ລົດໄຟຈີນ – ລາວ ໄດ້ຂົນສົ່ງໂດຍສານ ຫຼາຍກວ່າ 27.800.000 ເທື່ອຄົນແລ້ວ

ນັບແຕ່ຕົ້ນປີນີ້ມາ, ການເດີນທາງດ້ວຍຂະບວນລົດໄຟໂດຍສານຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກນັກທ່ອງທ່ຽວຈີນ ແລະ ຕ່າງປະເທດ. ເດືອນມັງກອນຜ່ານມານີ້,ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງ ໂດຍສານ ເຖິງ1.860.000 ເທື່ອຄົນ, ໃນນັ້ນ, ຜູ້ໂດຍສານຂ້າມຊາດມີ 23.000ເທື່ອຄົນ ຖືວ່າໄດ້ເພີ່ມຂຶ້ນຢ່າງຊັດເຈນ. ນັບຕັ້ງແຕ່ຂະບວນລົດໄຟໂດຍສານຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວເປີດບໍລິການເມື່ອວັນທີ 13 ເມສາ 2023 ເປັນຕົ້ນມາ. ນັບລວມແລ້ວໄດ້ຂົນສົ່ງໂດຍສານຂ້າມຊາດຈຳນວນ13.000ຄົນຈາກ 83 ປະເທດ ແລະ ເຂດແຄວ້ນ. ຂະນະທີ່ການຂົນສົ່ງສິນຄ້າຕາມເສັ້ນທາງລົດໄຟຈີນ-ລາວໄດ້ປາກົດມີທ່ວງທ່າເຕີບໂຕຂຶ້ນ, ນັບແຕ່ຕົ້ນປີນີ້ມາໄດ້ຂົນສົ່ງສິນຄ້າບັນລຸເຖິງ 2.010.000 ໂຕນ, ໃນນັ້ນ, ສິນຄ້າຂ້າມຊາດ 550.000 ໂຕນ ເພີ່ມຂຶ້ນ 29,7% ຖືວ່າໄດ້ເພີ່ມຂຶ້ນຢ່າງເດັ່ນຊັດເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ນັບມາຮອດວັນທີ 7 ກຸມພານີ້, ນັບຕັ້ງແຕ່ເສັ້ນທາງລົດໄຟຈີນ-ລາວເປີດບໍລິການເປັນຕົ້ນມາ, ໄດ້ຂົນສົ່ງໂດຍສານບັນລຸເຖິງ 27.870.000ເທື່ອຄົນ, ຂົນສົ່ງສິນຄ້າ 32.560.000 ໂຕນ, ໃນນັ້ນ, ຂົນສົ່ງສິນຄ້າຂ້າມຊາດບັນລຸຫຼາຍກວ່າ 7.310.000 ໂຕນ. ຂ່າວ: CRI-FM93 ທີ່ມາ VientianeTimes