພສຮູບ ຮູບທໍາອິດແມ່ນການລີວິວໂຮງແຮມທີ່ຈະນອນໃນຄືນນີ້, ຮູບທີສອງແມ່ນກະແຈຂອງຫ້ອງໝາຍເລກ 208, ແລະຮູບສຸດທ້າຍແມ່ນພາຍໃນຫ້ອງພັກ ໂດຍລີວິວຂອງໂຮງແຮມແຫ່ງນີ້. ມີລູກຄ້າທີ່ເຄີຍພັກມາກ່ອນໃຫ້ 1 ດາວ ຣີວິວທີ່ພັກ ພ້ອມບອກວ່າພາຍນອກດູດີ, ສະອາດພໍໃຊ້ໄດ້. ແຕ່ເຂົ້າໄປພັກແລ້ວພາຍໃນຫ້ອງມີຄວາມເປັນຕາຢ້ານ ໂດຍສະເພາະຫ້ອງ 208 ເຊິ່ງພາຍໃນຫ້ອງເບິ່ງຄືເກົ່າຫຼາຍ, ຝາກໍ່ເປ່ເພ ໃນຄືນນັ້ນ, ຄົນລີວິວໄປນອນແລ້ວ ຮູ້ສຶກຄືວ່າ ມີ​ຜູ້​ຍິງ​ຜົມ​ສັ້ນ​ຄົນ​ໜຶ່ງ​ນັ່ງ​ຢູ່​ຕັ່ງ​ຢູ່ກ້ອງ​ແອ. ທຳອິດ​ຄິດ​ວ່າ​ຄິດໄປເອງ​ ແລະແຟນກໍ່ເຂົ້າມາເຫັນຄືກັນ ເຮັດໃຫ້ຕົນເອງຮູ້ສຶກຢ້ານຫຼາຍ ແຕ່​ຕ້ອງ​ອົດ​ທົນ​​ນອນ ເພາະ​ວ່າ​ມັນ​ເດິກ​ຫຼາຍ​ແລ້ວ ເມື່ອຕົນເອງຕື່ນກໍ່ຮີບອອກມາ, ເພາະເລີ້ມແປກໃຈຕັ້ງແຕ່ທຳອິດທີ່ເຂົ້າໄປໃນຫ້ອງນັ້ນແລ້ວເຂົ້າໄປທຳອິດກໍ່ຮູ້ສຶກແປກໆແລ້ວ ແຕ່ບໍ່ຄາດຄິດວ່າຈະເຈິອີ່ຫັຍງແບບນີ້ ເລີຍຢາກເອົາປະສົບການທີ່ເຈິມາເລົ່າສູ່ຟັງ ຢ່າງໃດກໍຕາມ, ທາງຜູ້ໂພສກໍ່ຍັງບໍ່ມີການອັບເດດເລື້ອງລາວຕໍ່ຈາກນີ້ ວ່າເຈິເລື້ອງຫຼອນຫຼືວ່າຢ່າງໃດ ເຮັດໃຫ້ຊາວເນັດເຂົ້າມາຄັອມເມັ້ນສາລະພັດວິທີປ້ອງກັນຜີ ຂະນະ​ທີ່​​ສ່ວນ​ໃຫ່ຍຕ່າງພາກັນຂໍໃຫ້ຜູ້ໂພສໂທເຂົ້າໄປເລົ່າໃນລາຍການ The Ghost Radio ເພາະເປັນລາຍການທີ່ໃຫ້ຄົນ​ໂທ​ໄປ​ເລົ່າ​ເລື່ອງ ເລື້ອງຫຼອນ ແລະ​ຂໍ​ຕັ້ງ​ຊື່ວ່າ​ຫ້ອງ […]

ເປັນຕາຢ້ານນັກຮຽນກຳລັງຄົ້ນຄົ້ວບົດຮຽນຢູ່ດີໆ ເຈັບຫູຂຶ້ນມາ ລ່າສຸດພົບແມງສາບໂຕເປັນໆຢູ່ຫູ

