ປະຫວັດຄວາມເປັນມາ “ບຸນເຂົ້າພັນສາ” (ວັນອາສາລະຫະບູຊາ) ບຸນເຂົ້າພັນສາປີນີ້ກົງກັບວັນພະຫັດ ວັນທີ 10 ກໍລະກົດ 2025

ບຸນເຂົ້າພັນສາປີນີ້ກົງກັບວັນພະຫັດ ວັນທີ 10 ກໍລະກົດ 2025 ຂື້ນ 15 ຄ່ຳເດືອນ 8 ລາວ ພ.ສ 2568✨️🙏🌻   ວັນເຂົ້າພັນສາເປັນວັນສຳຄັນໃນທາງພຣະພຸທທະສາສນາອີກວັນໜື່ງ ປີໜື່ງມີເທື່ອດຽວ ແລະ ມີກຳໜົດສາມເດືອນ ຫລື ຫນຶ່ງໄຕຣມາດ ເພື່ອໃຫ້ບັນພະຊິດ ແລະ ຄະຣຶຫັດອຸປາສົກ,ອຸປາສິກາ,ເຍົາວະຊົນ ຜູ້ມີຈິດສັທທາໄດ້ພໍ່າເພັງສີລທານ,ພາວະນາແລະ ຖວາຍທານ ໃຫ້ບໍລິສຸດເຕັມໄຕຣມາດສາມເດືອນ ເພື່ອປະໂຍດຕົນ,ປະໂຍດຜູ້ອື່ນ ແລະເພື່ອເພິ່ມພູນບຸນກຸສົນ ຈະຣິຍະສັມມາປະຕິບັດໃຫ້ ເຕັມປ່ຽມ ມີການຖວາຍຜ້າອາບນໍ້າຝົນແລະຜ້າໄຕຣຈີວອນເປັນຕົ້ນ.     ໃນໄລຍະຊ່ວງເຂົ້າພັນສານີ້ພຣະສົງຄ໌ຈະອະທິຖານວ່າຈະປະຈຳຢູ່ທີ່ໃດທີ່ນໜຶ່ງຕະຫຼລອດລະດູຝົນທີ່ມີກຳນົດໄລຍະເວລາ ສາມເດືອນ ຕາມທີ່ພຣະທັມວິນັຍ ບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ອື່ນ ໂດຍນັບຕັ້ງແຕ່ ວັນແຮມ 1 ຄໍ່າ ເດືອນແປດຂອງທຸກປີເຖິງວັນຂຶ້ນ 15 ຄໍ່າເດືອນ​11 (ຖ້າປີນັ້ນມີເດືອນແປດສອງຫົນ ກໍຈະນັບເດືອນແປດຫລັງໄປ)   ໃນສະໃໝຕົ້ນພຸທທະກາລ ພຣະພຸທທະເຈົ້າບໍ່ໄດ້ວາງລະບຽບ ເລື່ອງການເຂົ້າພັນສາໄວ້ ແຕ່ການເຂົ້າ ພັນສານັ້ນເປັນສິ່ງທີ່ ພຣະພຸທອົງຄ໌ ແລະ ພຣະສົງຄ໌ສາວົກໄດ້ປະຕິບັດກັນມາໂດຍຕລອດ […]

