ຜົນການແຂ່ງຂັນບານເຕະ ອາເຊນໍ 1-0 ນິວຄາສເຊິລ ອາເຊນໍຮັບປະກັນຕຳແໜ່ງຮອງແຊ້ມຄວ້າສີດລຸຍ UCL

ຜົນການແຂ່ງຂັນບານເຕະ ອາເຊນອລ 1-0 ນິວຄາສເຊິລ | ຣາຢາເຊັບ-ໄຣຊ໌ຍິງປະຕູຊັຍ! ອາເຊນອລຮັບປະກັນຕຳແໜ່ງຮອງແຊ້ມ ແລະ ຄວ້າຕັ໋ວລຸຍ UCL ຜົນການແຂ່ງຂັນພຣີເມຍລີກອັງກິດ ຄືນວັນອາທິດທີ 18 ພຶດສະພາ 2025, ອາເຊນອລ ແກ້ແຄ້ນດ້ວຍການເອົາຊະນະ ນິວຄາສເຊິລ ໃນລະດູການນີ້ໂດຍ ເດແຄລນ ໄຣຊ໌ ຍິງປະຕູຊັຍພາທີມຊະນະ 1-0 ພ້ອມຮັບປະກັນຕຳແໜ່ງຮອງຈ່າຝູງ ແລະ ຄວ້າຕັ໋ວໄປແຂ່ງຂັນ UCL ແນ່ນອນແລ້ວຫຼັງຈາກມີຄະແນນຫ່າງຈາກອັນດັບ 3 “ສາລິກາດົງ” 5 ຄະແນນ ໂດຍ “ເດອະ ແມັກພາຍສ໌” ມີ 66 ແຕ້ມເທົ່າກັບ ເຊລຊີ ແລະ ແອສຕັນ ວິລລ່າ ຕ້ອງລຸ້ນຊີ້ຊາຕາໄປຫາເວທີແຊມປຽນສ໌ ລີກ ໃນເກມປິດລະດູການວັນອາທິດໜ້າ. ໃນການແຂ່ງຂັນຟຸດບອລພຣີເມຍລີກອັງກິດ ນັດຮອງສຸດທ້າຍຂອງລະດູການ, ເຈົ້າບ້ານ ອາເຊນອລ ຮອງຈ່າຝູງເປີດສະໜາມ ເອມິເຣດສ໌ ສະເຕດຽມ ຮັບມືກັບ ນິວຄາສເຊິລ ອັນດັບ […]
ບາເຊໂລນາ ເສຍໃນບ້ານກ່ອນປິດລະດູການ 3-2 ແຕ່ບໍ່ມີບັນຫາໃນການສະຫຼອງແຊມປ໌ລີກສະໄໝທີ 28

ຜົນບານເຕະ ບາເຊໂລນາ 2-3 ວິຢາເຣອານ: ບາຊາ ຍົກຖ້ວຍແຊມປ໌ສົ່ງທີມຢ້ຽມໄປ UCL ບາເຊໂລນາ ພ່າຍໃນເຮືອນກ່ອນປິດລະດູການ 3-2 ແຕ່ບໍ່ມີບັນຫາໃນການສະຫຼອງແຊມປ໌ລີກສະໄໝທີ 28 ພ້ອມກັບ ວິຢາເຣອານ ທີ່ດີໃຈທີ່ຄວ້າອັນດັບ 5 ໄດ້ໂຄວຕ້າ UCL ໃບສຸດທ້າຍ ການແຂ່ງຂັນຟຸດບອນລາລີກາ ສະເປນ ນັດຮອງສຸດທ້າຍ ຄືນວັນອາທິດທີ 18 ພຶດສະພາທີ່ຜ່ານມາ ບາເຊໂລນາ ຮັບປະກັນແຊມປ໌ນັດທີ່ແລ້ວ ເກມນີ້ຮອຮັບ ວິຢາເຣອານ ທີ່ເນັ້ນຊັຍຊະນະເພື່ອຄວ້າປີ້ UCL ໃບສຸດທ້າຍ ເລີ່ມເກມ 4 ນາທີທໍາອິດ ນິໂກລາ ເປເປ້ ຫຼຸດດ່ຽວປາດຮຽດມາທີ່ ອາໂຢເຊ່ ເປເຣດ ຊັດໃນເຂດໂທດໜີຕົວ ມາກ ອານເດຣ ແທຣ໌ຊເຕເກັ້ນ ພາທີມຢ້ຽມບຸກນໍາ 1-0 ເວລາຜ່ານນາທີ 22 ໂຣເບີດ ເລວານດອຟສກີ້ ເທກຕົວໂຫມ່ງບານຕົງກອບນາຍດ່ານຄູ່ແຂ່ງເຫີນຕົວປັດເອົາໄວ້ໄດ້ຢ່າງດີເລີດ ເຈົ້າຂອງເຮືອນເອົາຄືນ 1-1 ນາທີ 38 […]
