2
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 28 ເດືອນທັນວາ, 2023
ໝວດ: ຂ່າວ

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2023 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ແລະ ໄດ້ອັດລົງໃນວັນທີ 27 ທັນວາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນ ຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະ ຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາການ, ສະຫະ ພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ ຕໍ່ 4 ວາລະສໍາຄັນ ດັ່ງນີ້: ວາລະທີ 1 ກອງປະຊຸມເຫັນດີດ້ານຫຼັກ ການຮັບຮອງເອົາບົດລາຍງານສະຫລຸບການປະຕິບັດ ມະຕິກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ແລະ ກໍານົດທິດທາງແຜນວຽກຈຸດສຸມຂອງລັດຖະບານ ປີ 2024. ໃນນັ້ນ, ກອງປະຊຸມ ໄດ້ເນັ້ນໜັກຕື່ມ ຕໍ່ວຽກງານຈຸດສຸມ ຂອງລັດຖະບານ ປີ 2024 ໃຫ້ສືບຕໍ່ສຸມໃສ່ຊີ້ນໍາ-ບັນຊາການຈັດຕັ້ງປະຕິບັດບັນດາມາດຕະການທີ່ໄດ້ກໍານົດ ໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6, ຄັ້ງທີ 7 ສະໄໝທີ XI ແລະ ມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ້ ໂດຍສະເພາະ ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ກໍຄື ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 381, ລົງວັນທີ 21 ທັນວາ 2023 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024; ແຜນການແກ້ໄຂຜົນການກວດສອບ ແລະ ມະຕິຂອງລັດຖະບານ ສະບັບເລກທີ 17, ລົງວັນທີ 12 ທັນວາ 2023 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 05, ລົງວັນທີ 05 ກັນຍາ 2023. ພ້ອມນັ້ນ, ກໍໃຫ້ສືບຕໍ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ປະສົບຜົນ ສຳເລັດ ແລະ ເປັນຮູບປະທຳ ຕາມແຜນທີ່ກຳນົດໄວ້ ໂດຍໃຫ້ເອົາໃຈໃສ່ ຕໍ່ບັນດາວຽກງານຕົວຈິງໃນປີ 2024 ຈຳນວນໜຶ່ງ ດັ່ງນີ້:

ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສຸມໃສ່ຈັດຕັ້ງປະຕິບັດ 4 ໜ້າ ທີ່ໃຫຍ່, 26 ແຜນງານຂອງກະຊວງປ້ອງກັນປະເທດ ແລະ 4 ແຜນງານ, 41 ໂຄງ ການ ຂອງກະຊວງປ້ອງກັນຄວາມສະຫງົບ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງ ຄົມ ເປັນຕົ້້ນລົງເລິກແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດລົງ ຕິດພັນກັບການຄຸ້ມຄອງອາວຸດເຖື່ອນ ແລະ ອາວຸດດັດແປງ ດ້ວຍມາດຕະການແກ້ໄຂຮູບແບບໃໝ່; ຄຸ້ມຄອງສື່ສັງຄົມອອນລາຍ ແລະ ສ້າງແຜນການເຄື່ອນ ໄຫວວຽກງານຕ້ານ ແລະ ສະກັດກັ້ນການກໍ່ອາຊະຍາກໍາທາງໄຊເບີ.

