ສະຫຼຸບຕາຕະລາງຄະແນນພຣີເມຍລີກອັງກິດ ລະດູການ 2024-25 ປະຈຳວັນທີ 21 ເມສາ

ບານເຕະພຣີເມຍລີກ ລະດູການ 2024-25 ກັບມາແຂ່ງຂັນກັນອີກຄັ້ງຕາມໂປຣແກຣມນັດທີ 33 ລະຫວ່າງວັນເສົາທີ 19 – ວັນຈັນທີ 21 ເມສາ 2025 ຫຼັງຈາກແຂ່ງຂັນກັນໄປ 9 ຄູ່ໃນອາທິດນີ້ “ຫົງສ໌ແດງ” ລິເວີພູຍັງເດີນໜ້າໂກຍແຕ້ມນຳຫ່າງ 79 ຄະແນນ, ຕາມມາດ້ວຍ ອາເຊນອນ ອັນດັບ 2 ທີ່ມີ 66 ຄະແນນ. ຂະນະທີ່ “ສິງຫ໌ບລູສ໌” ເຊວຊີ ຂະຍັບຮັ້ງທີ່ 5 ກັບມາລຸ້ນທັອບໂຟລ໌ອີກຄັ້ງຫຼັງເກັບສາມແຕ້ມສຳຄັນ, ສ່ວນ “ປີສາດແດງ” ແມນຯ ຢູໄນເຕັດ ຜົນງານຍັງບູ່ແພ້ເປັນເກມທີ່ 15 ຂອງລະດູການ ຢູ່ທີ່ 14 ຂອງຕາຕະລາງ. ສະຫຼຸບຕາຕະລາງຄະແນນພຣີເມຍລີກອັງກິດລ່າສຸດ: ອັນດັບທີ່ 1: ລິເວີພູ ຊະນະ 24 ສະເໝີ 7 ແພ້ 2 ນັດ 79 ຄະແນນ […]

ຜົນບານເຕະ ສເປີສ ຊະນະ ແຟຣ້ງເຟີຕ ເຂົ້າຮອບຮອງຊະນະເລີດຢູໂຣປາ ລີກ

ສເປີສ ຜ່ານເຂົ້າຮອບຮອງຊະນະເລີດ ຢູໂຣປາ ລີກ ຫຼັງຈາກບຸກໄປຊະນະ ແຟຣ້ງເຟີຕ 1-0 ແລະ ຖືເປັນການເກັບຄລີນຊີດໃນຮອບ 10 ນັດ ເກມຢູໂຣປາ ລີກ ຮອບ 8 ທີມສຸດທ້າຍ ນັດທີ 2 ແຟຣ້ງເຟີຕ ເປີດບ້ານພົບ ສເປີສ ໂດຍເກມແລກທີມຈາກບຸນເດສລີກາ ບຸກໄປເສມົ 1-1 ດິໂນ່ ທັອບໂມລເລີ ເກມນີ້ສົ່ງ ມາຣິໂອ ເກິດເຊິ່ ແນວຮຸກທີ່ມີປະສົບການສູງກັບມາເປັນຕົວຈິງ ຫຼັງຈາກເປັນຕົວສຳຮອງໃນເກມລີກລ່າສຸດທີ່ຊະນະ ໄຮເດນໄຮມ໌ ລົງມາປັ້ນເກມໃຫ້ ອູໂກ້ ເອກິຕິເກ້ ເກມນີ້ ແອນຈ໌ ປອສເຕໂກກລູ ກຸນຊືອ ສເປີສ ບໍ່ມີ ຊົນ ຮຶງ ມິນ ກັບຕັນທີມທີ່ບາດເຈັບ ເຮັດໃຫ້ 3 ປະສານເກມຮຸກໃຊ້ ເບຣນແນນ ຈອນສັນ, ໂດມິນິກ ໂຊລັງກີ້ ແລະ ມາຕິສ ແຕລ […]

ຜົນບານ ແມນຢູ ພິກຊະນະ ໂອລິມປິກ ລີຍົງ ຊ່ວງຕໍ່ເວລາຮອບຮອງ ຢູໂຣປ້າລີກ

ແມນຯ ຢູໄນເຕັດ ໂກງຄວາມຕາຍພິກຊະນະ ໂອລິມປິກ ລີຍົງ ເຫຼືອ 10 ຄົນ ໃນຊ່ວງຕໍ່ເວລາພິເສດ 5-4 ສະກໍລວມ 2 ນັດ 7-6 ຜ່ານເຂົ້າຮອບຮອງຊະນະເລີດ ສຶກຢູໂຣປ້າ ລີກ ຣູເບນ ອະໂມຣິມ ສົ່ງ ອັອງເດຣ ໂອນານ່າ ກັບມາເຮັດໜ້າທີ່ຜູ້ຮັກສາປະຕູອີກຄັ້ງ ຫຼັງໂດນດຣັອບໃນເກມທີ່ພົບກັບນິວຄາສເຊິ່ລ ສ່ວນແນວຮຸກໃຊ້ ບຣູໂນ່ ແຟຣ໌ນັນດ໌ສ ກັບຕັນທີມ ປະສານກັບ ອະເລຮານໂດຣ ກາຣ໌ນາໂຊ່ ໂດຍມີ ຣາສມຸສ ຮອຍລຸນດ໌ ໜ້າເປົ້າ ເປົາໂລ ຟອນເຊກ້າ ສົ່ງຜູ້ເລັ່ນຕົວຫຼັກລົງສະໜາມແນວຮຸກວາງ ຣາຍານ ແຊຣ໌ກີ, ຕິອາໂກ້ ອັລມາດ້າ ແລະ ຈອຣ໌ຈສ໌ ມິກາອູຕັດເຊ່ ນາທີ 10 ແມນເຊສເຕີ ຢູໄນເຕັດ ຂຶ້ນນຳ 1-0 ຈາກຈັງຫວະ ອະເລຮານໂດຣ ກາຣ໌ນາໂຊ່ ຈ່າຍບານໃນກອບເຂດໂທດກັບເຂົ້າມາໃຫ້ […]

ປືນຈັບມືງູໃຫຍ່ເຂົ້າຮອບຮອງຊະນະເລີດການແຂ່ງຂັນບານເຕະຢູຟ່າ ຢູໂຣປ້າ ລີກ 2024/25

ການແຂ່ງຂັນບານເຕະ UEFA Champions League 2024/25 ຮອບກ່ອນເຂົ້າຮອບຮອງຊະນະເລີດ ນັດທີສອງ ໃນຄືນວັນພຸດທີ 16 ເມສາທີ່ຜ່ານມາ ມີຜົນການແຂ່ງຂັນດັ່ງນີ້ ເຣອານ ມາດຣິດ 1-2 ອາເຊນໍ (ລວມຜົນສອງນັດ ອາເຊນໍ ຊະນະ 5-1) ຜູ້ເຮັດປະຕູ ເຣອານ ມາດຣິດ: ວິນິຊິອຸສ ຈູນຽ (ນາທີ 66) ອາເຊນໍ: ບູກາໂຢ ຊາກາ (ນາທີ 64), ກາເບຣຍລ ມາຕິເນລລີ (ນາທີ 90+2) ຊາກາ ເຖິງແມ່ນວ່າຈະພາດຈຸດໂທດໃນເຄິ່ງເວລາທຳອິດ ແຕ່ສາມາດແກ້ຕົວດ້ວຍການຍິງປະຕູເປີດໃຫ້ທີມຂຶ້ນນຳ ກ່ອນທີ່ ມາຕິເນລລີ ຈະຍິງປະຕູປິດທ້າຍໃນຊ່ວງເວລາບາດເຈັບ ສົ່ງຜົນໃຫ້ ອາເຊນໍ ຜ່ານເຂົ້າສູ່ຮອບຮອງຊະນະເລີດເປັນຄັ້ງທຳອິດນັບຕັ້ງແຕ່ປີ 2009 ໂດຍຈະພົບກັບ ປາຣີ ແຊັງ-ແຊກແມງ ໃນຮອບຕໍ່ໄປ   ອິນເຕີ ມິລານ 2-2 ບາເຢິນ ມິວນິກ […]