ຟລິກ ເປີດໃຈ! ເຜີຍເຫດຜົນພາບາຊ່າຄວ້າ 3 ແຊມປ໌ຕັ້ງແຕ່ປີທຳອິດທີ່ຄຸມ

ຟລິກ ເປີດໃຈ! ເຜີຍເຫດຜົນພາບາຊ່າຄວ້າ 3 ແຊມປ໌ຕັ້ງແຕ່ປີທຳອິດທີ່ຄຸມ ຮັນຊີ ຟລິກ ຜູ້ຈັດການທີມ ບາເຊໂລນາ ລະບຸວ່າ ບັນຍາກາດແບບຄອບຄົວພາຍໃນທີມເປັນປັດໃຈຫຼັກທີ່ຊ່ວຍໃຫ້ພວກເຂົາເຮັດຜົນງານໄດ້ດີ ໂດຍບອກວ່າຕົນບໍ່ເຄີຍພົບບັນຍາກາດແບບນີ້ເລີຍ. ຮັນຊີ ຟລິກ ຜູ້ຝຶກສອນ ບາເຊໂລນາ ກ່າວວ່າປັດໃຈຫຼັກທີ່ເຮັດໃຫ້ລະດູການນີ້ທີມຂອງຕົນເຮັດຜົນງານໄດ້ດີເລີດແມ່ນເພາະພວກເຂົາມີຄວາມສຳພັນທີ່ດີໃນທີມຈົນຄືກັບເປັນຄອບຄົວດຽວກັນ. ກ່ອນທີ່ລະດູການນີ້ຈະເລີ່ມຂຶ້ນນັ້ນ ຫຼາຍຄົນຄາດການວ່າ ເຣອັນ ມາດຣິດ ມີໂອກາດໄດ້ແຊມປ໌ລີກຫຼາຍກວ່າ ບາເຊໂລນາ ເມື່ອພິຈາລະນາເຖິງເລື່ອງທີ່ ຟລິກ ພຶ່ງເຂົ້າມາຄຸມ “ອາຊູລກຣານາ” ເປັນລະດູການທຳອິດ ໃນຂະນະທີ່ “ຣາຊັນຊຸດຂາວ” ກຳລັງຄຶກມາຈາກລະດູການກ່ອນທີ່ໄດ້ທັງແຊມປ໌ລີກກັບ ຢູຟ່າ ແຊມປຽນສ໌ ລີກ ແຕ່ກັບກາຍເປັນວ່າ ບາເຊໂລນາ ເຮັດໄດ້ດີກວ່າຈົນຄວ້າແຊມປ໌ໄປຄອງ. ຜູ້ຈັດການທີມຊາວເຢັຍລະມັນເປີດເຜີຍວ່າ “ຂ້ອຍພູມໃຈຫຼາຍໆ ທີມຂອງພວກເຮົາເປັນທີມທີ່ດີເລີດ ຂ້ອຍຄິດວ່າທີມນີ້ສາມາດຖືກໃຊ້ເປັນມາດຕະຖານໃຫ້ກັບທຸກສະໂມສອນໄດ້ເລີຍ ເພາະຢູ່ທີ່ນີ້ບໍ່ມີໃຜທີ່ຄິດວ່າຕົນເອງເໜືອກວ່າຄົນອື່ນໃນທີມ ນັ້ນເປັນເລື່ອງທີ່ດີເລີດ.” “ຢູ່ທີ່ນີ້ພວກເຮົາຄືກັບເປັນຄອບຄົວດຽວກັນ ແລະ ຂ້ອຍມັກບັນຍາກາດແບບນັ້ນຫຼາຍໆ ພວກເຮົາມີບັນຍາກາດຄືກັບເປັນຄອບຄົວດຽວກັນແທ້ໆ ເຊິ່ງນັ້ນຊ່ວຍເຮັດໃຫ້ຂ້ອຍມີຄວາມສຸກແລະເຮັດວຽກດ້ວຍຄວາມຮັກແບບນີ້ໄດ້ ບອກເລີຍວ່າຂ້ອຍບໍ່ເຄີຍມີຄວາມຮູ້ສຶກແບບນີ້ມາກ່ອນເລີຍ.” “ການຢູ່ກັບ ບາເຊໂລນາ ມັນໝາຍຄວາມວ່າເຈົ້າຈຳເປັນຕ້ອງຄວ້າແຊມປ໌ມາຄອງໃຫ້ໄດ້ ແລະ ການທີ່ພວກເຮົາໄດ້ແຊມປ໌ເຖິງ 3 […]
ເນວິລ ນັກເຕະຂອງ “ແມນຢູໄນເຕັດ” ພຽງຄົນດຽວທີ່ມີຄຸນະພາບພຽງພໍທີ່ຈະຫຼິ້ນໃຫ້ “ສະເປີສ” ແລະ ການທຳນາຍແຊມ “ຢູໂຣປາລີກ”

ການຄາດການຂອງ “ເນວິລ”: ນັກເຕະຂອງ “ແມນຢູໄນເຕັດ” ພຽງຄົນດຽວທີ່ມີຄຸນະພາບພຽງພໍທີ່ຈະຫຼິ້ນໃຫ້ “ສະເປີສ” ແລະ ການທຳນາຍແຊມ “ຢູໂຣປາລີກ” “ແກຣີ ເນວິລ”, ຜູ້ຊ່ຽວຊານບອນທີ່ມີຊື່ສຽງ, ໄດ້ລະບຸຢ່າງຊັດເຈນວ່າມີນັກເຕະຂອງ “ແມນເຊສເຕີ ຢູໄນເຕັດ” ພຽງຄົນດຽວທີ່ມີຄຸນະພາບພຽງພໍທີ່ຈະຫຼິ້ນໃຫ້ “ທອດແນມ ຮອດສະເປີສ” ພ້ອມທັງທຳນາຍທີມແຊມ “ຢູໂຣປາລີກ” ໃນປີນີ້. ວັນທີ 16 ພຶດສະພາ 2025, ແກຣີ ເນວິລ, ຜູ້ຊ່ຽວຊານບອນທີ່ມີຊື່ສຽງ, ໄດ້ລະບຸຢ່າງຊັດເຈນວ່າ ບຣູໂນ ເຟີນານເດສ, ກອງກາງຊາວໂປຕຸເກດ, ແມ່ນນັກເຕະຄົນດຽວຂອງ “ຜີແດງ” ແມນເຊສເຕີ ຢູໄນເຕັດ ທີ່ມີຄຸນະພາບພຽງພໍທີ່ຈະຫຼິ້ນໃຫ້ “ໄກ່ດຸ” ທອດແນມ ຮອດສະເປີສ ພ້ອມທັງທຳນາຍທີມແຊມ UEFA ຢູໂຣປາລີກ 2024-25. ໃນກໍລະນີນີ້, ແກຣີ ເນວິລ ໄດ້ຕອບຫຼັງຈາກຖືກຖາມໃຫ້ຈັດ 11 ນັກເຕະໂດຍລວມຂອງທັງ ແມນຢູ ແລະ ສະເປີສ ວ່າ: “ຖ້າໃຫ້ຂ້ອຍປຽບທຽບນັກເຕະຂອງ […]
ບາເຊໂລນາ ເອົາຊະນະ ເອສປັນຍອນ, ຮັບປະກັນຕຳແໜ່ງແຊມລາລີກາ ສະເປນ

ບາເຊໂລນາ ເອົາຊະນະ ເອສປັນຍອນ, ຮັບປະກັນຕຳແໜ່ງແຊມລາລີກາ ສະເປນ ແຊມແລ້ວ!!! “ເຈົ້າບຸນທຸ່ມ” ບາເຊໂລນາ ບຸກມາເອົາຊະນະ ເອສປັນຍອນ ຮັບປະກັນໄດ້ແຊມ ລາລີກາ ສະເປນ ລະດູການ 2024-25. ການແຂ່ງຂັນກິລາເຕະບານ ລາລີກາ ສະເປນ ລະດູການ 2024-25 ໃນຕອນຄ່ຳຂອງວັນພະຫັດທີ 15 ພຶດສະພາ 2025, ຄູ່ທີ່ໜ້າສົນໃຈ “ນົກແກ້ວ” ເອສປັນຍອນ ເປີດບ້ານຮັບການມາຢ້ຽມຢາມຂອງ “ເຈົ້າບຸນທຸ່ມ” ບາເຊໂລນາ. ຜົນການແຂ່ງຂັນປະກົດວ່າ ບາເຊໂລນາ ເອົາຊະນະ ເອສປັນຍອນ ໄປ 2-0 ໄດ້ປະຕູຈາກ ລາມີນ ຢາມານ ໃນນາທີທີ 53 ແລະ ເຟີມິນ ໂລເປຊ ໃນນາທີທີ 90+5. ໃນເກມນີ້, ເອສປັນຍອນ ເຫຼືອ 10 ຄົນ ຕັ້ງແຕ່ນາທີທີ 80 ເມື່ອ ເລອັນໂດ […]
