ການນອນກົນ ອາການອັນຕະລາຍ ທີ່ບໍ່ຄວນລະເລີຍ!

ການນອນກົນ (Snoring) ເປັນອາການສຳຄັນຂອງພາວະຢຸດຫາຍໃຈຂະນະຫຼັບ, ຊຶ່ງມີສາເຫດມາຈາກອະໄວຍະວະໃນລະບົບຫາຍໃຈສ່ວນຕົ້ນບາງສ່ວນແຄບລົງ. ຜູ້ປ່ວຍສາມາດກວດຄວາມຮຸນແຮງໄດ້ຜ່ານການເຮັດ Sleep Test ເພື່ອຫາລະດັບຄວາມສ່ຽງທີ່ເປັນອັນຕະລາຍ. ຫາກພົບວ່າມີອາການທີ່ບໍ່ຮຸນແຮງ, ສາມາດປັບພຶດຕິກຳການນອນເພື່ອຊ່ວຍໃຫ້ອາການດີຂຶ້ນໄດ້. ອາການນອນກົນເກີດຈາກສາເຫດໃດ ເກີດຈາກການຫຍ່ອນຕົວຂອງກ້າມຊີ້ນບໍລິເວນຄໍຫອຍ ແລະ ຝາຄໍຂະນະຫຼັບ, ເຮັດໃຫ້ເກີດການອຸດກັ້ນລະບົບທາງເດີນຫາຍໃຈໃນບາງຈຸດ ຈົນເກີດການສັ່ນສະເທືອນຂອງກ້າມຊີ້ນ, ເນື້ອເຍື່ອ, ເພດານອ່ອນ, ຝາຄໍຫອຍ, ໂຄນລີ້ນ, ລວມໄປເຖິງລີ້ນໄກ່. ເມື່ອລະບົບທາງເດີນຫາຍໃຈແຄບລົງ, ຈຶ່ງເຮັດໃຫ້ເກີດສຽງກາຍເປັນການນອນກົນໃນທີ່ສຸດ. ນອກຈາກນີ້ຍັງມີຜົນກະທົບຮຸນແຮງຕໍ່ການຫາຍໃຈເຮັດໃຫ້ບໍ່ສາມາດຫາຍໃຈໄດ້ຊົ່ວຂະນະໜຶ່ງ ຫຼື ເອີ້ນວ່າ ພາວະຢຸດຫາຍໃຈຂະນະຫຼັບ. ປະເພດຂອງການນອນກົນ ການກົນທຳມະດາ ຄື ອາການທີ່ເກີດຈາກການຕີບແຄບຂອງບໍລິເວນທາງເດີນຫາຍໃຈສ່ວນເທິງ. ຜູ້ປ່ວຍອາດພົບພາວະຢຸດຫາຍໃຈຂະນະຫຼັບໄດ້ ແຕ່ຈະບໍ່ເຖິງເກນທີ່ແພດວິນິໄສພາວະຢຸດຫາຍໃຈຂະນະຫຼັບ. ການກົນລະດັບອັນຕະລາຍ ເປັນອາການນອນກົນທີ່ເຖິງເກນທີ່ກຳນົດຂອງການວິນິໄສພາວະຢຸດຫາຍໃຈຂະນະຫຼັບ, ໂດຍມີສາເຫດມາຈາກບໍລິເວນທາງເດີນຫາຍໃຈສ່ວນເທິງເກີດການຕີບແຄບຫຼາຍຂຶ້ນ, ສົ່ງຜົນໃຫ້ມີການຢຸດຫາຍໃຈຊົ່ວຂະນະ, ແລະ ອາກາດສາມາດຜ່ານໄດ້ໜ້ອຍລົງ. ຜູ້ປ່ວຍຈະມີອາການກົນທີ່ສຽງດັງ ແລ້ວຈະງຽບໄປສັກພັກໜຶ່ງ, ບາງລາຍອາດສະດຸ້ງຕື່ນແລ້ວມີອາການຫາຍໃຈເຮືອກຂຶ້ນມາ. […]
ສະຖານທູດລາວ ປະຈຳສະຫະລັດອາເມຣິກາ ແຈ້ງເຖິງພົນລະເມືອງລາວໃຫ້ພິຈາລະນາເດີນທາງກັບຄືນປະເທດ

