ຈີນເຕືອນໄພລະດັບສູງຮັບມື “ພາຍຸຫວູ່ຕິບ” ຍົກເລີກຖ້ຽວບິນ-ປິດໂຮງຮຽນ

ສຳນັກຂ່າວຊິນຫົວລາຍງານ ມະນົດໄຫ່ຫນານ (ໄຫຫຼໍາ) ທາງໃຕ້ສຸດຂອງຈີນ ປະກາດໃຊ້ມາດຕະການຮັບມືພາຍຸສູງລະດັບ 2 ກຽມພ້ອມຮັບພາຍຸໄຕ້ຝຸ່ນລູກທຳອິດແຫ່ງປີ ໄຕ້ຝຸ່ນ “ຫວູ່ຕິບ” ຫຼັງຄາດວ່າ ຈະຂຶ້ນຝັ່ງມົນທົນໄຫ່ຫນານ ທາງໃຕ້ສຸດຂອງຈີນໃນມື້ນີ້ ທີ່ບໍລິເວນລະຫວ່າງເມືອງຊານຢ່າ ແລະ ເມືອງຕົງຟາງໃນມົນທົນໄຫ່ຫນານ ຈາກນັ້ນ ພາຍຸຫວູ່ຕິບຈະເຄື່ອນຕົວຕໍ່ໄປທີ່ ມົນທົນກວາງຕຸ້ງ ແລະ ມົນທົນກວ່າງຊີ ຫຼື ເຂດປົກຄອງຕົນເອງກວ່າງຊີ ໃນວັນທີ່ 14 ມິຖຸນາ 2025 ນີ້ ທາງດ້ານສໍານັກອຸຕຸນິຍົມວິທະຍາໃນລະດັບທ້ອງຖິ່ນຂອງຈີນ ປະກາດເຕືອນໄພພາຍຸຝົນ ແລະ ນ້ຳທ່ວມກະທັນຫັນຫຼາຍເມືອງໃນໄຫ່ຫນານ ຄາດວ່າ ຈະເກີດຝົນຕົກໜັກຫຼາຍກວ່າ 100 ມິນລິແມັດພາຍໃນ 24 ຊົ່ວໂມງນີ້ໃນ 6 ເມືອງ ແລະ ເຂດໃນໄຫ່ຫນານ ເມືອງຊານຢ່າຊຶ່ງຄາດວ່າຈະເປັນຈຸດທີ່ ທີ່ພາຍຸຸຫວູ່ຕິບຂຶ້ນຝັ່ງ ໄດ້ເລີ່ມໃຊ້ມາດຕະການຮັບມືພາຍຸໄຕ້ຝຸ່ນ ແລະ ນ້ຳທ່ວມໃນລະດັບ 2 ຫຼື ເກືອບສູງສຸດແລ້ວຕັ້ງແຕ່ຕອນຄ່ຳວານນີ້ (12 ມິຖຸນາ) ສະໜາມບິນຊານຢ່າຍົກເລີກຖ້ຽວບິນທັງໝົດຕັ້ງແຕ່ […]
Air India ຢືນຢັນ ເຮືອບິນຕົກເສຍຊີວິດເກືອບໝົດລໍາ 241 ສົບ ລອດປະຕິຫານ 1 ຄົນ

ເຫດການເຮືອບິນສາຍການບິນ “ແອອິນເດຍ” ຕົກໃນເຂດຊຸມຊົນເມືອງອາເມດາບັດ ພົບຜູ້ລອດຊີວິດປະຕິຫານ 1 ຄົນ ສ່ວນຈໍານວນຜູ້ເສຍຊີວິດຍັງບໍ່ຊັດເຈນ ນອກຈາກຄົນທີ່ຢູ່ເທິງເຮືອບິນ 241 ຄົນ ມື້ນີ້ (13 ມິຖຸນາ 2025) ສໍານັກຂ່າວຕ່າງປະເທດ ລາຍງານຄວາມຄືບໜ້າເຫດການເຮືອບິນໂບອິງ 787 ດີມໄລເນີ ຂອງສາຍການບິນແອອິນເດຍ ຖ້ຽວບິນ AI171 ປະສົບເຫດຕົກກາງເຂດທີ່ພັກອາໄສໃນເມືອງອາເມດາບັດ ລັດກູຈຣາຕ ທາງຕາເວັນຕົກຂອງອິນເດຍ ພຽງບໍ່ເຖິງນາທີຫຼັງເຮືອບິນອອກເດີນທາງຈາກສະໜາມບິນອາເມດາບັດ ເພື່ອມຸ່ງໜ້າໄປທີ່ສະໜາມບິນລອນດອນ ແກັດວິກ ນະຄອນລອນດອນ ປະເທດອັງກິດ ຊ່ວງຄືນທີ່ຜ່ານມາ ເຈົ້າໜ້າທີ່ລໍາລຽງຮ່າງຜູ້ເສຍຊີວິດອອກຈາກທີ່ເກີດເຫດ ທ່າມກາງຊາກຄວາມເສຍຫາຍທີ່ໄຫມ້ດໍາ ແລະ ກະແຈກກະຈາຍທົ່ວບໍລິເວນ ເຊັ່ນດຽວກັບຕົວອາຄານທີ່ໄດ້ຮັບຜົນກະທົບນຳ ເຈົ້າໜ້າທີ່ລະບຸວ່າ ລໍາລຽງຮ່າງຜູ້ເສຍຊີວິດອອກໄປໄດ້ແລ້ວຢ່າງໜ້ອຍ 265 ຄົນ ໃນຈໍານວນນີ້ເປັນຄົນຈາກເທິງເຮືອບິນ 241 ຄົນ ຊຶ່ງຂະນະເກີດເຫດ ເທິງເຮືອບິນມີຜູ້ໂດຍສານ ແລະ ລູກເຮືອຢູ່ລວມ 242 ຄົນ ເປັນຜູ້ໂດຍສານ 230 ຄົນ […]
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ

ເມື່ອວັນທີ 11 ມິຖຸນາທີ່ຜ່ານມາ ໄດ້ເກີດໄຟໄໝ້ໃຫຍ່ໃກ້ກັບຕະຫຼາດຄອມພິວເຕີຊື່ຊຽວຜູ່ ໃນເຂດຈິ່ວຫລົງປໍ ເມືອງຊົງຊິ່ງ ໂດຍພົບວ່າຈຸດເກີດເຫດເປັນສະຖານທີ່ຈອດລົດຈັກໄຟຟ້າ ເຮັດໃຫ້ລົດໄດ້ຮັບຄວາມເສຍຫາຍຈຳນວນຫຼາຍ ໄຟໄໝ້ເກີດຂຶ້ນໃນຊ່ວງທ່ຽງຂອງວັນທີ 11 ມິຖຸນາ ຕາມເວລາທ້ອງຖິ່ນ ທີ່ບໍລິເວນທີ່ຈອດລົດຈັກນອກຕະຫຼາດຄອມພິວເຕີຊື່ຊຽວຜູ່ ໄຟໄໝ້ໄດ້ລຸກລາມຢ່າງວ່ອງໄວຈົນມີຂະໜາດໃຫຍ່ ສົ່ງຜົນໃຫ້ເກີດກຸ່ມຄວັນຫນາທຶບ ແລະ ມີສຽງລະເບີດດັງສະນັ່ນເປັນລະຍະໆ ໄຟໄໝ້ລຸກລາມໄປຍັງລົດຈັກຫຼາຍຄັນທີ່ຈອດຢູ່ຕິດກັນຢ່າງວ່ອງໄວ ກ່ອນທີ່ລົດດັບເພີງຈະມາຮອດ ແລະ ສາມາດຄວບຄຸມໄຟໄດ້ໃນເວລາຕໍ່ມາ ຕາມລາຍງານຂອງໜ່ວຍດັບເພີງ ແລະ ກູ້ໄພເຂດຈິ່ວຫລົງປໍ ລະບຸວ່າໄດ້ຈັດການຈຸດເກີດເຫດແລ້ວ ແລະ ບໍ່ມີຜູ້ໄດ້ຮັບບາດເຈັບ ສ່ວນສາເຫດທີ່ຊັດເຈນຂອງໄຟໄໝ້ ແລະ ຄວາມເສຍຫານຂອງຊັບສິນຍັງຢູ່ລະຫວ່າງການສອບສວນ ແຫຼ່ງຂ່າວສ່ວນໃຫຍ່ລະບຸວ່າໄຟໄໝ້ເກີດຈາກລົດຈັກໄຟຟ້າທີ່ເກີດໄຟໄໝ້ ພະຍານບາງຄົນກ່າວວ່າລົດຈັກອາດໄຟໄໝ້ເນື່ອງຈາກແບັດເຕີຣີຂັດຂ້ອງ ຫຼື ກຳລັງຊາກແບັດ ແຕ່ລາຍລະອຽດຍັງບໍ່ຊັດເຈນ ນອກຈາກນີ້ຍັງມີຂ່າວລືວ່າລົດຈັກໄຟຟ້າຜ່ານການດັດແປງ ຫຼື ແບັດເຕີຣີຂອງລົດ ເປັນສາເຫດຂອງໄຟໄໝ້ ແຕ່ຍັງບໍ່ໄດ້ຮັບການຢືນຢັນຢ່າງເປັນທາງການ ທັງນີ້ ບ່ອນຈອດລົດດັ່ງກ່າວເປັນແບບເປີດໂລ່ງ ແລະ ໄຟໄໝ້ບໍ່ລຸກລາມໄປຍັງຕົວອາຄານຫຼັກ ວິດີໂອທີ່ເຜີຍແຜ່ທາງອອນລາຍສະແດງ ໃຫ້ເຫັນຜູ້ຄົນຈຳນວນຫຼາຍທີ່ຫຼົບຫນີລົງມາຈາກຂັນໄດຫນີໄຟ ແຕ່ບໍ່ໄດ້ສົ່ງຜົນກະທົບຕໍ່ການກູ້ໄພໂດຍລວມ ເນື່ອງຈາກເຂດທຸລະກິດຊື່ຊຽວຜູ່ ມີປະຊາກອນຫນາແໜ້ນ ແລະ […]
ຈັບໄດ້ໄລ່ທັນ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງວຽງຈັນ

ຊົມເຊີຍເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງທຸກພາກສ່ວນ ແລະ ພົນລະເມືອງດີ ທີ່ໄດ້ຄວາມຮ່ວມກັນຈົນສາມາດນຳຈັບຄົນຮ້າຍທີມາລັກລົດຈັກໄດ້ສຳເລັດ ວັນທີ 12ມິຖຸນາ 2025 ນີ້ໂຈນກໍ່ເຫດລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງວຽງຈັນ. ພາຍຫລັງກໍ່ເຫດໄດ້ປະມານ 10ນາທີ ປະຊາຊົນແຈ້ງເຈົ້າໜ້າທີ່ສາມາດໄລ່ນຳຈັບໄດ້ຢູ່ທາງແບ່ງນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ. ປັດຈຸບັນ, ຖືກສົ່ງຕົວໃຫ້ເຈົ້າໜ້າທີ່ເພື່ອດຳເນີນການສືບສວນສອບສວນ ແລະ ດຳເນີນການຕາມຂັ້ນຕອນກົດໝາຍ. ພາບ: ດາວວຽງ ແພງມະນີ
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ

ເຈົ້າໜ້າທີ່ສະຫະລັດ ຈັບກຸມຜູ້ອົບພະຍົບຫຼາຍກວ່າ 70 ຄົນຫຼັງລົງກວດໂຮງງານແປງຮູບອາຫານແຫ່ງໜຶ່ງເມືອງໂອມາຮາ ທ່າມກາງສຽງຄັດຄ້ານຕໍ່ຕ້ານການຈັບກຸມຜູ້ອົບພະຍົບໃນຫຼາຍເມືອງທົ່ວສະຫະລັດ ມື້ນີ້ (12 ມິຖຸນາ 2025) ເຈົ້າໜ້າທີ່ທາງການສະຫະລັດອາເມລິກາ ນຳໂດຍສຳນັກງານກວດຄົນເຂົ້າເມືອງ ແລະ ພາສີອາກອນ ລົງກວດຄົ້ນໂຮງງານແປງຮູບອາຫານແຫ່ງໜຶ່ງໃນເມືອງໂອມາຮາ ລັດເນແບຣສກາ ພ້ອມຈັບກຸມຄົນງານປະມານ 75-80 ຄົນ ຈາກທັງໝົດປະມານ 140 ຄົນ ກະຊວງຄວາມໝັ້ນຄົງພາຍໃນ ລະບຸວ່າ ເປັນການປະຕິບັດການກວດຄົ້ນຄັ້ງໃຫຍ່ທີ່ສຸດຂອງລັດນີ້ ນັບຕັ້ງແຕ່ໂດນາດ໌ ທຣຳ ດຳລົງຕຳແໜ່ງປະທານາທິບໍດີສະຫະລັດອາເມລິກາ ສະໄໝທີ 2 ດ້ານເຈົ້າຂອງໂຮງງານເປີດເຜີຍວ່າ ການປະຕິບັດການດັ່ງກ່າວເກີດຂຶ້ນໂດຍບໍ່ໄດ້ແຈ້ງລ່ວງໜ້າ ແລະ ການກວດຄົ້ນຄັ້ງນີ້ອາດເຮັດໃຫ້ກຳລັງການຜະລິດລົດລົງເຫຼືອພຽງຮ້ອຍລະ 20 ຂະນະທີ່ກຸ່ມຜູ້ຄ້າຂາຍສັດ ແລະ ນັກວິເຄາະ ສະແດງຄວາມກັງວົນວ່າການປະຕິບັດການເຫຼົ່ານີ້ອາດຍິ່ງສົ່ງຜົນກະທົບຕໍ່ອຸດສາຫະກຳອາຫານໃນສະຫະລັດ ຊຶ່ງຢູ່ໃນຊ່ວງທີ່ລາຄາເນື້ອງົວສູງຫຼາຍ ແລະ ມີລາຍງານວ່າໂຮງງານແປງຮູບເນື້ອສັດຫຼາຍແຫ່ງຂາດແຄນຄົນງານ ການດຳເນີນງານຂອງທາງການສະຫະລັດ ສວນທາງກັບກະແສການຊຸມນຸມປະທ້ວງຕໍ່ຕ້ານການຈັບກຸມຜູ້ອົບພະຍົບທີ່ຍັງຄົງຂະຫຍາຍຕົວໃນຫຼາຍເມືອງທົ່ວປະເທດ ທັງນິວຢອກ ແອັດແລນຕາ ແລະ ຊິຄາໂກ ເຖິງແມ່ນວ່າທາງການທ້ອງຖິ່ນຫຼາຍແຫ່ງຈະເພີ່ມມາດຕະການຮັບມືການຊຸມນຸມທີ່ເກີດຂຶ້ນ […]
ເຫດການ ກາດຍິງຢູ່ໂຮງຮຽນ “ອົດສະຕາລີ” ເສຍຊີວິດ 10 ຄົນ ມືປືນຂ້າຕົນເອງ

ມືປືນຍິງສັງຫານໝູ່ຢູ່ໂຮງຮຽນແຫ່ງໜຶ່ງໃນອົດສະຕາລີ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ສ່ວນຜູ້ກໍ່ເຫດຍິງຕົນເອງເສຍຊີວິດ ຊຶ່ງເປັນຄົນອົດສະຕາລີ ແລະ ບໍ່ເຄີຍມີປະຫວັດກໍ່ຄວາມຮຸນແຮງ ເມື່ອວັນທີ 10 ມິຖຸນາ 2025 ເກີດເຫດຍິງສັງຫານໝູ່ຢູ່ໂຮງຮຽນມັດທະຍົມສຶກສາ Dreierschtzengasse ໃນເມືອງ GRAZ ທາງຕາເວັນອອກສຽງໃຕ້ຂອງປະເທດອົດສະຕາລີ ເມື່ອເວລາປະມານ 10.00 ນ. ຕາມເວລາທ້ອງຖິ່ນ ໂດຍຫຼັງເກີດເຫດມີການລະດົມກຳລັງເຈົ້າໜ້າທີ່ກວ່າ 300 ຄົນ ໄປພື້ນທີ່ເກີດເຫດ ພ້ອມປິດກັ້ນບໍລິເວນໂດຍຮອບທັນທີ ລັດຖະມົນຕີກະຊວງພາຍໃນອົດສະຕາລີ ເປີດເຜີຍວ່າ ຄວາມຮຸນແຮງຂອງເຫດການຄັ້ງນີ້ສົ່ງຜົນໃຫ້ມີຜູ້ເສຍຊີວິດ 9 ຄົນ ໃນຈຳນວນນີ້ເປັນຍິງ 6 ຄົນແລະຊາຍ 3 ຄົນ ຂະນະທີ່ຕຳຫຼວດລະບຸວ່າມີຜູ້ໄດ້ຮັບບາດເຈັບ 12 ຄົນ ບາງຄົນອາການສາຫັດ ກ່ອນທີ່ສື່ທ້ອງຖິ່ນຈະລາຍງານວ່າມີຜູ້ຍິງໜຶ່ງໃນຜູ້ທີ່ໄດ້ຮັບບາດເຈັບ 1 ຄົນເສຍຊີວິດທີ່ໂຮງໝໍ ສົ່ງຜົນໃຫ້ຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນຢ່າງໜ້ອຍ 10 ຄົນ ທາງດ້ານຕຳຫຼວດ ເປີດເຜີຍວ່າ ຜູ້ກໍ່ເຫດໄດ້ຍິງຕົນເອງເສຍຊີວິດໃນຫ້ອງນ້ຳຂອງໂຮງຮຽນຫຼັງກໍ່ເຫດ ໂດຍຜູ້ກໍ່ເຫດມີອາຍຸ 21 […]
ໂດນາລ ທຣຳ ພະເດັດສຶກກັບການດຳເນີນງານ “ປົດປ່ອຍລອສແອນເຈລິສ” ຈາກກຸ່ມປະທ້ວງທີ່ເຜົາທຸງອາເມລິກາ

ນັກຂ່າວຖືກຍິງດ້ວຍກະສຸນຢາງ, ພາບຄວາມຮຸນແຮງ, ການເຜົາລົດຍົນ, ຈຸດພຸ, ປະທະກັນຢ່າງໜັກ ນີ້ແມ່ນສິ່ງທີ່ກຳລັງເກີດຂຶ້ນໃນນະຄອນແຫ່ງນາງຟ້າ “ລອສແອນເຈລິສ” ເລີ່ມຕົ້ນຈາກກະແສປະທ້ວງຕ້ານການປາບປາມຜູ້ອົບພະຍົບຜິດກົດໝາຍຂອງທຣຳ ຂະຫຍາຍຕົວເປັນການຈະລາຈົນ ລຸກຮືອເປັນການຊຸມນຸມແຜ່ກະຈາຍໄປຫຼາຍເມືອງທົ່ວປະເທດ ບໍ່ວ່າຈະເປັນແອດແລນຕາ ຊິຄາໂກ ນິວຢອກ ແລະ ຊານຟຣານຊິສໂກ ໂດນາລ ທຣຳ ປະທານາທິບໍດີສະຫະລັດ ເອີ້ນສິ່ງທີ່ເກີດຂຶ້ນໃນລອສແອນເຈລິສວ່າ “ການບຸກລຸກ” ອາເມລິກາ ຂອງພວກຜູ້ອົບພະຍົບໂລກທີສາມ ທີ່ຍົກທຸງຕ່າງປະເທດ ເຜົາທຸງອາເມລິກາ “ເຄີຍໄດ້ຍິນຊື່ລອສແອນເຈລິສບໍ່ ທີ່ຂ້ອຍສົ່ງກໍາລັງພິທັກມາຕຸພູມິຫຼາຍພັນນາຍ ແລະ ນາວິກໂຍທິນຫຼາຍຮ້ອຍນາຍໄປປົກປ້ອງເຈົ້າໜ້າທີ່ ຈາກການໂຈມຕີຂອງກຸ່ມຜູ້ປະທ້ວງທີ່ຮ້າຍກາດແລະຮຸນແຮງ” ທຣຳ ກ່າວປາໄສຢູ່ຖານທັບໃນນອດແຄໂຣໄລນາ ເມື່ອວັນທີ 11 ມິຖຸນາ “ພວກຊ້າຍສຸດໂຕ່ງບອກວ່າ ເຮັດແບບນີ້ບໍ່ໄດ້ ແຕ່ຖ້າເຮົາບໍ່ເຮັດ ຈະບໍ່ເຫຼືອລອສແອນເຈລິສອີກຕໍ່ໄປ ມັນຈະຖືກເຜົາຈົນບໍ່ເຫຼືອຫຍັງ ຄືກັບບ້ານເຮືອນທີ່ຖືກໄຟປ່າເຜົາເມື່ອບໍ່ເທົ່າໃດເດືອນກ່ອນ” “ຜູ້ປະທ້ວງພວກນີ້ ເປັນສັດປ່າທີ່ຖືທຸງຊາດອື່ນ ແຕ່ບໍ່ຖືທຸງອາເມລິກາ ພວກເຂົາເຜົາທຸງອາເມລິກາ” ທຣຳ ປະກາດ ສະຖານະການໃນແອລເອ ຂະຫຍາຍຕົວຈົນຕ້ອງປະກາດລະບຽບຫ້າມອອກໃນເຂດດາວທາວ ເປັນພື້ນທີ່ […]
ແຜ່ນດິນໄຫວ 6.5 ຄວາມເລິກ 10 ກິໂລແມັດ ທີ່ປະເທດໂຄລອມເບຍ ອັບເຕີຊັອກບໍ່ຕ່ຳກວ່າ 50 ຄັ້ງ

ເກີດແຜ່ນດິນໄຫວຮຸນແຮງທີ່ປະເທດໂຄລອມເບຍ ລວມທັງພື້ນທີ່ກຸງໂບໂກຕາ ເມື່ອຊ່ວງເຊົ້າຕຶ່ວັນອາທິດ 8 ມິຖຸນາ ທີ່ຜ່ານມາ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ ສຳນັກງານທາລະນີວິທະຍາຂອງໂຄລອມເບຍ ໃນທະວີບອາເມລິກາໃຕ້ ຖະແຫຼງການວ່າ ແຜ່ນດິນໄຫວທີ່ເກີດຂຶ້ນມີຂະໜາດ 6.5 ໃນລະດັບເລິກ 10-15 ກິໂລແມັດໃນ ແຂວງ ຄຸນດີນາມາກາ ແລະ ຍັງເກີດແຜ່ນດິນໄຫວຕໍ່ເນື່ອງ ຫຼື ອາເຟເຕີຊັອກຕາມມາອີກ 50 ຄັ້ງ ເຖິງແມ່ນວ່າຍັງບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດ ແຕ່ພົບວ່າກໍ່ໃຫ້ເກີດຄວາມເສຍຫາຍແກ່ເສັ້ນທາງ ແລະ ອາຄານຫຼາຍແຫ່ງ ໂດຍສະເພາະໂຄງສ້າງເກົ່າ ຫຼື ສ້າງມາດົນ ເຊັ່ນ: ໂບດ
‘ທຣຳ’ ກຽມສົ່ງກອງກຳລັງປ້ອງກັນຊາດ 2,000 ນາຍ ປາບຜູ້ປະທ້ວງ ໃນລອສແອນເຈລິສ

ລັດຖະບານຂອງ ປະທານາທິບໍດີໂດນັລ ທຣຳ ເປີດເຜີຍວ່າ ຈະສົ່ງ ກອງກຳລັງປ້ອງກັນຊາດ (National Guard) 2,000 ນາຍ ໄປປະຈຳການໃນພື້ນທີ່ ໃນຂະນະທີ່ເຈົ້າໜ້າທີ່ລັດຖະບານກາງໃນລອສແອນເຈລິສ ປະເຊີນໜ້າກັບຜູ້ປະທ້ວງສອງສາມຮ້ອຍຄົນ ໃນວັນປະທ້ວງວັນທີ 2 