ລັດຖະບານແຫ່ງ ສປປ ລາວ ມອບເງິນອຸດໜູນຊົມເຊີຍຜົນງານ ສະຫະພັນກິລາເພາະກາຍແຫ່ງຊາດລາວ ມູນຄ່າ 388.220.000 ກີບ

ລັດຖະບານແຫ່ງ ສປປ ລາວ ມອບເງິນອຸດໜູນຊົມເຊີຍຜົນງານ ສະຫະພັນກິລາເພາະກາຍແຫ່ງຊາດລາວ ມູນຄ່າ 388.220.000 ກີບ ທີ່ສ້າງຜົນງານໂດດເດັ່ນລະດັບສາກົນ ສ້າງກຽດຊື່ສຽງ ແລະ ຄວາມພາກພູມໃຈມາສູ່ ປະເທດລາວ ໃນ 3 ງານໃຫຍ່ ທີ່ທັບນັກກິລາເພາະກາຍທີມຊາດລາວ ສາມາດສ້າງຜົນງານທີ່ພົ້ນເດັ່ນ ໃນປີ 2024-2025 ຜ່ານມາ: – ການແຂ່ງຂັນກິລາເພາະກາຍຊີງແຊ້ມໂລກ ຄັ້ງທີ 15 ທີ່ປະເທດເມົາດິບ, ຍາດມາໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 1 ຫຼຽນທອງ – ການແຂ່ງຂັນກິລາເພາະກາຍຊີງແຊ້ມ ເອຊຽນ ຄັ້ງທີ 56 ທີ່ປະເທດອິນໂດເນເຊຍ, ຍາດມາໄດ້ 1 ຫຼຽນເງິນ – ການແຂ່ງຂັນກິລາເພາະກາຍຊີງແຊ້ມອາຊຽນ ຄັ້ງທີ 18 ທີ່ ສປປ ລາວ ເປັນເຈົ້າພາບ, ຍາດມາໄດ້ 5 ຫຼຽນຄຳ, 4 […]
ຄະນະກຳມະການພາລາແລມປິກ ລາວ-ໄທ ຮ່ວມມືກັນສົ່ງເສີມພັດທະນານັກກິລາຄົນພິການສອງຊາດກ້າວສູ່ເວທີສາກົນ

ຄະນະກຳມະການພາລາແລມປິກ ລາວ-ໄທ ຮ່ວມມືກັນສົ່ງເສີມພັດທະນານັກກິລາຄົນພິການສອງຊາດກ້າວສູ່ເວທີສາກົນ ………………………….. ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ຫຼື MOU ຈັດຂຶ້ນເມື່ອວັນທີ 13 ພຶດສະພາ ຜ່ານມາ, ທີ່ສະໜາມກິລາຄົນພິການແຫ່ງປະເທດໄທ, ລະຫວ່າງ ທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານ ຄະນະກຳມະການພາລາແລມປິກແຫ່ງຊາດລາວ ແລະ ທ່ານ ໄມຕຣີ ຄົງເລືອງ ນາຍົກສະມາຄົມກິລາຄົນພິການແຫ່ງຊາດໄທ ໃນພຣະຣາຊະຊູປະຖຳ, ມີ ທ່ານ ອັດສະວິນ ຈິ້ວນາຣາຍ ຜູ້ອຳນວຍການສຳນັກງານການກິລາແຫ່ງປະເທດໄທ ພາກ 2 ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄະນະກຳມະການພາລາແລມປິກແຫ່ງຊາດລາວ ພ້ອມດ້ວຍບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ສຳລັບບົດບັນທຶກຄວາມເຂົ້າໃຈໃນການເຊັນສັນຍາຮ່ວມກັນໃນຄັ້ງນີ້ ແມ່ນເນັ້ນໃສ່ການສ້າງຄວາມຮ່ວມມື ແລະ ເຊື່ອມໂຍ່ງລະຫວ່າງກິລາດ້ວຍກັນ ໂດຍໃຊ້ພື້ນຖານຂອງຄວາມສຳພັນທະໄມຕີອັນດີງາມທີ່ມາຢ່າງຍາວນານ ແລະ ຄວາມຕັ້ງໃຈຮ່ວມກັນໃນການຍົກລະດັບສັກກະຍະພາບນັກກິລາຄົນພິການໃຫ້ສາມາດແຂ່ງຂັນໃນລະດັບສາກົນ. ທາງສະມາຄົມກິລາແຫ່ງປະເທດໄທ ແລະ ຄະນະກຳມະການພາລາແລມປິກແຫ່ງຊາດລາວ ແມ່ນມີວິໄສທັດ ແລະ […]
ມາດຣິດ ເອົາໄຊຊະນະມາຢອກກາ ຕໍ່ໂອກາດລຸ້ນແຊ້ມລາ ລີກາ ອອກໄປອີກ

ເຣອານ ມາດຣິດ ເຈາະເອົາໄຊຊະນະມາຢອກກາ ຕໍ່ໂອກາດລຸ້ນແຊ້ມລາ ລີກາ ອອກໄປອີກ ເຣອານ ມາດຣິດ ຍັງບໍ່ຍອມຖອດໃຈໃນເສັ້ນທາງລຸ້ນແຊ້ມລາ ລີກາ ລະດູການນີ້ ແມັດຫຼ້າສຸດຍິງປະຕູຊັຍຊ່ວງທົດເຈັບແຊງຊະນະມາຢອກກາ ເຮັດໃຫ້ຕໍ່ໂອກາດອອກໄປອີກ ການແຂ່ງຂັນຟຸດບານລາ ລີກາ ສະເປນ ເມື່ອວັນທີ 14 ພຶດສະພາ “ຣາຊັນຊຸດຂາວ” ເຣອານ ມາດຣິດ ເປີດສະໜາມເອສຕາດິໂອ ຊານຕິອາໂກ ເບິນາເບວ ຮັບການມາຢ້ຽມຢາມຂອງ “ຊາວເກາະ” ມາຢອກກາ ເກມນີ້ມາຢອກການຳກ່ອນຈາກ ມາຕິນ ວັນເຢັນທ໌ ນາທີ 11 ແຕ່ມາດຣິດຍິງແຊງຈາກ ຄີລິຢັນ ແອມບັບເປ ນາທີ 68, ຮາໂກໂບ ຣາມອນ ນາທີ 90+5 ເຮັດໃຫ້ “ຣາຊັນຊຸດຂາວ” ເຈາະຊະນະ 2-1 ຕໍ່ໂອກາດລຸ້ນແຊ້ມລະດູການນີ້ອອກໄປອີກ ຜ່ານໄປ 36 ນັດ ມາດຣິດເກັບເພີ່ມເປັນ 78 ຄະແນນ ຍຶດຮອງຈ່າຝູງເຊັ່ນເດີມ ຕາມຫຼັງຈ່າຝູງບາເຊໂລນາ […]
ສິ້ນສຸດການລໍຖ້າ 51 ປີ ໂບໂລນຢາຊະນະເອຊີ ມິລານ ຜະງາດແຊມປ໌ໂກປປາ ອິຕາເລຍ

