ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ແລະ ໄດ້ອັດລົງໃນວັນທີ 27 ທັນວາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນ ຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະ ຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະ ພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ 4 ວາລະສໍາຄັນ ດັ່ງນີ້: ວາລະທີ 1 ກອງປະຊຸມເຫັນດີດ້ານຫຼັກ ການຮັບຮອງເອົາບົດລາຍງານສະຫລຸບການປະຕິບັດ ມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ແລະ ກໍານົດທິດທາງແຜນວຽກຈຸດສຸມຂອງລັດຖະບານ […]