ລົດຕູ້ແຮງງານລາວຢູ່ໄທຕຳທ້າຍລົດສີບລໍ້ ເສຍຊີວິດ 1 ແລະ ເຈັບໜັກ 4 ຄົນ

ເກີດເຫດລົດຕູ້ໂດຍສານໄທພາແຮງງານລາວໄປຕໍ່ໜັງສືຜ່ານແດນແລ້ວເກີດອຸບັດເຫດຕໍາທ້າຍລົດ ສີບລໍ້ ໃນຕອນເຊົ້າຂອງວັນທີ 7 ກຸມພາ 2024 ທີ່ຜ່ານມາ ຢູ່ຈັງຫວັດສະເຊິງເຊົາ ປະເທດໄທໄດ້ເຮັດໃຫ້ແຮງງານລາວເສຍຊີວິດ 1, ເຈັບໜັກ 4 ຄົນ. ໃນລົດຕູ້ໂດຍສານຄັນດັ່ງກ່າວມີຜູ້ໂດຍສານທັງໝົດ 16 ຄົນ, ຫຼັງຈາກເກີດອຸບັດເຫດເຈົ້າໜ້າທີ່ໄດ້ນໍາຕົວຄົນເຈັບທັງໝົດ 15 ຄົນຮັກສາໂຕຢູ່ທີ່ໂຮງໝໍທີ່ປະເທດໄທ. ຮອດປັດຈຸບັນນີ້, ຜູ້ບາດເຈັບຈໍານວນໜຶ່ງໄດ້ອອກຈາກໂຮງໝໍແລ້ວ ແຕ່ຍັງມີຄົນເຈັບຈໍານວນໜຶ່ງຍັງນອນຮັກສາຕົວຢູ່ທີ່ໂຮງໝໍ. ລາຍລະອຽດຕ່າງໆຈະລາຍງານຕາມພາຍຫຼັງ.

ຢີ່ປຸ່ນອີກແລ້ວ! ສາວຖືມີດເຂົ້າໄປໃນສະຖານີລົດໄຟເມືອງໂຕກຽວ ມີ 4 ຄົນໄດ້ຮັບ

ວັນ​ທີ 3 ທັນ​ວາ 2024, ນັກ​ຂ່າວ​ NHK ໄດ້ລາຍ​ງານ​ວ່າ ເວລາ 23:00 ​ໂມງຕາມ​ເວລາ​ທ້ອງ​ຖິ່ນ​ຂອງ​ຍີ່​ປຸ່ນ ໄດ້ເກີດເຫດການຍິງສາວຄົນໜຶ່ງ ຖືມີດແກ່ວງໄປມາ ທີ່ສະ​ຖາ​ນີລົດໄຟ ເຈອາ ອາກິຮາບາຣະ ໃນນະຄອນ​ໂຕ​ກຽວ ສົ່ງຜົນໃຫ້ມີຜູ້ບາດເຈັບ 4 ຄົນ ແລະ ນຳທັງໝົດນຳສົ່ງໄປໂຮງໝໍແລ້ວ. ໂດຍມີລາຍງານວ່າ ​ເຈົ້າ​ໜ້າ​ທີ່​ສາມາດ​ຈັບ​ກຸມຕົວຍິງວສາວ​ຜູ້ຖືມີດ​ນັ້ນ​ໄດ້ ​ແລະ ​ກຳລັງ​ສືບສວນ​ເຫດການ​ດັ່ງກ່າວ​ຢ່າງ​ລະອຽດ​ເພື່ອ​ຊອກ​ຫາ​ສາເຫດ​ທີ່​ເກີດ​ຂຶ້ນ ໃນຂະນະດຽວກັນ, ໃນໂລກອອນລາຍ, ໄດ້ມີການເຜີຍແຜ່ຄລິບນາທີທີ່ຕຳຫຼວດໄດ້ເຂົ້າຄວບຄຸມຕົວຜູ້ກະທຳຜິດຢູ່ເທິງລົດໄຟໄຟຟ້າ. なんか秋葉原駅の山手線の車内で包丁振り回したらしい、、、怪我人も出てるし、、、犯人女だったし、、、ホストか何かなのかな?? pic.twitter.com/APGnMSqzH2 — ŧ‹”ŧ‹”ŧ‹”ŧ‹”ハルクンŧ‹”ŧ‹”ŧ‹”ŧ‹” (@hahanoruru) January 3, 2024