ຜີແດງ ພາດໂອກາດ ຖືກລີຢົງຕີສະເໝີທ້າຍເກມ

ໂອລິມປິກ ລີຢົງ VS ແມນຢູ: ຜົນບານ 2-2 | “ປີສາດແດງ” ແມນຢູໄນເຕັດ ເສຍໂອກາດເກັບໄຊຊະນະຢ່າງໜ້າເສຍດາຍ ເມື່ອໄດ້ປະຕູພິກນຳໜ້າ 2-1 ຈາກ ໂຈຊົວ ເຊີຊີ່ ໃນນາທີ 88 ແຕ່ສຸດທ້າຍກໍ່ຮັກສາສະກໍໄວ້ບໍ່ໄດ້ ໂດຍ ຣາຢານ ແຊກີ້ ຍິງໃຫ້ເຈົ້າບ້ານ ໂອລິມປິກ ລີຢົງ ຕາມຕີສະເໝີ 2-2 ໃນຊ່ວງທົດເວລາ 90+5 ໃນການແຂ່ງຂັນບານເຕະຢູໂຣປ້າ ລີກ 2024/25 ຮອບ 8 ທີມສຸດທ້າຍ ນັດທຳອິດ ການແຂ່ງຂັນບານເຕະຢູຟ່າ ຢູໂຣປ້າ ລີກ 2024/25 ຮອບ 8 ທີມ ນັດທຳອິດ ເມື່ອຄືນວັນພະຫັດທີ 10 ເມສາ 2568 ໂອລິມປິກ ລີຢົງ ເປີດບ້ານຮັບການມາຢ້ຽມຢາມຂອງ ແມນເຊສເຕີ ຢູໄນເຕັດ ຊ່ວງຕົ້ນເກມ ທັງສອງທີມຫຼິ້ນກັນຢ່າງລະມັດລະວັງ ແລະ […]

ອາເຊນອນ ຖະຫລົ່ມ ເຣອານ ມາດຣິດ 3-0 ໃນການແຂ່ງຂັນ UEFA Champions League ຮອບ 8 ທີມ ນັດທຳອິດ

ຜົນການແຂ່ງຂັນບານເຕະ UEFA Champions League ຮອບກ່ອນຮອງຊະນະເລີດ ນັດທຳອິດ ລະຫວ່າງ ອາເຊນອນ ພົບ ເຣອານ ມາດຣິດ ທີ່ສະໜາມ ເອມິເຣດສ໌ ສະຕາດຽມ ເມື່ອຄືນວັນອັງຄານທີ 8 ເມສາ 2025 ເປີດເກມມາທັງສອງທີມເປີດສາກບຸກໃສ່ກັນ, ນາທີທີ 15 ເຈົ້າພາບໄດ້ລຸ້ນກ່ອນຈາກລູກຍິງໄກຂອງ ໂທມັສ ປາເຕ, ແຕ່ກໍຕົງຕົວ ຕິໂບຕ໌ ກູຣ໌ກົວເຊ່ ປັດໄວ້ໄດ້. ນາທີທີ 31 ທີມມາຢ້ຽມເກືອບໄດ້ປະຕູນຳ ກີລິຍັນ ເອັມບັບເປ ໄດ້ຫລຸດເຂົ້າເຂດໂທດໄປຍິງແຕ່ກໍໂດນ ດາບິດ ຣາຢາ ລົ້ມຕົວປ້ອງກັນເອົາໄວ້ໄດ້, ໝົດເຄິ່ງແລກຍັງສະເໝີກັນ 0-0. ເຄິ່ງຫລັງນາທີທີ 58 “ປືນໃຫຍ່” ມາໄດ້ລູກຟຣີຄິກໜ້າເຂດໂທດ, ເດແຄລນ ໄຣຊ໌ ປັ່ນດ້ວຍຂວາບານພຸ່ງໂຄ້ງອ້ອມກຳແພງສຽບເສົາສຸດງາມ, ອາເຊນອນ ນຳ 1-0. ນາທີທີ 70 ເຈົ້າຖິ່ນມາໄດ້ລູກຟຣີຄິກກາງປະຕູ, ເດແຄລນ ໄຣຊ໌ ຄົນເດີມງປັ່ນດ້ວຍຂວາບານພຸ່ງໂຄ້ງເສຽບສາມຫລ່ຽມເດັດຂາດ, […]