ດ້ານເສດຖະກິດ: ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງອອກແລ້ວ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທຳຫລາຍຂຶ້ນກ່ວາເກົ່າ; ສຸມໃສ່ການເກັບລາຍຮັບງົບປະ ມານ ປີ 2024 ໃຫ້ໄດ້ຕາມແຜນ ຫຼື ເກີນແຜນ. ໃນນັ້ນ, ສຸມໃສ່ຂະຫຍາຍຖານລາຍຮັບໃໝ່ ໃຫ້ເພີ່ມຂຶ້ນ, ເກັບລາຍຮັບຈາກຖານທີ່ມີຢູ່ແລ້ວ ໃຫ້ຄົບຖ້ວນ, ເລັ່ງການຫັນເປັນທັນສະໄໝ ໃນການເກັບລາຍຮັບ ໂດຍຂະຫຍາຍໃຫ້ກວມເອົາຫລາຍຂົງເຂດ ເຊັ່ນ: ການເກັບລາຍຮັບຢູ່ດ່ານ, ການເກັບລາຍຮັບຈາກຄ່າທຳນຽມ, ຄ່າບໍລິການ ແລະ ອື່ນໆ; ສືບຕໍ່ປະຕິບັດແຜນລາຍຈ່າຍງົບປະມານ ຢ່າງຮັດກຸມ, ປະຢັດມັດທະຍັດ ໂດຍໃຫ້ບູລິມະສິດການເບີກຈ່າຍເງິນເດືອນ, ເງິນອຸດໜູນ, ການຊຳລະໜີ້ສິນຕ່າງປະເທດ, ລາຍຈ່າຍສໍາລັບການເປັນປະທານອາຊຽນ, ສ່ວນການຈັດຊື້ໃໝ່ ຖ້າບໍ່ຈຳ ເປັນແທ້ໆ ແມ່ນໃຫ້ໂຈະໄວ້ກ່ອນ; ສືບຕໍ່ປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ການດຳເນີນທຸລະກິດ ຢູ່ລາວ ໃຫ້ແຂງແຮງກວ່າເກົ່າ ແລະ ສາມາດຕັດຂັ້ນຂອດທີ່ອັດຕັນອອກໃຫ້ໄດ້; ສຸມໃສ່ຕິດຕາມກວດກາບັນດາໂຄງການລົງທຶນ ທີ່ໄດ້ຮັບອະນຸມັດຜ່ານມາ, ໂຄງການໃດທີ່ບໍ່ມີຄວາມຄືບໜ້າ ຫລື ມີຄວາມຄືບໜ້າຊ້າ ກໍໃຫ້ເຊີນບໍລິສັດມາແຈ້ງເຕືອນ ແລະ ເຮັດບົດບັນທຶກໄວ້ ພ້ອມທັງ ກໍານົດເວລາໃຫ້ບໍລິສັດແກ້ໄຂ, ຖ້າແກ້ໄຂບໍ່ໄດ້ ແມ່ນໃຫ້ກ້າວໄປສູ່ການຍົກເລີກ ຫຼື ແຈ້ງສິ້ນສຸດສັນຍາ; ສຸມໃສ່ແກ້ໄຂບັນຫາການສະໜອງພະລັງງານໄຟຟ້າ ບໍ່ພຽງພໍກັບຄວາມຕ້ອງການ ດ້ວຍການເລັ່ງຊຸກຍູ້ບັນດາໂຄງການທີ່ໄດ້ຮັບອະນຸມັດຜ່ານມາ ໃຫ້ດຳເນີນກໍ່ສ້າງສຳເລັດຕາມແຜນທີ່ໄດ້ກຳນົດໄວ້, ເລັ່ງພັດທະນາໂຄງການພະລັງງານລົມ, ພະ ລັງງານແສງຕາເວັນ ທີ່ສາມາດກໍ່ສ້າງໄວ. ພ້ອມກັນນັ້ນ, ກໍໃຫ້ເລັ່ງກໍ່ສ້າງສາຍສົ່ງໄຟຟ້າ ເພື່ອລໍາລຽງເອົາກະແສໄຟຟ້າຈາກບ່ອນທີ່ມີຫລາຍ ແລະ ເຫລືອນຳໃຊ້ ໄປສູ່ບ່ອນຂາດເຂີນ; ສຸມໃສ່ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະ ກິດ ແລະ ກະຈາຍແຫລ່ງທຶນສູ່ທ້ອງຖິ່ນ ຕາມຂໍ້ຕົກລົງ ສະບັບເລກທີ 93/ນຍ ໃຫ້ເປັນຮູບປະທໍາ; ໃຫ້ຮີບຮ້ອນອອກເປັນນິຕິກຳ ກຳນົດເງື່ອນໄຂການຄັດເລືອກເອົາບໍລິສັດ ເພື່ອປະຕິບັດນະໂຍບາຍການສະໜອງທຶນ ເກັບຊື້ຜົນຜະລິດກະສິກຳ ແນໃສ່ການສົ່ງອອກໄປຕ່າງປະເທດ ເຊິ່ງຈະນຳເງິນຕາຕ່າງປະເທດເຂົ້າສູ່ເສດຖະກິດລາວ; ເລັ່ງປະເມີນຄືນບັນດາໂຄງການບໍ່ແຮ່ ທີ່ໄດ້ອະນຸມັດຜ່ານມາທັງໝົດ, ພ້ອມທັງສະ ເໜີແຮ່ທາດອັນໃດ ຄວນສະຫງວນໄວ້ ແລະ ໂຈະການອະນຸມັດໃໝ່, ແຮ່ທາດອັນໃດ ສາມາດສືບຕໍ່ອະນຸມັດ. ສະເໜີວິທີແກ້ໄຂ ສໍາລັບໂຄງການທີ່ຖືກຈັດເປັນປະເພດອ່ອນ ເພື່ອລາຍງານຕໍ່ກອງປະຊຸມລັດຖະບານ ປະຈຳເດືອນມັງກອນ 2024; ເລັ່ງປັບ ປຸງຂັ້ນຂອດການບໍລິການຂົນສົ່ງສິນຄ້າຜ່ານ ດ່ານຊາຍແດນ ແລະ ບັນດາທ່າບົກ ໃຫ້ສະດວກ, ວ່ອງໄວກວ່າເກົ່າ ແລະ ຫລຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ເພື່ອສາມາດແຂ່ງຂັນໃນການເຊື່ອມຈອດ ແລະ ເຊື່ອມໂຍງກັບສາກົນ ໂດຍເລັ່ງຄົ້ນຄວ້າການເກັບຄ່າບໍລິ ການຜ່ານທ່າບົກ, ການຂົນສົ່ງສິນຄ້າຜ່ານທາງລົດໄຟ, ທາງລົດບັນທຸກຂົນສົ່ງສິນຄ້າ, ຄ່າທຳນຽມ, ຄ່າບໍລິການຜ່ານດ່ານ ໃຫ້ສົມເຫດສົມຜົນ ແລະ ເປັນເອກະພາບກັນ; ສຸມໃສ່ຍູ້ແຮງການສົ່ງເສີມການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ, ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫລາຍ; ສືບຕໍ່ສົ່ງເສີມຈຸນລະວິສາຫະ ກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ແຂງແຮງກວ່າເກົ່າ.

 


ດ້ານວັດທະນະທໍາ-ສັງຄົມ: ຊຸກຍູ້ວຽກງານສົ່ງເສີມການທ່ອງທ່ຽວ ໃນປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານກອງປະຊຸມອາຊຽນ ດ້ວຍການສຸມໃສ່ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະ ເສັ້ນທາງ, ສະຖານທີ່່ທ່ອງທ່ຽວ ແລະ ສະຖານທີ່ບໍລິການນັກທ່ອງທ່ຽວ ໂດຍສົມທົບແໜ້ນກັບຜູ້ປະກອບການ ກໍຄື ທຸກພາກສ່ວນໃນສັງຄົມ ເພື່ອສ້າງສະພາບແວດລ້ອມທີ່ດີ, ບໍລິການນັກທ່ອງທ່ຽວ ໃຫ້ມີຄວາມປະທັບໃຈ; ສຸມໃສ່ປະຕິບັດນະໂຍບາຍ ແລະ ມາດຕະການ ໃນການແກ້ໄຂບັນຫາການຂາດເຂີນຄູ ແລະ ການປະລະການຮຽນ ຕາມມະຕິລັດຖະບານ ສະບັບເລກທີ 09 ໃຫ້ເປັນຮູບປະທໍາ. ໃນນັ້ນ ການປະຕິບັດເງິນອຸດໜູນຕໍ່ຄູສັນຍາຈ້າງ ໂດຍໃຫ້ໄດ້ເລີ່ມປະຕິບັດໃນເດືອນມັງກອນ 2024; ຮີບຮ້ອນຄົ້ນຄວ້າປັບປຸງກອງທຶນປະກັນສຸຂະ ພາບຕາມທິດກຸ້ມຕົນເອງເທື່ອລະກ້າວ.