ເຂົ້າຫວຽດນາມ ຄອງແຊັມເຂົ້າດີທີ່ສຸດໃນໂລກ

ເວັບໄຊ vietnam plus ລາຍງານວ່າ ເຂົ້າ ST25 ຂອງຫວຽດນາມໄດ້ຮັບລາງວັນຊະນະເລີດ ຈາກການປະກວດເຂົ້າທີ່ດີທີ່ສຸດໃນໂລກປະຈຳປີ 2023 ໃນການປະຊຸມເຂົ້ານານາຊາດປະຈຳປີ 2023 ຈັດຂຶ້ນທີ່ປະເທດຟີລິບປິນ ເມື່ອບໍ່ດົນມານີ້. ການປະກວດ ຫຼື ແຂ່ງຂັນຄັ້ງນີ້ ຈັດໂດຍ The Rice Trader ຜູ້ຊ່ຽວຊານດ້ານອຸດສາຫະກຳເຂົ້າທົ່ວໂລກ ໂດຍເກັບຕົວຢ່າງເຂົ້າຈາກ 10 ປະເທດເຂົ້າຮ່ວມໃນປີ ນີ້, ຜ່ານການແຂ່ງຂັນປາກົດວ່າ ເຂົ້າ ST25 ຈາກຫວຽດນາມຊະນະເລີດໃນການແຂ່ງຂັນ, ອັນດັບ 2 ໄດ້ແກ່ເຂົ້າຈາກກຳປູເຈຍ ແລະ ອັນດັບ 3 ເຂົ້າຈາກອິນເດຍ. ຄັ້ງນີ້ ຖືວ່າເປັນຄັ້ງທີ 2 ທີ່ເຂົ້າຈາກຫວຽດນາມໄດ້ຮັບລາງວັນຊະນະເລີດ ໂດຍກ່ອນຫນ້ານີ້ເຂົ້າ Ong Cua ST25 ຂອງຫວຽດນາມກໍໄດ້ຮັບລາງວັນຊະນະເລີດເຂົ້າທີ່ດີທີ່ສຸດມາແລ້ວໃນປີ 2019 ຈັດຂຶ້ນທີ່ຟີລິບປິນ ແລະ ໄດ້ລາງວັນອັນດັບ 2 ໃນປີ 2020 ທີ່ສະຫະລັດອາເມຣິກາ. ລາຍງານລະບຸວ່າ: ເຂົ້າ […]

ອົງການກາແດງ ມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງປາກກະດິງ

ເມື່ອບໍ່ດົນມານີ້, ທ່ານ ກາວິພອນ ສຸດທິ ຫົວໜ້າຫ້ອງການ ອົງການກາແດງແຫ່ງຊາດລາວ ພ້ອມຄະນະ, ຫົວໜ້າອົງການກາແດງແຂວງບໍລິຄຳໃຊ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ທີ່ໄດ້ຮັບການສະນັບສະໜູນຈາກ ສະຖານທູດໄທ ປະຈຳ ສປປ ລາວ ແລະ ຄະນະປ້ອງກັນ ແລະ ປາບປາມຢາເສບຕິດປະເທດໄທ ໄປຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 6 ບ້ານ, 302 ຄອບຄົວ, 707 ຄົນ ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ເຊິ່ງເຄື່ອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້, ປະກອບມີ: ເຂົ້າສານຈ້າວ 1.218 ກິໂລ, ນໍ້າດື່ມ 906 ແພັກ, ປ່ອງປາ 2.114 ປ່ອງ, ໝີ່ກ່ອງ 604 ກ່ອງ, ໝີ່ສຳເລັດຮູບ 906 ຫໍ່ ແລະ ເຄື່ອງນຸ່ງຫົ່ມ 1.200 ຜືນ ລວມມູນຄ່າທັງໝົເ 100 ລ້ານກວ່າກີບ. ໂອກາດດັ່ງກ່າວ, ຕາງໜ້າໃຫ້ແກ່ອຳນາດການປົກຄອງບ້ານ ແລະ […]

