ແມ່ຄ້າສອງຄົນຖືກສານຕັດສິນປະຫານຊີວິດ ໃນຄະດີຂົນສົ່ງຢາເສບຕິດ

ໃນວັນທີ 30 ພະຈິກ 2023 ຜ່ານມານີ້, ສານປະຊາຊົນແຂວງ ວຽງຈັນ ໄດ້ພິຈາລະນາຕັດສິນລົງໂທດປະຫານຊີວິດຈໍາເລີຍຄະດີຢາເສບຕິດຈໍານວນ 02 ຄົນ ມີຄວາມຜິດໃນສະຖານ ການຂົນສົ່ງຢາເສບຕິດປະເພດຢາບ້າ ແລະ ຢາໄອ໌ ຄື: ນາງ ກັນຕິສາ ອາຍຸ 46 ປີ, ອາຊີບຄ້າຂາຍ ຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ, ນະຄອນຫຼວງວຽຈັນ ແລະ ນາງ ບຸດສະດີ ອາຍຸ 49 ປີ, ອາຊີບຄ້າຂາຍ ຢູ່ບ້ານທ້າວແກ່ນ , ເມືອງ ແກ່ນທ້າວ, ແຂວງໄຊຍະບູລີ ຖືກເຈົ້າໜ້າທີ່ກັກຕົວໃນຄັ້ງວັນທີ 3 ມີນາ 2022, ພ້ອມຂອງກາງຢາບ້າຈຳນວນ 3.398.000 ເມັດ ແລະ ຢາໄອ໌ ນໍ້າຫນັກ 25 ກິໂລກຣາມ. ຜ່ານການສັງລວມຂໍ້ມູນຫຼັກຖານຢ່າງລະອຽດຄົບຖ້ວນ ແລະ ພາວະວິໄສບວກກັບຄຳສາລະພາບຂອງຈຳເລີຍທັງສອງຄົນເຫັນວ່າ ນາງ ກັນຕີສາ ແລະ ນາງ […]