ຍີ່ປຸ່ນທົດສອບ “ຂີປະນາວຸດຈາກພື້ນຍິງໄປສູ່ເຮືອ” ປ້ອງກັນໄພຄຸກຄາມຈາກຈີນ

ກອງກຳລັງຍີ່ປຸ່ນທົດສອບຍິງ “ຂີປະນາວຸດຈາກພື້ນຍິງໄປສູ່ເຮືອ” ເທິງດິນແດນຂອງຍີ່ປຸ່ນເປັນຄັ້ງທຳອິດ ຂະນະທີ່ປະເທດກຳລັງເລັ່ງເສີມກຳລັງທາງທະຫານເພື່ອຍັບຍັ້ງຈີນ ມື້ນີ້ 25 ມິຖຸນາ ຍີ່ປຸ່ນປະກາດວ່າການທົດສອບຂີປະນາວຸດຈາກພື້ນສູ່ເຮືອຄັ້ງທຳອິດພາຍໃນດິນແດນຂອງຕົນເປັນສິ່ງຈຳເປັນໃນການຝຶກຝົນ ເນື່ອງຈາກປັດຈຸບັນມີ “ສະພາບແວດລ້ອມດ້ານຄວາມປອດໄພທີ່ເຂັ້ມງວດ” ແລະ ຕ້ອງການເພີ່ມສັກຢະພາບທາງທະຫານເພື່ອຕ້ານຕໍ່ຈີນ ກອງພົນປືນໃຫຍ່ທີ່ 1 ຂອງກອງກຳລັງປ້ອງກັນຕົນເອງພາກພື້ນດິນຂອງຍີ່ປຸ່ນ (JGSDF) ຍິງຂີປະນາວຸດ “ໄທປ໌-88” (Type-88) ລູກໜຶ່ງໄປຍັງນ່ານນ້ຳມະຫາສະໝຸດແປຊິຟິກຈາກສະໜາມຝຶກເທິງເກາະຮອກໄກໂດ ໂດຍໃຊ້ຂີປະນາວຸດຝຶກໂຈມຕີເຮືອທີ່ບໍ່ມີລູກເຮືອ ຫ່າງຈາກຊາຍຝັ່ງທາງໃຕ້ຂອງເກາະໄປປະມານ 40 ກິໂລແມັດ ເນື່ອງດ້ວຍຂໍ້ຈຳກັດດ້ານພື້ນທີ່ ແລະ ຂໍ້ກັງວົນດ້ານຄວາມປອດໄພ ຍີ່ປຸ່ນຈຶ່ງເຄີຍດຳເນີນການທົດສອບຂີປະນາວຸດໃນອະດີດທີ່ສະຫະລັດ ຊຶ່ງເປັນພັນທະມິດຕາມສົນທິສັນຍາ ແລະ ອົດສະຕາລີ ຊຶ່ງເປັນພັນທະມິດດ້ານການປ້ອງກັນຊັ້ນນຳຂອງຍີ່ປຸ່ນ ຊຶ່ງມີພື້ນທີ່ຝຶກຝົນທີ່ກວ້າງຂວາງ ແຕ່ການຝຶກຊ້ອມດັ່ງກ່າວມີຄ່າໃຊ້ຈ່າຍສູງ ເນື່ອງຈາກຈຳນວນບຸກຄະລາກອນທີ່ເຂົ້າຮ່ວມມັກມີຈຳກັດ ໂຍຊິມາສະ ຮາຍາຊິ ໂຄສົກລັດຖະບານ ກ່າວໃນການຖະແຫຼງຂ່າວປະຈຳວັນພຸດວ່າ “ການຝຶກຊ້ອມຍິງແທ້ໆ ໃນປະເທດເຊັ່ນນີ້ເປັນໂອກາດໃຫ້ທະຫານໄດ້ຝຶກຊ້ອມໄດ້ຫຼາຍຂຶ້ນ” ລາວກ່າວວ່າ ການຝຶກຊ້ອມດັ່ງກ່າວ “ມີຄວາມສຳຄັນຢ່າງຍິ່ງສຳລັບເຮົາໃນການຮັກສາ ແລະ ປັບປຸງຄວາມສາມາດໃນການປ້ອງກັນເກາະ ແລະ ພື້ນທີ່ອື່ນໆ ເມື່ອພິຈາລະນາຈາກສະພາບແວດລ້ອມດ້ານຄວາມປອດໄພທີ່ເຂັ້ມງວດໃນປັດຈຸບັນ” ລາວເນັ້ນຢ້ຳວ່າການຝຶກຊ້ອມບໍ່ໄດ້ມຸ່ງເປົ້າໄປທີ່ປະເທດໃດປະເທດໜຶ່ງໂດຍສະເພາະ […]