ເລັ່ງຄົ້ນຫາເຮືອດໍານໍ້າທົວຊາກໄທທານິກສູນຫາຍໃຕ້ທະເລເລິກ ຢ້ານອົກຊີເຫລືອ 70-96 ຊົ່ວໂມງ

ອາເມລິກາ ແລະ ການາດາ ລະດົມເຮືອ ແລະ ເຮືອບິນເດີນໜ້າປະຕິບັດການຄົ້ນຫາ ແລະ ກູ້ໄພຄັ້ງໃຫຍ່ກາງມະຫາສະໝຸດອັດລັງຕິກ ຫລັງເຮືອດໍານໍ້ານຳທ່ຽວຂະໜາດນ້ອຍ ພ້ອມເຈົ້າໜ້າທີ່ຜູ້ຄວບຄຸມເຮືອ 1 ຄົນ ແລະ ຜູ້ໂດຍສານ 4 ຄົນ ສູນຫາຍໄປໃນວັນທີ 18 ມິຖຸນາຜ່ານມາ ລະຫວ່າງພານັກທ່ອງທ່ຽວດໍານໍ້າລົງໄປເບິ່ງຊາກເຮືອໄທທານິກ ຢູ່ບໍລິເວນນອກຝັ່ງເມືອງເຊນຈອນ ລັດນິວຟາວແລນ ທາງຕາເວັນອອກສຽງໃຕ້ຂອງການາດາ ແລະ ຫ່າງຈາກແຫລມເຄບຄອດ ລັດແມສຊາຊູເຊດຂອງອາເມລິກາ ປະມານ 1.450 ກິໂລແມັດ. ເຈົ້າໜ້າທີ່ຍາມຝັ່ງຂອງອາເມລິກາ ເປີດເຜີຍວ່າ: ເຮືອດໍານໍ້າລໍານີ້ ເຊິ່ງມີຊື່ວ່າ: Titan ນໍ້າໜັກກວ່າ 11,5 ໂຕນ ບັນທຸກຜູ້ໂດຍສານໄດ້ 5 ຄົນ ຂາດການຕິດຕໍ່ກັບເຮືອສະໜັບສະໜູນຫລັງຈາກດໍານໍ້າເລິກລົງໄປໃຕ້ທະເລປະມານ 1 ຊົ່ວໂມງ 45 ນາທີ. ຂະນະທີ່ເຮືອດໍານໍ້າລໍານີ້ສາມາດຢູ່ໃຕ້ນໍ້າໂດຍມີອົກຊີສໍາຮອງທີ່ຢູ່ໄດ້ເຖິງ 70-96 ຊົ່ວໂມງ ສົ່ງຜົນໃຫ້ການຄົ້ນຫາຕ້ອງດໍາເນີນຢ່າງຮີບດ່ວນທ່າມກາງເວລາທີ່ເຫລືອໜ້ອຍ.ທັງນີ້, ບໍລິສັດ OceanGate Expeditions ທີ່ໃຫ້ບໍລິການເຮືອດໍານໍ້າດັ່ງກ່າວ ລະບຸໃນຖະແຫລງການວັນທີ 19 […]