ໂບໂລນຢາສິ້ນສຸດການລໍຖ້າມາຍາວນານກວ່າເຄິ່ງສັດຕະວັດ ຫຼັງຈາກເປັນຝ່າຍເຊືອດເອຊີ ມິລານ ໃນຮອບຊິງຊະນະເລີດໂກປປາ ອິຕາເລຍ ຜະງາດຄວ້າແຊມປ໌ທຳອິດຂອງສະໂມສອນໃນຮອບ 51 ປີ ການແຂ່ງຂັນຟຸດບອນໂກປປາ ອິຕາເລຍ ອິຕາລີ ນັດຊິງຊະນະເລີດ ທີ່ສະໜາມສະຕາດິໂອ ໂອລິມປິໂກ ກຸງໂຣມ ເມື່ອວັນທີ 14 ພຶດສະພາ ເປັນແມັດລະຫວ່າງ 2 ທີມຈາກເຊເຣຍ ອາ “ປີສາດແດງດຳ” ເອຊີ ມິລານ ພົບກັບ “ຣອສໂຊບລູ” ໂບໂລນຢາ ເກມນີ້ມີພຽງປະຕູດຽວເກີດຂຶ້ນໃນນາທີ 53 ຣິກຄາໂດ ອໍໂຊລິນີ ຫຼຸດເຂົ້າເຂດໂທດແລ້ວຖືກກອງຫຼັງມິລານສະກັດບອນໄວ້, ລູກໄຫຼມາເຂົ້າເທົ້າ ແດນ ເອັນດອຍ ແຕ່ງຫາຊ່ອງແລ້ວຊັດຕຸງຕາຂ່າຍ ໂບໂລນຢາຊະນະໄປ 1-0 ຄວ້າແຊມປ໌ລາຍການນີ້ເປັນສະໄໝທີ 3 ນອກຈາກນີ້, ໂບໂລນຢາຍັງຄວ້າແຊມປ໌ທົວນາເມັນເມເຈີຄັ້ງທຳອິດໃນຮອບ 51 ປີ ນັບຕັ້ງແຕ່ຄັ້ງສຸດທ້າຍທີ່ເຄີຍໄດ້ແຊມປ໌ລາຍການນີ້ເມື່ອລະດູການ 1973-74 ພ້ອມການັນຕີໂຄວຕ້າໄປເຕະຢູຟ່າ ຢູໂຣປາ ລີກ ລະດູການໜ້າອີກດ້ວຍ
ຕົວແທນ ເດິ ບຣອຍນ໌ ແມນຊິຕີ້ ເລັງເປົ້າ ເວີດຊ໌ ຮ່ວມທີມ

ແມນຊິຕີ້ ເລັງເປົ້າ ເວີດຊ໌ ຮ່ວມທີມ ເປ໊ບ ຫວັງໄດ້ຕົວມາແທນ ເດິ ບຣອຍນ໌ ສື່ເຢຍລະມັນ ລາຍງານວ່າ ແມນຊິຕີ້ ໂດດເຂົ້າຮ່ວມວົງລ່າຕົວ ຟລໍເຣຍນ ເວີດຊ໌ ນັກເຕະຕົວສ້າງເກມຂອງ ໄບເອີ ເລເວີຄູເຊັນ ມາເປັນຕົວຕາຍຕົວແທນຂອງ ເຄວິນ ເດິ ບຣອຍນ໌ ທີ່ອຳລາທີມຫຼັງຈົບລະດູການນີ້ ເວີດຊ໌ ອາຍຸ 22 ປີ ຕົກເປັນເປົ້າໝາຍເບີ 1 ຂອງ ບາເຢີນ ມິວນິກ ທີ່ຢາກໄດ້ຕົວມາຄ້າແຂ້ງ ແຕ່ຫຼ້າສຸດ ສື່ເຢຍລະມັນ ຫຼາຍແຫ່ງລາຍງານຕົງກັນວ່າ ເປ໊ບ ກວາດິໂອລາ ກຸນຊືອ ເຮືອໃບສີຟ້າ ແມນເຊສເຕີ ຊິຕີ້ ທີ່ຕ້ອງການໄດ້ຕົວມາແທນທີ່ ດາວເຕະທີມຊາດເບລຢຽມ ເນື່ອງຈາກເລັງເຫັນເຖິງສັກກະຍາພາບທັງ ພອນສະຫວັນ, ຄວາມຄິດສ້າງສັນ ແລະ ທັດສະນະຄະຕິ ທີ່ຄ້າຍຄືກັນກັບ ເດິ ບຣອຍນ໌ ເມື່ອຄັ້ງຄວ້າຕົວມາຈາກໂວຟສ໌ບວກ ໃນປີ 2015 ເວີດຊ໌ […]