ວິທີການນຳໃຊ້ເຄື່ອງປຸງລົດຊາດອາຫານທຳມະຊາດເພື່ອສຸຂະພາບທີ່ດີ

ໃນຍຸກທີ່ຜູ້ຄົນຫັນມາໃສ່ໃຈສຸຂະພາບຫຼາຍຂຶ້ນ, ການນຳໃຊ້ເຄື່ອງປຸງລົດຊາດທຳມະຊາດໃນການປຸງແຕ່ງອາຫານກຳລັງເປັນທີ່ນິຍົມ. ບໍ່ພຽງແຕ່ຊ່ວຍເພີ່ມລົດຊາດອາຫານໃຫ້ແຊບຂຶ້ນເທົ່ານັ້ນ, ແຕ່ຍັງມີປະໂຫຍດຕໍ່ສຸຂະພາບອີກດ້ວຍ. ຜົນການສຶກສາຄົ້ນຄວ້າລ່າສຸດຈາກສະຖາບັນອາຫານແຫ່ງຊາດພົບວ່າ ການໃຊ້ສະໝຸນໄພ ແລະ ເຄື່ອງເທດທຳມະຊາດແທນເກືອ ຫຼື ນ້ຳຕານຫຼາຍເກີນໄປສາມາດຊ່ວຍຫຼຸດຄວາມສ່ຽງຂອງພະຍາດຫົວໃຈ ແລະ ເບົາຫວານໄດ້. ເຄື່ອງເທດທີ່ຄວນມີຕິດເຮືອນຄົວ: ຂີງ: ຊ່ວຍລະບົບຍ່ອຍອາຫານ ແລະ ມີຄຸນສົມບັດຕ້ານການອັກເສບ ຂ່າ: ເສີມພູມຄຸ້ມກັນ ແລະ ຕ້ານເຊື້ອແບັກທີເຣຍ ຂີ້ໝິ້ນ: ມີສານຕ້ານອະນຸມູນອິດສະຫຼະສູງ, ຊ່ວຍຕ້ານການອັກເສບ ໃບກະເພົາ: ອຸດົມດ້ວຍວິຕາມິນ A, C, K ແລະ ແຮ່ທາດຕ່າງໆ ຫົວໃຄ: ມີສານປະກອບກຳມະຊັນທີ່ຊ່ວຍຮັກສາສຸຂະພາບຫົວໃຈ “ການນຳໃຊ້ສະໝຸນໄພ ແລະ ເຄື່ອງເທດທຳມະຊາດບໍ່ພຽງແຕ່ເຮັດໃຫ້ອາຫານມີລົດຊາດແຊບຂຶ້ນເທົ່ານັ້ນ, ແຕ່ຍັງເປັນການເພີ່ມໂພຊະນາການໃຫ້ກັບມື້ອາຫານຂອງທ່ານອີກດ້ວຍ
ສາຍໄຟຟ້າຕົກດິນຕ້ອງເຮັດແນວໃດ

ໃນຊ່ວງນີ້ ໄດ້ມີລາຍງານຫຼາຍກໍລະນີສາຍໄຟຟ້າຕົກດິນໃນຫຼາຍເຂດຂອງປະເທດ. ເຫດການດັ່ງກ່າວເປັນອັນຕະລາຍຫຼາຍຕໍ່ຊີວິດແລະຊັບສິນຂອງປະຊາຊົນ. ການໄຟຟ້າແຫ່ງຊາດລາວໄດ້ອອກຄໍາແນະນໍາກ່ຽວກັບຂັ້ນຕອນການຮັບມືກັບສະຖານະການດັ່ງກ່າວ. ເມື່ອພົບເຫັນສາຍໄຟຟ້າຕົກດິນຫຼືຂາດ, ປະຊາຊົນຄວນປະຕິບັດດັ່ງນີ້: ຢ່າເຂົ້າໃກ້ສາຍໄຟຟ້າເດັດຂາດ – ຮັກສາໄລຍະຫ່າງຢ່າງໜ້ອຍ 10 ແມັດຈາກສາຍໄຟຟ້າທີ່ຕົກດິນ. ສາຍໄຟຟ້າອາດຈະຍັງມີກະແສໄຟຟ້າໄຫຼຜ່ານແລະສາມາດເຮັດໃຫ້ເກີດອັນຕະລາຍເຖິງຊີວິດໄດ້. ວິທີອອກຫ່າງຈາກສາຍໄຟຟ້າຕົກດິນຢ່າງປອດໄພ: ຖ້າທ່ານກໍາລັງຢືນຢູ່ໃກ້ສາຍໄຟຟ້າທີ່ຕົກດິນ – ໃຫ້ຄ່ອຍໆ ຍ່າງອອກໂດຍການໃຊ້ວິທີ “ກະໂດດຕີນຕິດຕີນ” ໂດຍການເອົາຕີນທັງສອງຂ້າງຊິດກັນແລະກະໂດດເທື່ອລະນ້ອຍ. ການເຮັດແບບນີ້ຈະຊ່ວຍປ້ອງກັນກະແສໄຟຟ້າໄຫຼຜ່ານຮ່າງກາຍຂອງທ່ານ. ຢ່າຍ່າງແບບປົກກະຕິ – ເພາະກະແສໄຟຟ້າສາມາດໄຫຼຜ່ານພື້ນດິນແລະສ້າງຄວາມຕ່າງສັກໄຟຟ້າທີ່ສາມາດເຮັດໃຫ້ເກີດໄຟຟ້າຊ໊ອດໄດ້. ຖ້າຢູ່ໃນລົດ – ໃຫ້ຢູ່ໃນລົດແລະໂທຫາເບີສຸກເສີນ. ຖ້າຈໍາເປັນຕ້ອງອອກຈາກລົດເນື່ອງຈາກເກີດໄຟໄໝ້ຫຼືເຫດສຸກເສີນອື່ນໆ, ໃຫ້ກະໂດດອອກຈາກລົດໂດຍບໍ່ໃຫ້ສ່ວນໃດສ່ວນໜຶ່ງຂອງຮ່າງກາຍສໍາຜັດກັບລົດແລະພື້ນດິນພ້ອມກັນ, ຈາກນັ້ນໃຊ້ວິທີກະໂດດຕີນຕິດຕີນອອກຫ່າງຈາກສະຖານທີ່. ແຈ້ງເຫດດ່ວນທັນທີ – ໂທຫາເບີໂທລະສັບສຸກເສີນຂອງການໄຟຟ້າລາວ 1199 ຫຼື ເບີໂທລະສັບສຸກເສີນຂອງຕໍາຫຼວດ 1191 ທັນທີ. ໃຫ້ຂໍ້ມູນສະຖານທີ່ທີ່ຊັດເຈນແລະສະພາບການທີ່ເກີດຂຶ້ນ. ເຕືອນຄົນອື່ນໃຫ້ຢູ່ຫ່າງ – ຕັ້ງເຄື່ອງໝາຍຫຼືກັ້ນບໍລິເວນທີ່ມີອັນຕະລາຍເພື່ອເຕືອນຄົນອື່ນໃຫ້ຫຼີກເວັ້ນການເຂົ້າໃກ້ພື້ນທີ່ດັ່ງກ່າວ. ກໍລະນີມີຜູ້ປະສົບເຫດ – ຖ້າມີຜູ້ໄດ້ຮັບບາດເຈັບຈາກກະແສໄຟຟ້າຊ໊ອດ, ຢ່າສໍາຜັດກັບຜູ້ບາດເຈັບໂດຍກົງ. ໃຫ້ໃຊ້ວັດຖຸທີ່ເປັນສະນວນໄຟຟ້າ ເຊັ່ນ: ໄມ້ແຫ້ງ ຫຼື ຢາງ ເພື່ອແຍກຜູ້ບາດເຈັບອອກຈາກແຫຼ່ງກະແສໄຟຟ້າກ່ອນໃຫ້ການຊ່ວຍເຫຼືອ. ໃນກໍລະນີສຸກເສີນ, ປະຊາຊົນສາມາດຕິດຕໍ່ສາຍດ່ວນການໄຟຟ້າລາວ 1199 ຫຼື […]
10 ປະໂຫຍດຂອງ “ໝາກອຶ” ຫຼຸດນໍ້າໜັກ-ເບົາຫວານ-ມະເຮັງ
ຄົນຊື້ອາຫານຄລີນກິນ ຫຼື ວ່າເຮັດອາຫານຄລີນກິນເອງ ນ່າຈະເຄີຍເຫັນວັດຖຸດິບອັນລໍ້າຄ່ານີ້ຢູ່ເລື້ອຍໆ ນັ້ນກໍຄື “ໝາກອຶ” ນັ້ນເອງ. ເປັນຫຍັງອາຫານຄລີນສ່ວນຫຼາຍຈຶ່ງຕ້ອງມີໝາກອຶ, ແລ້ວໝາກອຶມີປະໂຫຍດຕໍ່ຮ່າງກາຍຂອງເຮົາແນວໃດແດ່ ມາເບິ່ງນຳກັນເລີຍ. 10 ປະໂຫຍດຂອງໝາກອຶ ໝາກອຶ ເປັນໜຶ່ງໃນຜັກທີ່ມີສີເຫຼືອງອອກສົ້ມ ທີ່ຊ່ວຍບຳລຸງ ແລະ ຮັກສາສາຍຕາ ມີສານຕ້ານອະນຸມູນອິດສະຫຼະ ທີ່ຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດມະເຮັງ ບຳລຸງຜິວພັນໃຫ້ຕຶງ, ຊຸ່ມຊື່ນ, ຊະລໍຮອຍຫ່ຽວຫຍົ່ນ ເສີມສ້າງລະບົບພູມຄຸ້ມກັນໃຫ້ກັບຮ່າງກາຍ ຫຼຸດລະດັບນໍ້າຕານໃນເລືອດ, ຄວບຄຸມລະດັບນໍ້າຕານໃນເລືອດ, ປ້ອງກັນພະຍາດເບົາຫວານ ໄຂມັນນ້ອຍ, ນໍ້າຕານນ້ອຍ, ກາກໃຍອາຫານສູງ, ພະລັງງານຕໍ່າ ຈຶ່ງເປັນອາຫານທີ່ເໝາະກັບຄົນທີ່ກຳລັງຫຼຸດນໍ້າໜັກ ປ້ອງກັນພະຍາດຫຼອດເລືອດ ແລະ ຫົວໃຈ ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກຢ່າງເປັນປົກກະຕິ ຈາກກາກໃຍອາຫານທີ່ມີຢູ່ສູງ ຊ່ວຍຟື້ນຟູກ້າມຊີ້ນຫຼັງອອກກຳລັງກາຍ ປ້ອງກັນການເກີດພະຍາດນິ່ວ ວິທີຮັບປະທານໝາກອຶໃຫ້ໄດ້ປະໂຫຍດຫຼາຍທີ່ສຸດ ໝາກອຶບໍ່ໄດ້ມີດີແຕ່ເນື້ອໝາກອຶສີເຫຼືອງທອງເທົ່ານັ້ນ. ແກ່ນໝາກອຶເອງກໍ່ຊ່ວຍຜ່ອນຄາຍຄວາມຄຽດໄດ້ດີ, ນໍ້າມັນໝາກອຶກໍ່ຊ່ວຍບຳລຸງປະສາດ, ຫຼືແມ່ນແຕ່ເປືອກຂອງໝາກອຶຍັງຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໃຫ້ຢູ່ໃນລະດັບປົກກະຕິອີກດ້ວຍ. ດັ່ງນັ້ນ, ລອງຮັບປະທານທານໝາກອຶຈາກຫຼາຍໆສ່ວນເບິ່ງ ແລະ ຫາກຈະປອກເອົາເນື້ອໝາກອຶມາປະກອບອາຫານ, ອາດຈະເຫຼືອເປືອກບາງໆເອົາໄວ້ແດ່ກເປັນການດີ. ນອກຈາກນີ້, ຜູ້ທີ່ຢາກຮັບປະທານທານໝາກອຶເພື່ອຫຼຸດຄວາມອ້ວນ, ຫຼຸດລະດັບນໍ້າຕານໃນເລືອດ, […]
ວິທີການສື່ສານໃນຄອບຄົວໃຫ້ດີຂື້ນ

ການສື່ສານທີ່ດີພາຍໃນຄອບຄົວເປັນພື້ນຖານຂອງຄວາມສຳພັນທີ່ເຂັ້ມແຂງ ແລະ ເຮັດໃຫ້ສະມາຊິກໃນຄອບຄົວມີຄວາມສຸກ. ເຖິງຢ່າງໃດກໍຕາມ, ການຮັກສາການສື່ສານທີ່ເປີດກວ້າງ ແລະ ມີປະສິດທິພາບແມ່ນສິ່ງທີ່ທ້າທາຍ, ໂດຍສະເພາະໃນຍຸກທີ່ທຸກຄົນມີຕາຕະລາງທີ່ແອອັດ ແລະ ມີສິ່ງລົບກວນຫຼາຍຢ່າງ. ບົດຄວາມນີ້ຈະແນະນຳວິທີການທີ່ສາມາດຊ່ວຍປັບປຸງການສື່ສານພາຍໃນຄອບຄົວຂອງທ່ານ. 1. ຈັດເວລາພິເສດສຳລັບການສົນທະນາປະຈຳວັນ ການສ້າງກິດຈະວັດປະຈຳໃນການສົນທະນາເປັນສິ່ງສຳຄັນສຳລັບການສື່ສານທີ່ດີ: ສ້າງເວລາຮັບປະທານອາຫານຮ່ວມກັນ: ໃຊ້ເວລາຮັບປະທານອາຫານເປັນໂອກາດໃນການແບ່ງປັນເລື່ອງລາວປະຈຳວັນ, ຄວາມຫວັງ, ແລະ ສິ່ງທີ່ທ້າທາຍ. ກຳນົດເວລາຄອບຄົວ: ກຳນົດເວລາພິເສດໃນແຕ່ລະອາທິດທີ່ທຸກຄົນສາມາດເຂົ້າຮ່ວມ ແລະ ໃຊ້ເວລາຮ່ວມກັນໂດຍບໍ່ມີການລົບກວນຈາກເຕັກໂນໂລຢີ. ການສົນທະນາກ່ອນນອນ: ສ້າງກິດຈະວັດການນອນທີ່ລວມມີການສົນທະນາສັ້ນໆກ່ຽວກັບວັນທີ່ຜ່ານມາ ແລະ ວັນທີ່ຈະມາເຖິງ, ໂດຍສະເພາະກັບເດັກນ້ອຍ. 2. ຝຶກຝົນການຟັງຢ່າງຕັ້ງໃຈ ການຟັງທີ່ດີແມ່ນສ່ວນທີ່ສຳຄັນຂອງການສື່ສານທີ່ມີປະສິດທິພາບ: ຟັງໂດຍບໍ່ຂັດຈັງຫວະ: ໃຫ້ສະມາຊິກໃນຄອບຄົວສຳເລັດຄວາມຄິດຂອງພວກເຂົາກ່ອນທີ່ທ່ານຈະຕອບ. ຖາມຄຳຖາມ: ຖາມຄຳຖາມເປີດທີ່ຊຸກຍູ້ໃຫ້ມີການອະທິບາຍເພີ່ມເຕີມແທນທີ່ຈະເປັນຄຳຕອບ “ແມ່ນ” ຫຼື “ບໍ່”. ເອົາໃຈໃສ່ພາສາກາຍ: ໃຫ້ຄວາມສົນໃຈກັບທ່າທາງຂອງຮ່າງກາຍ, ການສະແດງອອກທາງໃບໜ້າ, ແລະ ນໍ້າສຽງທີ່ອາດຈະສື່ສານຫຼາຍກວ່າຄຳເວົ້າ. 3. ຫຼີກລ່ຽງອຸປະສັກດິຈິຕອນ ເຕັກໂນໂລຢີສາມາດເປັນອຸປະສັກຕໍ່ການສື່ສານຄອບຄົວຖ້າບໍ່ມີການຄວບຄຸມ: ສ້າງເຂດປອດເຕັກໂນໂລຢີ: ກຳນົດເວລາ ແລະ ສະຖານທີ່ທີ່ບໍ່ອະນຸຍາດໃຫ້ໃຊ້ເຕັກໂນໂລຢີ, ເຊັ່ນ: ໂຕະຮັບປະທານອາຫານ ຫຼື ຫ້ອງນອນ. ແບບຢ່າງທີ່ດີ: […]
ການຮັບມືກັບ ຄວາມກົດດັນໃນຊີວິດປະຈໍາວັນ

ໃນຍຸກສະໄໝທີ່ເຕັມໄປດ້ວຍຄວາມເລັ່ງລັດແລະການແຂ່ງຂັນ, ຄວາມກົດດັນໄດ້ກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນຂອງຫຼາຍຄົນ. ຈາກການສຶກສາຂອງສະຖາບັນສຸຂະພາບຈິດພົບວ່າ ຫຼາຍກວ່າ 60% ຂອງຄົນໃນເຂດຕົວເມືອງປະສົບກັບຄວາມກົດດັນໃນລະດັບປານກາງຫາສູງ, ຊຶ່ງສົ່ງຜົນກະທົບຕໍ່ສຸຂະພາບກາຍແລະໃຈ. ທ່ານ ດຣ. ສົມສັກ ວິໄລພອນ, ຜູ້ຊ່ຽວຊານດ້ານສຸຂະພາບຈິດ ເວົ້າວ່າ: “ຄວາມກົດດັນເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ໃນໂລກປັດຈຸບັນ, ແຕ່ພວກເຮົາສາມາດຮຽນຮູ້ວິທີການຈັດການກັບມັນໄດ້. ຄວາມກົດດັນທີ່ບໍ່ໄດ້ຮັບການແກ້ໄຂສາມາດນໍາໄປສູ່ບັນຫາສຸຂະພາບທີ່ຮ້າຍແຮງ, ຮວມທັງໂລກຫົວໃຈ, ຄວາມດັນເລືອດສູງ, ແລະ ໂລກຊຶມເສົ້າ.” ສາເຫດຫຼັກຂອງຄວາມກົດດັນໃນຊີວິດປະຈໍາວັນ ຈາກການສໍາຫຼວດຜູ້ຄົນໃນເຂດຕົວເມືອງ, ສາເຫດຫຼັກຂອງຄວາມກົດດັນແມ່ນ: ບັນຫາການເງິນ – 72% ຂອງຜູ້ຕອບແບບສອບຖາມລາຍງານວ່າຄວາມກັງວົນກ່ຽວກັບການເງິນເປັນແຫຼ່ງຄວາມກົດດັນຫຼັກ ຄວາມສົມດຸນລະຫວ່າງວຽກແລະຊີວິດ – 65% ພົບຄວາມຫຍຸ້ງຍາກໃນການຈັດການລະຫວ່າງຄວາມຮັບຜິດຊອບໃນການເຮັດວຽກແລະຄອບຄົວ ຄວາມຄາດຫວັງທາງສັງຄົມ – 58% ຮູ້ສຶກກົດດັນຈາກຄວາມຄາດຫວັງຂອງຄອບຄົວແລະສັງຄົມ ການປ່ຽນແປງທາງເຕັກໂນໂລຢີ – 45% ມີຄວາມກົດດັນຈາກການປັບຕົວເຂົ້າກັບເຕັກໂນໂລຢີທີ່ປ່ຽນແປງຢ່າງໄວວາ 10 ເຕັກນິກການຈັດການຄວາມກົດດັນທີ່ເຫັນຜົນຈິງ 1. ເຕັກນິກຫາຍໃຈເພື່ອຄວາມສະຫງົບ (5-5-5) ຫາຍໃຈເຂົ້າຊ້າໆ ນັບ 1 ຫາ 5, ຈາກນັ້ນກັ້ນໄວ້ 5 ວິນາທີ, ແລ້ວຫາຍໃຈອອກຊ້າໆ ອີກນັບ 1 […]
5 ເຄັດລັບ ປະຢັດຄ່າໃຊ້ຈ່າຍໃນຄົວເຮືອນ

ໃນປັດຈຸບັນ, ຫຼາຍຄອບຄົວກຳລັງປະເຊີນກັບຄວາມທ້າທາຍຈາກລາຄາສິນຄ້າອຸປະໂພກ-ບໍລິໂພກທີ່ສູງຂຶ້ນ. ບົດຄວາມນີ້ຈະແນະນຳ 5 ເຄັດລັບທີ່ປະຕິບັດໄດ້ຈິງເພື່ອຊ່ວຍຄອບຄົວທ່ານຫຼຸດຄ່າໃຊ້ຈ່າຍ ແລະ ຮັກສາສະຖຽນລະພາບທາງການເງິນໃນຊ່ວງເວລາທີ່ທ້າທາຍນີ້. 1. ຈັດສັນງົບປະມານ ແລະ ຕິດຕາມການໃຊ້ຈ່າຍ ກ່ອນອື່ນໝົດ, ຄອບຄົວຄວນມີການຈັດສັນງົບປະມານປະຈຳເດືອນຢ່າງລະອຽດ, ລະບຸລາຍຮັບ ແລະ ລາຍຈ່າຍທັງໝົດ. ຈາກນັ້ນ, ກຳນົດວ່າມີຄ່າໃຊ້ຈ່າຍໃດແດ່ທີ່ສາມາດຫຼຸດລົງໄດ້. ເຄັດລັບ: ໃຊ້ວິທີ 50/30/20 ໂດຍແບ່ງລາຍຮັບເປັນສາມສ່ວນ: 50% ສຳລັບຄວາມຈຳເປັນພື້ນຖານ (ຄ່າເຊົ່າ, ອາຫານ, ຄ່ານ້ຳ-ໄຟ), 30% ສຳລັບສິ່ງທີ່ຕ້ອງການ (ບໍ່ແມ່ນຄວາມຈຳເປັນ), ແລະ 20% ສຳລັບການອອມ ຫຼື ຊຳລະໜີ້ສິນ. ຕິດຕາມທຸກລາຍຈ່າຍ: ບັນທຶກທຸກລາຍຈ່າຍ, ບໍ່ວ່າຈະນ້ອຍຫຼາຍພຽງໃດ. ໃຊ້ແອັບໃນໂທລະສັບມືຖື ຫຼື ປຶ້ມບັນທຶກງ່າຍໆເພື່ອຊ່ວຍຕິດຕາມ. 2. ວາງແຜນການຊື້ອາຫານຢ່າງສະຫຼາດ ວາງແຜນການກິນທັງອາທິດ: ກຳນົດເມນູອາຫານປະຈຳອາທິດ ແລະ ເຮັດລາຍການຊື້ກ່ອນໄປຕະຫຼາດເພື່ອຫຼີກລ້ຽງການຊື້ແບບບໍ່ຈຳເປັນ. ຊື້ສິນຄ້າຕາມລະດູການ ແລະ ສິນຄ້າທ້ອງຖິ່ນ: ຜັກ ແລະ ໝາກໄມ້ຕາມລະດູການມີລາຄາຖືກກວ່າ ແລະ ມີຄຸນນະພາບດີກວ່າ. […]