ນັກຮຽນຍິງຄົນໜຶ່ງໄດ້ຄົ້ນຄົ້ວບົດຮຽນຢູ່ ແລະຈົ່ມວ່າເຈັບຫູແຮງ ໝູ່​ກໍ່ເລີຍ​ຊ່ວຍຫູ​ໃຫ້​ເມື່ອ​ເບິ່ງ​ມັນ​ແລ້ວ​ບໍ່​ຢາກເຊື່ອສາຍ​ຕາ. ພົບແມງສາບທີ່ມີຊີວິດຢູ່ໃນຮູຫູ ເວບໄຊ້ GMA News Online ລາຍງານກໍລະນີທີ່ເປັນຕາຢ້ານ. ເດັກ​ຍິງ​ຮຽນ​ຢູ່​ໃນເມືອງ Bohol​ ປະເທດຟີລິບປີນ ຈົ່ມວ່າເຈັບຫູແລະເມື່ອໝູ່ຊ່ວຍເບິ່ງໃຫ້ຈົນບໍ່ຢາກເຊື່ອສາຍຕາເມື່ອພົບແມງສາບທີ່ມີຊີວິດຢູ່ເຂົ້າໄປອາໃສໃນຫູຂອງໝູ່ ໝູ່ກໍ່​ໄດ້​ພະຍາຍາມ​ຊ່ວຍ​ເອົາ​ແມງສາບ​ອອກ​ຈາກ​ຫູ​ຂອງນັກຮຽນຄັນດັ່ງກ່າວ. ດ້ວຍການ​ທາ​ນ​້​ໍາ​ມັນ​ເບບີ້ອອຍ ແລະ ໃຊ້ແໜບດືງອອກມາຫຼາຍຄັ້ງ ໃນຂະນະນັ້ນນັກຮຽນຄົນດັ່ງກ່າວກໍ່ສົ່ງສຽງຮ້ອງອອກມາຢ່າງເຈັບປວດຢູ່ຕະຫຼອດເວລາ ຈົນໃນທີ່ສຸດກໍ່ສາມາດດຶງແມງສາບທັງໂຕອອກມາໄດ້ສຳເລັດ ເດັກຍິງຜູ້ໂຊກຮ້າຍກ່າວວ່າໃນຂະນະທີ່ກຳລັງຄົ້ນຄົ້ວບົດຮຽນກັນຢູ່ ຢູ່ຊື່ໆກໍ່ຮູ້ສຶກວ່າມີຫັຍງເຄື່ອນໄຫວຢ່າງໄວວາໃນຫູຂອງຕົນເອງ, ເພາະຂໍໃຫ້ໝູ່ຊ່ວຍເອົາມັນອອກໃຫ້ເພາະວ່າຕົນເອງທົນຕໍ່ຄວາມເຈັບປວດບໍ່ໄຫວເພາະຖ້າຈົນຮອດເຊົ້າຄົງຈະເຈັບປວດກວ່ານີ້ ແລະເມື່ອເອົາອອກຄວາມເຈັບປວດກໍ່ຫາຍໄປທັນທີຫຼັງຈາກເອົາແມງສາບອອກຈາກຫູ ແພດຜ່າຕັດຫູ, ດັງ ແລະ ຄໍ ໄດ້ລະບຸວ່າ: ຖ້າເກີດເຫດການໃນລັກສະນະນີ້ຂຶ້ນກັບຄົນທີ່ນັ່ງຫຼື ນອນຢູ່ພື່ນ ແນະນຳໃຫ້ຄວນໄປໂຮງໝໍທັນທີເພື່ອກວດກາເບິ່ງວ່າແມງໄມ້ທີ່ເຂົ້າມາໃນຫູນັ້ນມີຊີວິດຢູ່ຫຼືຕາຍ. ແລະເອົາແມງໄມ້ອອກຢ່າງໄວເທົ່າທີ່ຈະໄວໄດ້