ສະຖານທູດລາວ ປະຈຳສະຫະລັດອາເມຣິກາ ແຈ້ງເຖິງພົນລະເມືອງລາວ ໃຫ້ພິຈາລະນາເດີນທາງກັບຄືນປະເທດແບບສະໝັກໃຈໂດຍທັນທີ ເພື່ອຫຼີກລ່ຽງການຖືກຈັບກຸມ, ຄຸມຂັງ ແລະ ຂຶ້ນບັນຊີເນຣະເທດອອກນອກປະເທດ ອີງຕາມແຈ້ງການຂອງສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສະຫະລັດອາເມຣິກາ ສະບັບວັນທີ 25 ມີນາ 2025 ໄດ້ລະບຸວ່າ: ໃນຫຼາຍປີຜ່ານມາ, ພົນລະເມືອງລາວໄດ້ເດີນທາງເຂົ້າມາທ່ອງທ່ຽວ, ຢ້ຽມຢາມ ແລະ ສຶກສາຮໍ່າຮຽນຢູ່ ສ.ອາເມຣິກາ ເປັນຈຳນວນເພີ່ມຂຶ້ນໃນແຕ່ລະປີ, ໂດຍໄດ້ຮັບວິຊາປະເພດຕ່າງໆອີງຕາມລະບຽບການຂອງລັດຖະບານ ສ.ອາເມຣິກາ. ພາຍຫຼັງການຢ້ຽມຢາມ ຫຼື ສຳເລັດພາລະກິດແລ້ວ, ພົນລະເມືອງລາວສ່ວນໃຫຍ່ແມ່ນໄດ້ເດີນທາງກັບຄືນປະເທດ, ແຕ່ກໍມີຈຳນວນບໍ່ໜ້ອຍຍັງສືບຕໍ່ດຳລົງຊີວິດຢູ່ ສ.ອາເມຣິກາ ແລະ ບໍ່ກັບຄືນປະເທດຍ້ອນສະພາບໃນຕົວ ແລະ ນອກຕົວ. ອີງໃສ່ມູນເຊື້ອອັນດີໃນການພົວພັນຮ່ວມມືສອງຝ່າຍລາວ-ອາເມຣິກາໃນໄລຍະຜ່ານມາ, ລັດຖະບານ ສ.ອາເມຣິກາ ກໍໄດ້ເຫັນໃຈ ແລະ ຜ່ອນຜັນໃຫ້ແກ່ພົນລະເມືອງລາວທີ່ຍັງຕົກຄ້າງຢູ່ອາເມຣິກາໄດ້ຢູ່ນຳຍາດຕິພີ່ນ້ອງ. ນັບແຕ່ຕົ້ນປີ 2025 ເປັນຕົ້ນມາ, ລັດຖະບານໃໝ່ຂອງ ສ.ອາເມຣິກາ ໄດ້ຖືສຳຄັນການດຳເນີນນະໂຍບາຍເນຣະເທດຜູ້ຢູ່ອາໄສແບບຜິດກົດໝາຍອອກນອກປະເທດ, ເຊິ່ງເຮັດໃຫ້ສະພາບການພາຍໃນອາເມຣິກາມີການປ່ຽນແປງຢ່າງໄວວາ […]
ດ່ານຂົວມິດຕະພາບໄທ-ລາວພົບຂອງກາງເປັນຢາ”ໄອຊ໌” ຈຳນວນກວ່າ 120 ກິໂລກຣາມ

ເມື່ອວັນທີ 24 ມີນາ 2025 ເວລາ 19.30 ນ. ທີ່ດ່ານຊາຍແດນຂົວມິດຕະພາບໄທ-ລາວ; ສຳນັກງານພາສີໜອງຄາຍ ທ່ານນາງວັນນາ ຜູ້ອຸດສ່າຫ໌ ຫົວໜ້າດ່ານພາສີໜອງຄາຍ ສັ່ງການເຈົ້າໜ້າທີ່ພາສີໜອງຄາຍ ຮ່ວມກັບ ນບ.ຍສ.24 ແລະ ບກ.ຄວບຄຸມທີ 2 (ຮ.13) ກອງກຳລັງສຸລະສັກດິ໌ມົນຕີ ພ້ອມດ້ວຍ ພ.ຕ.ອ.ນົບດົນ ຮັກຊາດ ຜກກ.ຕມ.ຈວ.ໜອງຄາຍ, ພ.ຕ.ຕ.ພານຸວັດ ວົງວິຈິດ ຜບ.ຮ້ອຍ ຕຊດ. 245, ທ່ານຄະນິສອນ ພາພີຣະນົນ ຜອ.ປປສ.ພ.4, ພ.ຕ.ອ.ຈິຣະວິດ ປານຍິ້ມ ຜກກ.ສພ.ເມືອງໜອງຄາຍ ແລະ ໜ່ວຍງານທີ່ກ່ຽວຂ້ອງ; ໄດ້ທຳການຈັບກຸມຂອງກາງເປັນຢາເສບຕິດປະເພດ 1 ຫຼື “ໄອຊ໌” ຈຳນວນກວ່າ 120 ກິໂລກຣາມ ມູນຄ່າກວ່າ 36 ລ້ານບາດ ໂດຍໃຊ້ລົດກະບະ FORD ຮຸ່ນ RANGER […]