ພ້ອມນັ້ນ, ກໍໃຫ້ຮີບຮ້ອນແກ້ໄຂບັນຫາໜີ້ສິນກອງທຶນປະກັນສຸຂະພາບ ເພື່ອບໍ່ໃຫ້ເກີດສະພາບການຂາດເຂີນຢາປິ່ນປົວພະຍາດ ຢູ່ບາງແຂວງ ຍ້ອນຂາດສະພາບຄ່ອງທາງດ້ານການເງິນ ຄືຜ່ານມາ; ຮີບຮ້ອນຄົ້ນຄວ້າການເພີ່ມເງິນອຸດໜູນຄ່າຄອງຊີບ ໃຫ້ພະນັກງານ- ລັດຖະກອນ, ທະຫານ, ຕຳຫລວດ ໃຫ້ໄວ ແລະ ສາມາດໃຫ້ໄດ້ເລີ່ມປະຕິບັດຊ້າສຸດ ໃນໄຕມາດ 2 ປີ 2024;
ຄົ້ນຄວ້ານະໂຍບາຍ ແລະ ມາດຕະການ ໃນການແກ້ໄຂບັນຫາຂາດເຂີນແຮງງານພາຍໃນປະເທດ ໂດຍໃຫ້ປະເມີນຄືນ ການປະຕິບັດນະໂຍບາຍທີ່ກຳນົດໃນບັນດານິຕິກຳ ທີ່ໄດ້ອອກຜ່ານມາ, ນະໂຍບາຍໃດບໍ່ເໝາະສົມ ກໍໃຫ້ປັບປຸງ; ເພີ່ມທະວີຄຸ້ມຄອງແຮງງານລາວ ທີ່ໄປເຮັດວຽກ ຢູ່ຕ່າງປະເທດ.

ຂົງເຂດການປົກຄອງ, ການບໍລິຫານລັດ ແລະ ຍຸຕິທໍາ:
ສຸມໃສ່ສ້າງ ແລະ ປັບປຸງກົດໝາຍ ທີ່ສະພາແຫ່ງຊາດ ໄດ້ຮັບຮອງແຜນແລ້ວນັ້ນ ຈໍານວນ 20 ສະບັບ, ພ້ອມກັນນັ້ນ ກໍສຸມໃສ່ສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍຈຳນວນໜຶ່ງ ໂດຍສະເພາະ ການອອກຄຳແນະນໍາການຈັດຕັ້ງປະຕິບັດບາງມາດຕາຂອງກົດໝາຍ ທີ່ຍັງບໍ່ແຈ້ງ; ສຸມໃສ່ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ໄວ ແລະ ໃຫ້ໄດ້ຫຼາຍກ່ວາປີຜ່ານມາ; ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດການຫັນຫົວໜ່ວຍວິຊາການ ທີ່ມີລາຍຮັບ ແລະ ມີເງື່ອນໄຂ ໄປສູ່ການກຸ້ມຕົນເອງທາງດ້ານງົບປະມານເທື່ອລະກ້າວ; ຊຸກຍູ້ ແລະ ສົ່ງເສີມທຸກພາກສ່ວນໃນສັງຄົມ ປະ ກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການດຶງດູດການລົງທຶນຂອງພາກເອກະຊົນ ເພື່ອສ້າງວຽກເຮັດງານທໍາ ແລະ ລາຍໄດ້ໃຫ້ປະຊາຊົນກັບທີ່; ປັບປຸງການເຂົ້າເຖິງສິນເຊື່ອຂອງທະນາຄານທຸລະກິດ ພ້ອມທັງ ຊຸກ ຍູ້ການປ່ອຍເງິນກູ້ຈາກກອງທຶນພັດທະນາຕ່າງໆພາຍໃນຊຸມຊົນ ເພື່ອສົ່ງເສີມການຜະລິດຂອງປະຊາຊົນ; ສືບຕໍ່ຈັດຕັ້ງປະຕິບັດກິດຈະກຳຂອງກອງທຶນຫລຸດຜ່ອນຄວາມທຸກຍາກ ແລະ ກິດຈະກໍາຂອງແຜນງານ ແລະ ໂຄງການຈາກທຶນຊ່ວຍເຫລືອທາງການ ເພື່ອການພັດທະນາຕາມແຜນກຳນົດໄວ້; ສືບຕໍ່ຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ນິຕິກຳໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ມີປະສິດທິຜົນ.
