ຊົມເຊີຍ ລັດສະໝີ ສີປະເສີດ ໄດ້ຫຼຽນເງິນ ຫຼຽນທຳອິດ ໃຫ້ທັບນັກກິລາຄົນພິການລາວ

ນາງ ລັດສະໝີ ສີປະເສີດ ຄວ້າ 1 ຫຼຽນເງິນ ຫຼຽນທຳອິດ ແລະ 1 ຫຼຽນທອງ ຫຼຽນທີ 2 ໃນກິລາຍົກນໍ້າໜັກຮຸ່ນ 41 ກິໂລກຼາມຍິງ ໃຫ້ທັບນັກກິລາຄົນພິການລາວ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ຈັດຂຶ້ນ ໃນຕອນເຊົ້າມື້ນີ້ 4 ມິຖຸນາ ທີ່ນະຄອນຫຼວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ. ສຳລັບ 1 ຫຼຽນເງິນ ລັດສະໝີ ສີປະເສີດ ໄດ້ຈາກປະເພດຍົກຄະແນນລວມ ສ່ວນຫຼຽນຄຳ ເປັນຂອງ ນາງ Maridol ນັກກິລາຈາກ ຟິລິບປິນ ແລະ ຫຼຽນທອງ ເປັນຂອງ ນາງ Eneng Paridah ນັກກິລາຈາກອິນໂດເນເຊຍ. ສ່ວນ ຫຼຽນທອງ ຂອງນາງ ລັດສະໝີ ສີປະເສີດ ໄດ້ຈາກການຍົກເອົາຄະແນນຄັ້ງທຳອິດ ສ່ວນຫຼຽນຄຳ ເປັນຂອງນາງ […]
ສາວບານບ້ວງລໍ້ເລື່ອນທີມຊາດລາວ ໄດ້ຫລຽນທອງທຳອິດ ໃຫ້ທັບນັກກິລາ ຄົນພິການລາວ ໃນອາຊຽນພາຣາເກມ

ສາວທັບນັກກິລາບານບ້ວງລໍ້ເລື່ອນຄົນພິການທີມຊາດລາວ ປະເດີມຫຼຽນທອງ ທຳອິດໃຫ້ທັບນັກກິລາຄົນພິການລາວແລ້ວ ຫຼັງຈາກໄລ່ເອົາຊະນະ ນັກກິລາບານບ້ວງລໍ້ເລື່ອນຄົນພິການຍິງທີມຊາດ ຟິລິບປິນ 8-5 ຄະແນນ ໃນການແຂ່ງຂັນບານບ້ວງລໍ້ເລື່ອນຄົນພິການຍິງ ປະເພດ 3X3 ງານກິລາອາຊຽນ ພາຣາເກມ ຄັ້ງທີ 12 ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນານີ້. ການແຂ່ງຂັນບານບ້ວງລໍ້ເລື່ອນຄົນພິການ ປະເພດ 3X3 ງານກິລາອາຊຽນ ພາຣາເກມ ຮອບຊີງຫຼຽນທອງ ແລະ ຫຼຽນຄຳ ໄດ້ມີຂຶ້ນ ໃນຕອນເຊົ້າມື້ນີ້ 3 ມິຖຸນາ 2023 ທັງທີມຍິງ ແລະ ທີມຊາຍ ໂດຍສະເພາະທີມຍິງ ຄູ່ຊີງຫຼຽນທອງ ເປັນການພົບກັນລະຫວ່າງ ລາວ ພົບກັບ ຟິລິບປິນ ແລະ ຄູ່ຊີງຫຼຽນຄຳ ໄທ ພົບກັບ ເຈົ້າພາບ ກຳປູເຈຍ ໃຫ້ກຽດເຂົ້າຮ່ວມຊົມ-ເຊຍ ໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ […]
ທັບນັກກິລາຄົນພິການລາວ ອອກເດີນທາງສູ່ກຳປູເຈຍແລ້ວ