“ນົມງົວ” ດີຫຼືບໍ່ດີຕໍ່ສຸຂະພາບກັນແທ້! ປະໂຫຍດ ແລະ ຜົນກະທົບມີຫຍັງແດ່

ນົມງົວ ເປັນອາຫານຫຼັກໃນຊີວິດປະຈຳວັນຂອງຫຼາຍໆຄົນມາດົນນັບພັນປີ. ເຖິງແມ່ນວ່ານົມງົວຍັງຄົງເປັນອາຫານທີ່ໄດ້ຮັບຄວາມນິຍົມ, ແຕ່ຜົນການສຶກສາຫຼ້າສຸດຊີ້ໃຫ້ເຫັນວ່ານົມງົວອາດມີຜົນເສຍຕໍ່ຮ່າງກາຍ, ໃນຂະນະທີ່ງານວິໄຈອື່ນໆກັບຊີ້ໃຫ້ເຫັນເຖິງປະໂຫຍດຕໍ່ສຸຂະພາບຂອງການບໍລິໂພກນົມ. ດັ່ງນັ້ນ, ຄວາມຈິງຄືຫຍັງກັນແທ້? ອ່ານຕໍ່ເພື່ອຮຽນຮູ້ກ່ຽວກັບຂໍ້ດີແລະຂໍ້ເສຍຂອງນົມ, ລວມເຖິງທາງເລືອກອື່ນໆທີ່ທ່ານອາດພິຈາລະນາ ຫາກທ່ານບໍ່ສາມາດທົນຕໍ່ນົມງົວ ຫຼື ເລືອກທີ່ຈະບໍ່ດື່ມນົມ. ປະໂຫຍດຂອງນົມງົວ ການຄວບຄຸມຄວາມຢາກອາຫານ ການດື່ມນົມບໍ່ເຊື່ອມໂຍງກັບນ້ຳໜັກທີ່ເພີ່ມຂຶ້ນຫຼືພະຍາດອ້ວນ ແລະ ອາດຊ່ວຍຄວບຄຸມຄວາມຢາກອາຫານໄດ້. ການສຶກສາເກົ່າໃນກຸ່ມຄົນ 49 ຄົນສະແດງໃຫ້ເຫັນວ່າຜະລິດຕະພັນນົມຊ່ວຍໃຫ້ຜູ້ຄົນຮູ້ສຶກອີ່ມຫຼາຍຂຶ້ນ ແລະ ລົດປະລິມານໄຂມັນທີ່ພວກເຂົາກິນໂດຍລວມ. ການສຶກສາບາງຊິ້ນສະແດງໃຫ້ເຫັນວ່າການບໍລິໂພກຜະລິດຕະພັນນົມທີ່ມີໄຂມັນເຕັມບໍ່ໄດ້ກ່ຽວຂ້ອງກັບນ້ຳໜັກຕົວທີ່ລົດລົງ ແລະ ບາງຊິ້ນສະແດງໃຫ້ເຫັນວ່າການບໍລິໂພກນົມໂດຍທົ່ວໄປ ອາດຈະປ້ອງກັນນ້ຳໜັກທີ່ເພີ່ມຂຶ້ນ. ການພັດທະນາກະດູກ ນົມອາດຊ່ວຍປັບປຸງນ້ຳໜັກ ແລະ ຄວາມໜາແໜ້ນຂອງກະດູກໃນເດັກນ້ອຍ ຈາກການສຶກສາໃນປີ 2558, ອີກທັງຍັງຊ່ວຍຫຼຸດຄວາມສ່ຽງຕໍ່ການເກີດກະດູກຫັກໃນໄວເດັກໄດ້ອີກດ້ວຍ. ງານວິໄຈເກົ່າສະແດງໃຫ້ເຫັນວ່າຍິງຖືພາທີ່ຮັບປະທານອາຫານເພື່ອສຸຂະພາບ, ເຊິ່ງລວມເຖິງອາຫານທີ່ອຸດົມໄປດ້ວຍຜະລິດຕະພັນນົມ ແລະ ແຄລຊຽມໃນປະລິມານຫຼາຍ, ຈະມີລູກທີ່ມີການຈະເລີນເຕີບໂຕ ແລະ ມວນກະດູກທີ່ດີກວ່າ ເມື່ອທຽບກັບຜູ້ຍິງທີ່ຮັບປະທານອາຫານທີ່ບໍ່ດີຕໍ່ສຸຂະພາບ. ນອກຈາກນີ້ນົມຍັງໃຫ້ໂປຣຕີນທີ່ຈຳເປັນຕໍ່ການສ້າງ ແລະ ຮັກສາກະດູກ, ແຂ້ວ, ແລະ ກ້າມເນື້ອໃຫ້ແຂງແຮງ. ນົມໜຶ່ງຖ້ວຍມີໂປຣຕີນເຄຊີນ ແລະ ເວຍ໌ປະມານ 7 ເຖິງ 8 […]