ອີຣ່ານກຳລັງພິຈາລະນາປິດຊ່ອງແຄບຮໍມຸສ ຊ່ອງແຄບທີ່ເປັນທາງຜ່ານນ້ຳມັນ ແລະ ແກັສປະມານ 20% ຂອງໂລກ

ອີຣ່ານກຳລັງພິຈາລະນາປິດຊ່ອງແຄບຮໍມຸສ ຫຼັງລັດສະພາອະນຸມັດ ໂດຍຄະນະຄວາມໝັ້ນຄົງສູງສຸດຢູ່ລະຫວ່າງຕັດສິນໃຈຂັ້ນສຸດທ້າຍ ຊ່ອງແຄບນີ້ເປັນທາງຜ່ານນ້ຳມັນ ແລະ ແກັສປະມານ 20% ຂອງໂລກ ເຖິງວ່າຍັງບໍ່ສະຫຼຸບຊັດເຈນ ແຕ່ສະຖານະການສ້າງແຮງກົດດັນຕໍ່ຄວາມໝັ້ນຄົງພະລັງງານທົ່ວໂລກ ວັນນີ້ (22 ມິຖຸນາ 2025) ອີຣ່ານກຳລັງພິຈາລະນາຢ່າງຈິງຈັງທີ່ຈະປິດຊ່ອງແຄບຮໍມຸສ ໂດຍ Esmail Kosari ສະມາຊິກລັດສະພາ ແລະ ຫົວໜ້າຄະນະກຳມະການກະຊວງພາຍໃນ ແລະ ຄວາມໝັ້ນຄົງແຫ່ງຊາດຂອງອີຣ່ານ ໄດ້ກ່າວວ່າເລື່ອງນີ້ຢູ່ພາຍໃຕ້ການພິຈາລະນາຢ່າງຈິງຈັງ ຂະນະທີ່ລັດຖະມົນຕີຕ່າງປະເທດຂອງອີຣ່ານ Seyed Abbas Aragchi ກ່າວພຽງວ່າ “ອີຣ່ານມີທາງເລືອກທີ່ຫຼາກຫຼາຍ” ການພິຈາລະນານີ້ເກີດຂຶ້ນຫຼັງຈາກທີ່ສະຫະລັດໂຈມຕີເປົ້າໝາຍທາງທະຫານຂອງອີຣ່ານຫຼາຍແຫ່ງ ແລະ ການໂຈມຕີຕອບໂຕ້ກັນລະຫວ່າງອິສຣາເອລກັບອີຣ່ານຍັງຄົງດຳເນີນຕໍ່ໄປ ຢ່າງໃດກໍຕາມ ສຳນັກງານປະຕິບັດການການຄ້າທາງທະເລແຫ່ງສະຫະລາຊະອານາຈັກ (UKMTO) ແລະ ບໍລິສັດຮັກສາຄວາມປອດໄພທາງທະເລ Ambrey ຢືນຢັນວ່າ ຊ່ອງແຄບຮໍມຸສຍັງຄົງເປີດໃຫ້ບໍລິການ ແລະ ບໍ່ມີລາຍງານຜົນກະທົບຕໍ່ການເດີນເຮືອ ການຈະລາຈອນທາງທະເລຍັງຄົງເປັນໄປຕາມປົກກະຕິ ໂດຍສະເລ່ຍມີເຮືອຂົນສົ່ງສິນຄ້າປະມານ 114 ລຳ/ວັນ ແມ້ຈະມີຄວາມຕຶງເຄັ່ງໃນລະດັບ “ເຂັ້ມຂົ້ນ” ໃນພູມິພາກ ແລະມີການລາຍງານລະດັບສັນຍານລົບກວນລະບົບ […]
