ດວງ-Tou-Vientianepost (96)
ພົບໜິ້ວ ທີ່ໃຫ່ຍທີ່ສຸດໃນໂລກ ຂອງຄົນເຈັບປະເທດສີລັງກາ
ຮຽບຮຽງໂດຍ:Staff
ເຜີຍແຜ່: 16 June, 2023
ໝວດ: ຂ່າວ

ພະຍາດກ້ອນໜິ້ວ ແມ່ນພະຍາດທີ່ເກີດຈາກການສະສົມຂອງແຮ່ທາດແຂງຊະນິດຕ່າງໆ ເນື່ອງຈາກແຮ່ທາດນັ້ນມີຂະໜາດຫຼາຍເກີນກ່ວາປົກກະຕິ,ພາຍໃນໄລຍະເວລາໃດໜຶ່ງມັນຈະຮວມໂຕກັນເປັນກ້ອນແຂງ, ເຊິ່ງສ່ວນໃຫຍ່ມັກຈະເກີດຂຶ້ນຢູ່ທີ່ບໍລິເວນ ໂກນໝາກໄຂ່ຫຼັງ ແລະ ທາງເດີນປັດສະວະ ອັນເປັນຜົນມາຈາກປັດສະວະມີຄວາມເຂັ້ມຂຸ້ນ ແລ້ວຕົກຕະກອນຈົນກາຍເປັນກ້ອນໜິ້ວ. ໂດຍກ້ອນໜິ້ວນີ້ແມ່ນຈະມີຊະນິດ ແລະ ຂະໜາດທີ່ແຕກຕ່າງກັນໄປຕາມແຕ່ລະປັດໄຈຂອງແວດລ້ອມຊະນິດຕ່າງໆ.

ໃນປັດຈຸບັນ,ຖືວ່າເປັນທີ່ປະຫຼາດໃຈຫຼາຍ ເມື່ອແພດໄດ້ກວດພົບກ້ອນໜິ້ວທີ່ມີຂະໜາດ ແລະ ຮູບຮ່າງໃຫຍ່ທີ່ໃນໂລກຢູ່ໃນທ້ອງຂອງຜູ້ປ່ວຍຈາກປະເທດສີລັງກາ ໂດຍກ້ອນໜິ້ວທີ່ຖືກຄົ້ນພົບໃນເທື່ອນີ້ແມ່ນມີຄວາມຍາວເຖິງ 13.372 ຊັງຕີແມັດ ແລະ ມີນໍ້າໜັກຢູ່ທີ່ 801 ກຮັມ ເຊິ່ງຖືວ່າເປັນການທໍາລາຍສະຖິຕິໂລກເຖິງໂລກເຖິງ 2 ຢ່າງນັ້ນກໍຄື ທໍາລາຍສະຖິຕິກ້ອນໜິ້ວທີ່ຍາວທີ່ສຸດໃນໂລກເມື່ອປີ

2004 ທີ່ມີຄວາມຍາວ 13 ຊັງຕີແມັດຢູ່ທີ່ປະເທດອິນເດຍ ແລະ ທໍາລາຍສະຖິຕິກ້ອນໜິ້ວທີ່ມີນໍ້າໜັກຫຼາຍທີ່ສຸດໃນໂລກທີ່ມີນໍ້າໜັກ 620 ກຮັມຢູ່ປະເທດປາກິດສະຖານເມື່ອປີ 20008.
ໂດຍໃນເທື່ອນີ້ຜູ້ປ່ວຍຄົນດັ່ງກ່າວແມ່ນ ໄດ້ເຂົ້າຮັບການຜ່າຕັດຢູ່ທີ່ໂຮງໝໍກອງທັບໂຄລອມໂບ ຂອງປະເທດສີລັງກາ ເມື່ອວັນທີ 1 ມິຖຸນາທີ່ຜ່ານມາ ເຊິ່ງການຜ່າຕັດໃນເທື່ອນີ້ແມ່ນສາມາດດໍາເນີນໄປດ້ວຍດີ ພ້ອມທັງຍັງມີການບັນທຶກພາບຕະຫຼອດໄລຍະຂອງການຜ່າຕັດ ອັນເນື່ອງຈາກການຜ່າຕັດໃນເທື່ອນີ້ ແມ່ນເປັນທີ່ສົນໃຈເປັນພິເສດຈາກຄົນຫຼາຍໆປະເທດທົ່ວໂລກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