ມາຮູ້ຈັກກັບເທັກນິກປົດໜີ້ແບບ “ຫິມະຖະຫຼົ່ມ” ຈົບໜີ້ໄວ-ຈ່າຍດອກເບ້ຍໜ້ອຍ

ໜີ້ສິນເປັນເລື່ອງທີ່ຫຼາຍຄົນຕ້ອງປະເຊີນ, ບາງຄັ້ງມີໜີ້ຫຼາຍກ້ອນຈົນບໍ່ຮູ້ຈະເລີ່ມຈັດການແນວໃດດີ. ແຕ່ຖ້າເປົ້າໝາຍຄືການປົດໜີ້ໃຫ້ໄວທີ່ສຸດ ແລະ ຈ່າຍດອກເບ້ຍໜ້ອຍທີ່ສຸດ, ນັກວາງແຜນການເງິນແນະນຳວ່າ “ເທັກນິກຫິມະຖະຫຼົ່ມ” ຫຼື Debt Avalanche Method ອາດເປັນທາງອອກທີ່ດີ. ຢ່າງໃດກໍຕາມ, ສິ່ງສຳຄັນຄື ຢຸດສ້າງໜີ້ໃໝ່ ແລະ ມີວິໄນທາງການເງິນ, ເພາະຕໍ່ໃຫ້ປົດໜີ້ໝົດ ແຕ່ຖ້າຍັງໃຊ້ຈ່າຍເກີນຕົວ, ວົງຈອນໜີ້ກໍຈະກັບມາອີກ. ດັ່ງນັ້ນ, ການມີແຜນການເງິນທີ່ດີຈະຊ່ວຍໃຫ້ກ້າວອອກຈາກວັງວົນນີ້ໄດ້ຢ່າງຖາວອນ. ຮູ້ຈັກເທັກນິກກຳຈັດໜີ້ແບບຫິມະຖະຫຼົ່ມ ກັນຍະວີ ໂຣດສຸຂພັດທະນາ ນັກວາງແຜນການເງິນ CFP® ເຜີຍແຜ່ບົດຄວາມ ເທັກນິກກຳຈັດໜີ້ແບບຫິມະຖະຫຼົ່ມ ຜ່ານສະມາຄົມນັກວາງແຜນການເງິນໄທ ໂດຍລະບຸວ່າ ບັນຫາໜີ້ສິນເປັນເລື່ອງທີ່ເຮັດໃຫ້ຫຼາຍຄົນເຈັບຫົວ ຈັບຕົ້ນຊົນປາຍບໍ່ຖືກວ່າຈະເລີ່ມເຄລຍໜີ້ແນວໃດ ຊຶ່ງວິທີຈັດການນັ້ນງ່າຍ ແລະ ບໍ່ຍາກ ເລີ່ມຈາກຕັ້ງສະຕິແລ້ວກໍລົງມືເຮັດ ສຳລັບເທັກນິກກຳຈັດໜີ້ທີ່ຄຸ້ນເຄີຍ ຄື ການປົດໜີ້ແບບໝາກບານຫິມະ (Debt Snowball Method) ທີ່ເລີ່ມຈາກການກຳຈັດໜີ້ກ້ອນທີ່ນ້ອຍທີ່ສຸດກ່ອນຈົນໝົດ ໃນຂະນະທີ່ໜີ້ກ້ອນອື່ນໆ ຈ່າຍພຽງຂັ້ນຕ່ຳເທົ່ານັ້ນ ເມື່ອຈ່າຍໜີ້ກ້ອນທີ່ນ້ອຍທີ່ສຸດໝົດແລ້ວຄ່ອຍໄປຈັດການໜີ້ກ້ອນທີ່ໃຫຍ່ຂຶ້ນລຳດັບຖັດໄປ ຊຶ່ງເປັນວິທີທີ່ພິຈາລະນາພຽງຈຳນວນຍອດໜີ້ທີ່ເຫຼືອເທົ່ານັ້ນ ຈະບໍ່ຄຳນຶງເຖິງອັດຕາດອກເບ້ຍຂອງໜີ້ […]
ເປີດເຜີຍຄຳທຳນາຍປີໃໝ່ລາວ ຄສ.2025 ພສ 2568