ນັກວິໄຈພົບ “ກຸ່ມໂປຣຕີນ” ທີ່ຊ່ວຍຕ້ານມະເຮັງ ຊະລໍຄວາມແກ່

ນັກວິທະຍາສາດຈາກສະຖາບັນວິໄຈການແພດເດັກ (CMRI) ໃນນະຄອນຊິດນີ້ຂອງອົດສະຕາລີ ພົບກຸ່ມໂປຣຕີນທີ່ອາດປ່ຽນແປງແນວທາງການຮັກສາໂລກມະເຮັງ ແລະ ໂລກທີ່ກ່ຽວຂ້ອງກັບຄວາມແກ່   ໂດຍໂປຣຕີນເຫຼົ່ານີ້ມີບົດບາດສຳຄັນໃນການຄວບຄຸມເອນໄຊມ໌ເທໂລເມີເຣສ (telomerase) ຊຶ່ງເຮັດໜ້າທີ່ປົກປ້ອງດີເອັນເອລະຫວ່າງການແບ່ງເຊວ   ຄວາມຄືບໜ້າໃນການຄົ້ນພົບຄັ້ງນີ້ຊ່ວຍອະທິບາຍເຖິງບົດບາດຂອງເອນໄຊມ໌ເທໂລເມີເຣສໃນການສະໜັບສະໜູນກະບວນການສູງໄວຢ່າງມີສະພາວະ ແລະ ໃນຂະນະດຽວກັນຍັງເປັນຕົວກະຕຸ້ນການເຕີບໂຕຂອງເຊວມະເຮັງ ໂດຍການວິໄຈໄດ້ເປີດໂອກາດໃໝ່ສຳລັບການພັດທະນາການຮັກສາທີ່ຊະລໍຄວາມແກ່ ຫຼື ຢຸດຢັ້ງການເຕີບໂຕຂອງມະເຮັງຜ່ານການມຸ່ງເປົ້າໄປທີ່ໂປຣຕີນທີ່ຄົ້ນພົບໃໝ່ນີ້   ການສຶກສາດັ່ງກ່າວເຜີຍແພ່ໃນວາລະສານເນເຈີ ຄອມມູນິເຄຊັນສ໌ (Nature Communications) ລະບຸວ່າເອນໄຊມ໌ເທໂລເມີເຣສເຮັດໜ້າທີ່ຮັກສາເທໂລເມຍ (Telomere) ຫຼື ສ່ວນທີ່ຢູ່ບໍລິເວນປາຍສຸດຂອງໂຄໂຣໂມໂຊມ   ຊຶ່ງສຳຄັນຕໍ່ຄວາມໝັ້ນຄົງຂອງສານກຳມະພັນ (genetic stability) ໂດຍເອນໄຊມ໌ນີ້ຈຳເປັນສຳລັບສຸຂະພາບຂອງເຊວຕົ້ນກຳເນີດ ແລະ ເຊວພູມຄຸ້ມກັນບາງປະເພດ ແຕ່ເຊວມະເຮັງມັກໃຊ້ເທໂລເມີເຣສເປັນເຄື່ອງມືໃນການແບ່ງຕົວຢ່າງຄວບຄຸມບໍ່ໄດ້   ທີມວິໄຈຄົ້ນພົບວ່າໂປຣຕີນ 3 ຊະນິດ ໄດ້ແກ່ໂນໂນ (NONO) ເອສເອຟພີຄິວ (SFPQ) ແລະ ພີເອສພີຊີ1 (PSPC1) ຊ່ວຍນຳທາງເອນໄຊມ໌ເທໂລເມີເຣສໄປຍັງສ່ວນປາຍຂອງໂຄໂຣໂມໂຊມ ຫາກໄປຂັດຂວາງການເຮັດວຽກຂອງໂປຣຕີນເຫຼົ່ານີ້ໃນເຊວມະເຮັງ ຈະສາມາດຢຸດການຊ່ອມແຊມເທໂລເມຍ ແລະ ອາດຢຸດການເຕີບໂຕຂອງເຊວມະເຮັງໄດ້   ອະເລັກຊານເດີ ໂຊບິນອຟຟ໌ ຫົວໜ້າຜູ້ຂຽນການສຶກສາດັ່ງກ່າວ ລະບຸວ່າການຄົ້ນພົບນີ້ສະແດງໃຫ້ເຫັນວ່າໂປຣຕີນເຫຼົ່ານີ້ເຮັດໜ້າທີ່ຄືເຈົ້າໜ້າທີ່ຄວບຄຸມການຈະລາຈອນລະດັບໂມເລກຸນ […]

ໝໍໄຕ້ຫວັນແນະນຳ “ຂອງຫວານ” 1 ຊະນິດ ຊ່ວຍຫຼຸດນ້ຳໜັກໄດ້ ກິນພຽງມື້ລະຖ້ວຍ ຊ່ວຍຫຼູດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນ

“ຂອງຫວານ” ຢ່າງໜຶ່ງຊ່ວຍຫຼຸດນ້ຳໜັກໄດ້! “ບໍ່ຕ້ອງອອກກຳລັງກາຍຫຼືອົດອາຫານ” ກິນພຽງມື້ລະຖ້ວຍ ກໍຊ່ວຍເຜົາຜານໄຂມັນ   ນາຍແພດຊຽວ ຈ້ຽນຈ້ຽນ ຜູ້ຊ່ຽວຊານດ້ານການຫຼຸດນ້ຳໜັກ ຄົນໄຕ້ຫວັນ ເປີດເຜີຍວ່າ ເມື່ອແບັກທີເຣຍຊະນິດ “ໄຟມິຄິວຕສ໌” ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກທີ່ເກີດຈາກການຫມັກອາຫານທີ່ມີໄຟເບີສູງ ແລະ ແປ້ງດື້ ຈະຊ່ວຍຫຼຸດໄຂມັນໃນຕັບແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ຜົນລັບຄ້າຍກັບການກິນອາຫານຄາບໂບໄຮເດຣຕຕ່ຳ   ລາວແນະນຳໃຫ້ກິນ “ຖົ່ວຂຽວຕົ້ມ” ເພາະອຸດົມໄປດ້ວຍແປ້ງດື້ ແລະ ເບຕ້າ-ກລູແຄນ ຊຶ່ງຊ່ວຍສົ່ງເສີມການເຜົາຜານໄຂມັນຕາມທຳມະຊາດ   “ທີ່ດີຍິ່ງກວ່ານັ້ນຄື ເຮົາບໍ່ຕ້ອງທໍລະມານກັບການງົດແປ້ງແບບສຸດໂຕ່ງ ພຽງແຕ່ປ່ຽນປະເພດຂອງອາຫານຫຼັກ ກໍສາມາດເປີດສະວິຊການເຜົາຜານໄຂມັນໃນຮ່າງກາຍໄດ້ຢ່າງງ່າຍດາຍ” ທ່ານໝໍກ່າວ   ໝໍຊຽວ ຈ້ຽນຈ້ຽນ ອະທິບາຍຜ່ານເຟດບຸກແຟນເພດວ່າ ຈາກງານວິໄຈໃໝ່ຫຼ້າສຸດໃນວາລະສານ Cell Metabolism ພົບວ່າ ເມື່ອແບັກທີເຣັຍຊະນິດ Bacteroides ໃນລຳໄສ້ໃຫຍ່ພົບກັບກົດອະຊີຕິກ (Acetate) ຊຶ່ງເກີດຈາກການຫມັກຂອງອາຫານທີ່ມີໃຍອາຫານສູງ ແລະ ແປ້ງດື້ ຈະຊ່ວຍລົດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນໄດ້ ໂດຍໃຫ້ຜົນຄ້າຍກັບການຄວບຄຸມອາຫານແບບຄີໂຕຫຼືໂລວ໌ຄາບ (ກິນແປ້ງໜ້ອຍ)   “ເມື່ອເຮົາກິນກ້ວຍດິບ ມັນເທດທີ່ຕົ້ມແລ້ວແຊ່ເຢັນ […]

ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ – ໂລກມະເຮັງ ໂດຍສະເພາະສີແດງ

ງານວິໄຈຫຼ້າສຸດທີ່ຕີພິມໃນ Journal of the Academy of Nutrition and Dietetics ປີ 2024   ພົບວ່າ ອາຫານ ແລະ ເຄື່ອງດື່ມທີ່ມີສີສັງເຄາະມັກມີປະລິມານນ້ຳຕານສູງກວ່າຜະລິດຕະພັນທີ່ບໍ່ມີສີເຖິງຮ້ອຍລະ 141 ທີ່ຊີ້ໃຫ້ເຫັນວ່າສີເຫຼົ່ານີ້ມັກຖືກໃຊ້ໃນຜະລິດຕະພັນແປຮູບທີ່ບໍ່ດີຕໍ່ສຸຂະພາບ ເຊັ່ນ: ນ້ຳອັດລົມ, ເຂົ້າໜົມອົບ ແລະ ອາຫານສຳເລັດຮູບ ທີ່ມີຄຸນຄ່າທາງໂພຊະນາການຕ່ຳ   ໜຶ່ງໃນຜົນກະທົບທີ່ຊັດເຈນ ຄື ຄວາມປ່ຽນແປງຂອງພຶດຕິກຳໃນເດັກນ້ອຍ ງານວິໄຈຈາກມະຫາວິທະຍາໄລເຊົາແທມຕັນ ປະເທດອັງກິດ ທີ່ຕີພິມໃນວາລະສານ The Lancet ພົບວ່າ   ເດັກທີ່ບໍລິໂພກສີສັງເຄາະຮ່ວມກັບສານກັນບູດມີພຶດຕິກຳໄຮເປີຫຼາຍຂຶ້ນ ມີອາການຄ້າຍສະມາທິສັ້ນ (ADHD) ໂດຍສີທີ່ພົບຕະຫຼອດເຊັ່ນ: ສີແດງເບີ 40 (Red 40), ສີເຫຼືອງເບີ 5 ແລະ 6 ຖືກລະບຸວ່າກ່ຽວຂ້ອງກັບພຶດຕິກຳທີ່ຜິດປົກກະຕິໃນເດັກນ້ອຍບາງຄົນ   ດ້ານຄວາມສ່ຽງຕໍ່ໂລກຮ້າຍແຮງ ເຊັ່ນ: ມະເຮັງ ງານວິໄຈໃນສັດທົດລອງພົບວ່າ ສີແດງເບີ 3 […]

