2
ລັກຊັບ-ຊິງຊັບພົນລະເມືອງພາໃຫ້ເປັນບັນຫາທີ່ພົ້ນເດັ່ນຢູ່ເມືອງໄຊທານີ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 25 ເດືອນເມສາ, 2023

ໃນໜຶ່ງປີຜ່ານມາ, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເພື່ອສຸມໃສ່ແກ້ໄຂບັນດາປະກົດ ການຫຍໍ້ທໍ້ໃຫ້ນັບມື້ຫຼຸດໜ້ອຍຖອຍລົງ ແຕ່ກໍຍັງປາສະຈາກບໍ່ໄດ້ຍັງມີກຸ່ມຄົນບໍ່ດີສືບຕໍ່ເຄື່ອນໄຫວລັກຊັບ-ຊິງຊັບພົນລະເມືອງພາໃຫ້ເປັນບັນຫາທີ່ພົ້ນເດັ່ນກວມເອົາ 50% ໃນທົ່ວເມືອງ ແລະ ເກີດຂຶ້ນເຖິງ 400 ກວ່າ ເລື່ອງຈາກຄະດີອາຍາທີ່ເກີດຂຶ້ນທັງໝົດ 824 ເລື່ອງ.

ພັທ ໄກສອນ ແສງສີລິຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ໂດຍການເຂົ້າຮ່ວມເປັນປະທານຂອງ ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະ ຄອນຫຼວງວຽງຈັນ, ມີເຈົ້າເມືອງ, ຫົວໜ້າ ປກສ ເມືອງ, ປກສ ກຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມໃນວັນທີ 10 ມີນານີ້ວ່າ: ໃນ 1 ປີ ຜ່ານມາ, ທົ່ວເມືອງໄຊທານີ ມີຄະດີອາຍາເກີດຂຶ້ນທັງໝົດ 824 ເລື່ອງ (ທຽບໃສ່ປີ 2021 ເພີ່ມຂຶ້ນ 39 ເລື່ອງ ເທົ່າກັບ 14,88%) ໃນ ນີ້, ເດັ່ນກວ່າໝູ່ຄະດີລັກຊັບ ແລະ ຊິງຊັບພົນລະເມືອງເກີດຂຶ້ນ 414 ເລື່ອງ (ກວມເອົາ 50%); ສ້າງ ຜົນເສຍຫາຍ: ເງິນກີບ 1.261 ລ້ານກວ່າກີບ, ເງິນບາດ 659.950 ບາດ, ເງິນໂດລາ 1.817 ໂດລາ, ເງິນໝັນ 10 ໝັນ, ລົດຈັກ 394 ຄັນ, ໂທລະສັບ 20 ໜ່ວຍ, ໂນ໊ດ ບຸກ 7 ໜ່ວຍ, ສາຍແອວເງິນ 1 ເສັ້ນ, ໝໍ້ໄຟລົດໃຫຍ່ 4 ໜ່ວຍ, ງົວ-ຄວາຍ 6 ໂຕ, ໃບແທກຕີນລົດ ດຸດ 44 ແຜ່ນ ແລະ ວັດຖຸມີຄ່າອື່ນໆ.

ໃນນີ້, ສາມາດແກ້ໄຂ 301 ເລື່ອງ; ກັກຕົວຜູ້ຖືກຫາມາ ດຳເນີນຄະດີໄດ 436 ຄົນ ຍິງ 42 ຄົນ; ເກັບກູ້ ແລະ ຢຶດຂອງກາງໄດ້ລົດໃຫຍ່ 3 ຄັນ, ລົດຈັກ 191 ຄັນ, ເງິນກີບ 58.266 ລ້ານກວ່າ ກີບ, ເງິນບາດ 1.359.000 ບາດ, ເງິນໂດລາ 28.276 ໂດລາ, ເງິນຂັນ 3 ຂັນ, ປ້າຍລົດ 18 ປ້າຍ, ຢາບ້າ 8.463 ເມັດ, ງົວ 2 ໂຕ, ປືນສັ້ນ 11 ກະບອກ ພ້ອມລູກກະ ສູນ 102 ລູກ, ປືນດັດເເປງ 8 ກະບອກ, ໃບຕາດິນ 9 ໃບ, ໂທລະສັບ 26 ໜ່ວຍ, ຄອມພິວເຕີ 2 ໜ່ວຍ, ຄຳຮູບປະພັນ 41 ບາດ ແລະ ໄດ້ອອກກວດກາລາດຕະເວນຕາມ ແລວ ທາງລົດໄຟ 62 ຄັ້ງ, ແຈ້ງເຫດຄົນຮ້າຍລັກຕັດເຫຼັກຮົ້ວກັ້ນ ແລວທາງລົດໄຟ 8 ຄັ້ງ, ລັກຕັດ ສາຍໄຟຟ້າ 4 ຄັ້ງ; ລົງເກັບກຳຂໍ້ມູນ ແລະ ໂຄສະນາຄອບຄົວທີ່ຢູ່ອາໄສຕິດກັບແລວທາງລົດໄຟ 7 ຄັ້ງ.