ມື້ສັງຂານລ່ວງ : ວັນຈັນ, ແຮມ 2 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ 14 ເມສາ 2025, ເວລາ 04 ໂມງ 30 ນາທີ 00 ວິນາທີ. ມື້ສັງຂານເນົາ : ວັນອັງຄານ, ແຮມ 3 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ 15 ເມສາ 2025. ວັນສັງຂານຂຶ້ນ : ວັນພຸດ, ແຮມ 4 ຄໍ່າ ເດືອນ 5, ພສ 2567 – ກົງກັບວັນທີ່ 16 ເມສາ 2025, ເວລາ […]
ມື້ນຳໂຊກ ຂອງທັງ 12 ລາສີ ມີມື້ໃດແດ່? ທີ່ພະລັງແຫ່ງດວງດາວມອບໃຫ້

ເປັນຫຍັງບາງມື້ຈຶ່ງຮູ້ສຶກໂຊກດີເປັນພິເສດ? ຫຼື ເປັນຫຍັງບາງຊ່ວງເວລາຈຶ່ງເບິ່ງຄືວ່າທຸກຢ່າງເປັນໃຈໃຫ້ເຮົາ? ຄຳຕອບອາດມີຢູ່ໃນພະລັງແຫ່ງດວງດາວ ໂຫລາສາດໄດ້ເຜີຍເຄັດລັບ ມື້ນຳໂຊກ ຂອງແຕ່ລະລາສີ ຊຶ່ງເປັນຊ່ວງເວລາທີ່ພະລັງງານຂອງດວງດາວສົ່ງເສີມໃຫ້ເຮົາປະສົບຄວາມສຳເລັດໃນດ້ານຕ່າງໆ ແຕ່ລະລາສີຈະມີວັນນຳໂຊກເປັນວັນໃດແດ່ ໄປເບິ່ງກັນ ວັນນຳໂຊກ 12 ລາສີ ລາສີເມສ ວັນນຳໂຊກຄົນເກີດລາສີເມສ : ວັນອັງຄານ ດາວອັງຄານນຳພະລັງແຫ່ງຄວາມກ້າຫານມາໃຫ້ ວັນນີ້ເໝາະກັບການຕັດສິນໃຈຄັ້ງໃຫຍ່ ເລີ່ມທຸລະກິດ ຂໍຂຶ້ນເງິນເດືອນ (ຫຼີກລ່ຽງງານສົບໃນວັນນີ້) ລາສີພຶດສະພາ ວັນນຳໂຊກຄົນເກີດລາສີພຶດສະພາ : ວັນສຸກ ດາວສຸກປະທານຄວາມຮັກ ເງິນຄຳ ແລະ ອາຫານເລີດລົດ ວັນແຫ່ງການດູແລຕົວເອງ ໂຣແມນຕິກ ແລະ ຊ້ອບປິ້ງອອນລາຍສຸດຄຸ້ມ ລາສີເມຖຸນ ວັນນຳໂຊກຄົນເກີດລາສີເມຖຸນ : ວັນພຸດ ດາວພຸດເສີມພະລັງການສື່ສານ ວັນແຫ່ງການໂອ້ລົມ ເຈລະຈາ ສ້າງເຄືອຂ່າຍ ເສນ່ຫ໌ແຮງເກີນຕ້ານ ເໝາະກັບການໂນ້ມນ້າວໃຈຜູ້ອື່ນ ລາສີກໍລະກົດ ວັນນຳໂຊກຄົນເກີດລາສີກໍລະກົດ : ວັນຈັນ ດວງຈັນນຳມາຊຶ່ງອາລົມ […]
ແຈ້ງການ ການປິດນ້ຳປະປາຊົ່ວຄາວ ວັນທີ 20 ມີນາ 2025

