ມືໄວເປັນເຫດ! “ຫລຸຍສ໌ ເອັນຣິເກ້” ອາດຖືກແບນຍາວ ຫຼັງຕົບໜ້າ “ຊູເອາ ເປໂດຣ” ໃນສຶກຊິງແຊ້ມສະໂມສອນໂລກ

ເຖິງແມ່ນເກມຈະຈົບໄປແລ້ວ ແຕ່ເລື່ອງຍັງບໍ່ທັນຈົບ ຫລຸຍສ໌ ເອັນຣິເກ້ ຄູຝຶກເປແອສເຊ ອາດຈະຖືກຟີຟ່າແບນຈາກກິດຈະກໍາລູກຫນັງທັງໝົດ ຫຼັງຕົບໜ້າຊູເອາ ເປໂດຣ ກາງສະໜາມ ວັນທີ 15 ກໍລະກົດ 2568 ຫລຸຍສ໌ ເອັນຣິເກ້ ຜູ້ຈັດການທີມປາຣີສ ແຊງ-ແຊມັງ ອາດຈະຕ້ອງປະເຊີນກັບໂທດແບນທັງໝົດຈາກການເຮັດໜ້າທີ່ດ້ານບານເຕະ ຫຼັງຖືກຈັບພາບຂະນະຕົບໜ້າ ຊູເອາ ເປໂດຣ ກອງໜ້າເຊລຊີ ໃນສຶກຊິງແຊ້ມສະໂມສອນໂລກ ເຫດການດັ່ງກ່າວເກີດຂຶ້ນຫຼັງເກມຮອບຊິງຊະນະເລີດ ທີ່ເປແອສເຊແພ້ເຊລຊີໄປ 0-3 ໂດຍເອັນຣິເກ້ເກີດອາລົມຮ້ອນຫຼັງເກມ ກ່ອນຈະເຂົ້າໄປມີປາກສຽງກັບເປໂດຣ ແລະຕົບເຂົ້າທີ່ຫົວຂອງແຂ້ງບຣາຊິນ ເຮັດໃຫ້ນັກເຕະແລະທີມງານກວ່າ 20 ຄົນຈາກທັງສອງຝ່າຍຕ້ອງເຂົ້າມາຢຸດຍັບ ຂະນະນີ້ ຟີຟ່າກຽມເປີດການສອບສວນຢ່າງເປັນທາງການ ເຖິງແມ່ນຈະບໍ່ສາມາດລົງໂທດດ້ວຍການຫ້າມຄຸມທີມໃນແມັດການແຂ່ງຂັນທັນທີ ເພາະເປແອສເຊຈະບໍ່ມີໂປຼແກຼມໃນທົວນາເມັນຂອງຟີຟ່າຈົນກວ່າຈະຮອດອິນເຕີຄອນຕີເນັນຕັນ ຄັບເດືອນທັນວາ ແຕ່ມີແນວໂນ້ມສູງວ່າ ຟີຟ່າຈະໃຊ້ມາດຕະການ “ແບນຕາມໄລຍະເວລາ” ເຊັ່ນດຽວກັບກໍລະນີຂອງ ຫລຸຍສ໌ ຊົວເຣຊ ທີ່ເຄີຍຖືກຫ້າມເຮັດກິດຈະກໍາກ່ຽວກັບບານເຕະເປັນເວລາ 4 ເດືອນ ຫຼັງເຫດການກັດ ຈໍໂຈ້ ຄີເອນລິນີ ໃນບານເຕະໂລກ 2014 ຜູ້ຕັດສິນລະດັບອາວຸໂສຂອງສະເປນ ເອັດດູອາໂດ ກອນຊາເລຊ ໃຫ້ຄວາມເຫັນວ່າ […]
ຢູ 13 ດັບເບິນຢູໄອຈີ ນາຄາ ຖືກຕ້ອນຮັບຢ່າງສົມກຽດ ຫລັງຄວ້າແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ

ໃນວັນທີ 10 ກໍລະກົດນີ້, ຄະນະທັບນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບຄືນ ເຖິງນະຄອນຫລວງວຽງຈັນ ຫລັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ. ຂປລ. ໃນວັນທີ 10 ກໍລະກົດນີ້, ຄະນະທັບນັກກິລາ ຢູ 13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນໜຶ່ງດຽວຈາກ ສປປ ລາວ ໄດ້ເດີນທາງກັບຄືນ ເຖິງນະຄອນຫລວງວຽງຈັນ ຫລັງສ້າງຜົນງານໄດ້ຢ່າງໂດດເດັ່ນ ສາມາດຄອງແຊັມການແຂ່ງຂັນ ເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຊຶ່ງເປັນລາຍການໃຫຍ່ລະດັບສາກົນ ຫລື IBER Cup 2025 ທັງໄດ້ສ້າງຊື່ສຽງ ໃຫ້ກັບປະເທດຊາດໃນເວທີສາກົນ. ການເດີນທາງກັບຄືນສູ່ ສປປ ລາວ ຄະນະທັບນັກກິລາ ໄດ້ຖືກຕ້ອນຮັບຢ່າງອົບອຸ່ນ ສົມກຽດທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ທີ່ນະຄອນຫລວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ຖະໜອມ ຈຽງທອງ […]
ຜົນບານ ປາຣີ ແຊັງແຊກແມັງ 4-0 ເຣອັລ ມາດຣິດ ເຂົ້າຊິງພົບກັບເຊລຊີ ຊິງແຊ້ມສະໂມສອນໂລກ 2025

ປາຣີ ແຊັງແຊກແມັງ ຮ້ອນແຮງຕໍ່ເນື່ອງ ທຸບ ເຣອັລ ມາດຣິດ 4-0 ທະລຸເຂົ້າຊິງ ຟີຟ່າ ຄລັບ ເວີລດ໌ ຄັບ 2025 ກັບ ເຊລຊີ ໂດຍໃນເກມນີ້ ເດັມເບເລ່ ຍິງນຶ່ງປະຕູ ແລະ ຈ່າຍນຶ່ງ ຂະນະທີ່ ຟາເບຍັງ ຣຸຍສ໌ ຍິງສອງລູກປະຕູ ການແຂ່ງຂັນຟຸດບານ ຟີຟ່າ ຄລັບ ເວີລດ໌ ຄັບ 2025 ຮອບຮອງຊະນະເລີດ ໃນວັນພຸດທີ 9 ກໍລະກົດ 2025 ລະຫວ່າງ ປາຣີ ແຊງ-ແຊີກແມງ ແຊມຟິຍຸລົບທີມລ່າສຸດຈາກຝຣັ່ງ ທ້າດວົນກັບ ເຣອັລ ມາດຣິດ ທີມຍັກໃຫຍ່ຈາກສະເປນ ໃນເກມນີ້ທັງສອງຝ່າຍມີບັນຫາຜູ້ຫລິ້ນຖືກຫ້າມ ໂດຍ ປີເອສຊີ ບໍ່ມີ ວິລເລຍັງ ປາໂຊ ແລະ ລູກາສ໌ ແອີກງອນເດສ ສອງຜູ້ຫລິ້ນແນວຮັບ ທີ່ໄດ້ຮັບໃບແດງໃນລະຫວ່າງທ້າຍເກມຮອບກ່ອນຮອງ ທີ່ເອົາຊະນະ […]
EVO ສະໜັບສະໜູນ ເຄື່ອງກິລາໃຫ້ກໍາມະການຕັດສິນໃນລາຍການແຂ່ງຂັນຂອງ ສຕລ ນັບຕັ້ງແຕ່ປີ 2025-2028

ບໍລິສັດ ອີໂວ ການກິລາ ຈໍາກັດ (EVO) ເຊັນສັນຍາສະໜັບສະໜູນ ສະຫະພັນບານເຕະແຫ່ງຊາດລາວ ຢ່າງເປັນທາງການດ້ວຍການສະໜັບສະໜູນເຄື່ອງກິລາໃຫ້ກັບ ກຳມະການຕັດສິນໃນທຸກໆລາຍການແຂ່ງຂັນທີ່ ສຕລ ເປັນຜູ້ຈັດ ນັບຕັ້ງແຕ່ປີ 2025-2028 ຫຼື ໄລຍະເວລາ 3 ລະດູການ. ພິທີເຊັນສັນຍາສະໜັບສະໜູນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຄະນະຄູຝຶກ ແລະ ນັກກິລາຈາກບັນດາສະໂມສອນທີ່ເຂົ້າຮ່ວມການແຂ່ງຂັນ ກໍ່ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ. ໂອກາດດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວວ່າ: ຂ້າພະເຈົ້າມີຄວາມປິຕິຍິນດີ ທີ່ຈະແຈ້ງໃຫ້ບັນດາທ່ານຊາບວ່າ EVO ຈະເຂົ້າມາເປັນຜູ້ສະໜັບສະໜູນເຄື່ອງກິລາໃຫ້ກັບກຳມະການຕັດສິນ ລາຍການແຂ່ງຂັນທີ່ ສຕລ ເປັນຜູ້ຈັດ ນັບຕັ້ງແຕ່ປີ 2025-2028, ທັງສອງຝ່າຍໄດ້ມີວິໄສທັດເພື່ອຈະພັດທະນາກິລາບານເຕະລາວ. EVO ໄດ້ມີຜະລິດຕະພັນທີ່ສະແດງໃຫ້ທຸກຄົນໄດ້ເຫັນເຖິງ ນະວັດຕະກຳ, ຄຸນນະພາບ ແລະ ຄວາມເປັນເອກະລັກ […]
ນັກກິລາຄາຣາເຕ້ໂດ້ລາວ ຍາດໄດ້ 2 ຫລຽນທອງ ຊິງແຊ້ມອາຊຽນ ຄັ້ງທີ 12 ທີ່ປະເທດບຣູໄນ 17-19 ມິຖຸນາ 2025

