ປັບປຸງຂັ້ນຕອນການອອກ ໃບອະນຸຍາດດໍາເນີນທຸລະກິດ

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄົບຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ (ຄັ້ງທີ 4) ໃນວັນທີ 22 ມັງກອນ 2024 ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ , ທັງເປັນ ຫົວໜ້າຄະນະປະສານງານ ກ່ຽວກັບການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດ; ມີ ຮອງລັດຖະມົນຕີ, ບັນດາທ່ານຜູ້ຕາງໜ້າຈາກ ຫ້ອງການກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກງານການປັບປຸງຂັ້ນຕອນ ອອກໃບອະນຸຍາດທຸລະກິດ ໃນປີ 2023 ແລະ ປຶກສາຫາລື ທິດທາງແຜນວຽກໃນຕໍ່ໜ້າ ໂດຍລົງເລິກແຜນແກ້ໄຂບັນຫາຂໍ້ຄົງຄ້າງ, ແຜນວຽກບູລິມະສິດ ແລະ ແນວທາງໃນການເຮັດວຽກຮ່ວມກັນໃນປີ 2024. ທ່ານ ນາງ ຈັນສຸກ ແສງຈັນ ກ່າວວ່າ: ໃນໄລຍະຜ່ານມາ ຂະແໜງການທີ່ກ່ຽວຂ້ອງ ມີຄວາມ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປັບປຸງຂັ້ນຕອນການອອກໃບອະນຸຍາດໃນຂະແໜງການຂອງຕົນ ເຊິ່ງເຫັນໄດ້ຄື ຫຼາຍຂະແໜງການໄດ້ມີການສະເໜີຕັດກິດຈະການຂອງຂະແໜງການຕົນອອກຈາກບັນຊີກິດຈະການຄວບຄຸມ, […]