ຂົງເຂດວຽກງານການຕ່າງປະເທດ: ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການເປັນປະທານກອງປະຊຸມອາຊຽນ ໃນປີ 2024, ພ້ອມທັງສົມທົບກັບວຽກປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ການອຳນວຍຄວາມສະດວກ, ການຮັກສາຄວາມສະອາດ ແລະ ການບໍລິການຕ່າງໆ ເພື່ອສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ຜູ້ແທນມາຮ່ວມກອງປະຊຸມຕ່າງໆ ທັງເປັນໂຄສະນາການທ່ອງທ່ຽວ; ສຸມໃສ່ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ, ສັນຍາ ແລະ ສົນທິສັນຍາ ທີ່ລາວເຮົາໄດ້ລົງນາມ ແລະ ເປັນພາຄີ ໂດຍໃຫ້ເຮັດເປັນຂໍ້ຕົກລົງມອບຄວາມຮັບຜິດຊອບ ແລະ ກໍານົດເວລາປະຕິບັດໃຫ້ລະອຽດ; ສືບຕໍ່ຕິດຕາມສະພາບ ການ ຢູ່ພາກພື້ນ ແລະ ສາກົນ ຢ່າງໃກ້ຊິດ ແລະ ທັນສະພາບການ ຕາມທິດການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດ. ພ້ອມກັນນັ້ນ ການເຄື່ອນໄຫວວຽກງານຕ່າງປະເທດ ຕ້ອງບົນຈິດໃຈປະຢັດມັດທະຍັດ ອັນໃດບໍ່ຈຳເປັນກໍ່ໃຫ້ທູດຕາງໜ້າໄປຮ່ວມ.

ວາລະທີ 2: ກອງປະຊຸມໄດ້ປຶກສາຫາລືການແບ່ງຄວາມຮັບຜິດຊອບຕົວຈິງໃຫ້ທ້ອງ ຖິ່ນ ໃນວຽກງານຈໍານວນໜຶ່ງ ແລະ ໄດ້ເຫັນດີດ້ານຫລັກການ ຮັບຮອງເອົາ: ການມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າການຕິດຕາມກວດກາ, ຊຸກຍູ້ ແລະ ຄຸ້ມຄອງໂຄງການລົງທຶນ ທີ່ສູນກາງອະນຸມັດ ໂດຍໃຫ້ເຮັດເປັນຂໍ້ຕົກລົງຂອງນາຍົກລັດຖະມົນຕີ ແບ່ງຂັ້ນຄຸ້ມຄອງໂຄງການລົງທຶນພາກເອກະຊົນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ພ້ອມທັງ ໃຫ້ມີບັນຊີໂຄງການຕົວຈິງ ມອບໃຫ້ແຕ່ລະແຂວງ ແລະ ມອບງົບປະມານໃຫ້ພ້ອມ; ສໍາລັບການແບ່ງ ແລະ ມອບໂອນຫົວໜ່ວຍລາຍຮັບ ທີ່ເປັນພູດຂອງສູນກາງ ໃຫ້ທ້ອງຖິ່ນເປັນຜູ້ເກັບ ຜ່ານການທົດລອງເຫັນວ່າ ມີປະສິດ ທິຜົນດີ ຈຶ່ງເຫັນດີໃຫ້ສືບຕໍ່ຂະຫຍາຍ ໂດຍໃຫ້ກະຊວງການເງິນ ເຮັດເປັນບັນຊີຫົວ ໜ່ວຍລາຍຮັບມອບໃຫ້ແຕ່ລະແຂວງ ແລະ ແນະນຳວິທີປະຕິບັດໃຫ້ລະອຽດ.