ການແຂ່ງຂັນກິລາຄາຣາເຕໂດ້ ຊິງແຊ້ມອາຊຽນຄັ້ງນີ້ (The 12th Southeast Asian Karate Federation Championship) ມີນັກກິລາ 431 ຄົນ ຈາກ 9 ປະເທດໃນພາກພື້ນອາຊຽນເຂົ້າຮ່ວມ ຂາດພຽງ ມຽນມາ ແລະ ຕີມໍເລສເຕ, ສະເພາະ ສປປ ລາວ ສົ່ງນັກກິລາ 3 ຄົນຄື: ທ້າວ ຄຳພາວົງ ຄຳພາພົງພານ ແຂ່ງຂັນປະເພດຕໍ່ສູ້ ດ່ຽວຊາຍ ນ້ຳໜັກ +84 ກິໂລ ຮຸ່ນອາຍຸບໍ່ເກີນ 21 ປິ, ນາງ ສຸພາພອນ ກອນນີວົງ ແຂ່ງຂັນປະເພດ ດ່ຽວຍິງ ນ້ຳໜັກ +68 ກິໂລ ຮຸ່ນອາຍຸບໍ່ເກີນ 21 ປິ ແລະ ທ້າວ ອາໂນໄທ ຈັນທະວີໄຊ ແຂ່ງຂັນປະເພດຕໍ່ສູ້ ດ່ຽວຊາຍ ນ້ຳໜັກ -60 […]
ຫງວຽນຊວນເຊິນ ຊ່ວຍ ແທບແຊັງ ນາມດິ່ງ ປ້ອງກັນແຊ້ມ ເຕະບານຊາຍ ລີກສູງສຸດຂອງຫວຽດນາມ 2024-25

ການແຂ່ງຂັນເຕະບານຊາຍ ລີກສູງສຸດຂອງຫວຽດນາມ ຫລື V.League 1 ລະດູການ 2024-25 ຮູ້ແຊ້ມແລ້ວ ນັ້ນກໍຄື: ແຊ້ມເກົ່າ ສະໂມສອນ ແທບແຊັງ ນາມດິ່ງ (Thep Xanh Nam Dinh) ພາຍຫລັງຈົບນັດທີ 25 ຮອງນັດສຸດທ້າຍຂອງລະດູການ ບຸກຊະນະ ກວາງນາມ ທີມທ້າຍຕາຕະລາງ 2-0 ເຮັດໃຫ້ ນາມດິ່ງ ປ້ອງກັນແຊ້ມເປັນຄັ້ງເປັນປະຫວັດສາດຂອງສະໂມສອນ ແລະ ເປັນແຊ້ມສະໄໝທີ 3 ຜົນງານໃນລີກລະດູການນີ້ 25 ນັດ ຊະນະ 16 ສະເໝີ 6 ເສຍ 3 ຍິງໄດ້ 50 ປະຕູ ເສຍ 18 ປະຕູ ເປັນທີມທີ່ຍິງປະຕູໄດ້ຫລາຍສຸດ ແລະ ເສຍປະຕູໜ້ອຍສຸດ ຄວ້າສິດໄປ AFC Champions League Two ຮອບແບ່ງກຸ່ມລະດູການໜ້າ. ແທບແຊັງ […]
Clear Men ສະໜັບສະໜູນ 750 ລ້ານກີບ ລາຍການແຂ່ງຂັນກິລາບານເຕະU16 ແລະ U19 ປະຈຳປີ 2025