ຈະເກີດຫຍັງຂຶ້ນ ເມື່ອງົດດື່ມແອລກໍຮໍ ນອນງ່າຍ ໜ້າທ້ອງຫາຍ ຜິວດີ ແທ້ຫຼືບໍ່?

ຫຼາຍຄົນໃຊ້ແອລກໍຮໍເປັນທາງລັດສູ່ການ “ພັກຜ່ອນ” ຫຼັງວັນເມື່ອຍ ບາງຄົນດື່ມເພື່ອຄາຍຄຽດ ບາງຄົນດື່ມເພາະຢາກຄວາມບັນເທິງກັບໝູ່ເພື່ອນ ແຕ່ໃນຂະນະທີ່ໃຈໄດ້ພັກ ຮ່າງກາຍກັບເຮັດວຽກໜັກຍິ່ງກວ່າເກົ່າ   ແລ້ວຫາກລອງຢຸດດື່ມ 1 ວັນ 1 ອາທິດ ຫຼື 1 ເດືອນ ການພັກແອລກໍຮໍຈະສົ່ງຜົນຕໍ່ຮ່າງກາຍແນວໃດແດ່ ຜິວດີຂຶ້ນຈົນຄົນທັກ ຫຼັບເລິກ ຕື່ນມາບໍ່ເພຍ ໜ້າທ້ອງຍຸບ ລະບົບຍ່ອຍໂລ່ງ ສະໝອງປອດໂປ່ງ ຄິດງານລື່ນຂຶ້ນ   ເລື່ອງເຫຼົ່ານີ້ບໍ່ແມ່ນພຽງຄຳທີ່ເວົ້າລອຍໆ ແຕ່ຄືຜົນລັບທີ່ເກີດຂຶ້ນກັບຫຼາຍຄົນທີ່ລອງ “ຖອຍຄົນລະກ້າວ” ຈາກແກ້ວເຫຼົ້າ ຊວນມາທ້າທາຍຕົວເອງ ປັບໃຈ ປັບກາຍ ແລ້ວໃຫ້ຮ່າງກາຍໄດ້ “ພັກ” ໄປພ້ອມກັນ   ເມື່ອແອລກໍຮໍເຂົ້າສູ່ຮ່າງກາຍ ເກີດຫຍັງຂຶ້ນແດ່?   ຂໍ້ມູນຈາກກະຊວງສາທາລະນະສຸກອະທິບາຍວ່າ ທັນທີທີ່ດື່ມ ແອລກໍຮໍຈະຖືກດູດຊຶມໃນກະເພາະອາຫານ ແລະ ກະຈາຍສູ່ກະແສເລືອດ ເຮັດໃຫ້ສາມາດກວດພົບແອລກໍຮໍໃນເລືອດໄດ້ພາຍໃນ 5 ນາທີຫຼັງການດື່ມ ຈາກນັ້ນຈະເລີ່ມສົ່ງຜົນຕໍ່ເຊລ ແລະອະໄວຍະວະຕ່າງໆ 10 – 30 ນາທີຕໍ່ມາ   ຊ່ອງປາກ […]

ຜັກຊີລາວ ສະໝຸນໄພກິ່ນແຮງທີ່ຫຼາຍຄົນບໍ່ມັກກິນ ແຕ່ມີປະໂຫຍດຫຼາຍກວ່າທີ່ຄິດ!

ຜັກຊີລາວ ເປັນສະໝຸນໄພບ້ານໆ ທີ່ອຸດົມໄປດ້ວຍປະໂຫຍດ ທັງຊ່ວຍຍ່ອຍ ຂັບລົມ ຫຼຸດກິ່ນປາກ ແຖມຍັງມີສານຕ້ານອະນຸມູນອິດສະຫຼະອີກຫຼາຍ ແລ້ວຮູ້ບໍ່ວ່າດຽວນີ້ຄົນຮຸ່ນໃໝ່ຫຼາຍຄົນບໍ່ມັກກິນກັນເພາະ “ເປັນຜັກທີ່ມີກິ່ນສະເພາະຕົວ” ທັງທີ່ຈິງແລ້ວ ມັນດີຕໍ່ຮ່າງກາຍຫຼາຍ   ຜັກຊີລາວແມ່ນຫຍັງ?   ຜັກຊີລາວ (ຊື່ວິທະຍາສາດ: Anethum graveolens) ເປັນພືດລົ້ມລຸກໃນຕະກູນດຽວກັບຜັກຊີ, ແຄຣອດ ຫຼື ຂຶ້ນສ່າຍ ໜ້າຕາຂອງຜັກຊີລາວຄ່ອນຂ້າງເປັນເອກະລັກ ໃບຝອຍລະອຽດ ສີຂຽວອ່ອນ ອອກດອກເປັນຊໍ່ນ້ອຍໆ ສີເຫຼືອງອ່ອນໆ ຄ້າຍຄັນຮົ່ມຄວ່ຳ ເວລາມີດອກບານເຕັມທີ່ກໍງາມໄປອີກແບບ ແລະ ມີກິ່ນຫອມຊຸນເປັນເອກະລັກສະເພາະຕົວ ທີ່ຄ່ອນຂ້າງແຮງ ແລະ ໂດດເດັ່ນ ລົດຊາດອອກໄປທາງຊ່າໆ ຊ່າລີ້ນໜ້ອຍໜຶ່ງ   ນິຍົມໃຊ້ໃນອາຫານຫຼາຍປະເພດເຊັ່ນ: ແກງອ່ອມ, ລາບ, ແກງໜໍ່ໄມ້, ແກງປາ ຫຼື ນຳໄປໃຊ້ຕົກແຕ່ງໃນອາຫານຝຣັ່ງເຊັ່ນ ແກງຄຣີມ, ດອງແຕງກວາ, ຊອດປາແຊລມອນ   ປະໂຫຍດຂອງຜັກຊີລາວ   1.ຊ່ວຍຂັບລົມ ແກ້ທ້ອງອືດ   ນ້ຳມັນຫອມລະເຫີຍໃນຜັກຊີລາວຊ່ວຍຜ່ອນຄາຍລຳໄສ້ ເຮັດໃຫ້ຮູ້ສຶກ […]