ຫຼັງຈາກມີການປາບປາມຜູ້ອົບພະຍົບ ພີທ ເຮກເຊັດ ລັດຖະມົນຕີກະຊວງປ້ອງກັນຊາດສະຫະລັດ ເຕືອນວ່າກະຊວງ ພ້ອມລະດົມທະຫານປະຈຳການ “ຖ້າຫາກຍັງຄົງມີຄວາມຮຸນແຮງເກີດຂຶ້ນ” ໃນລອສແອນເຈລິສ ແລະ ວ່າ ນາວິກໂຍທິນ ໃນຄ່າຍເພນເດີລຕັນ ທີ່ຕັ້ງຢູ່ໃກ້ຄຽງ “ຢູ່ໃນສະພາບເຝົ້າລະວັງ ແລະ ກຽມພ້ອມລະດັບສູງ” ໜ່ວຍງານຄວາມໝັ້ນຄົງລັດຖະບານກາງໄດ້ປະເຊີນໜ້າກັບຜູ້ຊຸມນຸມປະທ້ວງໃນພື້ນທີ່ພາຣາເມົາທ໌ ທາງຕາເວັນອອກສຽງໃຕ້ຂອງລອສແອນເຈລິສ ເມື່ອວັນເສົາ (ວັນທີ່່ 7 ) ຊຶ່ງເປັນພື້ນທີ່ທີ່ມີຜູ້ປະທ້ວງບາງຄົນຖືປ້າຍ ແລະ ທຸງປະເທດເມັກຊິໂກຮ່ວມຊຸມນຸມ ໃນຂະນະທີ່ຈຸດປະທ້ວງທີ່ 2 ເກີດຂຶ້ນໃນໃຈກາງເມືອງລອສແອນເຈລິສໃນຄືນວັນເສົາ ໂດຍມີຜູ້ຄົນຮ່ວມຊຸມນຸມປະມານ 60 ຄົນ ແລະ ພາກັນຮ້ອງສະໂລແກນປະທ້ວງຫຼາຍຢ່າງ ເຊັ່ນ: ICE out of […]
ພູເຂົາໄຟເອດນາ ຂອງອິຕາລີ ປະທຸເຖົ່າຖ່ານຂຶ້ນສູ່ທ້ອງຟ້າ

ສະຖາບັນທໍລະນີຟິສິກ ແລະ ພູເຂົາໄຟແຫ່ງຊາດຂອງອິຕາລີ ເຜີຍພາບຈາກກ້ອງໂທລະທັດວົງຈອນປີດແບບໄທມ໌ແລບ ທີ່ສະແດງໃຫ້ເຫັນພູເຂົາໄຟເອດນາ ເທິງເກາະຊິຊິລີ ກຳລັງປະທຸເມື່ອວານນີ້ (2 ມິຖຸນາ) ພົ່ນກຸ່ມຄວັນ ແລະ ເຖົ້າຖ່ານຂຶ້ນສູ່ທ້ອງຟ້າ ຕາມທີ່ທາງສະຖາບັນລະບຸ ກຸ່ມຄວັນດັ່ງກ່າວນ້າຈະເກີດຈາກການຖະລົ່ມຂອງພື້ນທີ່ດ້ານເທິງຂອງປາກປ່ອງທາງຕະວັນອອກສ່ຽງໃຕ້ຂອງພູເຂົາໄຟ ສຳນັກງານປ້ອງກັນໄພພົນລະເຮືອນໃນຊິຊິລີ ແນະນຳນັກໄປີນເຂົາຫຼີກເວັ້ນການຂຶ້ນຍອດພູເຂົາໄຟລູກນີ້ ຈົນກວ່າຈະມີການແຈ້ງເຕືອນໃຫ້ຮູ້ເພີ່ມເຕີມ ຢ່າງໃດກໍຕາມ ການປະທຸ ບໍ່ໄດ້ສົ່ງຜົນກະທົບຕໍ່ການດຳເນີນການຂອງສະໜາມບິນຄາຕາເນຍທີ່ຢູ່ໃກ້ຄຽງ ໂດຍເຈົ້າເມືອງ ກ່າວກັບສື່ທ້ອງຖິ່ນວ່າ ສະຖານະການຢູ່ພາຍໃຕ້ການຄວບຄຸມ ແລະ ວ່າເປັນປະກົດການທີ່ເກີດຂຶ້ນຕະຫຼອດ