ເພື່ອນໍາເຂົ້າໃນການແຂ່ງຂັນບານເຕະເຍົາວະຊົນຮຸ່ນອາຍຸບໍ່ເກີນ 16 ປີ ແລະ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2025 ເຊິ່ງເປັນລາຍການຂອງ ສຕລ ຈັດຂຶ້ນກໍຄືລາຍການ LFF CHAMPIONSHIP SUPPORTED BY JFA 2025 ໂດຍສະເພາະ ຢູ 16 ຈະແຂ່ງຂັນກ່ອນເປີດສາກຢ່າງເປັນທາງການໃນວັນທີ 18 ມິຖຸນາ 2025. ພິທີເຊັນສັນຍາສະໜັບສະໜູນການແຂ່ງຂັນບານເຕະລາຍການດັ່ງກ່າວ ຈັດຂຶ້ນໃນວັນທີ 17 ມິຖຸນາ 2025 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສຽວສະຫວາດ ເດດວົງສາ, ຜູ້ຈັດການຝ່າຍສື່ສານອົງກອນ ແລະ ພົວພັນລັດຖະບານ ບໍລິສັດຢູນິລີເວີລາວ. ຂະນະທີ່ ໃຫ້ກຽດລົງນາມໃນສັນຍາໂດຍ ທ່ານ ນາງ ຍອດແກ້ວ ພາວະດີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ແລະ ທ່ານ ນາງ ສະຫວັນວຽງທອງ ສີບຸນເຮືອງ, […]
ສະຫະພັນຄາຣາເຕໂດ້ ນະຄອນຫລວງວຽງຈັນ ຮ່ວມກັບ ສະໂມສອນຄາຣາເຕໂດ້ອຸດອນທານີ ປະເທດໄທ ຈັດກິດຈະກຳຝຶກຊ້ອມ ແລະ ແຂ່ງຂັນມິດຕະພາບ

ສະຫະພັນຄາຣາເຕໂດ້ ນະຄອນຫລວງວຽງຈັນ ຮ່ວມກັບ ສະໂມສອນຄາຣາເຕໂດ້ອຸດອນທານີ ປະເທດໄທ ຈັດກິດຈະກຳຝຶກຊ້ອມ ແລະ ແຂ່ງຂັນມິດຕະພາບ ເພື່ອທົດສອບສີມື ກຽມສູ່ກິລາແຫ່ງຊາດລາວ ຄັ້ງທີ 12 ກິດຈະກຳນີ້ ຈັດຂຶ້ນເມື່ອທ້າຍອາທິດຜ່ານມາ (ວັນທີ 6-8 ມິຖຸນາ 2025) ທີ່ສູນຝຶກຊ້ອມກິລາຄາຣາເຕ້ ມະຫາວິທະຍາໄລກິລາແຫ່ງຊາດໄທ ວິທະຍາເຂດອຸດອນທານີ, ໂດຍມີນັກກິລາຈາກສະໂມສອນສີໂຄດຕະບອງ, ໂຮງຮຽນສຸລິຍາ, ສະໂມສອນຄາຣາເຕ້ອຸດອນທານີ ແລະ ສະໂມສອນຄາຣາເຕ້ບຶງການ ຫຼາຍກວ່າ 60 ຄົນເຂົ້າຮ່ວມ. ຈຸດປະສົງເພື່ອເສີມສ້າງເຕັກນິກ, ບຸກຄະລິກກະພາບ ແລະ ທັກສະໃໝ່ໃຫ້ນັກກິລາ ທັງລຸ້ນໃຫ່ຍ ແລະ ນ້ອຍ ອີກທັງເປັນກຽມພ້ອມ ເຂົ້າຮ່ວມຊິງໄຊ ໃນກິລາແຫ່ງຊາດ ຄັ້ງທີ 12 ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນເດືອນພະຈິກປີນີ້. ກິດຈະກຳຄັ້ງນີ້ ໄດ້ນັບການສະໜັບສະໜູນຈາກ ສະມາຄົມກິລາແຫ່ງແຂວງອຸດອນທານີ, ມະຫາວິທະຍາໄລກິລາແຫ່ງຊາດໄທ ວິທະຍາເຂດອຸດອນທານີ, ສະໂມສອນຄາຣາເຕ້ອຸດອນທານີ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, […]
ແມນຍູ ເຂົ້າຫາ ເອມິເລີຍໂນ່ ມາຕີເນສ ຮັກສາປະຕູໃຫ້ແທນ ໂອນານາ