10 ອາຫານທີ່ອາດມີສານພິດຫາກບໍ່ບໍລິໂພກຢ່າງຖືກວິທີ

ອາຫານບາງຊະນິດທີ່ພວກເຮົາບໍລິໂພກໃນຊີວິດປະຈຳວັນອາດແຝງໄປດ້ວຍສານພິດຫາກກະກຽມ ຫຼື ປຸງບໍ່ຖືກວິທີ ມາເບິ່ງອາຫານທີ່ອາດກໍ່ໃຫ້ເກີດສານພິດກັນດີກວ່າວ່າມີຫຍັງແດ່   1. ມັນເທດ ມັນເທດດິບມີສານໄຊຍາໂນຈີນິກໄກລໂຄໄຊ ຊຶ່ງສາມາດປ່ຽນເປັນໄຊຍາໄນທີ່ເປັນພິດຕໍ່ຮ່າງກາຍໄດ້ ຫາກບໍ່ຜ່ານການປຸງສຸກຢ່າງຖືກວິທີ ເຊັ່ນ: ການປອກເປືອກ, ແຊ່ນ້ຳ ແລະ ຕົ້ມຈົນສຸກ   2. ຖົ່ວແດງດິບ ຖົ່ວແດງດິບມີສານເລັກຕິນຊະນິດໜຶ່ງທີ່ເອີ້ນວ່າໄຟໂຕຮີແມກກລູຕິນິນ ຊຶ່ງອາດເຮັດໃຫ້ເກີດອາການຄື່ນໄສ້ ອາເຈຍນ ແລະທ້ອງເສຍໄດ້ ການປຸງຖົ່ວແດງຄວນແຊ່ນ້ຳຢ່າງໜ້ອຍ 5 ຊົ່ວໂມງ ແລະຕົ້ມດ້ວຍນ້ຳເດືອດຢ່າງໜ້ອຍ 10 ນາທີ   3. ປາປັກເປົ້າ ປາປັກເປົ້າມີສານພິດເຕໂຕຣໂດທ໋ອກຊິນທີ່ເປັນອັນຕະລາຍເຖິງຊີວິດ ການປຸງປາປັກເປົ້າຕ້ອງເຮັດໂດຍພໍ່ຄົວທີ່ໄດ້ຮັບໃບອະນຸຍາດເທົ່ານັ້ນ   4. ນ້ຳເຜິ້ງດິບ ນ້ຳເຜິ້ງດິບອາດມີສະປໍຂອງແບັກທີເຣຍທີ່ກໍ່ໃຫ້ເກີດໂຣກໂບທູລິຊຶມ ໂດຍສະເພາະໃນເດັກນ້ອຍອາຍຸຕ່ຳກວ່າ 1 ປີ ຄວນຫຼີກລ່ຽງການໃຫ້ນ້ຳເຜິ້ງແກ່ເດັກນ້ອຍໃນໄວນີ້   5. ມັນຝຣັ່ງທີ່ມີສີຂຽວ ມັນຝຣັ່ງທີ່ມີສີຂຽວມີສານໂຊລານິນ ຊຶ່ງເປັນສານພິດທີ່ອາດເຮັດໃຫ້ເກີດອາການປວດຮາກ ອາຈຽນ ແລະ ເຈັບທ້ອງ ຄວນຫຼີກລ່ຽງການບໍລິໂພກສ່ວນທີ່ມີສີຂຽວ   6. ຖົ່ວລິງໃນຜູ້ທີ່ແພ້ ຖົ່ວລິງເປັນສາເຫດຫຼັກຂອງອາການແພ້ອາຫານທີ່ຮຸນແຮງ ຊຶ່ງອາດນຳໄປສູ່ພາວະແອນາຟິແລັກຊິສທີ່ເປັນອັນຕະລາຍເຖິງຊີວິດໃນຜູ້ທີ່ແພ້ […]