ວາລະທີ 3: ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ: ການສະຫລຸບວຽກງານແຂ່ງຂັນຍ້ອງຍໍ ລະດັບຊາດ ປີ 2023 ແລະ ສະເໜີທິດທາງ ແລະ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2024; ລາຍງານຜົນການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ນະຄອນຫລວງວຽງຈັນ ກັບແຂວງ, ລະຫວ່າງແຂວງກັບແຂວງ ໃນທົ່ວປະເທດ; ການສະເໜີໂຄງການແຂ່ງຂັນຮັກຊາດ ແລະ ພັດທະນາຂອງຕົນ ໃນປີ 2024 ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ.
ກອງປະຊຸມ ໄດ້ມອບໃຫ້ກະຊວງພາຍໃນ ເກັບກຳເອົາຄຳຄິດເຫັນຂອງຂະແໜງການ ແລະ ທ້ອງຖິ່ນ ແລະ ຕີລາຄາຖອດຖອນບົດຮຽນການປະຕິບັດວຽກງານແຂ່ງຂັນຍ້ອງຍໍຜ່ານມາ, ໃນນັ້ນ ການຍ້ອງຍໍໃນຕໍ່ໜ້າ ແມ່ນໃຫ້ຖືກເປົ້າໝາຍ, ຖືກຕາມຜົນງານຕົວຈິງ, ຍ້ອງຍໍວຽກດີ, ຄົນເດັ່ນແທ້ໆ (ຫລຸດຜ່ອນຮູບການ, ຫລີກລ່ຽງການຈັດລະດັບການຍ້ອງຍໍ ຕາມຕຳແໜ່ງສູງລົງຫາຕໍ່າ) ແລະ ການຍ້ອງຍໍໃຫ້ທັນການ. ຄຽງຄູ່ກັນນີ້, ໃຫ້ກະຊວງພາຍໃນ ຄົ້ນຄວ້າອອກລະບຽບການກ່ຽວກັບກັບການຍ້ອງຍໍ ທີ່ເຫັນວ່າຍັງບໍ່ທັນຄົບຖ້ວນ ແລະ ປັບປຸງຕື່ມ ບາງນິຕິກຳທີ່ເຫັນວ່າບໍ່ຈະແຈ້ງ.

ພ້ອມກັນນີ້, ກອງປະຊຸມ ຍັງເຫັນດີຮັບຮອງເອົາຂໍ້ແຂ່ງຂັນຍ້ອງຍໍ ຂອງບັນດາກະ ຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໂດຍໃຫ້ອອກມະຕິຮັບຮອງເອົາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ສະຫລຸບວຽກງານແຂ່ງຂັນຍ້ອງຍໍ ໃນປີ 2024 ໃຫ້ແທດກັບຕົວຈິງ. ສຳລັບແກ້ໄຂຈຸດເຊື່ອມຕໍ່ລະ ຫວ່າງແຂວງ ທີ່ໄດ້ແກ່ຍາວມາດົນແລ້ວ, ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງພາຍໃນ ຮ່າງເປັນມະຕິຂອງລັດຖະບານ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ແກ່ບັນດາແຂວງ.