ປະເທດ “ກຣີສ” ປະກາດພາວະສຸກເສີນ ປະເຊີນໄຟປ່າຄັ້ງໃຫຍ່ ເຂົ້າວັນທີ່ 3 ຍັງຄວບຄຸມໄຟບໍ່ໄດ້ ໄຟລາມເຂົ້າຊຸມຊົນ

ເກາະຄິອອສຂອງປະເທດກຣີສປະກາດພາວະສຸກເສີນໄຟປ່າ ໄຟປ່າເທິງເກາະຄິອອສເຂົ້າສູ່ວັນທີ່ 3 ໃນວັນນີ້ (24 ມິຖຸນາ) ເກີດໄຟປ່າໃຫຍ່ທັງໝົດ 5 ຈຸດ ຍັງລຸກລາມ ແລະ ຄວບຄຸມບໍ່ໄດ້ເນື່ອງຈາກກະແສລົມແຮງ ບວກກັບອຸນຫະພູມສູງເທິງເກາະຄິອອສ 30 ອົງສາເຊນຊຽສ ແລະ ຍັງຄາດວ່າອຸນຫະພູມຈະຮ້ອນຍິ່ງຂຶ້ນໄປຈົນເຖິງທ້າຍອາທິດນີ້ ສື່ທ້ອງຖິ່ນກຣີສລາຍງານອົບພະຍົບ 17 ຊຸມຊົນ ຫຼັງໄຟປ່າລາມເຖິງບ້ານເຮືອນປະຊາຊົນເທິງເກາະອີຈຽນ (Aegean) ອາຄານບ້ານເຮືອນຫຼາຍຫຼັງຖືກເຜົາໄໝ້ ລວມໄປເຖິງພື້ນທີ່ປູກຝັງ ແລະ ໂຄງສ້າງພື້ນຖານດ້ວຍ ເກີດໄຟຟ້າດັບເປັນວົງກວ້າງ ຫຼັງເຄືອຂ່າຍຈ່າຍກະແສໄຟຟ້າໃນພື້ນທີ່ໄຟປ່າເສຍຫາຍຈາກໄຟປ່າ ແລະ ກຳລັງມີແຜນຈະຕັດໄຟຟ້າ ເພື່ອໃຫ້ເຈົ້າໜ້າທີ່ດັບເພີງທີ່ກຳລັງດັບໄຟປ່າ ເຮັດວຽກໄດ້ງ່າຍຂຶ້ນ ເຈົ້າໜ້າທີ່ດັບເພີງຈາກພື້ນທີ່ອື່ນຖືກລະດົມໄປຊ່ວຍດັບໄຟທີ່ເກາະຄິອອສເມື່ອວານນີ້ (23 ມິຖຸນາ) ນັກດັບເພີງຈາກກຸງເອເທນສ໌ ເມືອງຫຼວງ ແລະ ເມືອງເທດຊາໂລນິກິ 90 ຄົນ ຈະຖືກສົ່ງໄປສົມທົບຊ່ວຍນັກດັບເພີງ 190 ຄົນ ທີ່ກຳລັງດັບໄຟປ່າຢູ່ເທິງເກາະຄິອອສ ໂດຍມີເຮືອບິນ ແລະ ເຮລິຄອບເຕີສະໜັບສະໜູນຫຼາຍກວ່າ 10 ລຳ […]
145 ຄົນຖືກແທງໃນງານເທດສະການດົນຕີຝຣັ່ງ ຕຳຫຼວດຈັບຜູ້ຕ້ອງສົງໄສ 12 ຄົນ