“ໝີ່ສຳເລັດຮູບ” ບໍ່ແມ່ນອາຫານອັນຕະລາຍ ໝໍແນະນຳ 4 ວິທີ ກິນແບບບໍ່ທຳລາຍສຸຂະພາບ

“ໝີ່ສຳເລັດຮູບ” ບໍ່ແມ່ນອາຫານອັນຕະລາຍ! ແພດຜູ້ຊ່ຽວຊານແນະນຳ 4 ວິທີ ກິນແບບບໍ່ທຳລາຍສຸຂະພາບ   ມີ 4 ປັດໄຈທີ່ເຮັດໃຫ້ໝີ່ສຳເລັດຮູບກາຍເປັນອາຫານທີ່ບໍ່ດີຕໍ່ສຸຂະພາບ ຊຶ່ງຜູ້ຊ່ຽວຊານໄດ້ແນະນຳວິທີກິນໝີ່ສຳເລັດຮູບຢ່າງປອດໄພ ໂດຍບໍ່ຈຳເປັນຕ້ອງຫຼີກຫຼ່ຽງອາຫານຊະນິດນີ້   ໝີ່ສຳເລັດຮູບຫຼາຍຄົນອາດຄິດວ່າເປັນ “ອາຫານອັນຕະລາຍ” ເພາະໃຫ້ພະລັງງານສູງ ແລະ ມີສານປຸງແຕ່ງຫຼາຍຊະນິດທີ່ອາດເປັນອັນຕະລາຍຕໍ່ຮ່າງກາຍ       ໃນໂພສໃນເຟສບຸກຂອງ “ໝໍເສີນ ເຈ່ຽເຫວິນ” ແພດຜູ້ຊ່ຽວຊານດ້ານເມຕາບໍລິຊຶມຈາກຈີນ ລະບຸວ່າ ໝີ່ສຳເລັດຮູບເກືອບຈະກາຍເປັນສ່ວນໜຶ່ງໃນຊີວິດຂອງຄົນຍຸກໃໝ່ ເຖິງແມ່ນທຸກຄົນຈະຮູ້ວ່າບໍ່ດີຕໍ່ສຸຂະພາບ ໂດຍລາວເປີດເຜີຍວ່າໝີ່ສຳເລັດຮູບມີ 4 ປັດໄຈຫຼັກທີ່ເປັນອັນຕະລາຍ ໄດ້ແກ່:   • ໂຊດ້ຽມສູງ: ປະລິມານໂຊດ້ຽມໃນໝີ່ໜຶ່ງຊອງອາດສູງເຖິງ 1,500–2,000 ມິນລິກຣາມ ຫຼື ຫຼາຍກວ່າ ຫາກຮັບປະທານໂຊດ້ຽມໃນປະລິມານຫຼາຍເປັນເວລານານ ອາດເພີ່ມຄວາມສ່ຽງຕໍ່ຄວາມດັນໂລຫິດສູງ ໂລກຫົວໃຈ ແລະ ໂລກໄຕ   • ນ້ຳມັນພືດທີ່ໃຊ້ທອດເສັ້ນ: ການທອດເສັ້ນດ້ວຍອຸນຫະພູມສູງເຮັດໃຫ້ເກີດໄຂມັນທີ່ຖືກອອກຊິໄດຊ໌ ແລະ ໄຂມັນທຣານສ໌ໃນບາງສ່ວນ ຊຶ່ງຫາກສະສົມຫຼາຍອາດເຮັດໃຫ້ເກີດການອັກເສບຊ້ຳເຮື້ອ ແລະ ບັນຫາກ່ຽວກັບໄຂມັນໃນເລືອດ   […]

ນັກວິໄຈກັງວົນວ່າ ພວກເຮົາອາດເປັນຄົນລຸ້ນສຸດທ້າຍທີ່ຈະໄດ້ເຫັນ “ຫິ່ງຫ້ອຍ” ກ່ອນຈະຫາຍໄປຕະຫຼອດການ

ນັກວິໄຈເຕືອນ ພວກເຮົາອາດເປັນຄົນລຸ້ນສຸດທ້າຍທີ່ຈະໄດ້ເຫັນ “ຫິ່ງຫ້ອຍ” ກ່ອນຈະຫາຍໄປຕະຫຼອດການ ເຫຼືອແຕ່ຕຳນານໃຫ້ລຸ້ນຫຼັງ   ຣາຟາເອລ ເດ ຄອກ (Raphaël De Cock) ນັກວິໄຈຫິ່ງຫ້ອຍທີ່ຂຽນວິທະຍານິພົນປະລິນຍາເອກກ່ຽວກັບຕົວອ່ອນຂອງຫິ່ງຫ້ອຍ ໄດ້ກ່າວກັບ National Geographic ວ່າທຸກມື້ນີ້ພວກເຮົາເຫັນຫິ່ງຫ້ອຍໜ້ອຍລົງຫຼາຍເມື່ອທຽບກັບສະໄໝແຕ່ກີ້ ນັກວິໄຈຢືນຢັນວ່ານີ້ບໍ່ແມ່ນພຽງແຕ່ຄວາມຮູ້ສຶກໄປເອງ ແຕ່ເປັນຄວາມຈິງທີ່ມີຫຼັກຖານທາງວິທະຍາສາດຮອງຮັບ ເພາະປະຊາກອນຫິ່ງຫ້ອຍທົ່ວໂລກກຳລັງຫຼຸດລົງຢ່າງຕໍ່ເນື່ອງ   ຫິ່ງຫ້ອຍ : ແສງດາວແວວວາວ ເທິງພື້ນດິນ   ຫິ່ງຫ້ອຍ ແມ່ນແມງໄມ້ທີ່ສາມາດເປັ່ງແສງໄດ້ ສ້າງຄວາມມະຫັດສະຈັນໃນຍາມເວລາຄ່ຳຄືນຂອງລະດູຮ້ອນ ພວກມັນຢູ່ໃນຕະກູນ Lampyridae ຊຶ່ງມີຫຼາຍກວ່າ 2,000 ສະປີຊີສ໌ ສ່ວນໃຫຍ່ສາມາດເຮືອງແສງໄດ້ ຫິ່ງຫ້ອຍຈັດຢູ່ໃນກຸ່ມດ້ວງໂຕນຸ້ມ ແລະ ມີຊື່ເອີ້ນຫຼາກຫຼາຍ ເຊັ່ນ: firefly, lightning bug ຫຼື glowworm   ພຶດຕິກຳເຮືອງແສງຂອງພວກມັນມີເປົ້າໝາຍເພື່ອດຶງດູດຄູ່ປະສົມພັນ ໂດຍສະເພາະໃນຊ່ວງຫົວຄ່ຳ ສຳລັບສາຍພັນຕົ້ນແບບແມ່ນ Lampyris noctiluca ຫຼື ທີ່ຮູ້ຈັກໃນຊື່ “glow-worm” ຂອງເອີຣົບ ຊຶ່ງນັກວິທະຍາສາດເຊື່ອວ່າແຕ່ກ່ອນແສງຂອງມັນເກີດຂຶ້ນເພື່ອເຕືອນສັດຕູວ່າ […]