ພ້ອມນີ້, ສະຖານີ 1191 ຍັງໄດ້ປະຈຳການຕິດຕາມສະພາບ 24 ຊົ່ວ ໂມງ, ຮັບແຈ້ງຈາກກົມ PCC 38 ຄັ້ງ, ຮັບແຈ້ງເຫດ376 ຄັ້ງ, ອອກກວດກາລາດຕະເວນ 786 ຄັ້ງ, ສົມທົບພາກສ່ວນກ່ຽວຂ້ອງລົງ ກວດກາ ແລະ ປ້ອງກັນສະຖານທີ່ເກີດເຫດ 158 ຄັ້ງ, ເຂົ້າຮ່ວມມ້າງຄະດີ 3 ຄັ້ງ ແລະ ປ້ອງ ກັນນຳສົ່ງ ຜູ້ຖືກຫາ-ຜູ້ຖືກດັດສ້າງ 41 ຄັ້ງ.

ສໍາລັບຄະດີຢາເສບຕິດຍັງໄດ້ນໍາພາພະນັກງານວິຊາສະເພາະປ້ອງກັນສະກັດກັ້ນແກ້ໄຂເປົ້າໝາຍຄ້າຂາຍ, ຂົນສົ່ງ ແລະ ມີຢາເສບຕິດໄວ້ຄອບຄອງຈໍານວນ 241 ເລື່ອງກັກຕົວຜູ້ຖືກຫາ 346 ຄົນ ຍິງ 29; ແກ້ໄຂຈຸດມົ້ວສຸມເສບຢາເສບຕິດ 73 ເລື່ອງ ກັກຕົວ 153 ຄົນ ຍິງ 24 ຄົນ, ຢຶດຂອງກາງຢາບ້າໄດ້ 2.681.000 ກວ່າເມັດ, ຢາໄອສ໌ 6 ກິໂລກຼາມກັບ 144 ກຼາມ, ເຮໂຣອິນ 395 ກຼາມ, ປືນສັ້ນ 5 ກະບອກ, ປືນດັດແປງ 3 ກະບອກ, ລົດໃຫຍ່ 12 ຄັນ, ລົດຈັກ 15 ຄັນ, ເງິນກີບ 170 ລ້ານກວ່າກີບ, ເງິນບາດ 4 ລ້ານກວ່າບາດ, ເງິນໂດລາ 25.800 ໂດລາ, ອາຍັດປື້ມບັນຊີທະນາຄານ 7 ຫົວ ແລະ ອຸປະກອນເສບຢາຈຳນວນໜຶ່ງ.

ຂໍຂອບໃຈ: ເນື້ອຫາແລະຮູບພາບຈາກ ຫນັງສືພິມຄວາມສະຫງົບ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລັດວິສາຫະກິດ ຖືຮຸ້ນລາວ ສ້າງລາຍຮັບກວ່າ 50,51 ລ້ານໂດລາ ຈາກ 4 ໂຄງການ ຜະລິດພະລັງງານໄຟຟ້າ
2
ມອບ-ຮັບສັນຍາເງິນກູ້ ນະໂຍບາຍ ສິນເຊື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ
2
ແຈ້ງປັບລາຄານ້ຳມັນລົງ 14/03/2024
2
ພົບລະເບີດຈໍານວນຫຼາຍຢູ່ສວນປູກມັນຕົ້ນທີ່ເມືອງສະໜາມໄຊ ແຂວງອັດຕະປື
2
ລາວ-ອົດສະຕຣາລີ ລົງນາມເຊັນສັນຍາ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ
2
ສະຫວັນນະເຂດກໍານົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນເປັນສັນຍາລັກປີທ່ອງທ່ຽວລາວ 2024
2
ຈັບໄວໜຸ່ມ 13 ຄົນ ພ້ອມຂອງກາງໃບກະທ້ອມ ແລະ ນໍ້າຢາດາທິດຊິນ
2
ປກສ ເມືອງຫົງສາ ຢຶດຢາໄອໄດ້ຫຼາຍກວ່າ 1.000 ກິໂລ
2
​ໂອ​ກາດ​ຂອງ​ຈີນ ທີ່​ມີ​ຕໍ່​ການ​ພັດ​ທະ​ນາເສດ​ຖະ​ກິດ​​ໂລກ
2
ເມືອງສຸຂຸມາ ແຈ້ງການໃຫ້ເຝົ້າລະວັງພະຍາດສັດສູ່ຄົນ
ຢ່າລື່ມກົດຕິດຕາມ