ເຫດປືນລັ່ນໃສ່ເດັກນ້ອຍເສຍຊີວິດ ເຂດບ້ານດອນໄຊ ແຂວງຫຼວງນ້ຳທາ

ພັທ ໜໍ່ແກ້ວ ແສງອິນໄຊ ຫົວໜ້າພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນເວລາປະມານປະມານ 16 ໂມງ ຂອງວັນທີ 18 ເມສາ 2023 ໄດ້ຮັບແຈ້ງຄວາມຈາກປະຊາຊົນ ບ້ານດອນໄຊ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ວ່າ: ມີເດັກນ້ອຍເຮັດປືນລັ່ນໃສ່ໂຕເອງເສຍຊີວິດ. ຈາກນັ້ນ, ຈຶງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະສົມທົບກັບ ປກສ ເມືອງຫຼວງນ້ຳທາ, ປກສ ກຸ່ມບ້ານຫຼັກຄຳ ແລະອຳນາດການປົກຄອງບ້ານດອນໄຊ ລົງກວດກາສະຖານທີເກີດເຫດພົບເຫັນຜູ້ເສຍຊີວິດ 1 ຄົນ, ອາຍຸ 12 ປີ, ນັກຮຽນ ບ້ານດອນໄຊ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ, ມີຮ່ອງຮອຍລູກປືນປະດິດ ຍິງເຂົ້າບໍລິເວນດ້ານຫຼັງກົກຂາເບື້ອງຊາຍສອດອອກທາງໜ້າ. ທ້າວ ສົມຫວັງ ອາຍຸ 43 ປີ (ພໍ່ຂອງຜູ້ເສຍຊີວິດ) ໄດ້ໃຫ້ການຕໍ່ເຈົ້າ ໜ້າທີ່ ວ່າ: ໃນວັນທີ 17 ເມສາ 2023 ຕົນເອງໄດ້ສັກຊວນລູກຊາຍ 2 ຄົນ […]

ເກີດເຫດເດັກນ້ອຍ 5 ປີ ອົມສາຍສາກໂທລະສັບ ໄຟຊັອດເສຍຊີວິດ ຕອນແມ່ເຂົ້າຫ້ອງນ້ຳ

ເກີດເຫດເດັກນ້ອຍ 5 ປີ ອົມສາຍສາກໂທລະສັບ ໄຟຊັອດເສຍຊີວິດ ໃນຂະນະທີ່ແມ່ຍັງເຂົ້າຫ້ອງນ້ຳຢູ່. ຊ່ວງເຊົ້າຂອງວັນທີ 24 ເມສາ 2023 ທີ່ບ້ານແສນອຸດົມ ເມືອງປາກຊັນ ແຂວງບໍລິຄຳໄຊ ເກີດເຫດໄຟຊັອດເດັກນ້ອຍ ເສຍຊີວິດ ຈາກການເລົ່າເຫດການຂອງຄົນບ້ານໃກ້ຄຽງ ໄດ້ເລົ່າວ່າ: ເວລາເກີດເຫດແມ່ໄດ້ເຂົ້າຫ້ອງນ້ຳຢູ່ ໃນຂະນະທີ່ລູກ ອາຍຸ 5 ປີ (ບໍ່ຮູ້ເພດ) ຫຼິ້ນຢູ່ດ້ານນອກ ແລ້ວໄດ້ອົມສາຍສາກໂທລະສັບ ຈຶ່ງເຮັດໄຟຟ້າຊັອດໝົດສະຕິ ເມື່ອແມ່ອອກມາພົບກັບລູກທີ່ຖືກໄຟຟ້າຊັອດຈຶ່ງຮີບເຂົ້າໄປຖອດປັກໄຟ ແລະ ປິດກົງເຕີໄຟຟ້າ. ຫຼັງຈາກທີ່ລູກຖືກໄຟຟ້າຊັອດນັ້ນ ຜູ້ປົກຄອງຍັງບໍ່ມີການນຳສົ່ງໂຮງໝໍ ຈົນເວລາຜ່ານໄປ 2 ຊົ່ວໂມງຈຶ່ງໄດ້ນຳໂຕເດັກນ້ອຍສົ່ງໂຮງໝໍ ແຕ່ກໍຊ້າເກີນໄປເພາະເດັກໄດ້ເສຍຊີວິດແລ້ວ.

ເກີດເຫດເດັກນ້ອຍຈົມນ້ຳຢູ່ກ້ອງຂົວຂ້າມນ້ຳງື່ມ ເມືອງເກົ່າ

ໃນເວລາປະມານ 17:30 ໂມງຂອງວັນທີ 24 ເມສາ 2023 ເຈົ້າໜ້າທີ່ໜ່ວຍກູ້ໄພ Rescue kpt ໄດ້ຮັບແຈ້ງເຫດວ່າມີຄົນຈົ່ມນ້ຳຢູ່ກ້ອງຂົວຂ້າມນ້ຳງື່ມ ເມືອງເກົ່າ ແຂວງວຽງຈັນ ລາຍລະອຽດເບື້ອງຕົ້ນ: ເປັນເພດຊາຍອາຍຸປະມານ15-16ປີ (ຕ້ອນນີ້ຍັງບໍ່ເຫັນ) ນອກຈາກນີ້ ກູ້ໄພສຸກເສີນອົງການກາແດງແຂວງວຽງຈັນສະແຕນບາຍໜ້ານ້ຳຕິດຕາມສະຖານະການຕະຫຼອດເວລວນັບແຕ່ເວລານີ້ເປັນຕົ້ນໄປ ຫຼ້າສຸດໃນເວລາປະມານ 1:00 ໂມງຂອງວັນທີ 25 ເມສາ 2023 ໄດ້ພົບຮ່າງຜູ້ເສຍຊີວິດແລ້ວ ຢູ່ທີ່ບ້ານປາກກະຍຸງ ເມືອງວຽງຄຳ ແຂວງວຽງຈັນ (ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດດ້ວຍ)

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການກ່ຽວກັບການ ເພີ່ມທະວີຄວາມມີສະຕິລະວັງຕົວການແລກປ່ຽນເງິນຕາ

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການກ່ຽວກັບການ ເພີ່ມທະວີຄວາມມີສະຕິລະວັງຕົວໃນການແລກປ່ຽນເງິນຕານໍາບຸກຄົນ ແລະ ນິຕິບຸກຄົນ ທີ່ບໍ່ໄດ້ຮັບອະນຸຍາດແລກປ່ຽນເງິນຕາຈາກ ທະນາຄານແຫ່ງ ສປປ ລາວ. ອີງຕາມກົດຫມາຍວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ) ສະບັບເລກທີ 56/ສພຊ, ລົງວັນທີ 07 ທັນວາ 2018 ອີງຕາມກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບເລກທີ 15 /ສພຊ, ລົງວັນທີ 07 ກໍລະກົດ 2022; ອີງຕາມຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022; ອີງຕາມແຈ້ງການຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາຕົວແທນ ຂອງທະນາຄານທຸລະກິດ ສະບັບເລກທີ 01/ທຫລ, ລົງວັນທີ 13 ມັງກອນ 2023. ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງ ພໍ່ແມ່ປະຊາຊົນ, ຊາວຄ້າຂາຍ, ນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ພະນັກງານ, ທະຫານ […]

