2
ປັບປຸງຂັ້ນຕອນການອອກ ໃບອະນຸຍາດດໍາເນີນທຸລະກິດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 24 January, 2024

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຄົບຄະນະປະສານງານປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ (ຄັ້ງທີ 4) ໃນວັນທີ 22 ມັງກອນ 2024 ໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ , ທັງເປັນ ຫົວໜ້າຄະນະປະສານງານ ກ່ຽວກັບການປັບປຸງການອອກໃບອະນຸຍາດດໍາເນີນທຸລະກິດ; ມີ ຮອງລັດຖະມົນຕີ, ບັນດາທ່ານຜູ້ຕາງໜ້າຈາກ ຫ້ອງການກະຊວງ ແລະ ບັນດາກົມທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ ວຽກງານການປັບປຸງຂັ້ນຕອນ ອອກໃບອະນຸຍາດທຸລະກິດ ໃນປີ 2023 ແລະ ປຶກສາຫາລື ທິດທາງແຜນວຽກໃນຕໍ່ໜ້າ ໂດຍລົງເລິກແຜນແກ້ໄຂບັນຫາຂໍ້ຄົງຄ້າງ, ແຜນວຽກບູລິມະສິດ ແລະ ແນວທາງໃນການເຮັດວຽກຮ່ວມກັນໃນປີ 2024.

ທ່ານ ນາງ ຈັນສຸກ ແສງຈັນ ກ່າວວ່າ: ໃນໄລຍະຜ່ານມາ ຂະແໜງການທີ່ກ່ຽວຂ້ອງ ມີຄວາມ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປັບປຸງຂັ້ນຕອນການອອກໃບອະນຸຍາດໃນຂະແໜງການຂອງຕົນ ເຊິ່ງເຫັນໄດ້ຄື ຫຼາຍຂະແໜງການໄດ້ມີການສະເໜີຕັດກິດຈະການຂອງຂະແໜງການຕົນອອກຈາກບັນຊີກິດຈະການຄວບຄຸມ, ເຮັດສໍາເລັດການປັບປຸງບັນດາລະບຽບການ ແລະ ນິຕິກໍາທີ່ຕິດພັນກັບການຂໍໃບອະນຸຍາດດໍາເນີນທຸລະກິດໄດ້ຫຼາຍສະບັບ ຕາມຂອບເຂດສິດ ແລະ ໜ້າທີ່ໃນ ຄວາມຮັບຜິດຊອບຂອງຕົນ; ປັບປຸງຂັ້ນຕອນ ແລະ ຕັດບັນດາຂອດຂັ້ນເອກສານທີ່ບໍ່ຈໍາເປັນອອກ ເຮັດໃຫ້ການອອກໃບອະນຸຍາດກະທັດຮັດ ແລະ ວ່ອງໄວຂຶ້ນກ່ວາເກົ່າ ສາມາດປັບປຸງບັນຍາກາດໃນການດໍາເນີນທຸລະກິດຢູ່ ສປປ ລາວ ໃຫ້ມີຄວາມສະດວກຂຶ້ນ.

ຄ່ຽງຄູ່ກັນນັ້ນ, ເພື່ອຮັບປະກັນເຮັດໃຫ້ວຽກງານ ຄໍາສັ່ງເລກທີ 03/ນຍ ສາມາດຈັດຕັ້ງປະຕິບັດໄດ້ຮັບຜົນຢ່າງດີ ແລະ ເປັນຮູບປະທໍາຂຶ້ນກວ່າເກົ່າ, ທ່ານປະທານ ໄດ້ຮຽກຮ້ອງໃຫ້ຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ ສືບຕໍ່ປະສານສົມທົບຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 03/ນຍ ໃຫ້ສໍາເລັດ ແລະ ບັນລຸຕາມຄາດໝາຍ ໂດຍເນັ້ນໜັກໃຫ້ແຕ່ລະຂະແໜງ ສືບຕໍ່ຄົ້ນຄວ້າລົງເລິກວຽກງານການປະເມີນຄືນບັນຊີກິດຈະການທີ່ຕ້ອງຂໍໃບອະນຸຍາດດໍາເນີນທຸລະກິດຂອງຂະແໜງການຕົນ ແລະ ເລັ່ງປັບປຸງຂອດຂັ້ນການອອກໃບອະນຸຍາດໃນຂະແໜງການຂອງຕົນ ໂດຍອີງໃສ່ຄວາມສ່ຽງຂອງກິດຈະການ. ພ້ອມທັງ ສະເໜີບັນດາຂະແໜງການເອົາໃຈໃສ່ການອັບເດດຂໍ້ມູນດ້ານນິຕິກໍາຕ່າງໆຂອງຂະແໜງການຕົນລົງໃນເວັບໄຊຖານຂໍ້ມູນ ດ້ານລະບຽບການຂໍອະນຸຍາດດຳເນີນທຸລະກິດ (www.bned.moic.gov.la).

ກອງປະຊຸມ ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ສະພາບການສັງລວມບັນຊີກິດຈະການທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດຂອງບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງຂັ້ນພື້ນຖານໃຫ້ແກ່ພາກທຸລະກິດ ເຊິ່ງສາມາດສັງລວມທັງໝົດໄດ້ 414 ກິດຈະການ.
ພ້ອມກັນນີ້ ກໍໄດ້ຮັບຟັງການນໍາສະເໜີ ກ່ຽວກັບຫຼັກການ ອອກໃບທະບຽນວິສາຫະກິດ ຕາມກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ) ທີ່ໄດ້ແຍກຂອດການສ້າງຕັ້ງວິສາຫະກິດ (ການຂຶ້ນທະບຽນວິສາຫະກິດ) ອອກຈາກຂອດການອອກໃບອະນຸຍາດດຳເນີນທຸລະກິດ; ຫຼັກການ ແລະ ບົດຮຽນທີ່ດີຂອງສາກົນກ່ຽວກັບ ການປັບປຸງຂັ້ນຕອນການອອກໃບອະນຸຍາດດໍາເນີນທຸລະກິດ ແລະ ກົນໄກການ ຄຸ້ມຄອງການອອກໃບອະນຸຍາດດໍາເນີນທຸລະກິດ ໂດຍທ່ານຫົວໜ້າກົມທະບຽນວິສາຫະກິດ.

ກອງປະຊຸມຄັ້ງນີ້ ໄດ້ຮັບການຊ່ວຍເຫຼືອໂດຍ ໂຄງການ ສົ່ງເສີມສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນ ແລະ ການຄ້າ (ໂຄງການ LCT) ເຊິ່ງເປັນ ໂຄງການທີ່ຖືກຈັດຕັ້ງປະຕິບັດໂດຍກະຊວງ ອຄ ໂດຍໄດ້ຮັບການສະໜັບສະໜູນດ້ານວິຊາການ ແລະ ການເງິນຈາກທະນາຄານໂລກ ແລະ ສົມທົບທຶນເພີ່ມເຕີມຈາກປະເທດອົດສະຕາລີ, ໄອແລນ ແລະ ສະຫະລັດອາເມລິກາ.

ຂໍຂອບໃຈ: ເສດຖະກິດການຄ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