ວາລະທີ 4: ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ແຜນແມ່ບົດ “ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະ ບັບປີ 2024-2028” ໂດຍໄດ້ເນັ້ນໃຫ້ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຕິດພັນກັບໂຄງການຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ ໃຫ້ໄດ້ຮັບຜົນດີ, ພ້ອມທັງ ສືບຕໍ່ຊຸກຍູ້ການພັດທະນາບັນດາໂຄງການຮ່ວມມື ລາວ-ຈີນ ໃຫ້ມີຄວາມຄືບໜ້າໄວ, ດຳເນີນຖືກຕ້ອງຕາມສັນຍາ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ບົນຈິດໃຈຍາດແຍ່ງເອົາການລົງທຶນ, ການສະໜັບສະໜູນຊ່ວຍເຫລືອທາງດ້ານຕ່າງໆ ໃຫ້ຫລາຍຂຶ້ນ. ພ້ອມນີ້, ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໃຈ້ແຍກບັນດາໜ້າວຽກທີ່ກຳນົດໃນແຜນແມ່ບົດ ທີ່ຕິດພັນກັບຂົງເຂດຂອງຕົນ ໄປຈັດຕັ້ງຜັນຂະຫຍາຍ ເປັນແຜນການ, ແຜນງານ ແລະ ໂຄງການລະອຽດຕື່ມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຕົວຈິງຫລາຍຂຶ້ນ. ສະເໜີໃຫ້ຄະນະພົວພັນຕ່າງປະເທດສູນກາງພັກ ເປັນໃຈ ກາງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊຸກຍູ້ຕິດຕາມການຈັດຕັ້ງຜັນຂະຫຍາຍແຜນແມ່ບົດດັ່ງກ່າວ.

ໃນໂອກາດກ່າວປິດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫລວງວຽງຈັນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດວຽກງານໃນຄວາມຮັບຜິດຊອບ ໃຫ້ສູງກວ່າເກົ່າແທ້ໆ ໂດຍຫັນເປັນແຜນປະຕິບັດງານລະອຽດ, ມີຄາດໝາຍຊັດເຈນ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ ແລະ ບຸກຄົນຢູ່ແຕ່ລະຂັ້ນ ໃນແຕ່ລະໄລຍະ ໃຫ້ຈະແຈ້ງ, ທັງສອດຄ່ອງກັບເງື່ອນໄຂສະພາບຄວາມເປັນຈິງ ຂອງແຕ່ລະບ່ອນ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆ.

ພ້ອມກັນນັ້ນ, ກໍໃຫ້ກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຈັດຕັ້ງເຜີຍ ແຜ່ບັນດານິຕິກຳ ທີ່ໄດ້ເນັ້ນໜັກໃນກອງປະຊຸມຄັ້ງນີ້ ໃຫ້ເຂົ້າໃຈເປັນເອກະພາບ ແລະ ທົ່ວເຖິງ, ພ້ອມທັງ ຕິດຕາມ, ຊຸກຍູ້ ຂະແໜງການກ່ຽວຂ້ອງ ໂດຍສະເພາະ ກະຊວງທີ່ເປັນເຈົ້າການປະຕິບັດ ຕ້ອງໄດ້ມີການສົມທົບກົມກຽວ ກັບອົງການປົກຄອງທ້ອງຖິ່ນ ທີ່ຕິດພັນກັບໜ້າວຽກນັ້ນໆແຕ່ຫົວທີ ເພື່ອສາມາດແກ້ໄຂທັນສະພາບການ ໃນກໍລະນີມີບັນຫາຂໍ້ຫຍຸ້ງຍາກໃນການປະຕິບັດ; ຮຽກຮ້ອງອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ ສະມາຊິກພັກ-ພະນັກ ງານ ແລະ ສັງຄົມ ໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງສະພາບການຕົວຈິງ ແລະ ຄວາມພະຍາຍາມຂອງລັດຖະບານ ໃນການແກ້ໄຂບັນຫາເສດຖະກິດໃນແຕ່ລະໄລຍະ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