ເອເຈນຊີ່ – ກະຊວງພາຍໃນໄທຝຣັ່ງຖະແຫຼງການ ມີຜູ້ຖືກເຄາະຮ້າຍລວມ 145 ຄົນທົ່ວປະເທດ ຕົກເປັນເຫຍື່ອຖືກຄົນບໍ່ຫວັງດີໃຊ້ເຂັມສັກຢາໄລ່ແທງເມື່ອທ້າຍອາທິດ ໃນງານເທດສະການດົນຕີສະຕຣີດເຟສຕິວັນປະຈຳປີທີ່ຈັດຂຶ້ນໃນຊ່ວງລະດູຮ້ອນເພື່ອການສະເຫຼີມສະຫຼອງ ຕຳຫຼວດຝຣັ່ງຈັບຜູ້ຕ້ອງສົງໄສມືໄລ່ແທງໄດ້ 12 ຄົນ ເດີ່ກາຮ໌ດຽນຂອງອັງກິດລາຍງານວັນຈັນ (23 ມິຖຸນາ) ວ່າ ຫຼາຍລ້ານຄົນໃນຕອນຄ່ຳວັນເສົາ (21 ມິຖຸນາ) ເຂົ້າຮ່ວມງານ Fête de la Musique ປະຈຳປີທີ່ມີຊື່ສຽງທີ່ເກີດຂຶ້ນພ້ອມກັນທົ່ວຝຣັ່ງ ໂດຍມີລາຍງານຈຳນວນຜູ້ເຂົ້າຮ່ວມງານສູງເປັນປະຫວັດສາດທີ່ກຸງປາຣີສ Abrège Soeur ອິນຟລູເອັນເຊີ ນັກສິດທິສະຕີຊື່ດັງໄດ້ອອກມາເຕືອນທາງອອນລາຍ ກ່ອນເລີ່ມງານວ່າ ກຸ່ມຜູ້ຍິງຈະຕົກເປັນເປົ້າໃນການໄລ່ແທງດ້ວຍເຂັມສັກຢາ ໄດ້ກາຍເປັນຄວາມວິຕົກທີ່ຫວນກັບມາອີກຄັ້ງຫຼັງເຄີຍເກີດເມື່ອປີ 2022 ໃນລະຫວ່າງທີ່ກຸງປາຣີສກຳລັງກະກຽມພ້ອມກັບການຈັດເທດສະການດົນຕີເພື່ອສະເຫຼີມສະຫຼອງຮັບໜ້າຮ້ອນຂອງຕົນເອງ ດ້ານກະຊວງພາຍໃນຝຣັ່ງຖະແຫຼງການວ່າ ມີຄົນຕົກເປັນເຫຍື່ອໃນການໄລ່ແທງດ້ວຍເຂັມສັກຢາທົ່ວປະເທດຈຳນວນ 145 ຄົນ ທີ່ກຸງປາຣີສມີຜູ້ຕົກເປັນເຄາະຮ້າຍຈຳນວນ 13 ຄົນ ກະຊວງພາຍໃນຝຣັ່ງກ່າວຜ່ານຖະແຫຼງການວ່າ “ມີຜູ້ຖືກເຄາະຮ້າຍບາງສ່ວນຖືກສົ່ງຕົວໄປໂຮງໝໍເພື່ອກວດຫາສານພິດ” ທີ່ກຸງປາຣີສມີການເປີດການສອບສວນຫຼັງມີເຄາະຮ້າຍ 3 ຄົນ ລວມເດັກຍິງອາຍຸ 15 ປີແລະ […]
“ທຣຳ” ປະກາດອິສຣາເອລ-ອີຣ່ານບັນລຸຂໍ້ຕົກລົງຢຸດຍິງ ມີຜົນໃນ 6 ຊົ່ວໂມງຂ້າງໜ້າ ຂອງວັນທີ່ 24 ມິຖຸນາ 2025