ແມນເຊສເຕີ ຢູໄນເຕັດ ເລີ່ມຕົ້ນຕິດຕໍ່ ເອມິເລີຍໂນ່ ມາຕີເນສ ນາຍທວານຂອງ ແອສຕັນ ວິລລາ ດ້ວຍຄວາມຫວັງທີ່ຈະດຶງມາແທນ ອ່ອງເດຣ ໂອນານາ ຫຼັງຈາກມີຂ່າວວ່າຕົວເຂົາເອງສົນໃຈທີ່ຈະຍ້າຍມາເຂົ້າຮ່ວມ “ປີສາດແດງ” ຕາມລາຍງານຈາກສື່ມວນຊົນອາເຈນຕິນາ ນາຍທວານຫຼັກຂອງ ແມນຍູ ໃນເວລານີ້ແມ່ນ ອ່ອງເດຣ ໂອນານາ ແຕ່ວ່າ ຕົວເຂົາເອງໄດ້ເຮັດໃຫ້ເກີດຄວາມຜິດພາດມາຕະຫຼອດ ຈົນຫຼາຍຝ່າຍຢາກໃຫ້ມີການປ່ຽນແປງໃນຊ່ວງຮ້ອນນີ້ ໃນຂະນະທີ່ ນາຍທວານທີມຊາດອາເຈນຕິນາ ອາຍຸ 32 ປີ ກໍຄືກັບວ່າຈະພ້ອມທີ່ຈະອຳລາ ແອສຕັນ ວິລລາ ເຊັ່ນກັນ ເລໂອ ປາຣາດິໂຊ່ ນັກຂ່າວຂອງ ອີເອສພີເອັນ ອາເຈນຕິນາ ລາຍງານວ່າ “ການສົນທະນາໄດ້ເລີ່ມແລ້ວ ມີການຕິດຕໍ່ເພື່ອໃຫ້ ມາຕີເນສ ສາມາດມາເຂົ້າຮ່ວມທີມ ແມນເຊສເຕີ ຢູໄນເຕັດ” “ຈາກທຸກໆຄວາມເປັນໄປໄດ້ທີ່ລາວມີໃນອະນາຄົດອັນໃກ້ນີ້ ແມນເຊສເຕີ ຢູໄນເຕັດ ແມ່ນສິ່ງທີ່ເຮັດໃຫ້ລາວຕື່ນເຕັ້ນຫຼາຍທີ່ສຸດ” “ສະໂມສອນຕ່າງໆ ກຳລັງນຳໃຊ້ເວລາຂອງພວກເຂົາ ແຕ່ແມ່ນແລ້ວ ຂ້ອຍສາມາດຢືນຢັນໄດ້ວ່າ ການຕິດຕໍ່ລະຫວ່າງ ແມນຍູ ກັບ ມາຕີເນສ […]
ນັກກິລາເທັນນິດ ທີມຊາດລາວ ຈະເຂົ້າຮ່ວມແຂ່ງຂັນເທັນນິດປະເພດທີມຍິງ ຊີງແຊ້ມໂລກ ກຸ່ມ 3 ທີ່ປະເທດຈໍແດນ

ທີມນັກກິລາເທັນນິດທີມຊາດລາວ ຈໍານວນ 4 ຄົນ ແລະ ຄູຝຶກ 1 ຄົນ ຈະເຂົ້າຮ່ວມແຂ່ງຂັນເທັນນິດປະເພດທີມຍິງ ຊີງແຊ້ມໂລກ ກຸ່ມ 3 ຫຼື ລາຍການ ບິລີ ຈີນ ຄິງ ຄັບ 2025 (Billie Jean King Cup 2025 by Gainbridge ASIA/OCEANIA group 3) ຈະຈັດຂຶ້ນ ລະຫວ່າງວັນທີ 16-21 ມີຖຸນາ 2025 ທີ່ປະເທດຈໍແດນ ການແຂ່ງຂັນລາຍການນີ້, ຢູ່ກຸ່ມ 3 ມີທັງໝົດ 20 ປະເທດ ຮ່ວມແຂ່ງຂັນທີ່ 2 ປະເທດ ຄື: ປະເທດສີລັງກາ ແລະ ປະເທດຈໍແດນ, ສໍາລັບ ທີມນັກກິລາລາວ ຢູ່ຮ່ວມກັບ ຫວຽດນາມ, ກວມ, […]