ແຈ້ງການ ເລື່ອງ: ການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການຕັດທໍ່ ຂະໜາດ uPVC DN 150 mm ສຳໃສ່ທໍ່ຂະໜາດ uPVC DN 110 mm ສະຖານທີ່: ບ້ານ ໄຊສະຫວ່າງ (ຮ່ອມ 09) ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳປະປາ ໃນເຂດບ້ານ ຂອງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ຊາບວ່າ: ໃນວັນທີ 20 ມີນາ 2025 ກົງກັບ ວັນພະຫັດ ເລີ່ມແຕ່ເວລາ: 9:00ໂມງ ຫາ 16:00 ໂມງ ຈະໄດ້ປິດນ້ຳຊົ່ວຄາວ ເພື່ອດຳເນີນການຕັດທໍ່ ຂະໜາດ uPVC DN 150 mm ສຳໃສ່ທໍ່ຂະໜາດ uPVC DN 110 […]
“ດູແຕຣ໌ເຕ” ອາຊະຍາກຳຕໍ່ມະນຸດຊາດ! ຟິລິບປິນສົ່ງຕົວ ຂຶ້ນສານອາຍາໂລກ

ອະດີດປະທານາທິບໍດີຟິລິບປິນ ໂຣດຣິໂກ ດູແຕຣ໌ເຕ ຖືກຄວບຄຸມ ແລະ ສົ່ງຕົວຂຶ້ນເຄື່ອງບິນມຸ່ງໜ້າໄປຍັງກຸງເຮກ ປະເທດເນເທີແລນ ເມື່ອວັນທີ່ 18 ມີນາ ຜ່ານມາ. ຫຼັງຈາກຖືກຈັບກຸມທີ່ສະໜາມບິນໃນກຸງມະນິລາ ຕາມໝາຍຈັບຂອງສານອາຍາລະຫວ່າງປະເທດ (ICC) ມາຣ໌ຕິນ ເດລກຣາ ທະນາຍຄວາມຂອງ ດູແຕຣ໌ເຕ ເປີດເຜີຍວ່າ ອະດີດຜູ້ນຳວັຍ 79 ປີ ໄດ້ຂຶ້ນເຄື່ອງບິນເຊົ່າເໝົາລຳພ້ອມກັບຜູ້ຕິດຕາມອີກ 3 ຄົນຈາກສະໜາມບິນນານາຊາດມະນິລາ ເວລາປະມານ 21:00 ນ. ຕາມເວລາທ້ອງຖິ່ນ ແລະ ກຳລັງເດີນທາງໄປຍັງກຸງເຮກ ຊຶ່ງເປັນທີ່ຕັ້ງຂອງສຳນັກງານໃຫຍ່ ICC ລັດຖະບານຟິລິບປິນລະບຸວ່າ ດູແຕຣ໌ເຕ ຖືກຄວບຄຸມຕົວເມື່ອຊ່ວງເຊົ້າວັນອັງຄານທີ່ 18 ມີນາ, ຂະນະເດີນທາງກັບຈາກຮ່ອງກົງ ເຂົາກຳລັງປະເຊີນຂໍ້ກ່າວຫາກໍ່ອາຊະຍາກຳຕໍ່ມະນຸດຊາດ ອັນເປັນຜົນມາຈາກສົງຄາມປາບປາມຢາເສບຕິດທີ່ດຳເນີນມາຕັ້ງແຕ່ປີ 2016-2022 ຊຶ່ງມີຜູ້ເສຍຊີວິດຫຼາຍພັນຄົນ ຊາຣາ ດູແຕຣ໌ເຕ ຮອງປະທານາທິບໍດີຟິລິບປິນ ແລະ ລູກສາວຂອງອະດີດຜູ້ນຳ ອອກຖະແຫຼງການວ່າ ການສົ່ງຕົວບິດາຂອງທ່ານໄປຍັງ ICC […]
ອິດສະຣາແອນເປີດການໂຈມຕີເຂດກາຊາຄັ້ງໃຫຍ່ ຫຼັງຈາກການເຈລະຈາຂະຫຍາຍເວລາຢຸດຍິງບໍ່ມີຄວາມຄືບໜ້າ