ສະຫຼຸບຕາຕະລາງຄະແນນພຣີເມຍລີກອັງກິດ ລະດູການ 2024-25 ປະຈໍາວັນທີ 7 ເມສາ 2025

ສະຫຼຸບຕາຕະລາງຄະແນນພຣີເມຍລີກອັງກິດ ລະດູການ 2024-25 ປະຈໍາວັນທີ 7 ເມສາ 2025 ພຣີເມຍລີກ ລະດູການ 2024-25 ກັບມາແຂ່ງຂັນອີກຄັ້ງຕາມໂປລແກຣມນັດທີ 31 ລະຫວ່າງວັນເສົາທີ 5 – ວັນຈັນທີ 7 ເມສາ 2025 ຫຼັງຈາກແຂ່ງຂັນກັນໄປ 9 ຄູ່ ໃນອາທິດນີ້, ລິເວີພູ ທີ່ແພ້ເປັນເກມທີ 2 ຂອງລະດູການ ຍັງຄົງນໍາໜ້າເປັນຈ່າຝູງດ້ວຍການມີ 73 ຄະແນນ, ຂະນະທີ່ ອາເຊນໂນ ຮອງອັນດັບ 2 ດ້ວຍການມີ 62 ຄະແນນ. ສ່ວນ “ເຮືອໃບສີຟ້າ” ແມນຯ ຊິຕີ້ ເກັບເພີ່ມໜຶ່ງແຕ້ມຫຼັງບຸກສະເໝີ ແມນຯ ຢູໄນເຕັດ ເຮັດໃຫ້ຍັງຢູ່ທີ 5 ຕາມເດີມ ມີແຕ້ມຕາມຫຼັງ ເຊລຊີ ອັນດັບ 4 ເຫຼືອ 1 ຄະແນນ. ດ້ານ […]

ສະຫຼຸບຜົນບານໂລກ 2026 ຮອບຄັດເລືອກ ປະຈຳວັນທີ 21 ມີນາ 2025

ຜົນການແຂ່ງຂັນ ຟຸດບອນໂລກ 2026 ຮອບຄັດເລືອກ ປະຈຳວັນພະຫັດທີ 20 ມີນາ ທີ່ຜ່ານມາ   “ຊາມູໄລບູ” ຍີ່ປຸ່ນ ກາຍເປັນຊາດທຳອິດທີ່ສາມາດຕີຕັ໋ວຜ່ານເຂົ້າໄປຫຼິ້ນບານໂລກ 2026 ຮອບສຸດທ້າຍໄດ້ສຳເລັດ ຫຼັງເປີດບ້ານເອົາຊະນະ ບາເຣນ 2-0 ເກັບເພີ່ມເປັນ 19 ຄະແນນ ແຕ້ມຂາດຮອຍແມ່ນຍັງເຫຼືອອີກ 3 ນັດກໍຕາມ     ຜົນບານໂລກ 2026 ຮອບຄັດເລືອກ ໂຊນເອເຊຍ ກຸ່ມເອ   ອຸດສະເບກິດຖານ 1-0 ຄີກີດສະຖານ ອີຣ່ານ 2-0 ຢູເອອີ ກາຕາ 5-1 ເກົາຫຼີເໜືອ   ຜົນບານໂລກ 2026 ຮອບຄັດເລືອກ ໂຊນເອເຊຍ ກຸ່ມບີ   ເກົາຫຼີໃຕ້ 1-1 ໂອມານ ຈໍແດນ 3-1 ປາແລສໄຕນ໌ ອີຣັກ 2-2 […]

ຄະນະຜູ້ແທນ ສພຊ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ APF ທີ່ເກິນເທີ

