2
ແມ່ຄ້າສອງຄົນຖືກສານຕັດສິນປະຫານຊີວິດ ໃນຄະດີຂົນສົ່ງຢາເສບຕິດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 8 ເດືອນທັນວາ, 2023
ໝວດ: ຂ່າວ

ໃນວັນທີ 30 ພະຈິກ 2023 ຜ່ານມານີ້, ສານປະຊາຊົນແຂວງ ວຽງຈັນ ໄດ້ພິຈາລະນາຕັດສິນລົງໂທດປະຫານຊີວິດຈໍາເລີຍຄະດີຢາເສບຕິດຈໍານວນ 02 ຄົນ ມີຄວາມຜິດໃນສະຖານ ການຂົນສົ່ງຢາເສບຕິດປະເພດຢາບ້າ ແລະ ຢາໄອ໌ ຄື: ນາງ ກັນຕິສາ ອາຍຸ 46 ປີ, ອາຊີບຄ້າຂາຍ ຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ, ນະຄອນຫຼວງວຽຈັນ ແລະ ນາງ ບຸດສະດີ ອາຍຸ 49 ປີ, ອາຊີບຄ້າຂາຍ ຢູ່ບ້ານທ້າວແກ່ນ , ເມືອງ ແກ່ນທ້າວ, ແຂວງໄຊຍະບູລີ ຖືກເຈົ້າໜ້າທີ່ກັກຕົວໃນຄັ້ງວັນທີ 3 ມີນາ 2022, ພ້ອມຂອງກາງຢາບ້າຈຳນວນ 3.398.000 ເມັດ ແລະ ຢາໄອ໌ ນໍ້າຫນັກ 25 ກິໂລກຣາມ.

ຜ່ານການສັງລວມຂໍ້ມູນຫຼັກຖານຢ່າງລະອຽດຄົບຖ້ວນ ແລະ ພາວະວິໄສບວກກັບຄຳສາລະພາບຂອງຈຳເລີຍທັງສອງຄົນເຫັນວ່າ ນາງ ກັນຕີສາ ແລະ ນາງ ບຸດສະດີ ພວກຈໍາເລີຍ ແມ່ນມີຄວາມຜິດໃນສະຖານການຂົນສົ່ງຢາເສບຕິດ ປະເພດຢາບ້າ ແລະ ຢາໄອສ໌ ໄວ້ໃນຄອບຄອງແທ້ ດັ່ງນັ້ນສານປະຊາຊົນແຂວງແຂວງວຽງຈັນ ຈຶ່ງພິຈາລະນາຕັດສີນປະຫານຊີວິດ.

ຂ່າວ ປ້ອງກັນຄວາມສະຫງົບ ແຂວງວຽງຈັນ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