ອຸທາຫອນ ສຳລັບຄົນທີ່ຢາກເສີມດັງ ສາວຊັອກຄາຕຽງຄົນເຈັບ ກ່ອນເສຍຊີວິດ

ເຕືອນໄພສາວໆທີ່ມັກເສີມຄວາມງາມ ໄດ້ມີສາວມາແກ້ດັງຢູ່ຄຣີນິກເສີມຄວາມງາມແຫ່ງໜຶ່ງ ເມື່ອມີການວາງຢາສະລົບ ສຳພັດເກີດມີອາການຊັອກ ອຸນຫະພູມຮ່າງກາຍຂຶ້ນສູງ ກ່ອນທີ່ຈະເສຍຊີວິດຄາຕຽງໃນຄຣີນິກ. ໃນວັນທີ 15 ມິຖຸນາ 2023 ທີ່ປະເທດໄທ ທາງເຈົ້າໜ້າທີ່ໄດ້ຮັບແຈ້ງເຫດ ເມື່ອເຖິງຈຸດເກີດເຫດກໍພົບຮ່າງຜູ້ເສຍຊີວິດ 1 ຄົນ ຊື່ ສິລິນຍາ ເພດຍິງ ອາຍຸ 25 ປີ ໂດຍນາງ ສິລິນຍາ ໄດ້ໄປເສີມດັງຢູ່ຄຣີນິກບ່ອນອື່ນມາ ແຕ່ກໍມີບັນຫາດັງທະລຸ ຈຶ່ງຢາກແກ້ດັງ ແລ້ວໄດ້ເອົາຊິລີໂຄນດັງອັນເກົ່າອອກ ເມື່ອບາດເຊົາດີຈຶ່ງໄດ້ກັບມາ ເພື່ອທີ່ຈະເສີມດັງໃໝ່. ໃນຂະນະທີ່ຈະເສີມດັງ ທ່ານໝໍກໍໄດ້ໃຫ້ນາງ ສິລິນຍາ ດົມຢາສະລົບ ເມື່ອດົມຢາສະລົບແລ້ວຮ່າງກາຍກໍມີອຸນຫະພູມສູງຂຶ້ນຜິດປົກກະຕິ ແລ້ວຫົວໃຈກໍຢຸດເຕັ້ນ. ປັດຈຸບັນ ເຈົ້າໜ້າກຳລັງສືບສວນສອບສວນ ຫາສາເຫດການເສຍຊີວິດຢ່າແທ້ຈິງ. ແຫຼ່ງຂ່າວ thairath ທີ່ມາ laopost