ປະທານາທິບໍດີໂດນາລ ທຣຳ ຜູ້ນຳສະຫະລັດ ປະກາດວ່າ ອິສຣາເອລ ແລະ ອີຣ່ານໄດ້ບັນລຸຂໍ້ຕົກລົງຢຸດຍິງຢ່າງສົມບູນ ຊຶ່ງຈະເລີ່ມຂຶ້ນໃນອີກປະມານ 6 ຊົ່ວໂມງ ຂອງວັນທີ່ 24 ມິຖຸນາ 2025 ສຳນັກຂ່າວກຽວໂດ ລາຍງານວ່າປະທານາທິບໍດີ ທຣຳ ໂພສຂໍ້ຄວາມເທິງທຣູທ ໂຊຊຽວວ່າ “ຂໍສະແດງຄວາມຍິນດີກັບທຸກຄົນ! ອິສຣາເອລ ແລະ ອີຣ່ານໄດ້ຕົກລົງກັນແລ້ວວ່າຈະຢຸດຍິງຢ່າງສົມບູນ ແລະ ເດັດຂາດ ເປັນເວລາ 12 ຊົ່ວໂມງ ຊຶ່ງ ນະຈຸດນັ້ນ ສົງຄາມຈະຖືວ່າສິ້ນສຸດລົງ ປະທານາທິບໍດີ ທຣຳ ຍັງກ່າວດ້ວຍວ່າການຢຸດຍິງຈະມີການດຳເນີນການເປັນໄລຍະໆ ພາຍໃນ 24 ຊົ່ວໂມງຂ້າງໜ້າ “ຢ່າງເປັນທາງການ ອີຣ່ານຈະເລີ່ມການຢຸດຍິງ ເມື່ອຄົບ 12 ຊົ່ວໂມງ ອິສຣາເອລຈະເລີ່ມການຢຸດຍິງ ແລະ ເມື່ອຄົບ 24 ຊົ່ວໂມງ ການສິ້ນສຸດລົງຢ່າງເປັນທາງການຂອງສົງຄາມ 12 ວັນຈະໄດ້ຮັບການສະເຫຼີມສະຫຼອງຈາກທົ່ວໂລກ ໃນຊ່ວງທີ່ແຕ່ລະຝ່າຍຢຸດຍິງ ອີກຝ່າຍຈະຕ້ອງສະຫງົບສຸກ ແລະ […]
ຍານ “ສະຕຣາຊິບ” ຂອງສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຂະນະທີ່ກຳລັງກຽມທົດສອບ

ຍານສະຕຣາຊິບຂອງສະເປດເອັກຊ໌ລະເບີດຄາແທ່ນປ່ອຍ ຂະນະກະກຽມການທົດສອບຄັ້ງທີ 10 ຫຼັງຈາກການທົດສອບປ່ອຍຈະລວດ 3 ຄັ້ງກ່ອນໜ້ານີ້ລົ້ມເຫຼວທັງໝົດ ສຳນັກຂ່າວຕ່າງປະເທດລາຍງານວ່າ ຍານອະວະກາດ “ສະຕາຊິບ” ຂອງບໍລິສັດ ສະເປດເອັກຊ໌ ລະເບີດຄາແທ່ນປ່ອຍຈລວດເມື່ອຄືນວັນພຸດທີ 18 ມິຖຸນາ 2025 ທີ່ຜ່ານມາ ທີ່ລັດເທັກຊັສ ຂະນະເຈົ້າໜ້າທີ່ກຳລັງກະກຽມການທົດສອບປ່ອຍຈະລວດຄັ້ງທີ 3 ຊຶ່ງຍັງດີທີ່ບໍ່ມີລາຍງານວ່າພົບຜູ້ບາດເຈັບ ຫຼື ເສຍຊີວິດ ຕະຫຼອດປີ 2025 ຍານສະຕຣາຊິບປະສົບຄວາມລົ້ມເຫຼວຫຼາຍຄັ້ງ ແລະ ແຕກເປັນສະແຈກກະຈາຍ ໃນການທົດສອບປ່ອຍຈະລວດ 3 ຄັ້ງຫຼ້າສຸດ ຢ່າງໃດກໍຕາມ ອີລອນ ມັສກ໌ ມະຫາເສດຖີລະດັບທັອບຂອງໂລກ ແລະ ຊີອີໂອຂອງສະເປດເອັກຊ໌ ໂພດຂໍ້ຄວາມຜ່ານ X ໂດຍລະບຸວ່າການລະເບີດຄັ້ງຫຼ້າສຸດເປັນພຽງ “ແຄ່ຮອຍຂີດຂ່ວນ” ແຕ່ບໍລິສັດ ສະເປດເອັກຊ໌ ລະບຸວ່າເຫດລະເບີດທີ່ເກີດຂຶ້ນເປັນຄວາມຜິດປົກກະຕິຄັ້ງໃຫຍ່ ສ່ວນທາງການທ້ອງຖິ່ນຂອງສະຫະລັດ ກໍອອກມາບອກວ່າ ນີ້ເປັນຄວາມລົ້ມເຫຼວຢ່າງຮ້າຍແຮງ ລະຫວ່າງການທົດສອບປ່ອຍຈະລວດຕາມກຳນົດການ ຫຼັງຈາກຄວາມລົ້ມເຫຼວເມື່ອເດືອນພຶດສະພາ ທ່ານ ແດນ ຮູໂອດ […]
ຄື້ນຄວາມຮ້ອນຖະຫຼົ່ມສະເປນ ຮ້ອນຈົນນອນບໍ່ໄດ້! ລັດຖະບານເລັ່ງເຕືອນໄພທົ່ວປະເທດ

ລະດູຮ້ອນໃນສະເປນ ປີ 2025 ໄດ້ເລີ່ມຕົ້ນຂຶ້ນຢ່າງຮ້ອນແຮງຈົນຫຼາຍຝ່າຍກັງວົນວ່າ ຈະເປັນອີກໜຶ່ງປີທີ່ທຳລາຍສະຖິຕິຄວາມຮ້ອນຕໍ່ເນື່ອງ ຫຼັງຈາກເດືອນພຶດສະພາທີ່ຜ່ານມາອຸນຫະພູມສູງເຖິງ 40.7°C ທີ່ສະໜາມບິນເມືອງຄໍໂດບາ ແລະ ເຊບິຍາ ແລະ ສະເລ່ຍທົ່ວປະເທດທີ່ 24.08°C ຊຶ່ງເປັນອຸນຫະພູມສູງສຸດສຳລັບເດືອນພຶດສະພານັບຕັ້ງແຕ່ເລີ່ມບັນທຶກໃນປີ 1950 ສຳນັກງານອຸຕຸນິຍົມວິທະຍາຂອງສະເປນ (AEMET) ຄາດການວ່າມີໂອກາດເຖິງ 60% ທີ່ລະດູຮ້ອນນີ້ຈະຮ້ອນກວ່າຄ່າສະເລ່ຍ ໂດຍສະເພາະໃນເຂດຕາຝັ່ງຕາເວັນອອກ ໄດ້ແກ່: ບາເຊໂລນາ, ບາເລັນເຊຍ ແລະ ກຸ່ມເກາະບາເລອຣິກ ຊຶ່ງພື້ນທີ່ເຫຼົ່ານີ້ອາດພົບກັບ “ຄືນເຂດຮ້ອນ” (tropical nights) ຕິດຕໍ່ກັນຫຼາຍຄືນ ໝາຍເຖິງຄືນທີ່ອຸນຫະພູມບໍ່ຕ່ຳກວ່າ 20°C ເຖິງວ່າຈະເປັນໃນເວລາກາງຄືນ ຊຶ່ງຈະເຮັດໃຫ້ຮ່າງກາຍຟື້ນຕົວຈາກຄວາມຄຽດຄວາມຮ້ອນໄດ້ຍາກຂຶ້ນ ໃນພູມິພາກຄືຄໍໂດບາ ແລະ ເຊບິຍາ AEMET ຍັງໄດ້ປະກາດເຕືອນໄພລະດັບສີສົ້ມ (Orange Alert) ຊຶ່ງເປັນລະດັບທີ່ອຸນຫະພູມອາດແຕະ 41°C ໄດ້ ໂດຍອຸນຫະພູມເຫຼົ່ານີ້ຖືວ່າສູງເກີນກວ່າຄ່າສະເລ່ຍລະດູຮ້ອນປົກກະຕິເຖິງ 7–8 ອົງສາເຊລຊຽດ. ທ່ານ ລາສ ໂລວິນສະກີ […]