ລັກຊັບ-ຊິງຊັບພົນລະເມືອງພາໃຫ້ເປັນບັນຫາທີ່ພົ້ນເດັ່ນຢູ່ເມືອງໄຊທານີ

ໃນໜຶ່ງປີຜ່ານມາ, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເພື່ອສຸມໃສ່ແກ້ໄຂບັນດາປະກົດ ການຫຍໍ້ທໍ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແຕ່ກໍຍັງປາສະຈາກບໍ່ໄດ້ຍັງມີກຸ່ມຄົນບໍ່ດີສືບຕໍ່ເຄື່ອນໄຫວລັກຊັບ-ຊິງຊັບພົນລະເມືອງພາໃຫ້ເປັນບັນຫາທີ່ພົ້ນເດັ່ນກວມເອົາ 50% ໃນທົ່ວເມືອງ ແລະ ເກີດຂຶ້ນເຖິງ 400 ກວ່າ ເລື່ອງຈາກຄະດີອາຍາທີ່ເກີດຂຶ້ນທັງໝົດ 824 ເລື່ອງ. ພັທ ໄກສອນ ແສງສີລິຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໂດຍການເຂົ້າຮ່ວມເປັນປະທານຂອງ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະ ຄອນຫຼວງວຽງຈັນ, ມີເຈົ້າເມືອງ, ຫົວໜ້າ ປກສ ເມືອງ, ປກສ ກຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມໃນວັນທີ 10 ມີນານີ້ວ່າ: ໃນ 1 ປີ ຜ່ານມາ, ທົ່ວເມືອງໄຊທານີ ມີຄະດີອາຍາເກີດຂຶ້ນທັງໝົດ 824 […]

ຝາກເຕືອນໄພ ເຕືອນສະຕິທຸກໆຄົນໂຈນລັກໝໍ້ໄຟລົດ

ຕອນເຊົ້າຂອງວັນທີ 23 ເມສາ 2023 ເວລາປະມານ 3-4 ໂມງເຊົ້າ ໃກ້ຈະແຈ້ງ, ມີໂຈນ 2 ຄົນ ມາລັກເອົາໝໍ້ໄຟລົດໃຫຍ່ 2 ຄັນທີ່ຈອດຢູ່ໜ້າເຮືອນ, ຢູ່ບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຊັບສິນທີ່ເສຍຫາຍແມ່ນໝໍ້ໄຟລົດໃຫຍ່ ຊຶ່ງທາງສະມາຊິກສາມາດຈັບພາບໄດ້ເຫັນໜ້າຊັດເຈນ ພ້ອມກັບເລກທະບຽນລົດຈັກທີ່ຂັບມາກໍ່ເຫດ ຈຶ່ງຢາກຂໍຄວາມຊ່ວຍເຫຼືອທາງເຈົ້າໜ້າທີຕິດຕາມແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ແລະ ຝາກເຕືອນໝູ່ຄູ່ທຸກຄົນມີສະຕິລະມັດລະວັງນຳກັນ

ເຈົ້າໜ້າທີ່ຈັບ ຜູ້ດັດແປງສະພາບລົດໃຫຍ່ເພື່ອຊຸກເຊື່ອງເຮໂຣອິນ 160 ກິໂລກຣາມ ສຸດທ້າຍຖືກຈັບ

ປກສ ແຂວງບໍ່ແກ້ວລາຍງານວ່າ: ວັນທີ 20 ເມສາ 2023 ນີ້ ເຈົ້້າໜ້າທີ່ຕຳຫຼວດປະຈຳຈຸດນໍ້າເກິ່ງ ໄດ້ປະຕິບັດໜ້າທີ່ກວດກາພາຫະນະເຂົ້າ-ອອກ,  ພົບເຫັນລົດຈີບ ຢີ່ຫໍ້ MAZDA ສີປອນທອງ ມີການດັດແປງສະພາບເຕັກນິກ, ຜູ້ຂັບຂີ່ມານຳຈຳນວນ 3 ຄົນ  ຜ່ານການກວດສອບ ແລະ ກວດກາພົບວ່າລົດດັ່ງກ່າວໄດ້ມີການດັດແປງສະພາບເຕັກນິກເພື່ອ ຊຸກເຊື່ອງຢາເສບຕິດປະເພດ ເຮໂຣອິນ ຈໍານວນ 400 ແທ່ງ ໜໍ້າໜັກ 160 ກິໂລກຣາມ. ເຈົ້າໜ້າທີ່ໄດ້ຈັບຕົວຊາຍໜຸ່ມ 3 ຄົນຄື:1.ທ້າວ ຈາ ເລົາ, ອາຍຸ 25 ປີ, ອາຊີບເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ. 2.ທ້າວ ເຈຍ ເລົາ ຫຼື ວຽງໄຊ ເລົ່າ, ອາຍຸ 29 ປີ, ອາຊີບ ເຮັດໄຮ່, ສັນຊາດ ລາວ, […]