ພົບໜິ້ວ ທີ່ໃຫ່ຍທີ່ສຸດໃນໂລກ ຂອງຄົນເຈັບປະເທດສີລັງກາ

ພະຍາດກ້ອນໜິ້ວ ແມ່ນພະຍາດທີ່ເກີດຈາກການສະສົມຂອງແຮ່ທາດແຂງຊະນິດຕ່າງໆ ເນື່ອງຈາກແຮ່ທາດນັ້ນມີຂະໜາດຫຼາຍເກີນກ່ວາປົກກະຕິ,ພາຍໃນໄລຍະເວລາໃດໜຶ່ງມັນຈະຮວມໂຕກັນເປັນກ້ອນແຂງ, ເຊິ່ງສ່ວນໃຫຍ່ມັກຈະເກີດຂຶ້ນຢູ່ທີ່ບໍລິເວນ ໂກນໝາກໄຂ່ຫຼັງ ແລະ ທາງເດີນປັດສະວະ ອັນເປັນຜົນມາຈາກປັດສະວະມີຄວາມເຂັ້ມຂຸ້ນ ແລ້ວຕົກຕະກອນຈົນກາຍເປັນກ້ອນໜິ້ວ. ໂດຍກ້ອນໜິ້ວນີ້ແມ່ນຈະມີຊະນິດ ແລະ ຂະໜາດທີ່ແຕກຕ່າງກັນໄປຕາມແຕ່ລະປັດໄຈຂອງແວດລ້ອມຊະນິດຕ່າງໆ. ໃນປັດຈຸບັນ,ຖືວ່າເປັນທີ່ປະຫຼາດໃຈຫຼາຍ ເມື່ອແພດໄດ້ກວດພົບກ້ອນໜິ້ວທີ່ມີຂະໜາດ ແລະ ຮູບຮ່າງໃຫຍ່ທີ່ໃນໂລກຢູ່ໃນທ້ອງຂອງຜູ້ປ່ວຍຈາກປະເທດສີລັງກາ ໂດຍກ້ອນໜິ້ວທີ່ຖືກຄົ້ນພົບໃນເທື່ອນີ້ແມ່ນມີຄວາມຍາວເຖິງ 13.372 ຊັງຕີແມັດ ແລະ ມີນໍ້າໜັກຢູ່ທີ່ 801 ກຮັມ ເຊິ່ງຖືວ່າເປັນການທໍາລາຍສະຖິຕິໂລກເຖິງໂລກເຖິງ 2 ຢ່າງນັ້ນກໍຄື ທໍາລາຍສະຖິຕິກ້ອນໜິ້ວທີ່ຍາວທີ່ສຸດໃນໂລກເມື່ອປີ 2004 ທີ່ມີຄວາມຍາວ 13 ຊັງຕີແມັດຢູ່ທີ່ປະເທດອິນເດຍ ແລະ ທໍາລາຍສະຖິຕິກ້ອນໜິ້ວທີ່ມີນໍ້າໜັກຫຼາຍທີ່ສຸດໃນໂລກທີ່ມີນໍ້າໜັກ 620 ກຮັມຢູ່ປະເທດປາກິດສະຖານເມື່ອປີ 20008. ໂດຍໃນເທື່ອນີ້ຜູ້ປ່ວຍຄົນດັ່ງກ່າວແມ່ນ ໄດ້ເຂົ້າຮັບການຜ່າຕັດຢູ່ທີ່ໂຮງໝໍກອງທັບໂຄລອມໂບ ຂອງປະເທດສີລັງກາ ເມື່ອວັນທີ 1 ມິຖຸນາທີ່ຜ່ານມາ ເຊິ່ງການຜ່າຕັດໃນເທື່ອນີ້ແມ່ນສາມາດດໍາເນີນໄປດ້ວຍດີ ພ້ອມທັງຍັງມີການບັນທຶກພາບຕະຫຼອດໄລຍະຂອງການຜ່າຕັດ ອັນເນື່ອງຈາກການຜ່າຕັດໃນເທື່ອນີ້ ແມ່ນເປັນທີ່ສົນໃຈເປັນພິເສດຈາກຄົນຫຼາຍໆປະເທດທົ່ວໂລກ.