ນ້ຳໜັກຂອງເຮົາປົກກະຕິ ຫຼື ບໍ

ການຮັກສານໍ້າໜັກໃຫ້ຢູ່ໃນລະດັບທີ່ເໝາະສົມເປັນປັດໄຈສຳຄັນໃນການສົ່ງເສີມສຸຂະພາບທີ່ດີແລະປ້ອງກັນພະຍາດຕ່າງໆ. ບົດຄວາມນີ້ຈະເວົ້າເຖິງນໍ້າໜັກມາດຕະຖານໃນແຕ່ລະຊ່ວງອາຍຸ ແລະ ຄວາມສ່ຽງທີ່ເກີດຂຶ້ນຈາກນໍ້າໜັກທີ່ຕໍ່າ ຫຼື ສູງເກີນໄປ. ນໍ້າໜັກມາດຕະຖານໃນແຕ່ລະຊ່ວງອາຍຸ ເດັກນ້ອຍ (0-12 ປີ) ນໍ້າໜັກຂອງເດັກນ້ອຍຄວນໄດ້ຮັບການຕິດຕາມຢ່າງສະໝໍ່າສະເໝີເພື່ອຮັບປະກັນການຈະເລີນເຕີບໂຕທີ່ດີ. ຕາມຫຼັກການແລ້ວ, ແພດຈະໃຊ້ຕາຕະລາງການຈະເລີນເຕີບໂຕເພື່ອປຽບທຽບນໍ້າໜັກຂອງເດັກກັບມາດຕະຖານ: ເດັກເກີດໃໝ່: 2.5-4.0 ກິໂລກຣາມ 1 ປີ: 7-12 ກິໂລກຣາມ 3 ປີ: 11-17 ກິໂລກຣາມ 6 ປີ: 16-24 ກິໂລກຣາມ 9 ປີ: 23-36 ກິໂລກຣາມ 12 ປີ: 27-50 ກິໂລກຣາມ ໄວລຸ້ນ (13-18 ປີ) ໃນໄລຍະວັຍລຸ້ນ, ຮ່າງກາຍມີການປ່ຽນແປງຢ່າງໄວວາ ແລະ ນໍ້າໜັກຈະແຕກຕ່າງກັນຂຶ້ນກັບເພດ ແລະ ອາຍຸ: 13-15 ປີ (ຍິງ): 35-62 ກິໂລກຣາມ 13-15 ປີ (ຊາຍ): 36-70 ກິໂລກຣາມ […]
5 ສິ່ງທີ່ສ່ຽງສຳລັບການນອນບໍ່ພຽງພໍ

ການນອນເປັນກິດຈະກຳທີ່ສຳຄັນສຳລັບຮ່າງກາຍ ແລະ ຈິດໃຈ. ຫຼາຍຄົນບໍ່ຮູ້ວ່າການນອນບໍ່ພຽງພໍສາມາດສົ່ງຜົນກະທົບຮ້າຍແຮງຕໍ່ສຸຂະພາບ. ນີ້ແມ່ນ 5 ຄວາມສ່ຽງທີ່ສຳຄັນເມື່ອທ່ານນອນບໍ່ພຽງພໍ: 1. ເພີ່ມຄວາມສ່ຽງຕໍ່ພະຍາດຫົວໃຈ ແລະ ເສັ້ນເລືອດສະໝອງ ການນອນໜ້ອຍກວ່າ 7 ຊົ່ວໂມງຕໍ່ຄືນເປັນປະຈຳເພີ່ມຄວາມສ່ຽງຂອງພະຍາດຫົວໃຈ ແລະ ເສັ້ນເລືອດສະໝອງເຖິງ 48% ໃນລະຫວ່າງການນອນ, ຄວາມດັນເລືອດຂອງທ່ານຫຼຸດລົງ, ເຊິ່ງຮ່າງກາຍຕ້ອງການເພື່ອຮັກສາສຸຂະພາບຂອງຫົວໃຈ ແລະ ເສັ້ນເລືອດ. ໂດຍບໍ່ມີຊ່ວງເວລານີ້, ຄວາມດັນເລືອດຈະຢູ່ໃນລະດັບສູງເປັນເວລາດົນ, ເຊິ່ງເພີ່ມຄວາມຕຶງຕົວຕໍ່ລະບົບຫົວໃຈຂອງທ່ານ. 2. ເພີ່ມຄວາມສ່ຽງຕໍ່ພະຍາດເບົາຫວານປະເພດ 2 