ເຢຣູຊາເລັມ 18 ມີນາ – ອິດສະຣາແອນກັບມາເປີດການໂຈມຕີຄັ້ງໃຫຍ່ໃນເຂດກາຊາໃນຕອນເຊົ້າມືດຂອງມື້ນີ້ ໂດຍອ້າງວ່າ ກຸ່ມຮາມາສບໍ່ຍອມປ່ອຍຕົວປະກັນທີ່ເຫຼືອ. ຝ່າຍປາເລສໄຕນ໌ເປີດເຜີຍວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 200 ຄົນ ກອງທັບອິດສະຣາແອນເປີດເຜີຍວ່າ ໃນຊ່ວງກ່ອນຮຸ່ງສາງຂອງມື້ນີ້, ທະຫານອິດສະຣາແອນໄດ້ປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍຫຼາຍສິບຈຸດທົ່ວເຂດກາຊາຕັ້ງແຕ່ເໜືອຮອດໃຕ້, ແລະ ຈະດຳເນີນການໂຈມຕີຕໍ່ໄປຕາບເທົ່າທີ່ຈຳເປັນ. ນອກຈາກນີ້ ຍັງຈະຂະຫຍາຍການໂຈມຕີໃຫ້ຫຼາຍກວ່າການໂຈມຕີທາງອາກາດພຽງຢ່າງດຽວ. ໃນຂະນະທີ່ກະຊວງສາທາລະນະສຸກຂອງປາເລສໄຕນ໌ລະບຸວ່າ ການໂຈມຕີຄັ້ງນີ້ມີຜູ້ເສຍຊີວິດຢ່າງໜ້ອຍ 200 ຄົນ, ໂດຍມີເດັກນ້ອຍຈຳນວນຫຼາຍລວມຢູ່ນຳ. ສຳນັກນາຍົກລັດຖະມົນຕີເບນຈາມິນ ເນທັນຢາຮູ ຂອງອິດສະຣາແອນອອກຖະແຫຼງການກ່າວຫາວ່າ ກຸ່ມຮາມາສປະຕິເສດຫຼາຍຄັ້ງທີ່ຈະປ່ອຍຕົວປະກັນທີ່ຍັງເຫຼືອອີກ 59 ຄົນ, ລວມທັງຍັງປະຕິເສດຂໍ້ສະເໜີຂອງທ່ານສະຕີຟ ວິດຄອຟຟ໌ ທູດພິເສດດ້ານຕາເວັນອອກກາງຂອງສະຫະລັດ. ນັບຕັ້ງແຕ່ນີ້ໄປອິດສະຣາແອນຈະເພີ່ມການໂຈມຕີກຸ່ມຮາມາສໃຫ້ຮຸນແຮງຍິ່ງຂຶ້ນ. ໂຄສົກທຳນຽບຂາວຂອງສະຫະລັດໃຫ້ສຳພາດສະຖານີໂທລະພາບຟັອກນິວສ໌ວ່າ ອິດສະຣາແອນໄດ້ປຶກສາກັບສະຫະລັດແລ້ວເລື່ອງການໂຈມຕີເຂດກາຊາ, ຊຶ່ງທາງອິດສະຣາແອນລະບຸວ່າເປັນການມຸ່ງເປົ້າໂຈມຕີຜູ້ບັນຊາການລະດັບກາງ ແລະ ເຈົ້າໜ້າທີ່ລະດັບແກນນຳ, ລວມເຖິງສິ່ງອຳນວຍຄວາມສະດວກຕ່າງໆ ຂອງກຸ່ມຮາມາສ. ການໂຈມຕີຂອງອິດສະຣາແອນມີຂຶ້ນໃນຂະນະທີ່ການເຈລະຈາຂະຫຍາຍເວລາຢຸດຍິງຍັງບໍ່ມີຄວາມຄືບໜ້າ. ກຸ່ມຮາມາສກ່າວຫາວ່າ ອິດສະຣາແອນເປັນຝ່າຍລົ້ມຂໍ້ຕົກລົງຢຸດຍິງ, ຊຶ່ງເຮັດໃຫ້ຊາຕາກຳຂອງຕົວປະກັນອີກ 59 ຄົນຕ້ອງເຜີຊິນກັບຄວາມບໍ່ແນ່ນອນ. ເຖິງຢ່າງໃດກໍຕາມ, ຮາມາສຍັງຄົງຢືນຢັນວ່າຈະດຳເນີນການເຈລະຈາເພື່ອໃຫ້ບັນລຸຂໍ້ຕົກລົງຢຸດຍິງຢ່າງຖາວອນ ແລະ ໃຫ້ອິດສະຣາແອນຖອນທະຫານທັງໝົດອອກຈາກເຂດກາຊາຕາມເງື່ອນໄຂຂອງຂໍ້ຕົກລົງຢຸດຍິງທີ່ມີມາແຕ່ເດີມ.