ໃນລະຫວ່າງວັນທີ 20-25 ມັງກອນ 2025 ຄະນະຜູ້ແທນສະພາແຫ່ງຊາດ (ສພຊ) ແຫ່ງ ສປປລາວ ນໍາໂດຍທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະ ມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ທີ່ນະຄອນເກິນເທີ, ສສ.ຫວຽດນາມ; ເຂົ້າຮ່ວມມີຄະນະຜູ້ແທນຈາກປະເທດທີ່ໃຊ້ພາສາຝຣັ່ງ 26 ປະເທດ ພ້ອມດ້ວຍຕົວແທນຈາກອົງ ການຝຣັ່ງໂກໂຟນີສາກົນ (OIF) ແລະ ຄະນະເລຂາ ທິການໃຫຍ່ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກສະພາແຫ່ງຊາດຫວຽດ ນາມ ປະເທດເຈົ້າພາບ ລວມທັງໝົດ 70 ທ່ານ. ກອງປະຊຸມໄດ້ພິຈາລະນາຮັບຮອງເອົາໂຄງປະກອບຄະນະບໍລິຫານງານຊຸດໃໝ່ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ນັບແຕ່ເດືອນມັງກອນ 2025, ຮັບຮອງເອົາສະມາຄົມລັດຖະສະພາຂອງລັດສະມາຊິກຄະນະກໍາມາທິການມະຫາສະ ໝຸດອິນເດຍ (AP COI) ເຂົ້າເປັນຜູ້ສັງເກດການຂອງ APF, ຮ່າງນິຕິກຳກ່ຽວກັບການຈັດສັນງົບປະມານທີ່ໃຫ້ຄວາມສໍາຄັນຕໍ່ບົດ ບາດຍິງ- ຊາຍ, ໂຄງການການຮ່ວມ ມືລະຫວ່າງລັດ ຖະສະພາ ປະຈໍາປີ 2025, ແຜນປະຕິບັດງານໃນຂອບຍຸດທະສາດ 2023-2030, ແຜນການເຄື່ອນໄຫວຂອງກອງປະຊຸມຕ່າງໆໃນຂອບ ແລະ ກົນໄກຂອງ […]

ມຊ ຄອງເຈົ້າຫຼຽນຄຳ ກິລາກະຕໍ້ ງານມະຫະກຳກິລາມະຫາວິທະຍາໄລລາວ ເກມ ຄັ້ງທີ 2

ມະຫາວິທະຍາໄລແຫ່ງຊາດ (ມຊ) ເຈົ້າພາບງານມະຫະກຳກິລາມະຫາວິທະຍາໄລລາວ ເກມ ຄັ້ງທີ2 ປະຈໍາປີ 2024 ຄອງເຈົ້າຫຼຽນຄຳ ປະເພດກິລາກະຕໍ້ ຊຶ່ງສາມາດຍາດໄດ້ 3 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ, ສ່ວນຮອງເຈົ້າຫຼຽນຄຳ ເປັນຂອງວິທະຍາຄານກອງທັບ ຍາດໄດ້ 2 ຫຼຽນຄຳ ແລະ 1 ຫຼຽນເງິນ ຈາກ 6 ພາກສ່ວນເຂົ້າຮ່ວມ. ການແຂ່ງຂັນກິລາກະຕໍ້ ໃນງານກິລາຄັ້ງນີ້ ໄດ້ດຳເນີນແຂ່ງຂັນລະຫວ່າງວັນທີ 3-9 ພຶດສະພາ 2024 ຢູ່ໃນບໍລິເວນເຂດ ມຊ (ດົງໂດກ)​ ຊຶ່ງມີການຊີງໄຊ 5 ຫຼຽນຄໍາ ຈາກລາຍການທີມດ່ຽວຍິງ-ຊາຍ, ທີມຄູ່ຍິງ-ຊາຍ ແລະ ທີມຊຸດຄູ່ຊາຍ, ພາຍຫຼັງສໍາເລັດລາຍການແຂ່ງຂັນປະເພດກະຕໍ້ ສາມາດສະຫຼຸບອັນດັບຫຼຽນ: ອັນດັບ 1 ມຊ  ຍາດໄດ້ 3 ຫຼຽນຄໍາ, 1 ຫຼຽນເງິນ, 1 […]