2
ລົດໄຟຈີນ - ລາວ ໄດ້ຂົນສົ່ງໂດຍສານ ຫຼາຍກວ່າ 27.800.000 ເທື່ອຄົນແລ້ວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 9 February, 2024

ນັບແຕ່ຕົ້ນປີນີ້ມາ, ການເດີນທາງດ້ວຍຂະບວນລົດໄຟໂດຍສານຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກນັກທ່ອງທ່ຽວຈີນ ແລະ ຕ່າງປະເທດ.

ເດືອນມັງກອນຜ່ານມານີ້,ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງ

ໂດຍສານ ເຖິງ1.860.000 ເທື່ອຄົນ, ໃນນັ້ນ, ຜູ້ໂດຍສານຂ້າມຊາດມີ 23.000ເທື່ອຄົນ ຖືວ່າໄດ້ເພີ່ມຂຶ້ນຢ່າງຊັດເຈນ. ນັບຕັ້ງແຕ່ຂະບວນລົດໄຟໂດຍສານຂ້າມຊາດຕາມເສັ້ນທາງລົດໄຟຈີນ-ລາວເປີດບໍລິການເມື່ອວັນທີ 13 ເມສາ 2023 ເປັນຕົ້ນມາ.

ນັບລວມແລ້ວໄດ້ຂົນສົ່ງໂດຍສານຂ້າມຊາດຈຳນວນ13.000ຄົນຈາກ 83 ປະເທດ ແລະ ເຂດແຄວ້ນ. ຂະນະທີ່ການຂົນສົ່ງສິນຄ້າຕາມເສັ້ນທາງລົດໄຟຈີນ-ລາວໄດ້ປາກົດມີທ່ວງທ່າເຕີບໂຕຂຶ້ນ, ນັບແຕ່ຕົ້ນປີນີ້ມາໄດ້ຂົນສົ່ງສິນຄ້າບັນລຸເຖິງ 2.010.000 ໂຕນ, ໃນນັ້ນ, ສິນຄ້າຂ້າມຊາດ 550.000 ໂຕນ ເພີ່ມຂຶ້ນ 29,7% ຖືວ່າໄດ້ເພີ່ມຂຶ້ນຢ່າງເດັ່ນຊັດເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ນັບມາຮອດວັນທີ 7 ກຸມພານີ້, ນັບຕັ້ງແຕ່ເສັ້ນທາງລົດໄຟຈີນ-ລາວເປີດບໍລິການເປັນຕົ້ນມາ, ໄດ້ຂົນສົ່ງໂດຍສານບັນລຸເຖິງ 27.870.000ເທື່ອຄົນ, ຂົນສົ່ງສິນຄ້າ 32.560.000 ໂຕນ, ໃນນັ້ນ, ຂົນສົ່ງສິນຄ້າຂ້າມຊາດບັນລຸຫຼາຍກວ່າ 7.310.000 ໂຕນ.

ຂ່າວ: CRI-FM93

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 30 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,405
21,680
thailand (1)
THB
655.18
667.63
european-union
EUR
24,058
24,540
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-06-30T163402.094
ຈີນເຮັດແທ້! ພາວເວີແບັງ (Power Bank) ບໍ່ມີເຄື່ອງໝາຍ CCC ຫ້າມບໍ່ໃຫ້ເອົາຂຶ້ນຍົນ
_cover - 2025-06-30T160130.117
ທຣຳ ເປີດເຜີຍ "ມະຫາເສດຖີ" ກຽມຊື້ TikTok ໝັ້ນໃຈວ່າ "ສີ ຈິ້ນຜິງ" ຈະອະນຸຍາດໃຫ້ຂາຍ
pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
_cover - 2025-06-30T145525.872
ນັກດັບເພີງຖືກມືປືນຊຸ່ມຍິງເສຍຊີວິດ ໃນຂະນະທີ່ກຳລັງດັບໄຟປ່າຢູ່ສະຫະລັດ
pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
_cover - 2025-06-30T094233.858
ເຕືອນໄພ ລະວັງມິດສາຊີບ!!! ໄດ້ນຳໃຊ້ໂລໂກ້, ເບີໂທ ແລະ ຊື່ ຂອງ ລັດວິສາຫະກິດໄຟຟ້າລາວ ໄປສ້າງຄວາມບໍ່ສະຫງົບຕໍ່ສັງຄົມ
_cover - 2025-06-27T163817.732
ຈີນສະເໜີເງິນເດືອນໃຫ້ບຸກຄະລາກອນດ້ານ AI ສູງກວ່າຄ່າສະເລ່ຍຂອງເງິນເດືອນທົ່ວໄປ 3 ເທົ່າ
_cover - 2025-06-27T155418.931
ໜ້າເສົ້າໃຈ! ພົບສົບ ນັກທ່ອງທ່ຽວສາວບຣາຊິວ ປະສົບອຸບັດຕິເຫດຕົກພູເຂົາໄຟອິນໂດເນເຊຍ ເສຍຊີວິດແລ້ວ
_cover - 2025-06-27T105912.710
ແຈ້ງການມອດໄຟ ວັນທີ 29 ມິຖຸນາ 2025
_cover - 2025-06-27T115544.472
ກອງທັບຈີນເປີດຕົວ "ໂດຣນຍຸງ" ທີ່ມີຂະໜາດນ້ອຍ ເພື່ອພາລະກິດລັບທາງທະຫານ
ຢ່າລື່ມກົດຕິດຕາມ