ການນອນບໍ່ພຽງພໍສົ່ງຜົນກະທົບຕໍ່ວິທີການທີ່ຮ່າງກາຍປະມວນຜົນນ້ຳຕານໃນເລືອດ. ການສຶກສາພົບວ່າການນອນພຽງ 4 ຊົ່ວໂມງຕໍ່ຄືນເປັນເວລາ 6 ຄືນຕິດຕໍ່ກັນສາມາດເຮັດໃຫ້ຮ່າງກາຍຢູ່ໃນສະພາບກ່ອນເປັນພະຍາດເບົາຫວານໄດ້. ຮໍໂມນ insulin ທີ່ຄວບຄຸມລະດັບນ້ຳຕານໃນເລືອດເຮັດວຽກບໍ່ມີປະສິດທິພາບເມື່ອທ່ານອິດເມື່ອຍ, ເຮັດໃຫ້ລະດັບນ້ຳຕານໃນເລືອດສູງຂຶ້ນ. 3. ຜົນກະທົບຕໍ່ສະຕິປັນຍາ ແລະ ຄວາມຈື່ຈຳ ລະຫວ່າງການນອນ, ສະໝອງສ້າງເສັ້ນປະສາດເຊື່ອມຕໍ່ທີ່ຊ່ວຍໃຫ້ທ່ານຈື່ຈຳຂໍ້ມູນໃໝ່. ຂາດການນອນສາມາດຫຼຸດຜ່ອນຄວາມສາມາດໃນການຮຽນຮູ້ເຖິງ 40%. ສິ່ງນີ້ສຳຄັນເປັນພິເສດສຳລັບເດັກນ້ອຍ ແລະ ໄວໜຸ່ມ, ເຊິ່ງສະໝອງຂອງພວກເຂົາຍັງພັດທະນາ. ຜູ້ທີ່ນອນບໍ່ພຽງພໍເປັນປະຈຳໄດ້ຄະແນນຕ່ຳກວ່າໃນການທົດສອບຄວາມຈື່ຈຳ ແລະ ມີການຕັດສິນໃຈທີ່ບໍ່ດີເທົ່າທີ່ຄວນ. 4. ຫຼຸດພູມຕ້ານທານພະຍາດ […]
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈເນີເຣຊັນມີຄວາມແຕກຕ່າງແນວໃດ

Generation ຫຼື ທີ່ເອີ້ນສັ້ນໆວ່າ Gen ຄື ການແບ່ງກຸ່ມປະຊາກອນຕາມຫຼັກປະຊາກອນສາດ (Demography) ໂດຍມີການແບ່ງ Gen ຕາມຊ່ວງປີເກີດ ໂດຍຈະແບ່ງເປັນ 5 Gen ຄື Gen B, Gen X, Gen Y, Gen Z ແລະ Gen Alpha ຊຶ່ງແຕ່ລະກຸ່ມມີຂໍ້ດີ ແລະ ລັກສະນະພິເສດທີ່ແຕກຕ່າງກັນ. ສະນັ້ນ, ພວກເຮົາມາເບິ່ງຂໍ້ມູນຂອງຄົນແຕ່ລະ Gen ກັນວ່າມີຈຸດເດັ່ນແນວໃດແດ່ ແຕ່ລະ Gen ຢູ່ໃນກຸ່ມອາຍຸເທົ່າໃດ ແລ້ວທ່ານລະເປັນ Gen ໃດ. Gen B (Baby Boom Generation) Gen B ຄື ກຸ່ມຄົນທີ່ເກີດລະຫວ່າງປີ ພ.ສ.2489-2507 (1946-1964) ບັນດາຄົນພວກນີ້ເກີດມາພາຍຫຼັງສົງຄາມໂລກຄັ້ງທີສອງສະຫງົບລົງ, ທີ່ເອີ້ນຄົນພວກນີ້ວ່າ: ເຈນບີ ເພາະວ່າໃນລະຫວ່າງສົງຄາມບັນດາຜູ້ຊາຍຕ້ອງຖືກເກນໄປເປັນທະຫານ, ເມື່ອສົງຄາມສະຫງົບລົງກໍເລີຍກັບມາແຕ່ງງານແລ້ວຮີບພາກັນມີລູກ ແບບວ່າອົດກັ້ນໄວ້ດົນ ຄົນທີ່ເປັນເຈນບີນີ້ມີຈຳນວນຫຼາຍເອີ້ນວ່າ: […]
 
								