ທັບນັກກິລາຄົນພິການທີມຊາດລາວ ຈຳນວນ 7 ປະເພດກິລາ ແລະ ເປັນຂະບວນໃຫຍ່ນຳ ໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ພ້ອມດ້ວຍຄະນະໄດ້ອອກເດີນທາງຢ່າງເປັນທາງການ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນ ພາຣາເກມ ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 3-9 ມິຖຸນາ 2023. ພິທີສົ່ງທັບນັກກິລາຄົນພິການທີມຊາດລາວຄັ້ງນີ້ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 31 ພຶດສະພາ 2023 ທີ່ສະໜາມບິນສາກົນ ວັດໄຕ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ມີບັນດາຄະນະກົມ, ພະແນກ, ຄະນະບໍລິຫານງານສະຫະພັນກິລາຄົນພິການແຫ່ງຊາດ, ຄະນະຄູຝຶກ ແລະ […]
ຊົມເຊີຍ ທັບນັກກິລາລາວ ຄວ້າ 6 ຫຼຽນຄຳ ໃນຊີເກມຄັ້ງ 32 ເກີນເປົ້າທີ່ຕັ້ງໄວ້ 5 ຫຼຽນຄຳ

ເກີນເປົ້າ! ທັບນັກກິລາລາວ ຄວ້າ 6 ຫຼຽນຄຳ ໃນຊີເກມຄັ້ງ 32 ເກີນເປົ້າທີ່ຕັ້ງໄວ້ 5 ຫຼຽນຄຳ ປິດສາກລົງແລ້ວ ສຳລັບການແຂ່ງຂັນກີລາໃນງານມະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ຈັດຂຶ້ນລະຫວ່າງວັນທີ 5-17 ພຶດສະພາ 2023 ໄດ້ສໍາເລັດຢ່າງເປັນທາງການ, ສຳລັບຜົນການແຂ່ງຂັນກິລາທຸກປະເພດ ທັບນັກກີລາລາວ ສາມາດຍາດໄດ້ 6 ຫຼຽນຄໍາ, 22 ຫຼຽນເງິນ ແລະ 60 ຫຼຽນທອງ ເກີນເປົ້າໝາຍທີ່ວາງໄວ້ 5 ຫຼຽນຄໍາ. ສຳລັບ 6 ຫຼຽນຄໍາທີ່ຍາດມາໄດ້ຈາກ ກິລາເປຕັງ 3 ຫຼຽນຄຳ, ກິລາກະຕໍ້ຊິນລອນ 1 ຫຼຽນຄຳ, ກິລາ ກຸນ ບ໋ອກກະຕໍ 1 ຫຼຽນຄຳ ແລະ ກິລາໂວວີນາມ 1 ຫຼຽນຄຳ ເຮັດໃຫ້ ສປປ ລາວ ຈັດຢູ່ອັນດັບທີ […]
ທ້າວ ສຸກພະໄຊ ສິດທິສານ ນັກກິລາຮຸ່ນນ້ຳຫນັກ 60ກກ ຄວ້າຫລຽນເງິນ ໃນການແຂ່ງຂັນຢູໂດ

ທ້າວ ສຸກພະໄຊ ສິດທິສານ ນັກກິລາຮຸ່ນນ້ຳຫນັກ 60ກກ ຄວ້າຫລຽນເງິນ ໃນການແຂ່ງຂັນຢູໂດ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ປະເທດກຳປູເຈຍ 2023 ວັນທີ 14 ພຶດສະພາ 2023. ສະຫລຸບຫລຽນ ການແຂ່ງຂັນ ທັງ 2 ວັນ ທັບນັກກິລາຢູໂດທີມຊາດລາວ ຄວ້າມາໄດ້ 2 ຫລຽນເງິນ ແລະ 1 ຫລຽນທອງ ຈາກການແຂ່ງຂັນ 5 ລາຍການ.ສ່ວນໂປຣແກຣມການແຂ່ງຂັນໃນວັນທີ 15 ພຶດສະພາ 2023 ເຊິ່ງເປັນມື້ທີ 3 ຂອງການແຂ່ງຂັນ ນັກກິລາຢູໂດທິມຊາດລາວ ຈະລົງທຳການແຂ່ງຂັນ 4 ຮຸ່ນ ຄື: -44ກກ ຍິງ, -48ກກ ຍິງ, -52ກກ ຍິງ ແລະ -90ກກ ຊາຍ cr: ກົມກິລາລະດັບສູງ
ທ່ານ ຮຸນແຊນ ນາຍົກລັດຖະມົນຕີ ກຳປູເຈຍ ພ້ອມມອບເງິນ 170 ລ້ານກວ່າກີບ (10.000 ໂດລາສະຫະລັດ) ໃຫ້ນັກກິລາແລ່ນ-ລານ

ຫຼັງຈາກທີ່ ນາງ ບູ ຊຳນັງ ນັກກິລາແລ່ນ-ລານທີມຊາດກຳປູເຈຍ ແລ່ນຝ່າສາຍຝົນໃນການແຂ່ງຂັນແລ່ນ 5.000 ແມັດຍິງ ໃນງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ສະໜາມກິລາແຫ່ງຊາດມໍລະດົກເຕໂຊ ເມື່ອບໍ່ດົນມານີ້ ຊຶ່ງນັກກິລາຄົນນີ້ແລ່ນແບບບໍ່ຍອມຈຳນົນເຖິງວ່າຄູ່ແຂ່ງຄົນອື່ນໆຈະເຂົ້າເສັ້ນໄຊໄປແລ້ວປະມານ 6 ນາທີກໍຕາມ ແຕ່ລາວຍັງແລ່ນຕໍ່ຈົນຈົບການແຂ່ງຂັນ ດ້ວຍເວລາ 22 ນາທີ 54,200 ວິນາທີ ຈົນໄດ້ຮັບສຽງຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍຈາກແຟນກິລາ. ຫຼ້າສຸດ ພະນະທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກຳປູເຈຍ ໄດ້ໂພດຜ່ານເຟດບຸກສ່ວນຕົວ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ນາງ ບູ ຊຳນັງ ວ່າມີນ້ຳໃຈນັກກິລາຢ່າງແທ້ຈິງ ໂດຍພ້ອມຈະມອບເງິນ ຈຳນວນ 170 ລ້ານກວ່າກີບ (10.000 ໂດລາສະຫະລັດ) ໃຫ້ກັບນັກກິລາແລ່ນ-ລານສາວຄົນນີ້ ເຖິງວ່າທ່ານກຳລັງຕິດພາລະກິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ ກໍຕາມ. ພະນະທ່ານ ສົມເດັດ ຮຸນແຊນ ກ່າວວ່າ: “ເຖິງວ່າຂ້າພະເຈົ້າຈະຢູ່ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ປະເທດອິນໂດເນເຊຍ ແຕ່ຂ້ອຍກໍຍັງຕິດຕາມຊົມການແຂ່ງຂັນກິລາໃນງານມະຫະກຳກິລາຊີເກມ […]
ຫຼຽນຄຳທີ 6 ມາແລ້ວ ຈາກ ກິລາເປຕັງ ປະເພດທີມປະສົມ ຍິງ 1 ຊາຍ 2