ປະຊາຊົນກຳປູເຈຍລວມຕົວເດີນຂະບວນ ສະແດງຈຸດຍືນສະໜັບສະໜູນລັດຖະບານ ກໍລະນີເກີດຄວາມຂັດແຍ້ງກັບໄທ

ປະຊາຊົນກຳປູເຈຍລວມຕົວເດີນຂະບວນໃນນະຄອນພະນົມເປັນ ເພື່ອສະແດງຈຸດຍືນສະໜັບສະໜູນລັດຖະບານໃນກໍລະນີເກີດຄວາມຂັດແຍ້ງຊາຍແດນກັບໄທ ໃນວັນທີ່ 18 ມິຖຸນາ 2025 ປະຊາຊົນກຳປູເຈຍຈຳນວນຫຼາຍຄົນອອກມາເດີນຂະບວນເທິງຖະໜົນຫົນທາງ ໃນນະຄອນພະນົມເປັນ ເພື່ອສະແດງຈຸດຍືນສະໜັບສະໜູນລັດຖະບານໃນກໍລະນີຄວາມຂັດແຍ້ງຊາຍແດນກັບປະເທດໄທ ໂດຍມີ ທ່ານ ຮຸນ ມານີ ຮອງນາຍົກລັດຖະມົນຕີກຳປູເຈຍ ແລະ ປະທານສະຫະພາບສະຫະພັນເຍົາວະຊົນແຫ່ງກຳປູເຈຍ (UYFC) ຊຶ່ງເປັນນ້ອງຊາຍຂອງ ພລ.ອ.ຮຸນ ມາເນດ ນາຍົກລັດຖະມົນຕີ ນຳເດີນຂະບວນຈາກເກາະເພັດມາຍັງໃຈກາງນະຄອນພະນົມເປັນ
ອິນໂດເນເຊຍເຕືອນໄພສູງສຸດ ພູເຂົາໄຟເລໂວໂທບີ ລາກີ-ລາກີ ແຕກປະທຸ ຂີ້ເຖົ່າສູງ 11 ກິໂລແມັດ

ພູເຂົາໄຟເລໂວໂທບີ ລາກີ-ລາກີ ໜຶ່ງໃນພູເຂົາໄຟທີ່ມີຄວາມເຄື່ອນໄຫວຫຼາຍທີ່ສຸດໃນອິນໂດເນເຊຍແຕກປະທຸຂີ້ເຖົ່າຂຶ້ນຟ້າສູງກວ່າ 11 ກິໂລແມັດ ຂະນະທີ່ທາງການອິນໂດເນເຊຍປະກາດເຕືອນໄພຂັ້ນສູງສຸດ ສຳນັກຂ່າວຕ່າງປະເທດລາຍງານວ່າ ຕາມການເປີດເຜີຍຂອງສຳນັກງານພູເຂົາໄຟວິທະຍາຂອງອິນໂດເນເຊຍ ພູເຂົາໄຟເລໂວໂທບີ ລາກີ-ລາກີ ແຕກປະທຸໃນເວລາ 17.35 ນ. ຂອງວັນອັງຄານທີ່ 17 ມິຖຸນາ 2025 ຕາມເວລາທ້ອງຖິ່ນ ພົ່ນຂີ້ເຖົ່າຂະໜາດໃຫຍ່ຂຶ້ນສູ່ທ້ອງຟ້າຂອງເກາະຟລໍເຣສ ແລະ ເຮັດໃຫ້ທາງການຕ້ອງປະກາດເຂດຫ້າມເຂົ້າໃນລັດສະໝີ 7 ກິໂລແມັດຈາກປ່ອງພູເຂົາໄຟ ຈົນເຖິງຕອນນີ້ຍັງບໍ່ມີລາຍງານຄວາມເສຍຫາຍ ຫຼື ຜູ້ບາດເຈັບແລະເສຍຊີວິດ ແຕ່ ທ່ານ ມູຮັມໝັດ ວາຟິດ ຫົວໜ້າສຳນັກງານທຳນະວິທະຍາຂອງອິນໂດເນເຊຍເຕືອນປະຊາຊົນ ບໍ່ໃຫ້ເຮັດກິດຈະກຳໃດໆ ໃນລັດສະໝີ 7 ກິໂລແມັດຈາກຈຸດປະທຸ ແລະ ຫາກມີຝົນຕົກລົງມາກໍ່ມີຄວາມເປັນໄປໄດ້ທີ່ຈະເກີດ “lahar flood” ຫຼື ຄື້ນດິນ ແລະ ຫີນຈາກພູເຂົາໄຟ ເຈົ້າໜ້າທີ່ຍັງເຕືອນໃຫ້ປະຊາຊົນທີ່ອາໄສຢູ່ໃກ້ກັບພູເຂົາໄຟໜ່ວຍນີ້ ໃສ່ໜ້າກາກອະນາໄມເພື່ອປ້ອງກັນຕົວເອງຈາກລະອອງຂີ້ເຖົ່າພູເຂົາໄຟ ດ້ານສຳນັກງານບຳບັດໄພພິບັດແຫ່ງຊາດລະບຸວ່າ ມີປະຊາຊົນໃນບ້ານນີ້ຢ່າງນ້ອຍ 1 ແຫ່ງຕ້ອງອົບພະຍົບ ເນື່ອງຈາກຍັງມີແຮງສັ່ນສະເທືອນເກີດຂຶ້ນເປັນໄລຍະ […]
ແອອິນເດຍຖ້ຽວບິນ AI 379 ຖືກຂູ່ວາງລະເບີດ ລົງຈອດສຸກເສີນຢູ່ສະໜາມບິນພູເກັດ ປະທດໄທ

ວັນທີ່ 13 ມິຖຸນາ 68 ເມື່ອເວລາ 09.30 ນາທີ ສະໜາມບິນພູເກັດ ຊີ້ແຈງຫຼັງຮັບແຈ້ງເຫດຈາກສູນຄວບຄຸມການບິນ ບໍລິສັດ ວິທະຍຸການບິນແຫ່ງປະເທດໄທ ຈໍາກັດ ວ່ານັກບິນຂອງສາຍການບິນ AIR INDIA ຖ້ຽວບິນທີ່ AI 379 ເສັ້ນທາງບິນ HKT- ພູເກັດ – DEL (ເດລີ) ຜູ້ໂດຍສານຈໍານວນ 156 ຄົນ ໄດ້ຮັບຂໍ້ຄວາມຂູ່ວາງລະເບີດເທິງອາກາດຍານໃນລະຫວ່າງທີກຳລັງບິນ ໂດຍໄດ້ຮັບການປະສານຂໍນໍາເຮືອບິນລົງຈອດສຸກເສີນທີ່ ສະໜາມບິນພູເກັດ. ໂດຍ ສະໜາມບິນພູເກັດ ໄດ້ດໍາເນີນການປະກາດໃຊ້ແຜນເຫດສຸກເສີນຂອງສະໜາມບິນ Airport Contingency Plan : ACP ບົດທີ່ 3 ການຂູ່ວາງລະເບີດ ໃຫ້ເປັນໄປຕາມຂັ້ນຕອນການປະຕິບັດທີ່ກໍານົດໄວ້ ແລະ ໄດ້ມີການກຽມຄວາມພ້ອມໃນທຸກດ້ານແລ້ວ ຫາກມີຄວາມຄືບໜ້າຈະແຈ້ງໃຫ້ຊາບຕໍ່ໄປ ທັງນີ້ ສາຍການບິນແອອິນເດຍ ຫາກໍເກີດອຸບັດຕິເຫດທາງການບິນ ເຮືອບິນແອອິນເດຍຕົກຂະນະເດີນໜ້າສູ່ລອນດອນ ເມື່ອວັນທີ່ 12 ມິຖຸນາ […]