ດູດວງລາຍວັນປະຈຳວັນທີ່ 18/3/2025

ຄົນເກີດວັນອາທິດ ຄວາມຮັກ: ຄວາມສໍາພັນອາດມີຄວາມເຄັ່ງຕຶງເລັກນ້ອຍຈາກການສື່ສານທີ່ບໍ່ຊັດເຈນ ຄວນລົມກັນໃຫ້ເຂົ້າໃຈຫຼາຍຂຶ້ນ ການປັບຕົວ ແລະ ຍອມຮັບຄວາມຄິດເຫັນຂອງຄົນຮັກຊ່ວຍແກ້ບັນຫາ ການງານ: ວຽກອາດຈະມີການປ່ຽນແປງບາງຢ່າງ ເຈົ້າອາດຕ້ອງຕັດສິນໃຈໃນເລື່ອງການລົງທຶນ ຫຼື ຂະຫຍາຍໂຄງການ ຖ້າມີການເຈລະຈາ ຫຼື ສໍາພາດວຽກໃຫ້ກຽມຕົວໃຫ້ພ້ອມ ການເງິນ: ລະມັດລະວັງການໃຊ້ຈ່າຍທີ່ອາດເກີນຄວາມຈໍາເປັນ ພິຈາລະນາການລົງທຶນ ຫຼື ການໃຊ້ເງິນໃນມື້ນີ້ຢ່າງຮອບຄອບ ສຸຂະພາບ: ຄວນດູແລສຸຂະພາບໂດຍການພັກຜ່ອນໃຫ້ພຽງພໍ ອາດມີຄວາມກົດດັນທີ່ເຮັດໃຫ້ຮ່າງກາຍຮູ້ສຶກອ່ອນເພຍ ຄົນເກີດວັນຈັນ ຄວາມຮັກ: ຄວາມສໍາພັນອາດມີຄວາມຫວານ ແລະ ມີໂອກາດທີ່ດີໃນການສື່ສານກັນ ຖ້າເຈົ້າມີຄົນຮັກຢູ່ແລ້ວ ຄວາມເຂົ້າໃຈກັນຈະເພີ່ມຂຶ້ນ ແຕ່ຖ້າຍັງໂສດ ອາດມີຄົນໃໝ່ເຂົ້າມາເຮັດຄວາມຮູ້ຈັກ ການງານ: ເຈົ້າຈະມີພະລັງໃນການແກ້ໄຂບັນຫາ ຫຼື ເຮັດວຽກໃຫ້ສໍາເລັດໄດ້ດີ ມື້ນີ້ເຈົ້າອາດໄດ້ຮັບໂອກາດໃໝ່ໃນການເຮັດວຽກທີ່ເໝາະສົມກັບຄວາມສາມາດ ການເງິນ: ການເງິນໃນມື້ນີ້ມີໂອກາດທີ່ດີ ຄວນໃຊ້ໂອກາດນີ້ໃນການວາງແຜນການເງິນຢ່າງລະມັດລະວັງ ອາດມີການໄດ້ມາຂອງເງິນ ຫຼື ຜົນຕອບແທນຈາກການລົງທຶນ ສຸຂະພາບ: ລະວັງເລື່ອງການພັກຜ່ອນ ອາດຈະເມື່ອຍຈາກການເຮັດວຽກທີ່ຫຼາຍເກີນໄປ ຄວນຊອກຫາເວລາພັກຜ່ອນໃຫ້ພຽງພໍ ຄົນເກີດວັນອັງຄານ ຄວາມຮັກ: ຄວາມຮັກອາດມີຄວາມກົດດັນ […]