ຄວາມຈິງຖືກເປີດເຜີຍ ເມື່ອຊ່າງຖ່າຍຮູບສາວຍ່າງຊັອບປິ້ງ ສຸດທ້າຍກາຍເປັນຫຼັກຖານສຳຄັນ

ນຶ່ງ​ໃນ​ຄລິບດັງທີ່​ຖືກກ່າວ​ຖືກ​​ລົງ​ໃນ​ Douyin. ໂຊຊ້ຽວຂອງຈີນ ເປັນຄລິບຂອງຊ່າງພາບທີ່ມັກຖ່າຍຕາມຖະຫນົນ. ຜູ້ທີ່ຖ່າຍ clip ຂອງແມ່ຍິງຄົນໜຶ່ງທີ່ສວຍງາມແລະເປັນທີ່ຕາຈັບຂອງໃຜຫຼາຍຄົນທີ່ຂະນະຍ່າງ ຍ່າງຈັບມືກັບຊາຍໄວກາງຄົນ ແລະຊັອບປິ້ງໃນເຂດການຄ້າຊື່ດັງແຫ່ງໜຶ່ງ ເຊິ່ງຊ່າງພາບຖ່າຍເພາະຜູ້ຍິງຄົນນັ້ນງາມ, ຮູບຮ່າງດີ, ເປັນຕາຈັບໃຈ ແລະ ມີຈຸດປະສົງພຽງແຕ່ຢາກຖ່າຍເປັນຄລິບທີ່ຊື່ນຊົມຄວາມງາມຂອງຜູ້ຍິງຄົນນີ້ເທົ່ານັ້ນ. ແຕ່​ພໍ clip ກາຍເປັນທີ່ຮືຮາກັບກາຍເປັນຫຼັກຖານທີ່ສໍາຄັນ ເມື່ອມີຖືກຄົນຄົ້ນພົບວ່າ ຜູ້ຊາຍຍ່າງຈັບມືກັບນາງ ແມ່ນຜູ້ບໍລິຫານລະດັບສູງ ຕຳແໜ່ງກຳມະການບໍລິຫານ ແລະຍັງເປັນເລຂາທິການຂອງຄະນະກໍາມະການຂອງພັກການເມືອງທີ່ມີຊື່ສຽງ ແລະຍັງດຳລົງຕຳແໜ່ງຜູ້ຈັດການທົ່ວໄປຂອງບໍລິສັດພະລັງງານທີ່ໃຫຍ່ທີ່ສຸດຂອງປະເທດ. ເຊິ່ງແນ່ນອນ ຜູ້​ຊາຍ​ຄົນ​ນີ້​ໄດ້​ແຕ່ງ​ງານ​ແລະ​ມີ​ເມຍ​ແລ້ວ. แหล่งข่าววงในยังแฉอีกว่า หญิงในคลิปที่เดินจูงมือกับเขา น่าจะมีความสัมพันธ์เป็น ภรรยาลับๆ ของผู้บริหารรายนี้ และที่แซ่บกว่านั้นคือ เธอยังทำงานที่เดียวกับภรรยาของฝ่ายชายอีกด้วย ແຫຼ່ງຂ່າວພາຍໃນຍັງເປີດເຜີຍວ່າ ຜູ້ຍິງໃນຄລິບໄດ້ຍ່າງຈັບມືກັບລາວ. ແລະຄວາມສໍາພັນໜ້າຈະເປັນພັນລະຍາລັບໆຂອງຜູ້ບໍລິຫານຄົນນີ້. ແລະສິ່ງທີ່ແຊບໄປກວ່ານັ້ນແມ່ນ ນາງຍັງເຮັດວຽກຢູ່ບ່ອນດຽວກັນກັບພັນລະຍາຂອງຜູ້ຊາຍຄົນນີ້.