ຫຼຽນຄຳທີ 6 ມາແລ້ວ ຈາກ ກິລາເປຕັງ ປະເພດທີມປະສົມ ຍິງ 1 ຊາຍ 2 ນັກກີລາລາວປະກອບມີ: ນ. ນີ່ດາວັນ ດວງມະນີຈັນ (ນີ່), ທ. ວິລະສັກ ລາດຊະວົງ (ຕ້ອມ) ແລະ ທ. ສົມສະໄໝ ຊາມົນຕີ (ໄໝ) ຮອບຊິງຫຼຽນຄຳ ເອົາຊະນະ ກຳປູເຈຍ ເຈົ້າພາບ 13-5 ຄະແນນ. ກາຍເປັນຫຼຽນຄຳທີ 3 ຂອງ ທັບນັກກິລາເປຕັງ ທີມຊາດລາວ ຕໍ່ຈາກ ທ້າວ ພຸດທະລາ ແກ້ວກັນນິກາ ປະເພດ ຊຸດຕິງຊາຍ ເອົາຊະນະ ກຳປູເຈຍ ເຈົ້າພາບ 39-33 ຄະແນນ ແລະ ປະເພດຄູ່ຍິງ: ຈິນດາວອນ ສີສະຫວັດ ແລະ ອາລີ ແສງຈັນເພັດ ຊະນະ ກຳປູເຈຍ […]
ບໍລິສັດ ເບຍລາວ ປະກາດ ອັດສີດເງິນສະໜັບສະໜູນໃຫ້ກັບທີມນັກກິລາລາວ ທີ່ສາມາດ ຄວ້າຫຼຽນກັບຄືນມາປະເທດ ລວມມູນຄ່າ 300 ລ້ານກີບ

ເປັນຂ່າວທີ່ດີຫຼາຍ ພ້ອມທັງເປັນການ ສ້າງຂວັນ ກໍາລັງໃຈ ໃຫ້ນັກກິລາລາວ ໃນການລ່າຫຼຽນລາງວັນ ຈາກງານການແຂ່ງຂັນ ກິລາ ຊີເກມ ທີ່ປະເທດ ກໍາປູເຈຍ ເປັນເຈົ້າພາບ ໂດຍທາງເພຈ ບໍລິສັດ ເບຍລາວ ຈຳກັດ – Lao Brewery Co., Ltd. ໄດ້ປະກາດ ອັດສີດເງິນສະໜັບສະໜູນໃຫ້ກັບທີມນັກກິລາລາວ ທີ່ສາມາດ ຄວ້າຫຼຽນກັບຄືນມາປະເທດ ລວມມູນຄ່າ 300 ລ້ານກີບ ໂດຍເຫັນໄດ້ ຄວາມສໍາຄັນ ໃນການສົ່ງເສີມ ແລະ ພັດທະນາ ກິລາ ຢູ່ ສປປ ລາວ ໃຫ້ກ້າວໄກ ທຽບເທົ່າ ສາກົນ. ກໍາລັງດໍາເນີນໄປ ຢ່າງດຸເດືອດ ກັບງານມະຫະກໍາກິລາ ທີ່ຫຍິ່ງໃຫຍ່ທີ່ສຸດ ຂອງຊາດໃນເຂດ ອາຊີຕາເວັນອອກສຽງໃຕ້ ຫຼື SEA Games 2023 ໂດຍໃນປີນີ້ ຈັດຂຶ້ນ ເປັນຄັ້ງທໍາອິດ ໃນປະຫວັດສາດ ຂອງປະເທດກໍາປູເຈຍ […]
ລາວບັນລຸຄາດໝາຍ 5 ຫຼຽນຄໍາໃນຊີເກມຄັ້ງທີ 32 ທີ່ກໍາປູເຈຍ

