ຂ່າວ-Tou-Vientianepost (90)
ລາວບັນລຸຄາດໝາຍ 5 ຫຼຽນຄໍາໃນຊີເກມຄັ້ງທີ 32 ທີ່ກໍາປູເຈຍ
ຮຽບຮຽງໂດຍ:Staff
ເຜີຍແຜ່: 11 May, 2023
ໝວດ: ກິລາ

ສປປ ລາວບັນລຸຄາດໝາຍ 5 ຫຼຽນຄໍາໃນຊີເກມຄັ້ງທີ 32 ທີ່ກໍາປູເຈຍສປປ ລາວຕັ້ງເປົ້າຈະສູ້ຊົນຍາດໃຫ້ໄດ້ 5 ຫຼຽນຄຳ ໃນການແຂ່ງຂັນກິລາຊີເກມຄັ້ງທີ 32 ທີ່ກໍາປູເຈຍເປັນເຈົ້າພາບ ເຊິ່ງມາຮອດປັດຈຸບັນ ສປປ ລາວໄດ້ຮັບແລ້ວ 5 ຫຼຽນຄໍາ ນອກນັ້ນ, ຍັງໄດ້ 8 ຫຼຽນເງິນ ແລະ 29 ຫຼຽນທອງ ລວມ 42 ຫຼຽນ ເຊິ່ງຢູ່ອັນດັບທີ 9 ຈາກ 11 ປະເທດ ອາຊຽນເຂົ້າຮ່ວມ, ໃນນັ້ນ, 5 ປະເພດ

ກິລາທີ່ ສປປ ລາວໄດ້ຫຼຽນຄໍາປະກອບມີ : ກິລາກຸນບົກກະຕໍ, ກິລາເປຕັງຊຸດຕິງຊາຍ, ໂວວີນາມປະເພດຟ້ອນປະກອບອາວຸດດາບຄູ່ຊາຍ, ກະຕໍ້ຊິນລອນປະເພດທີມຊາຍ ແລະ ກິລາເປຕັງລາຍການຄູ່ຍິງ.

ແຫຼ່ງຂ່າວລາຍງານໃຫ້ຮູ້ຕື່ມວ່າ: ການແຂ່ງຂັນຍັງຈະດໍາເນີນໄປເຖິງວັນທີ 17 ພຶດສະພາ 2023 ແລະຍັງມີຫຼາຍລາຍການທີ່ ສປປ ລາວຈະສາມາດຄວ້າໄດ້ອີກຫຼາຍລາງວັນເພີ່ມ,ເຊິ່ງປັດຈຸບັນນັກກິລາລາວລໍຖ້າເຂົ້າຊິງຫຼຽນຄໍາລວມມີ: ມວຍກຸນຂະແມຍິງ, ຊາຍ ແລະລາຍການອື່ນໆ.

ສປປ ລາວສົ່ງນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 131 ຄົນ ຈາກ 31 ປະເພດປະກອບມີ ບານເຕະ, ກອ໋ບ, ດອກປີກໄກ່, ຊ໋ອບເທັນນິດ, ປິ່ງປ່ອງ, ບານບ້ວງ, ອີສະປອດ, ຟັນດາບ, ບານສົ່ງຫາດຊາຍ, ກິລາຂ້າມສິ່ງກີດຂວາງ ແລະ ມວຍປໍ້າຈູຈິດຊູ.

ຂໍ້ມູນ-ຮູບພາບ: ກົມກິລາລະດັບສູງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 2 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,392
21,667
thailand (1)
THB
659.01
670.87
european-union
EUR
24,252
24,736
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-02T105100.856
ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຫາ ໜັກຫຼາຍຢູ່ບາງທ້ອງຖິ່ນ
pele - 2025-07-02T095249.830
ບໍລິສັດ ໄບຣຊອຍສ ມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນເຂດຫ່າງໄກສອກຫຼີກ
pele - 2025-07-01T161645.333
ແຂວງສາລະວັນ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ
_cover - 2025-07-01T161611.775
ຈາກການລາຍງານລະບຸວ່າ ທຣຳຕັດຄວາມຊ່ວຍເຫຼືອ ເຮັດຄົນທົ່ວໂລກສ່ຽງເສຍຊີວິດ 14 ລ້ານຄົນ ພາຍໃນອີກ 5 ປີ
pele - 2025-07-01T153415.261
ສື່ມວນຊົນສໍາເລັດຊຸດອົບຮົມການລາຍງານຂ່າວສີຂຽວ
_cover - 2025-07-01T152944.822
ອີຣ່ານຍອດເສຍຊີວິດເພີ່ມຂຶ້ນ ໃນສົງຄາມ 12 ວັນກັບອິສຣາເອນເປັນ 935 ຄົນ
pele - 2025-07-01T144219.772
ໄຊພູທອງ ປັກດໍາເຂົ້ານາປີໄດ້ແລ້ວ 3,450 ເຮັກຕາ
_cover - 2025-07-01T141020.064
"ທຣຳ" ຂຶ້ນພາສີເຄື່ອງໃຊ້ໃນເຮືອນທີ່ເຮັດຈາກ "ເຫລັກ" ເຊັ່ນ: "ຕູ້ເຢັນ - ຈັກຊັກເຄື່ອງ - ເຕົາອົບ" ອ້າງວ່າຜະລິດຈາກເຫລັກ
pele - 2025-07-01T135658.644
ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຄື່ອນໄຫວວຽກງານ ຢູ່ແຂວງຄໍາມ່ວນ
pele - 2025-07-01T103046.114
ຈັບແກ້ງ ລັກຕັດສາຍໄຟ ປອກທອງໄປຂາຍ ພ້ອມມົ້ວສຸມເສບຢາເສບຕິດ
ຢ່າລື່ມກົດຕິດຕາມ