TikTok ເປີດໃຊ້ AI Avatars ເປັນພີເຊັນເຕີໂຄສະນາແທນມະນຸດ

TikTok ໄດ້ເປີດໃຊ້ AI Avatars ເປັນນັກສະເຫນີແທນມະນຸດໄດ້ແລ້ວ ໂດຍ TikTok ໄດ້ປະກາດເປີດຕົວຊຸດເຄື່ອງມື AI ໃໝ່ທີ່ຊື່ວ່າ Symphony ທີ່ຈະຊ່ວຍໃຫ້ນັກໂຄສະນາສ້າງວິດີໂອໄດ້ງ່າຍຂຶ້ນກວ່າເກົ່າ ບໍ່ຕ້ອງໃຊ້ກ້ອງ ບໍ່ຕ້ອງມີນັກສະແດງ ກໍສາມາດສ້າງຄລິບໂຄສະນາໄດ້ພາຍໃນບໍ່ກີ່ນາທີ! ຄຸນສົມບັດໃໝ່ຂອງຊຸດເຄື່ອງມື Symphony ໃນ TikTok ມີຫຍັງໜ້າສົນໃຈແດ່? 1. ສ້າງວິດີໂອຈາກຂໍ້ຄວາມຫຼືຮູບພາບນິ່ງ ພຽງແຕ່ພິມຂໍ້ຄວາມ ຫຼືອັບໂຫລດຮູບພາບສິນຄ້າ AI ຈະຊ່ວຍສ້າງວິດີໂອທີ່ມີຄວາມຍາວປະມານ 5 ວິນາທີໃຫ້ໂດຍອັດຕະໂນມັດ ເໝາະສົມສໍາລັບການໂຄສະນາສິນຄ້າໃນຮູບແບບທີ່ເບິ່ງທັນສະໄໝ ແລະເຂົ້າເຖິງກຸ່ມເປົ້າໝາຍໃນ TikTok ໄດ້ງ່າຍ 2. ໃຊ້ AI Avatars ແທນນັກສະເຫນີຕົວຈິງ TikTok ໄດ້ເປີດຕົວອະວະຕາເສມືອນ (AI Avatars) ທີ່ສາມາດເວົ້າ, ສະແດງທ່າທາງ ແລະນໍາສະເໜີສິນຄ້າໃຫ້ກັບຜູ້ຊົມໄດ້ຄືກັບມະນຸດຕົວຈິງ ໂດຍສາມາດເລືອກໄດ້ວ່າຈະໃຊ້ອະວະຕາທີ່ມີຢູ່ແລ້ວ ຫຼືຈະສ້າງໃໝ່ຈາກຄົນຕົວຈິງ (ທີ່ໃຫ້ສິດອະນຸຍາດໃຊ້) ກໍໄດ້ 3. ຄຸນສົມບັດເສີມສໍາລັບນັກໂຄສະນາ Insight Spotlight: ວິເຄາະພຶດຕິກໍາຜູ້ໃຊ້ໃນ TikTok ແລະແນະນໍາແນວທາງເຮັດໂຄສະນາແບບເຈາະຈົງກຸ່ມ […]