ສປປ ລາວບັນລຸຄາດໝາຍ 5 ຫຼຽນຄໍາໃນຊີເກມຄັ້ງທີ 32 ທີ່ກໍາປູເຈຍສປປ ລາວຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 5 ຫຼຽນຄຳ ໃນການແຂ່ງຂັນກິລາຊີເກມຄັ້ງທີ 32 ທີ່ກໍາປູເຈຍເປັນເຈົ້າພາບ ເຊິ່ງມາຮອດປັດຈຸບັນ ສປປ ລາວໄດ້ຮັບແລ້ວ 5 ຫຼຽນຄໍາ ນອກນັ້ນ, ຍັງໄດ້ 8 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 42 ຫຼຽນ ເຊິ່ງຢູ່ອັນດັບທີ 9 ຈາກ 11 ປະເທດ ອາຊຽນເຂົ້າຮ່ວມ, ໃນນັ້ນ, 5 ປະເພດ ກິລາທີ່ ສປປ ລາວໄດ້ຫຼຽນຄໍາປະກອບມີ : ກິລາກຸນບົກກະຕໍ, ກິລາເປຕັງຊຸດຕິງຊາຍ, ໂວວີນາມປະເພດຟ້ອນປະກອບອາວຸດດາບຄູ່ຊາຍ, ກະຕໍ້ຊິນລອນປະເພດທີມຊາຍ ແລະ ກິລາເປຕັງລາຍການຄູ່ຍິງ. ແຫຼ່ງຂ່າວລາຍງານໃຫ້ຮູ້ຕື່ມວ່າ: ການແຂ່ງຂັນຍັງຈະດໍາເນີນໄປເຖິງວັນທີ 17 ພຶດສະພາ 2023 ແລະຍັງມີຫຼາຍລາຍການທີ່ ສປປ ລາວຈະສາມາດຄວ້າໄດ້ອີກຫຼາຍລາງວັນເພີ່ມ,ເຊິ່ງປັດຈຸບັນນັກກິລາລາວລໍຖ້າເຂົ້າຊິງຫຼຽນຄໍາລວມມີ: ມວຍກຸນຂະແມຍິງ, […]
ມວຍລາວເຂົ້າຊິງຫຼຽນຄຳ 3 ຮຸ່ນໃນຊີເກມຄັ້ງທີ 32 ໃນງານມະຫະກຳກິລາ ຊີເກມຄັ້ງທີ 32 ທີ່ກຳປູເຈຍ

ສຸດຍອດມວຍລາວສາມາດໂຊຟອມເດັ່ນເຂົ້າຊິງຫຼຽນຄຳທັງ 3 ລຸ້ນ ໃນງານມະຫະກຳກິລາ ຊີເກມບຄັ້ງທີ 32 ທີ່ກຳປູເຈຍເປັນເຈົ້າພາບ ເຊິ່ງມີດັ່ງນີ້: ສຸກນາ ແກ້ວຕະລາດ ຊະນະ ຫວຽດນາມ ໃນຮຸ່ນນໍ້າໜັກ 54 ກິໂລກຼາມ ໃນວັນທີ 8 ພຶດສະພາ 2023 ໄດ້ຜ່ານເຂົ້າຮອບຊີງຫຼຽນຄໍາ ກັບເຈົ້າພາບ ກຳປູເຈຍ ໃນວັນທີ 10/5/2023 ອັດທະໄຊ ສີຫາບຸດ ຊະນະຄະແນນ ນັກມວຍຈາກ ຟິລິປິນ ຮຸ່ນນໍ້າໜັກ 60 ກິໂລກຼາມ ຜ່ານເຂົ້າຊີງຫຼຽນຄໍາ ໄປພົບນັກມວຍເຈົ້າພາບທີ່ຊະນະນ໋ອກນັກມວຍຈາກມາເລເຊຍ ຊຶ່ງນັດຊີງຫຼຽນຄໍາຈະຈັດຂຶ້ນໃນວັນທີ11/5/2023 ສຸບິນ ບັນຊາເດດ ຊະນະຄະແນນ ມຽນມາ ຊຶ້ງເປັນຄົນທີ 3 ຂອງທັບນັກກິລາມວຍລາວ ຫຼື ມວຍກຸນຂະແມ ໄດ້ຜ່ານເຂົ້າຫຼຽນຄຳພົບນັກກິລາເຈົ້າພາບ ກຳປູເຈຍ ທີ່ຊະນະນັກມວຍຈາກ ສສ ຫວຽດນາມ ຮຸ່ນນໍ້າໜັກ 60 ກິໂລກຼາມ ຊຶ່ງຮອບຊີງຈະຈັດຂຶ້ນໃນວັນທີ 11/5/2023 ນີ້.