ພົບແລ້ວເດັກນ້ອຍ 4 ຄົນ ທີ່ຫລົງປ່າເປັນເວລາ 40 ວັນ ຫລັງເຫດເຮືອບິນຕົກ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 9 ມິຖຸນາ 2023 ຜ່ານມາ, ປະ​ທາ​ນາ​ທິ​ບໍ​ດີ​ ກູສຕາໂວ ເປໂຕຣ ຂອງໂກ​ລົມ​ບີ ປະ​ກາດ​ຂ່າວ​ດີວ່າ ພົບເດັກນ້ອຍຊົນເຜົ່າພື້ນເມືອງ 4 ຄົນ ອາຍຸ 13 ປີ, 9 ປີ, 4 ປີ ແລະ ເດັກອາຍຸ 11 ເດືອນ ທີ່ໄດ້ຫລົງປ່າຫລັງຈາກປະສົບເຫດເຮືອບິນຕົກຢູ່ໃນປ່າອາເມຊອນ ເປັນເວລາ 40 ວັນ ໃນວັນທີ 1 ພຶດສະພາ 2023 ທີ່ຜ່ານມາ, ຍັງ​ມີ​ຊີ​ວິດ​ຢູ່ ແລະ ໄດ້ຮັບການຊ່ວຍເຫລືອ ຕະຫລອດເວລາ​ຂອງ​ການ​ປະ​ຕິ​ບັດ​ການ​ຄົ້ນ​ຫາ​ຫລາຍ​ອາ​ທິດ ເຈົ້າ​ໜ້າ​ທີ່​ໄດ້​ພົບ​ພຽງເບາະແສພຽງ​ເລັກ​ນ້ອຍເຊັ່ນ: ຮອຍຕີນຂອງເດັກນ້ອຍ, ຜ້າອ້ອມທີ່ໃຊ້ແລ້ວ, ແລະ ຂວດນົມເດັກນ້ອຍ. ຫລ້າສຸດ ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ຊຸມ​ຊົນ​ພື້ນ​ເມືອງ​ຢູ່​ໃກ້​ກັບ​ບ່ອນ​ເຮືອບິນຕົກ ​ເຮັດ​ໃຫ້​ທະຫານ​ຊອກ​ຫາ​ເດັກນ້ອຍເຫັນ ແລະ ​ພວກເຂົາຍັງມີຊີວິດ​ລອດ​​ຢູ່​ໃນກາງ​ປ່າ ສ້າງຄວາມຍິນດີ​ໃຫ້ກັບຊາວ​ໂກລົມບີທົ່ວປະເທດ​ ໂດຍສະເພາະແມ່ນສະມາຊິກໃນຄອບຄົວ ເມື່ອໄດ້ຮູ້ຂ່າວ.

ອິນເດຍ ເປີດເຜີຍສາເຫດລົດໄຟ 3 ຂະບວນຕຳກັນເສຍຊີວິດ 288 ຄົນ

ອິນເດຍ ເປີດເຜີຍສາເຫດລົດໄຟ 3 ຂະບວນຕຳກັນເສຍຊີວິດ288ຄົນ ຂປລ.ຕາມ​ຂ່າວ​ຈາກ ນະຄອນຫລວງ ​ນີວ​​ແດນ​ລີ,ວັນ​ທີ5 ​ມິຖຸນາ​ນີ້​ ກະຊວງ​ ການ​ລົດ​ໄຟ ອິນ​ເດຍ ອອກ​ຖະ​ແຫລ​ງການ ກ່ຽວ​ກັບ ​ຜົນ​ການ ​ສືບສວນ​ ສອບ​ສວນ​ ເບື້ອງ​ຕົ້ນ ພົບ​ວ່າ: ​ເກີດ​ຄວາມ​ຜິດພາດ ​ໃນ​ການ​ສົ່ງ​ ສັນຍານ​ກັບ ​ຂະ​ບວນ ລົດ​ໄຟ ທີ່​ລັດ​ ໂອຣີສສາ ​ເປັນສາ​ເຫດ​ຫລັກ ​ເຮັດ​ໃຫ້​ເກີດ​ ອຸບັດ​ເຫດ ​ລົດ​​ໄຟ 3 ຂະ​ບວນ ຕຳ​ກັນ ຢ່າງ​ແຮງ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ​288 ​ຄົນ ​ແລະ ບາດ​ເຈັບ 800ກວ່າ​ຄົນ.ນັບ​ຕັ້ງ​ແຕ່​ ອຸ​ບັດ​ຕິ​ເຫດ ​ຂອງ​ລົດ​ໄຟ ​ຜູ້​ໂດຍ​ສານ ​ເສຍ​ຫລັກ ຈາກ​ຮາງ​ ແລ້ວ​ຕົກລົງ​ ໃນ​ແມ່​ນ້ຳ ທ່າມກາງ ​ພາຍຸ ລັດ​ພິຫານ ທາງ​ຕາ​ເວັນ​ອອກ ​ຂອງ​ປະ​ເທດ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ ​ຫລາຍ​ກວ່າ […]